Biblica® Open Lao Contemporary Version
ເອຊາຢາ 60
ສະຫງ່າລາສີຂອງຊີໂອນ
“ເຢຣູຊາເລັມ, ຈົ່ງລຸກຂຶ້ນ, ສ່ອງແສງ, ເພາະຄວາມສະຫວ່າງຂອງເຈົ້າມາແລ້ວ,
ແລະ ສະຫງ່າລາສີຂອງພຣະເຈົ້າຢາເວສ່ອງຂຶ້ນເທິງເຈົ້າ.
ເບິ່ງແມ, ຄວາມມືດປົກຄຸມໂລກ
ຄວາມມືດໜາຢູ່ເໜືອບັນດາປະຊາຊາດ,
ແຕ່ພຣະເຈົ້າຢາເວໄດ້ສ່ອງສະຫວ່າງຂຶ້ນເທິງເຈົ້າ
ແລະ ສະຫງ່າລາສີຂອງພຣະອົງປາກົດຂຶ້ນເທິງເຈົ້າ.
ຊົນຊາດທັງຫລາຍຈະມາຫາແສງສະຫວ່າງຂອງເຈົ້າ,
ບັນດາກະສັດຈະມາຫາຄວາມສະຫວ່າງດັ່ງຮຸ່ງອາລຸນຂອງເຈົ້າ.
“ຈົ່ງເງີຍໜ້າຂຶ້ນ ແລະ ເບິ່ງໄປຮອບຕົວ:
ທຸກຄົນລວມໂຕກັນ ແລະ ມາຫາເຈົ້າ;
ລູກຊາຍທັງຫລາຍຂອງເຈົ້າມາຈາກແດນໄກພຸ້ນ,
ແລະ ລູກສາວທັງຫລາຍຂອງເຈົ້າມີຄົນອຸ້ມມາ.
ຫລັງຈາກນັ້ນ ເຈົ້າຈະເຫັນ ແລະ ຊື່ນຊົມ,
ຫົວໃຈຂອງເຈົ້າຈະເບີກບານຕື່ນເຕັ້ນ ແລະ ຍິນດີ;
ຄວາມຮັ່ງມີແຫ່ງຈາກທະເລຈະຖືກນຳມາມອບໃຫ້ເຈົ້າ,
ຊັບສົມບັດຂອງຊົນຊາດຕ່າງໆຈະມາຫາເຈົ້າ.
ຝູງອູດປົກຄຸມທົ່ວດິນແດນຂອງເຈົ້າ,
ອູດໜຸ່ມມາຈາກມີດີອານ ແລະ ເອຟາ.
ແລະ ອູດທັງໝົດຈາກເຊບາກໍຈະມາ,
ບັນທຸກຄໍາ ແລະ ເຄື່ອງຫອມ
ແລະ ປະກາດຄຳສັນລະເສີນພຣະເຈົ້າຢາເວ.
ຝູງແກະທັງໝົດແຫ່ງເກດາຈະຖືກຮວບຮວມມາຫາເຈົ້າ,
ແກະຜູ້ທັງຫລາຍຂອງເນບາໂຢດຈະຮັບໃຊ້ເຈົ້າ;
ພວກມັນຈະໄດ້ຮັບການຍອມຮັບ ເປັນເຄື່ອງບູຊາເທິງແທ່ນບູຊາຂອງເຮົາ,
ແລະ ເຮົາຈະຕົກແຕ່ງວິຫານທີ່ມີສະຫງ່າລາສີຂອງເຮົາ.
“ຄົນເຫລົ່ານີ້ແມ່ນໃຜທີ່ພາກັນເຄື່ອນມາດັ່ງເມກ,
ເໝືອນນົກເຂົາບິນກັບຮັງ?
ແນ່ນອນ ເກາະແກ້ງທັງຫລາຍແນມມາຫາເຮົາ;
ທີ່ແລ່ນນຳໜ້າມາຄືຂະບວນເຮືອໃຫຍ່ຂອງເມືອງຕາກຊິດ,
ນຳພວກລູກຂອງເຈົ້າມາຈາກແດນໄກ,
ພ້ອມດ້ວຍເງິນ ແລະ ຄໍາຂອງພວກເຂົາ,
ເພື່ອກຽດຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,
ອົງບໍລິສຸດແຫ່ງອິດສະຣາເອນ,
ເພາະພຣະອົງໃຫ້ຄວາມຮຸ່ງເຮືອງແກ່ເຈົ້າ.
“ຄົນຕ່າງຊາດຈະສ້າງກຳແພງຂອງເຈົ້າຂຶ້ນໃໝ່,
ບັນດາກະສັດຂອງພວກເຂົາຈະຮັບໃຊ້ເຈົ້າ.
ຜ່ານຄວາມໃຈຮ້າຍເຮົາໄດ້ລົງໂທດເຈົ້າ,
ແຕ່ໃນຄວາມກະລຸນາ ເຮົາຈະສະແດງຄວາມເມດຕາແກ່ເຈົ້າ.
ປະຕູທັງຫລາຍຂອງເຈົ້າຈະເປີດໄວ້ຕະຫລອດ,
ພວກມັນຈະບໍ່ປິດເລີຍ, ທັງກາງເວັນກາງຄືນ,
ເພື່ອຄົນເຫລົ່ານັ້ນຈະນຳຄວາມຮັ່ງມີຂອງບັນດາຊົນຊາດທັງຫລາຍມາໃຫ້ເຈົ້າ
ທີ່ບັນດາກະສັດຂອງພວກເຂົາເປັນຜູ້ນຳຂະບວນສະຫລອງໄຊ.
ເພາະຊົນຊາດ ຫລື ອານາຈັກໃດທີ່ບໍ່ຍອມຮັບໃຊ້ເຈົ້າຈະຈິບຫາຍ;
ມັນຈະຖືກທຳລາຍໃຫ້ພິນາດ.
“ຄວາມງົດງາມແຫ່ງເລບານອນຈະມາຫາເຈົ້າ,
ທັງຕົ້ນໄມ້ສີດາ, ຕົ້ນແປກ ແລະ ຕົ້ນໄຊເປດ
ເພື່ອຕົບແຕ່ງບ່ອນນະມັດສະການຂອງເຮົາ.
ແລະ ເຮົາຈະເຊີດຊູບ່ອນວາງຕີນຂອງເຮົາ.
ລູກທັງຫລາຍຂອງຜູ້ທີ່ກົດຂີ່ຂົ່ມເຫັງເຈົ້າຈະມາກົ້ມກາບຕໍ່ໜ້າເຈົ້າ;
ຄົນທັງໝົດທີ່ດູຖູກເຈົ້າຈະກົ້ມລົງທີ່ຕີນຂອງເຈົ້າ
ແລະ ຈະເອີ້ນເຈົ້າວ່າ ‘ນະຄອນຂອງພຣະເຈົ້າຢາເວ,’
‘ຊີໂອນຂອງອົງບໍລິສຸດແຫ່ງອິດສະຣາເອນ’.
“ເຖິງວ່າເຈົ້າເຄີຍຖືກປະຖິ້ມ ແລະ ກຽດຊັງ,
ບໍ່ມີຜູ້ໃດເດີນທາງຜ່ານ,
ເຮົາຈະເຮັດໃຫ້ເຈົ້າເປັນພູມໃຈຕະຫລອດໄປ
ແລະ ເປັນຄວາມຊື່ນຊົມຍິນດີຂອງຄົນທຸກລຸ້ນ.
ເຈົ້າຈະດື່ມນົມຂອງຊົນຊາດຕ່າງໆ
ແລະ ເຈົ້າຈະໄດ້ຮັບການລ້ຽງດູຈາກເອິກຂອງກະສັດ.
ຈາກນັ້ນ ເຈົ້າຈະຮູ້ວ່າ ເຮົາ, ພຣະເຈົ້າຢາເວເປັນພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າ,
ເປັນພຣະຜູ້ໄຖ່ຂອງເຈົ້າ, ເປັນອົງຜູ້ມີລິດອໍານາດຍິ່ງໃຫຍ່ຂອງຢາໂຄບ.
ເຮົາຈະນຳຄຳມາໃຫ້ເຈົ້າແທນທອງສຳລິດ,
ນຳເງິນມາແທນເຫລັກ.
ເຮົານຳທອງສຳລິດມາໃຫ້ເຈົ້າແທນໄມ້,
ແລະ ນຳເຫລັກມາແທນຫີນ.
ເຮົາຈະເຮັດໃຫ້ສັນຕິສຸກເປັນເຈົ້າເມືອງຂອງເຈົ້າ
ແລະ ຄວາມຊອບທຳເປັນຜູ້ປົກຄອງຂອງເຈົ້າ.
ຈະບໍ່ໄດ້ຍິນເລື່ອງຄວາມຮຸນແຮງໃນດິນແດນຂອງເຈົ້າອີກ,
ບໍ່ມີຄວາມຈິບຫາຍ ຫລື ການທຳລາຍໃນເຂດແດນຂອງເຈົ້າ,
ແຕ່ເຈົ້າຈະເອີ້ນກຳແພງຂອງເຈົ້າວ່າ ‘ຄວາມພົ້ນ’
ແລະ ປະຕູຂອງເຈົ້າວ່າ ‘ສັນລະເສີນ’.
ເຈົ້າບໍ່ຕ້ອງອາໄສແສງຕາເວັນຍາມກາງເວັນ,
ຫລື ຄວາມແຈ້ງສະຫວ່າງຂອງດວງເດືອນອີກຕໍ່ໄປ,
ເພາະພຣະເຈົ້າຢາເວເປັນສະຫງ່າລາສີນິລັນດອນສຳລັບເຈົ້າ.
ແລະ ພຣະເຈົ້າຂອງເຈົ້າຈະເປັນຄວາມສະຫວ່າງຂອງເຈົ້າ.
ດວງຕາເວັນຂອງເຈົ້າຈະບໍ່ຫລັບໄປອີກ,
ແລະ ດວງຈັນຂອງເຈົ້າກໍຈະບໍ່ມີແຮມ;
ພຣະເຈົ້າຢາເວຈະເປັນຄວາມສະຫວ່າງນິລັນດອນສຳລັບເຈົ້າ,
ວັນຄືນອັນທຸກໂສກຂອງເຈົ້າຈະສິ້ນສຸດລົງ.
ເມື່ອນັ້ນປະຊາຊົນທັງໝົດຂອງເຈົ້າຈະເປັນຄົນຊອບທຳ
ພວກເຂົາຈະຄອບຄອງດິນແດນຕະຫລອດໄປ.
ພວກເຂົາເປັນຕົ້ນອ່ອນທີ່ເຮົາໄດ້ປູກໄວ້,
ເປັນຜົນງານຈາກມືຂອງເຮົາ,
ເພື່ອສະແດງຄວາມຮຸ່ງເຮືອງຂອງເຮົາ.
ຜູ້ທີ່ເລັກນ້ອຍທີ່ສຸດຂອງເຈົ້າຈະກາຍເປັນພັນ,
ແລະ ຜູ້ນ້ອຍໆທີ່ສຸດຈະເປັນຊາດທີ່ຍິ່ງໃຫຍ່.
ເຮົາຄືພຣະເຈົ້າຢາເວ;
ເມື່ອເຖິງເວລາ ເຮົາກໍຈະເຮັດສິ່ງນີ້ຢ່າງວ່ອງໄວ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.