Biblica® Open Lao Contemporary Version
ເອຊາຢາ 62
ຊື່ໃໝ່ຂອງຊີໂອນ
ເພື່ອເຫັນແກ່ຊີໂອນ ຂ້ານ້ອຍຈະບໍ່ມິດງຽບ,
ເພື່ອເຫັນແກ່ເຢຣູຊາເລັມ ຂ້າພະເຈົ້າຈະບໍ່ສືບຕໍ່ມິດງຽບ,
ຈົນກວ່າຄວາມຊອບທຳຂອງນະຄອນນີ້ຈະສ່ອງແສງດັ່ງຮຸ່ງອາລຸນ,
ແລະ ຄວາມພົ້ນສ່ອງແຈ້ງດັ່ງທວນໄຟ.
ຊົນຊາດທັງຫລາຍຈະເຫັນຄວາມຊອບທຳຂອງເຈົ້າ,
ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ;
ເຈົ້າຈະຖືກເອີ້ນດ້ວຍຊື່ໃໝ່
ຄືຊື່ທີ່ປາກຂອງພຣະເຈົ້າຢາເວໄດ້ມອບໃຫ້.
ເຈົ້າຈະເປັນມົງກຸດທີ່ສະຫງ່າງາມໃນມືຂອງພຣະເຈົ້າຢາເວ,
ເປັນມົງກຸດໃນມືພຣະເຈົ້າຂອງເຈົ້າ.
ພວກເຂົາຈະບໍ່ເອີ້ນເຈົ້າວ່າ ດິນແດນທີ່ຖືກປະຖິ້ມ,
ຫລື ບ່ອນຮົກຮ້າງອີກຕໍ່ໄປ.
ແຕ່ເຈົ້າຈະໄດ້ຊື່ວ່າ ເຮົາພໍໃຈໃນນໍານາງ,
ແລະ ແຜ່ນດິນຂອງເຈົ້າຈະມີຊື່ວ່າແຕ່ງງານແລ້ວ;
ເພາະພຣະເຈົ້າຢາເວຈະປິຕິຍິນດີໃນຕົວເຈົ້າ,
ແລະ ດິນແດນຂອງເຈົ້າຈະໄດ້ແຕ່ງງານ;
ດັ່ງຊາຍໜຸ່ມແຕ່ງງານກັບຍິງໜຸ່ມ,
ດັ່ງນັ້ນ ພຣະຜູ້ສ້າງຂອງເຈົ້າຈະແຕ່ງງານກັບເຈົ້າ;
ດັ່ງເຈົ້າບ່າວຊື່ນຊົມຍິນດີໃນເຈົ້າສາວຂອງຕົນ,
ດັ່ງນັ້ນ ພຣະເຈົ້າຂອງເຈົ້າຈະຊື່ນຊົມຍິນດີໃນຕົວເຈົ້າ.
ເຢຣູຊາເລັມ, ເຮົາໄດ້ຕັ້ງຍາມໄວ້ເທິງກຳແພງຂອງເຈົ້າ;
ພວກເຂົາຈະບໍ່ມິດງຽບຢູ່ທັງກາງເວັນ ຫລື ກາງຄືນ.
ເຈົ້າຜູ້ຮ້ອງຫາພຣະເຈົ້າຢາເວ,
ຈົ່ງຢ່າຢຸດພັກ,
ແລະ ຢ່າໃຫ້ພຣະເຈົ້າຢຸດພັກຈົນພຣະອົງໄດ້ຕັ້ງເຢຣູຊາເລັມ
ແລະ ເຮັດໃຫ້ເປັນທີ່ຍົກຍ້ອງໃນໂລກ.
ພຣະເຈົ້າຢາເວໄດ້ຍົກມືຂວາ
ແລະ ແຂນອັນຍິ່ງໃຫຍ່ສາບານວ່າ:
“ເຮົາຈະບໍ່ເອົາເມັດເຂົ້າຂອງເຈົ້າ
ໃຫ້ເປັນອາຫານຂອງສັດຕູອີກຕໍ່ໄປ,
ແລະ ຄົນຕ່າງຊາດຈະບໍ່ໄດ້ດື່ມເຫລົ້າອະງຸ່ນໃໝ່
ທີ່ເປັນເຫື່ອແຮງຂອງເຈົ້າອີກຕໍ່ໄປ;
ແຕ່ຜູ້ທີ່ເກັບກ່ຽວຈະໄດ້ກິນ
ແລະ ສັນລະເສີນພຣະເຈົ້າຢາເວ,
ແລະ ຜູ້ທີ່ເກັບອະງຸ່ນຈະດື່ມເຫລົ້າອະງຸ່ນ
ໃນເດີນວິຫານຂອງເຮົາ”.
ຈົ່ງອອກໄປ, ຈົ່ງອອກໄປທາງປະຕູ!
ຈົ່ງຕຽມຫົນທາງສຳລັບປະຊາຊົນຂອງເຮົາ.
ຈົ່ງສ້າງຂຶ້ນ, ຈົ່ງສ້າງທາງຂຶ້ນ!
ຈົ່ງເກັບຫີນອອກໄປ.
ຈົ່ງຍົກທຸງຂຶ້ນສຳລັບຊົນຊາດຕ່າງໆ.
ພຣະເຈົ້າຢາເວໄດ້ປະກາດ
ໄປຈົນສຸດປາຍແຜ່ນດິນໂລກວ່າ:
“ຈົ່ງບອກລູກສາວຂອງຊີໂອນວ່າ,
‘ຈົ່ງເບິ່ງ, ພຣະຜູ້ໄຖ່ໃຫ້ພົ້ນຂອງເຈົ້າມາແລ້ວ,
ຈົ່ງເບິ່ງ, ບໍາເໜັດລາງວັນຢູ່ກັບພຣະອົງ,
ແລະ ລາງວັນຂອງພຣະອົງກໍຕິດຕາມພຣະອົງມາ’ ”.
ພວກເຂົາຈະໄດ້ຊື່ວ່າ “ປະຊາຊົນຜູ້ບໍລິສຸດ”,
ແລະ “ຜູ້ທີ່ພຣະເຈົ້າຢາເວໄດ້ໄຖ່ໄວ້”;
ແລະ ເຈົ້າຈະໄດ້ຊື່ວ່າ “ເປັນທີ່ຕ້ອງການ”,
ແລະ “ນະຄອນທີ່ບໍ່ຖືກປະຖິ້ມອີກຕໍ່ໄປ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.