Biblica® Open Lao Contemporary Version
ເອຊາຢາ 59
ບາບ, ການສາລະພາບ ແລະ ການໄຖ່
ແນ່ນອນ ແຂນຂອງພຣະເຈົ້າຢາເວບໍ່ໄດ້ສັ້ນເກີນກວ່າທີ່ຈະຊ່ວຍໃຫ້ພົ້ນ,
ທັງຫູຂອງພຣະອົງກໍບໍ່ໄດ້ໜວກເກີນກວ່າຈະໄດ້ຍິນ.
ແຕ່ຄວາມຊົ່ວຊ້າຂອງພວກເຈົ້າ
ທີ່ໄດ້ແຍກພວກເຈົ້າອອກຈາກພຣະເຈົ້າຂອງພວກເຈົ້າ;
ບາບຂອງເຈົ້າເຮັດໃຫ້ພຣະອົງເຊື່ອງໜ້າຂອງພຣະອົງຈາກເຈົ້າ,
ດັ່ງນັ້ນ ພຣະອົງຈຶ່ງບໍ່ຮັບຟັງ.
ເພາະມືຂອງພວກເຈົ້າເປື້ອນດ້ວຍເລືອດ,
ນິ້ວມືຂອງເຈົ້າເຕັມໄປດ້ວຍຄວາມຮູ້ສຶກຜິດ.
ຮີມສົບຂອງພວກເຈົ້າເວົ້າຕົວະ,
ແລະ ລີ້ນຂອງພວກເຈົ້າຈົ່ມເຖິງສິ່ງຊົ່ວຮ້າຍ.
ບໍ່ມີຜູ້ໃດຮຽກຮ້ອງໃຫ້ມີຄວາມຍຸຕິທຳ;
ບໍ່ມີຜູ້ໃດດຳເນີນຄະດີດ້ວຍຄວາມຊື່ສັດສຸດຈະລິດ.
ພວກເຂົາວາງໃຈໃນການຂັດແຍ້ງອັນບໍ່ມີປະໂຫຍດ, ພວກເຂົາເວົ້າຕົວະ
ພວກເຂົາກໍ່ຄວາມເດືອດຮ້ອນ ແລະ ໃຫ້ກຳເນີດຄວາມຊົ່ວຮ້າຍ.
ພວກເຂົາຟັກໄຂ່ງູພິດ
ແລະ ປັ່ນໃຍແມງມູມ.
ຜູ້ໃດກິນໄຂ່ຂອງພວກເຂົາກໍຈະຕາຍ,
ແລະ ເມື່ອໄຂ່ໜ່ວຍໃດແຕກ, ງູພິດກໍເລືອອອກມາ.
ໃຍແມງມຸມທີ່ພວກເຂົາປັ່ນຂຶ້ນມາກໍໃຊ້ປະໂຫຍດເປັນເຄື່ອງນຸ່ງບໍ່ໄດ້;
ພວກເຂົາບໍ່ສາມາດປົກຄຸມໂຕເອງດ້ວຍສິ່ງທີ່ຕົນເຮັດຂຶ້ນ.
ການກະທໍາຂອງພວກເຂົາຄືການກະທໍາທີ່ຊົ່ວຮ້າຍ,
ແລະ ການກະທໍາອັນຮຸນແຮງຢູ່ໃນມືຂອງພວກເຂົາ.
ຕີນຂອງພວກເຂົາແລ່ນເຂົ້າຫາບາບ;
ແລະ ພວກເຂົາວ່ອງໄວທີ່ຈະເອົາຊີວິດຜູ້ບໍລິສຸດ.
ພວກເຂົາດໍາເນີນຕາມແຜນການຊົ່ວຮ້າຍ;
ການກະທໍາອັນຮຸນແຮງເປັນສັນຍາລັກບົ່ງບອກທາງຂອງພວກເຂົາ.
ພວກເຂົາບໍ່ຮູ້ຈັກທາງແຫ່ງສັນຕິສຸກ;
ບໍ່ມີຄວາມຍຸຕິທຳໃນຫົນທາງຂອງພວກເຂົາ.
ພວກເຂົາເຮັດໃຫ້ມັນກາຍເປັນຖະໜົນທີ່ຄົດລ້ຽວ;
ບໍ່ມີຜູ້ໃດທີ່ດຳເນີນໃນທາງຂອງພວກເຂົາຈະຮູ້ຈັກສັນຕິສຸກ.
ດັ່ງນັ້ນ ຄວາມຍຸຕິທຳຈຶ່ງຫ່າງໄກຈາກພວກເຮົາ,
ແລະ ຄວາມຊອບທຳບໍ່ໄດ້ມາເຖິງພວກເຮົາ.
ພວກເຮົາຊອກຫາຄວາມສະຫວ່າງ, ແຕ່ກໍພົບແຕ່ຄວາມມືດ;
ພວກເຮົາຊອກຫາຄວາມສົດໃສ, ແຕ່ເຮົາກໍເດີນຢູ່ໃນເງົາມືດມິດ.
ພວກເຮົາຄຳໄປຕາມກຳແພງຄືຄົນຕາບອດ,
ຄຳຫາທາງຄືຄົນບໍ່ມີຕາ.
ກາງເວັນພວກເຮົາກໍສະດຸດລົ້ມຄືຕອນກາງຄືນ;
ພວກເຮົາຈຶ່ງເປັນຄືຄົນຕາຍທ່າມກາງຄົນເຂັ້ມແຂງ.
ພວກເຮົາທຸກຄົນຄາງຄືໝີ;
ຄວນຄາງສຽງເສົ້າຄືນົກກາງແກ.
ພວກເຮົາຊອກຫາຄວາມຍຸຕິທຳ, ແຕ່ບໍ່ພົບຫຍັງເລີຍ;
ແນມຫາການຊ່ວຍກູ້ໃຫ້ພົ້ນ, ແຕ່ມັນຢູ່ໄກ.
ເພາະຄວາມຜິດຂອງພວກເຮົາໜັກຫລາຍໃນສາຍຕາຂອງພຣະອົງ,
ແລະ ຄວາມບາບທັງຫລາຍຂອງພວກເຮົາກໍຕໍ່ສູ້ພວກເຮົາ.
ຄວາມຜິດຂອງພວກເຮົາຢູ່ກັບພວກເຮົາຕະຫລອດ,
ແລະ ພວກເຮົາຍອມຮັບຄວາມຊົ່ວຊ້າທັງຫລາຍຂອງພວກເຮົາ,
ພວກເຮົາກະບົດທໍລະຍົດຕໍ່ພຣະເຈົ້າຢາເວ,
ຫັນຫລັງໃຫ້ພຣະເຈົ້າຂອງພວກເຮົາ,
ປັ່ນປ່ວນໃຫ້ເກີດການກະບົດ ແລະ ການກົດຂີ່,
ເວົ້າຄຳຕົວະທີ່ໃຈພວກເຮົາຄິດໄວ້ໃນໃຈ.
ດັ່ງນັ້ນ ຄວາມຍຸຕິທຳຈຶ່ງຂັບໄລ່ໄປ,
ແລະ ຄວາມຊອບທຳໜີຫ່າງ;
ຄວາມຈິງສະດຸດກາງທາງ,
ຄວາມສັດຊື່ບໍ່ສາມາດເຂົ້າມາໄດ້.
ບໍ່ສາມາດຫາຄວາມຈິງຢູ່ໃສໄດ້ເລີຍ,
ຜູ້ທີ່ຫລີກໜີຈາກຄວາມຊົ່ວກັບຕົກເປັນເຫຍື່ອ.
ພຣະເຈົ້າຢາເວໄດ້ຫລຽວເບິ່ງ ແລະ ບໍ່ພໍໃຈ
ເພາະບໍ່ມີຄວາມຍຸຕິທຳເລີຍ.
ພຣະອົງເຫັນວ່າບໍ່ມີຜູ້ໃດເລີຍ,
ແລະ ເສຍໃຈທີ່ບໍ່ມີຜູ້ໃດຍ່າງເຂົ້າມາຊ່ວຍ;
ດັ່ງນັ້ນ ແຂນຂອງພຣະອົງເອງຈຶ່ງນຳຄວາມພົ້ນມາ,
ແລະ ຄວາມຊອບທຳຂອງພຣະອົງກໍຄ້ຳຊູພຣະອົງໄວ້.
ພຣະອົງໃສ່ຄວາມຊອບທຳເປັນເສື້ອຫຸ້ມເກາະ,
ແລະ ໄດ້ໃສ່ໝວກເຫລັກແຫ່ງຄວາມພົ້ນໄວ້ເທິງຫົວຂອງພຣະອົງ;
ພຣະອົງໃສ່ເສື້ອຄຸມແຫ່ງການແກ້ແຄ້ນ
ແລະ ໄດ້ຫໍ່ໂຕດ້ວຍຄວາມກະຕືລືລົ້ນຄືໃສ່ເສື້ອຄຸມ.
ພຣະອົງຈະຕອບແທນສັດຕູທັງຫລາຍຂອງພຣະອົງ
ຕາມສິ່ງທີ່ພວກເຂົາໄດ້ເຮັດ
ແລະ ຈະແກ້ແຄ້ນສັດຕູທັງຫລາຍຂອງພຣະອົງ
ໃຫ້ສົມກັບການກະທໍາຂອງພວກເຂົາ;
ພຣະອົງຈະຕອບແທນເກາະແກ້ງຕ່າງໆຕາມທີ່ພວກມັນສົມຄວນຈະໄດ້ຮັບ.
ປະຊາຊົນຈາກຕາເວັນຕົກຈະຢຳເກງຊື່ຂອງພຣະເຈົ້າຢາເວ,
ແລະ ຈາກບ່ອນທີ່ຕາເວັນຂຶ້ນ, ພວກເຂົາຈະຍົກຍ້ອງສະຫງ່າລາສີຂອງພຣະອົງ.
ເພາະພຣະອົງຈະມາເໝືອນກະແສນ້ຳແຮງ
ທີ່ຂັບເຄື່ອນດ້ວຍລົມຫາຍໃຈຂອງພຣະເຈົ້າຢາເວ.
“ພຣະຜູ້ໄຖ່ຈະມາຍັງຊີໂອນ,
ມາຫາຄົນໃນເຊື້ອສາຍຂອງຢາໂຄບທີ່ກັບໃຈຈາກບາບຂອງພວກເຂົາ”,
ພຣະເຈົ້າຢາເວ ປະກາດດັ່ງນັ້ນ.
ພຣະເຈົ້າຢາເວກ່າວວ່າ, “ສໍາລັບເຮົາ, ນີ້ແມ່ນຄຳໝັ້ນສັນຍາຂອງເຮົາກັບພວກເຂົາ. ຈິດວິນຍານຂອງເຮົາ, ທີ່ຢູ່ກັບເຈົ້າ, ແລະ ຖ້ອຍຄຳຂອງເຮົາທີ່ເຮົາໃສ່ໄວ້ໃນປາກຂອງເຈົ້າ, ຈະບໍ່ພາກໄປຈາກປາກຂອງເຈົ້າ, ຫລື ຈາກປາກພວກລູກຂອງເຈົ້າ ຫລື ຈາກປາກເຊື້ອສາຍຂອງພວກເຂົານັບແຕ່ບັດນີ້ ແລະ ຕະຫລອດໄປ”, ພຣະເຈົ້າຢາເວກ່າວດັ່ງນັ້ນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.