Biblica® Open Lao Contemporary Version
ເອຊາຢາ 64
ໂອ, ຢາກໃຫ້ພຣະອົງແຫວກຟ້າສະຫວັນ ແລະ ລົງມາ,
ໃຫ້ພູເຂົາທັງຫລາຍສັ່ນສະທ້ານຕໍ່ໜ້າພຣະອົງ!
ດັ່ງຕອນໄຟເຜົາກິ່ງໄມ້ໝົດ
ແລະ ເຮັດໃຫ້ນ້ຳຟົດ,
ຂໍໂຜດລົງມາເພື່ອເຮັດໃຫ້ຊື່ຂອງພຣະອົງເປັນທີ່ຮູ້ຈັກແກ່ພວກສັດຕູ
ແລະ ເຮັດໃຫ້ຊົນຊາດທັງຫລາຍສັ່ນສະທ້ານຕໍ່ໜ້າພຣະອົງ!
ເພາະເມື່ອພຣະອົງໄດ້ເຮັດສິ່ງທີ່ໜ້າອັດສະຈັນທີ່ພວກຂ້ານ້ອຍບໍ່ຄາດຄິດ,
ຄືພຣະອົງໄດ້ລົງມາ, ແລະ ພູເຂົາທັງຫລາຍກໍສັ່ນສະທ້ານຢ້ານກົວຕໍ່ໜ້າພຣະອົງ.
ຕັ້ງແຕ່ສະໄໝບູຮານບໍ່ເຄີຍມີຜູ້ໃດໄດ້ຍິນ,
ບໍ່ເຄີຍມີຜູ້ໃດໄດ້ຟັງ,
ບໍ່ເຄີຍມີຜູ້ໃດໄດ້ເຫັນພຣະເຈົ້າອົງໃດນອກຈາກພຣະອົງ,
ຜູ້ໄດ້ກະທຳການເພື່ອຄົນທັງຫລາຍທີ່ລໍຄອຍພຣະອົງ.
ພຣະອົງລົງມາຊ່ວຍເຫລືອຄົນທັງຫລາຍທີ່ຍິນດີເຮັດສິ່ງທີ່ຖືກຕ້ອງ,
ຜູ້ລະນຶກເຖິງວິຖີທາງຂອງພຣະອົງ.
ແຕ່ເມື່ອພວກຂ້ານ້ອຍຍັງເຮັດບາບຕໍ່ສູ້ຄວາມຖືກຕ້ອງ,
ພຣະອົງກໍໂກດຮ້າຍ.
ແລ້ວພວກຂ້ານ້ອຍຈະພົ້ນໄດ້ຢ່າງໃດ?
ພວກຂ້ານ້ອຍທັງໝົດໄດ້ກາຍເປັນຜູ້ມີມົນທິນ,
ແລະ ການກະທໍາອັນຊອບທຳຂອງພວກຂ້ານ້ອຍທັງໝົດເໝືອນຜ້າເສດທີ່ເປື້ອນ;
ພວກຂ້ານ້ອຍທັງໝົດຫ່ຽວແຫ້ງດັ່ງໃບໄມ້ຫລົ່ນ,
ແລະ ບາບຂອງພວກຂ້ານ້ອຍເປັນດັ່ງລົມພັດເອົາພວກຂ້ານ້ອຍປິວໄປ.
ບໍ່ມີໃຜຮ້ອງຫາຊື່ຂອງພຣະອົງ
ຫລື ພະຍາຍາມຈະຢຶດພຣະອົງໄວ້;
ເພາະພຣະອົງໄດ້ເຊື່ອງໜ້າຈາກພວກຂ້ານ້ອຍ
ແລະ ໄດ້ມອບພວກຂ້ານ້ອຍໃຫ້ແກ່ບາບທັງຫລາຍຂອງພວກຂ້ານ້ອຍ.
ເຖິງປານນັ້ນ, ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພຣະບິດາຂອງພວກຂ້ານ້ອຍ.
ພວກຂ້ານ້ອຍເປັນດິນໜຽວ, ພຣະອົງເປັນຊ່າງປັ້ນ;
ພວກຂ້ານ້ອຍທັງໝົດເປັນຜົນງານຈາກມືຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ, ຂໍຢ່າໃຈຮ້າຍຫລາຍເກີນຂອບເຂດ;
ຂໍຢ່າຈົດຈຳບາບທັງຫລາຍຂອງພວກຂ້ານ້ອຍຕະຫລອດໄປ.
ໂອ, ພວກຂ້ານ້ອຍອະທິຖານ, ຂໍໂຜດແນມເບິ່ງພວກຂ້ານ້ອຍ,
ເພາະພວກຂ້ານ້ອຍເປັນປະຊາຊົນຂອງພຣະອົງ.
ນະຄອນບໍລິສຸດຂອງພຣະອົງກາຍເປັນບ່ອນຮົກຮ້າງ;
ແມ່ນແຕ່ຊີໂອນກໍເປັນບ່ອນຮົກຮ້າງ, ນະຄອນເຢຣູຊາເລັມຖືກຖິ້ມຮ້າງ.
ວິຫານອັນສັກສິດ ແລະ ມີສະຫງ່າລາສີຂອງພວກຂ້ານ້ອຍ, ຄືບ່ອນທີ່ພວກບັນພະບຸລຸດຂອງພວກຂ້ານ້ອຍໃຊ້ເປັນບ່ອນສັນລະເສີນພຣະອົງນັ້ນ
ຖືກເຜົາດ້ວຍໄຟ,
ແລະ ທຸກສິ່ງທີ່ພວກຂ້ານ້ອຍຖືວ່າມີຄ່າກໍຢູ່ໃນສະພາບເພພັງ.
ຂ້າແດ່ພຣະເຈົ້າຢາເວ, ຫລັງຈາກນີ້ທັງໝົດ, ພຣະອົງຈະຫ້າມພຣະອົງໄວ້ບໍ?
ພຣະອົງຈະຍັງຄົງມິດງຽບ ແລະ ລົງໂທດພວກຂ້ານ້ອຍຢ່າງເກີນຂອບເຂດຢູ່ບໍ?
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.