Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 58

ການ​ຖືສິນ​ອົດ​ອາຫານ​ທີ່​ແທ້​ຈິງ

“ຈົ່ງ​ຮ້ອງ​ສຽງ​ດັງ, ຢ່າ​ກັ້ນ​ສຽງ​ໄວ້.

ຈົ່ງ​ເປັ່ງ​ສຽງ​ໃຫ້​ດັ່ງ​ຂຶ້ນ​ເໝືອນ​ສຽງ​ແກ.

ຈົ່ງ​ປະກາດ​ແກ່​ປະຊາຊົນ​ຂອງ​ເຮົາ​ເຖິງ​ການ​ກະບົດ​ຂອງ​ພວກເຂົາ

ແລະ ບອກ​ເຊື້ອສາຍ​ຂອງ​ຢາໂຄບ​ເຖິງ​ບາບ​ທັງຫລາຍ​ຂອງ​ພວກເຂົາ.

ພວກເຂົາ​ຊອກຫາ​ເຮົາ​ວັນ​ຕໍ່​ວັນ;

ພວກເຂົາ​ເຮັດ​ຄື​ກະຕືລືລົ້ນ​ຢາກ​ຮູ້​ຈັກ​ທາງ​ຂອງ​ເຮົາ,

ເໝືອນ​ກັບ​ວ່າ​ພວກເຂົາ​ເປັນ​ຊົນຊາດ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ

ແລະ ບໍ່​ໄດ້​ປະຖິ້ມ​ຄຳສັ່ງ​ຂອງ​ພຣະເຈົ້າ.

ພວກເຂົາ​ຂໍ​ການ​ຕັດສິນ​ຢ່າງ​ຍຸຕິທໍາ​ຈາກ​ເຮົາ

ແລະ ເຮັດ​ຄື​ວ່າ​ຢາກ​ໃຫ້​ພຣະເຈົ້າ​ເຂົ້າ​ມາ​ໃກ້​ພວກເຂົາ.

ພວກເຂົາ​ເວົ້າ​ວ່າ, ‘ເປັນຫຍັງ​ພວກ​ຂ້ານ້ອຍ​ຕ້ອງ​ຖືສິນ​ອົດ​ອາຫານ’,

‘ແລະ ພຣະອົງ​ກໍ​ບໍ່​ໄດ້​ເຫັນ?

ເປັນຫຍັງ​ພວກ​ຂ້ານ້ອຍ​ຕ້ອງ​ຖ່ອມຕົວ​ລົງ,

ແລະ ເປັນຫຍັງ​ພຣະອົງ​ຍັງ​ບໍ່​ສັງເກດ​ເຫັນ?’

“ເຖິງ​ປານ​ນັ້ນ ໃນ​ມື້​ທີ​ເຈົ້າ​ຖືສິນ​ອົດອາຫານ, ເຈົ້າ​ກໍ​ຍັງ​ເຮັດ​ຕາມ​ໃຈ

ແລະ ເອົາ​ປຽບ​ຄົນງານ​ທຸກຄົນ​ຂອງ​ເຈົ້າ.

ການ​ຖືສິນ​ອົດອາຫານ​ຂອງ​ເຈົ້າ​ຈົບ​ລົງ​ດ້ວຍ​ການ​ຜິດຖຽງກັນ ແລະ ການ​ຕໍ່ສູ້,

ພວກເຈົ້າ​ຕີ​ກັນ​ເອງ​ດ້ວຍ​ກໍາປັ້ນ​ອັນ​ໂຫດຮ້າຍ.

ພວກເຈົ້າ​ບໍ່​ສາມາດ​ຖືສິນ​ອົດອາຫານ​ໄດ້​ໃນ​ແບບ​ທີ່​ພວກເຈົ້າ​ເຮັດ​ໃນ​ມື້​ນີ້.

ແລະ ຄາດຫວັງ​ໃຫ້​ສຽງ​ອ້ອນວອນ​ຂອງ​ພວກເຈົ້າ​ຂຶ້ນ​ໄປ​ເຖິງ​ເບື້ອງ​ເທິງ​ໄດ້.

ນີ້​ແມ່ນ​ການ​ຖືສິນ​ອົດອາຫານ​ທີ່​ເຮົາ​ເລືອກ​ບໍ,

ເປັນ​ພຽງ​ໜຶ່ງ​ມື້​ທີ່​ໃຫ້​ມະນຸດ​ຖ່ອມຕົວ​ຂອງ​ພວກເຂົາ​ລົງ​ບໍ?

ເປັນ​ພຽງ​ມື້​ທີ່​ໃຫ້​ພວກເຂົາ​ກົ້ມ​ຫົວ​ລົງ​ເໝືອນ​ດັ່ງ​ຕົ້ນອໍ້

ແລະ ໃສ່​ຜ້າ​ກະສອບ​ເຂົ້າ​ນອນ​ລົງ​ໃນ​ກອງ​ຂີ້ເຖົ່າ​ບໍ?

ນັ້ນ​ຄື​ສິ່ງ​ທີ່​ພວກເຈົ້າ​ເອີ້ນ​ວ່າ​ການ​ຖືສິນ​ອົດອາຫານ​ບໍ?

ເປັນ​ວັນ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ​ບໍ?

“ການ​ຖືສິນ​ອົດອາຫານ​ແບບ​ນີ້​ທີ່​ເຮົາ​ເລືອກ​ໄວ້​ບໍ່​ແມ່ນ​ບໍ​ຄື:

ການ​ແກ້​ໂສ້​ແຫ່ງ​ຄວາມ​ບໍ່​ຍຸຕິທຳ

ປົດ​ເຊືອກ​ແອກ​ອອກ,

ເພື່ອ​ປົດປ່ອຍ​ຜູ້​ຖືກ​ກົດຂີ່​ຂົ່ມເຫັງ​ໃຫ້ເປັນ​ອິດສະຫລະ

ແລະ ຫັກ​ແອກ​ທຸກ​ອັນ​ບໍ່​ແມ່ນ​ບໍ?

ບໍ່​ແມ່ນ​ການ​ແບ່ງປັນ​ອາຫານ​ຂອງ​ພວກເຈົ້າ​ແກ່​ຜູ້​ອຶດຫິວ

ແລະ ໃຫ້​ບ່ອນ​ພັກ​ແກ່​ຄົນ​ທຸກຍາກ​ພະເນຈອນ​ບໍ?

ເມື່ອ​ພວກເຈົ້າ​ເຫັນ​ຄົນ​ເປືອຍກາຍ, ຈົ່ງ​ເອົາ​ເຄື່ອງນຸ່ງ​ຫົ່ມ​ໃຫ້​ພວກເຂົາ,

ແລະ ຢ່າ​ຫັນ​ໜີ​ໄປ​ຈາກ​ເລືອດ ແລະ ເນື້ອ​ຂອງ​ພວກເຈົ້າ​ເອງ?

ແລ້ວ​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ຈະ​ສ່ອງແຈ້ງ​ດັ່ງ​ຕາເວັນ​ຂຶ້ນ,

ແລະ ການ​ຮັກສາ​ຂອງ​ເຈົ້າ​ກໍ​ຈະ​ປາກົດ​ຂຶ້ນ​ຢ່າງ​ວ່ອງໄວ;

ດັ່ງນັ້ນ ຄວາມ​ຊອບທຳ​ຂອງ​ເຈົ້າ​ຈະ​ນຳ​ໜ້າ​ເຈົ້າ,

ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ຈະ​ປົກປ້ອງ​ດ້ານຫລັງ​ຂອງ​ເຈົ້າ.

ຫລັງຈາກນັ້ນ ເຈົ້າ​ຈະ​ຮ້ອງ​ຫາ, ແລະ ພຣະເຈົ້າ​ຢາເວ​ຈະ​ຕອບ;

ເຈົ້າ​ຈະ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ, ແລະ ພຣະອົງ​ຈະ​ກ່າວ​ວ່າ: ເຮົາ​ຢູ່​ບ່ອນ​ນີ້.

“ຖ້າ​ເຈົ້າ​ກຳຈັດ​ແອກ​ຂອງ​ການ​ກົດຂີ່​ຂົ່ມເຫັງ,

ດ້ວຍ​ການ​ໃຊ້​ນິ້ວ​ຊີ້ ແລະ ຄຳເວົ້າ​ໃນ​ທາງ​ຊົ່ວຮ້າຍ,

ແລະ ຖ້າ​ເຈົ້າ​ອຸທິດ​ຕົນ​ເພື່ອ​ຜູ້​ອຶດຫິວ

ແລະ ໃຫ້​ຜູ້​ຖືກ​ກົດຂີ່​ຂົ່ມເຫັງ​ທີ່​ຂັດສົນ​ໄດ້​ອິ່ມໃຈ,

ຈາກນັ້ນ ຄວາມ​ສະຫວ່າງ​ຂອງ​ເຈົ້າ​ຈະ​ສ່ອງ​ຂຶ້ນ​ມາ​ໃນ​ຄວາມ​ມືດ,

ແລະ ກາງຄືນ​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ກາງເວັນ.

ພຣະເຈົ້າ​ຢາເວ​ຈະ​ນຳພາ​ເຈົ້າ​ຕະຫລອດໄປ;

ພຣະອົງ​ຈະ​ຕອບສະໜອງ​ຄວາມ​ຕ້ອງການ​ຂອງ​ເຈົ້າ​ໃນ​ດິນແດນ​ທີ່​ຕາເວັນ​ແຜດເຜົາ

ພຣະອົງ​ຈະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ເຈົ້າ​ແຂງແຮງ​ຂຶ້ນ.

ເຈົ້າ​ຈະ​ເປັນ​ເໝືອນ​ສວນ​ທີ່​ໄດ້​ຮັບ​ການ​ຫົດ​ນ້ຳ​ຢ່າງ​ດີ,

ເໝືອນ​ນ້ຳພຸ​ທີ່​ມີ​ນ້ຳ​ໄຫລ​ຢູ່​ຕະຫລອດ.

ປະຊາຊົນ​ຂອງ​ເຈົ້າ​ຈະ​ສ້າງ​ຊາກ​ຫັກພັງ​ບູຮານ​ຂຶ້ນ​ໃໝ່

ແລະ ຈະ​ຟື້ນຟູ​ຮາກຖານ​ສະໄໝ​ເກົ່າ;

ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ຜູ້​ສ້ອມແປງ​ກຳແພງ​ທີ່​ເພພັງ,

ຜູ້​ແປງ​ຖະໜົນ​ຫົນ​ທາງ ແລະ ບ້ານເຮືອນ​ຂຶ້ນ​ໃໝ່.

“ຖ້າ​ເຈົ້າ​ຮັກສາ​ຕົນ​ບໍ່​ລະເມີດ​ວັນຊະບາໂຕ

ແລະ ບໍ່​ເຮັດ​ຕາມ​ໃຈ​ໃນ​ວັນ​ບໍລິສຸດ​ຂອງ​ເຮົາ,

ຖ້າ​ເຈົ້າ​ເອີ້ນ​ວັນຊະບາໂຕ​ວ່າ​ວັນ​ຍິນດີ

ແລະ ເອີ້ນ​ວັນ​ບໍລິສຸດ​ຂອງ​ພຣະເຈົ້າ​ຢາເວ​ວ່າ​ວັນ​ອັນ​ມີ​ກຽດ,

ແລະ ຖ້າ​ເຈົ້າ​ໃຫ້​ກຽດ​ວັນ​ນີ້​ໂດຍ​ບໍ່​ເຮັດ​ຫຍັງ​ຕາມ​ໃຈ

ແລະ ບໍ່​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ ຫລື ເວົ້າ​ແຕ່​ເລື່ອງ​ບໍ່​ມີ​ປະໂຫຍດ,

ຈາກນັ້ນ ເຈົ້າ​ຈະ​ພົບ​ຄວາມ​ຍິນດີ​ໃນ​ພຣະເຈົ້າ​ຢາເວ,

ແລະ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ຂີ່​ຢ່າງ​ມີ​ໄຊ​ເທິງ​ບ່ອນ​ສູງ​ຂອງ​ແຜ່ນດິນ

ແລະ ເຮົາ​ຈະ​ລ້ຽງ​ເຈົ້າ​ດ້ວຍ​ມໍລະດົກ​ຂອງ​ຢາໂຄບ​ພໍ່​ຂອງ​ເຈົ້າ”.

ປາກ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້​ດັ່ງ​ນັ້ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.