Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 61

ປີ​ແຫ່ງ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ຢາເວ

ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຢູ່​ກັບ​ຂ້ານ້ອຍ,

ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຈີມ​ຂ້ານ້ອຍ​ໄວ້

ໃຫ້​ປະກາດ​ຂ່າວ​ດີ​ແກ່​ຜູ້​ທຸກຍາກ.

ພຣະອົງ​ໄດ້​ໃຊ້​ຂ້ານ້ອຍ​ມາ​ໜູນໃຈ​ຜູ້​ຊ້ຳ​ໃຈ,

ໃຫ້​ປະກາດ​ອິດສະຫລະພາບ​ແກ່​ບັນດາ​ຊະເລີຍ

ແລະ ປົດປ່ອຍ​ນັກໂທດ​ອອກ​ຈາກ​ຄວາມ​ມືດ,

ໃຫ້​ປະກາດ​ປີ​ແຫ່ງ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ຢາເວ

ແລະ ວັນ​ແຫ່ງ​ການ​ແກ້ແຄ້ນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ,

ໃຫ້​ເລົ້າໂລມ​ທຸກຄົນ​ທີ່​ໂສກເສົ້າ​ຮ້ອງໄຫ້,

ແລະ ຈັດຕຽມ​ສໍາລັບ​ຜູ້​ທີ່​ໂສກເສົ້າ​ໃນ​ຊີໂອນ

ມອບ​ມົງກຸດ​ແຫ່ງ​ຄວາມ​ງາມ

ແທນ​ຂີ້​ເທົ່າ,

ມອບ​ນ້ຳມັນ​ແຫ່ງ​ຄວາມ​ຍິນດີ

ແທນ​ການ​ໄວ້ທຸກ,

ແລະ ເຄື່ອງ​ນຸ່ງ​ຫົ່ມ​ແຫ່ງ​ການ​ສັນລະເສີນ

ແທນ​ວິນຍານ​ແຫ່ງ​ຄວາມ​ສິ້ນຫວັງ.

ພວກເຂົາ​ຈະ​ຖືກ​ເອີ້ນ​ວ່າ​ຕົ້ນໂອກ​ແຫ່ງ​ຄວາມ​ຊອບທຳ,

ເປັນ​ຕົ້ນໄມ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ປູກ​ໄວ້

ເພື່ອ​ສະແດງ​ຄວາມ​ຮຸ່ງເຮືອງ​ຂອງ​ພຣະອົງ.

ພວກເຂົາ​ຈະ​ສ້າງ​ຊາກ​ບູຮານ​ທີ່​ຫັກພັງ​ຂຶ້ນ​ໃໝ່

ແລະ ສ້າງ​ສະຖານ​ທີ່​ຕ່າງໆ​ທີ່​ຖືກ​ທຳລາຍ​ເມື່ອ​ດົນນານ​ມາ​ແລ້ວ​ຂຶ້ນ​ໃໝ່;

ພວກເຂົາ​ຈະ​ຟື້ນຟູ​ເມືອງ​ຫັກພັງ​ທັງຫລາຍ

ທີ່​ຖືກ​ທຳລາຍ​ມາ​ຫລາຍ​ຊົ່ວ​ອາຍຸ​ຄົນ.

ຄົນ​ແປກໜ້າ​ຈະ​ລ້ຽງດູ​ຝູງ​ແກະ​ຂອງ​ເຈົ້າ;

ຄົນ​ຕ່າງຊາດ​ຈະ​ເຮັດວຽກ​ໃນ​ທົ່ງນາ ແລະ ໃນ​ສວນ​ອະງຸ່ນ​ຂອງ​ເຈົ້າ.

ແລະ ເຈົ້າ​ຈະ​ເອີ້ນ​ວ່າ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາເວ,

ເຈົ້າ​ຈະ​ໄດ້​ຊື່​ວ່າ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

ເຈົ້າ​ຈະ​ອິ່ມ​ດ້ວຍ​ຊັບສົມບັດ​ຂອງ​ຊົນຊາດ​ຕ່າງໆ,

ແລະ ເຈົ້າ​ຈະ​ອວດ​ຄວາມ​ຍິ່ງໃຫຍ່​ຂອງ​ພວກເຂົາ.

ພວກເຈົ້າ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ເປັນ​ສອງ​ເທົ່າ,

ແທນ​ຄວາມ​ອັບອາຍ​ຂອງ​ພວກເຈົ້າ

ພວກເຈົ້າ​ຈະ​ຊື່ນຊົມຍິນດີ​ໃນ​ມໍລະດົກ​ຂອງ​ຕົນ.

ແທນ​ຄວາມ​ອັບອາຍ​ຂາຍ​ໜ້າ.

ເພາະ​ສະນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ເປັນ​ສອງ​ເທົ່າ​ໃນ​ແຜ່ນດິນ​ຂອງ​ພວກເຈົ້າ,

ແລະ ຄວາມ​ຊື່ນຊົມ​ຍິນດີ​ຕະຫລອດໄປ​ຈະ​ເປັນ​ຂອງ​ພວກເຈົ້າ.

“ເພາະ​ເຮົາ, ພຣະເຈົ້າ​ຢາເວ, ຮັກ​ຄວາມ​ຍຸຕິທຳ:

ເຮົາ​ກຽດຊັງ​ການ​ປຸ້ນ​ຈີ້ ແລະ ການ​ເຮັດ​ຜິດ.

ເຮົາ​ຈະ​ໃຫ້​ບຳເໜັດ​ຢ່າງ​ສັດຊື່​ແກ່​ປະຊາຊົນ​ຂອງ​ເຮົາ

ແລະ ຈະ​ເຮັດ​ຄຳໝັ້ນສັນຍາ​ຕະຫລອດໄປ​ກັບ​ພວກເຂົາ.

ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ເປັນ​ທີ່​ຮູ້ຈັກ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ

ແລະ ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເປັນ​ທີ່​ຮູ້ຈັກ​ທ່າມກາງ​ຊົນຊາດ​ທັງຫລາຍ.

ທຸກຄົນ​ທີ່​ເຫັນ​ພວກເຂົາ​ຈະ​ຮູ້​ວ່າ

ພວກເຂົາ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ອວຍພອນ”.

ຂ້ານ້ອຍ​ຍິນດີ​ໃນ​ພຣະເຈົ້າ​ຢາເວ​ຫລາຍ;

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

ເພາະ​ພຣະອົງ​ໄດ້​ຮົ່ມ​ຂ້ານ້ອຍ​ດ້ວຍ​ເຄື່ອງນຸ່ງ​ແຫ່ງ​ຄວາມພົ້ນ​ໃຫ້

ແລະ ໃຫ້​ຂ້ານ້ອຍ​ໃສ່​ເສື້ອຄຸມ​ແຫ່ງ​ຄວາມ​ຊອບທຳ,

ດັ່ງ​ເຈົ້າບ່າວ​ປະດັບ​ຫົວ​ຄື​ປະໂລຫິດ,

ແລະ ເໝືອນ​ເຈົ້າສາວ​ປະດັບ​ກາຍ​ດ້ວຍ​ເພັດ​ນິນ​ຈິນດາ.

ເພາະ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກ​ຂຶ້ນ​ມາ

ແລະ ສວນ​ເຮັດ​ໃຫ້​ເມັດ​ພັນ​ງອກ​ງາມ​ໄດ້​ສັນໃດ

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ໃຫ້​ຄວາມ​ຊອບທຳ ແລະ ການ​ສັນລະເສີນ

ປາກົດ​ຂຶ້ນ​ຕໍ່ໜ້າ​ທຸກ​ຊົນຊາດ​ສັນນັ້ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.