Biblica® Open Lao Contemporary Version
ເອຊາຢາ 63
ວັນແຫ່ງການແກ້ແຄ້ນ ແລະ ການໄຖ່ບາບຂອງພຣະເຈົ້າ
ນີ້ຄືຜູ້ໃດນໍກໍາລັງມາຈາກເອໂດມ,
ຈາກໂບຊະຣາ, ເຄື່ອງນຸ່ງຂອງລາວເປື້ອນດ້ວຍສີແດງເຂັ້ມ?
ນີ້ຄືຜູ້ໃດນໍ, ທີ່ໃສ່ເຄື່ອງນຸ່ງສະຫງ່າງາມ,
ກໍາລັງອອກໜ້າໄປດ້ວຍກຳລັງອັນຍິ່ງໃຫຍ່ຂອງລາວ?
“ເຮົາຄືຜູ້ນັ້ນ, ທີ່ປະກາດໄຊຊະນະ,
ຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ພົ້ນໄດ້”.
ເປັນຫຍັງເຄື່ອງນຸ່ງຂອງພຣະອົງຈຶ່ງມີສີແດງເຂັ້ມ,
ຄືກັນກັບເຄື່ອງນຸ່ງຂອງຄົນທີ່ຢໍ່າໝາກອະງຸ່ນ?
“ເຮົາໄດ້ຢຽບຢໍ່າອ່າງອະງຸ່ນຜູ້ດຽວ;
ບໍ່ມີຜູ້ໃດຈາກຊົນຊາດໃດຢູ່ກັບເຮົາ.
ເຮົາຢຽບພວກເຂົາດ້ວຍຄວາມໃຈຮ້າຍ
ແລະ ຢຽບຢ່ຳພວກເຂົາລົງດ້ວຍຄວາມໂກດຮ້າຍຂອງເຮົາ;
ເລືອດຂອງພວກເຂົາເປື້ອນເຄື່ອງນຸ່ງຂອງເຮົາ,
ແລະ ເຮົາໄດ້ເຮັດໃຫ້ເຄື່ອງນຸ່ງຂອງເຮົາເປື້ອນຫມົດ.
ມັນເປັນມື້ແກ້ແຄ້ນສໍາລັບເຮົາ;
ປີແຫ່ງການໄຖ່ຂອງເຮົາໄດ້ມາຮອດແລ້ວ.
ເຮົາໄດ້ແນມເບິ່ງ, ແຕ່ບໍ່ມີຜູ້ໃດມາຊ່ວຍ,
ເຮົາຕົກໃຈທີ່ບໍ່ມີຜູ້ໃດສະໜັບສະໜູນ;
ດັ່ງນັ້ນ ມືຂອງເຮົາເອງຈຶ່ງນຳຄວາມພົ້ນມາເພື່ອເຮົາ,
ແລະ ຄວາມໂກດຮ້າຍຂອງເຮົາເອງທີ່ຊູເຮົາໄວ້.
ເຮົາຢຽບຢໍ່າຊົນຊາດທັງຫລາຍດ້ວຍຄວາມໃຈຮ້າຍຂອງເຮົາ;
ດ້ວຍຄວາມໂກດຮ້າຍຂອງເຮົາ ເຮົາເຮັດໃຫ້ພວກເຂົາມຶນເມົາ
ແລະ ເທເລືອດຂອງພວກເຂົາລົງພື້ນດິນ”.
ຄຳສັນລະເສີນ ແລະ ຄຳອະທິຖານ
ຂ້ານ້ອຍຈະກ່າວເຖິງພຣະກະລຸນາຂອງພຣະເຈົ້າຢາເວ,
ເລົ່າເຖິງການກະທໍາທີ່ພຣະອົງສົມຄວນໄດ້ຮັບການສັນລະເສີນ,
ເຖິງທຸກສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອພວກເຮົາ
ແມ່ນແລ້ວ, ສິ່ງດີໆຫລາຍຢ່າງ
ທີ່ພຣະອົງໄດ້ເຮັດເພື່ອຊົນຊາດອິດສະຣາເອນ,
ຕາມຄວາມກະລຸນາ ແລະ ຄວາມດີອັນເຫລືອລົ້ນຂອງພຣະອົງ.
ພຣະອົງກ່າວວ່າ, “ແທ້ຈິງ ພວກເຂົາເປັນປະຊາຊົນຂອງເຮົາ,
ເປັນລູກທີ່ຊື່ສັດຕໍ່ເຮົາ”;
ແລະ ດັ່ງນັ້ນ ພຣະອົງກໍໄດ້ກາຍເປັນພຣະຜູ້ຊ່ວຍຂອງພວກເຂົາ.
ພຣະອົງທຸກໃຈໃນຄວາມທັງໝົດຂອງພວກເຂົາເຊັ່ນກັນ,
ແລະ ເທວະດາທີ່ຢູ່ຕໍ່ໜ້າພຣະອົງກໍຊ່ວຍພວກເຂົາໃຫ້ພົ້ນ.
ພຣະອົງໄດ້ໄຖ່ພວກເຂົາດ້ວຍຄວາມຮັກ ແລະ ຄວາມເມດຕາ;
ພຣະອົງໄດ້ຍົກພວກເຂົາຂຶ້ນ ແລະ ອຸ້ມພວກເຂົາໄວ້
ຕະຫລອດວັນຄືນທັງໝົດໃນສະໄໝກ່ອນ.
ເຖິງປານນັ້ນ ພວກເຂົາກໍກະບົດ
ແລະ ເຮັດໃຫ້ພຣະວິນຍານບໍລິສຸດຂອງພຣະອົງເສຍໃຈ.
ດັ່ງນັ້ນ ພຣະອົງຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາ
ແລະ ພຣະອົງເອງກໍຕໍ່ສູ້ພວກເຂົາ.
ດັ່ງນັ້ນ ປະຊາຊົນທັງຫລາຍຂອງພຣະອົງກໍລະນຶກເຖິງວັນຄືນໃນອະດີດ,
ສະໄໝໂມເຊ ແລະ ປະຊາຊົນທັງຫລາຍຂອງພຣະອົງ
ໃນບ່ອນທີ່ພຣະອົງໄດ້ນຳພວກເຂົາຂ້າມທະເລ,
ດ້ວຍຄົນລ້ຽງແກະຂອງພຣະອົງນັ້ນຢູ່ໃສ?
ພຣະອົງຜູ້ໄດ້ສົ່ງພຣະວິນຍານບໍລິສຸດ
ມາຢູ່ທ່າມກາງພວກເຂົານັ້ນຢູ່ໃສ,
ຜູ້ໃຫ້ແຂນແຫ່ງລິດອໍານາດອັນສະຫງ່າລາສີ
ມາຢູ່ທີ່ມືຂວາຂອງໂມເຊ,
ຜູ້ແຍກນ້ຳທະເລຕໍ່ໜ້າພວກເຂົາ,
ເຮັດໃຫ້ກຽດເປັນຂອງພຣະອົງເອງຕະຫລອດໄປ,
ຜູ້ໃດໄດ້ນໍາພວກເຂົາຂ້າມບ່ອນນໍ້າເລິກ?
ພວກເຂົາບໍ່ສະດຸດລົ້ມ,
ເໝືອນມ້າແລ່ນຢ່າງສະບາຍໃນທົ່ງກວ້າງ;
ພຣະວິນຍານຂອງພຣະເຈົ້າຢາເວໄດ້ໃຫ້ພວກເຂົາພັກສະຫງົບ,
ເໝືອນຝູງສັດທີ່ລົງໄປຍັງທົ່ງຮາບພຽງ.
ພຣະອົງໄດ້ນຳປະຊາຊົນຂອງພຣະອົງໄປແບບນີ້
ແລະ ເຮັດໃຫ້ຊື່ສຽງຂອງພຣະອົງເອງເປັນທີ່ຍົກຍ້ອງ.
ຂໍໂຜດແນມເບິ່ງຈາກສະຫວັນ,
ເບິ່ງຈາກບ່ອນນັ່ງອັນສູງສົ່ງ, ບໍລິສຸດ ແລະ ມີສະຫງ່າລາສີ.
ຄວາມກະຕືລືລົ້ນ ແລະ ລິດອໍານາດຍິ່ງໃຫຍ່ຂອງພຣະອົງຢູ່ໃສ?
ຄວາມກະລຸນາປານີ ແລະ ຄວາມເມດຕາສົງສານຂອງພຣະອົງຖືກຢຶດໜ່ວງໄປຈາກພວກຂ້ານ້ອຍ.
ແຕ່ພຣະອົງເປັນພະບິດາຂອງພວກຂ້ານ້ອຍ,
ເຖິງແມ່ນອັບຣາຮາມບໍ່ຮູ້ຈັກພວກຂ້ານ້ອຍ
ຫລື ອິດສະຣາເອນບໍ່ຍອມຮັບພວກຂ້ານ້ອຍ;
ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພະບິດາຂອງພວກຂ້ານ້ອຍ,
ພຣະຜູ້ໄຖ່ຂອງພວກເຮົາຕັ້ງແຕ່ສະໄໝກ່ອນ,
ຂ້າແດ່, ພຣະເຈົ້າຢາເວ ເປັນຫຍັງຈຶ່ງເຮັດໃຫ້ພວກຂ້ານ້ອຍຫລົງຈາກທາງຂອງພຣະອົງ
ແລະ ເຮັດໃຫ້ຈິດໃຈຂອງພວກຂ້ານ້ອຍແຂງກະດ້າງຈົນບໍ່ຢຳເກງພຣະອົງ?
ຂໍໂຜດກັບມາເພື່ອເຫັນແກ່ຜູ້ຮັບໃຊ້ຂອງພຣະອົງ?
ເຜົ່າຕ່າງໆທີ່ເປັນກຳມະສິດຂອງພຣະອົງ.
ປະຊາຊົນຂອງພຣະອົງຄອບຄອງບ່ອນບໍລິສຸດຂອງພຣະອົງຢູ່ຊົ່ວໄລຍະໜຶ່ງ,
ແຕ່ບັດນີ້ ບັນດາສັດຕູຂອງພວກຂ້ານ້ອຍໄດ້ຢຽບຢໍ່າບ່ອນນະມັດສະການຂອງພຣະອົງແລ້ວ,
ພວກຂ້ານ້ອຍເປັນຂອງພຣະອົງມາຕັ້ງແຕ່ອະດີດ;
ແຕ່ພຣະອົງບໍ່ໄດ້ປົກຄອງພວກຂ້ານ້ອຍ,
ພວກຂ້ານ້ອຍກໍບໍ່ໄດ້ຖືກເອີ້ນຕາມຊື່ຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.