Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 65

ການ​ພິພາກສາ ແລະ ຄວາມພົ້ນ

“ເຮົາ​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ;

ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ.

ຊົນຊາດ​ທີ່​ບໍ່​ໄດ້​ຮ້ອງ​ຫາ​ຊື່​ຂອງ​ເຮົາ,

ເຮົາ​ກໍ​ກ່າວ​ກັບ​ພວກເຂົາ​ວ່າ, ‘ເຮົາ​ຢູ່​ບ່ອນນີ້, ເຮົາ​ຢູ່​ບ່ອນນີ້’.

ຕະຫລອດ​ວັນ​ເຮົາ​ໄດ້​ຍື່ນ​ມື​ອອກ

ໃຫ້​ແກ່​ຊົນຊາດ​ທີ່​ດື້ດ້ານ,

ທີ່​ດຳເນີນ​ຕາມ​ວິຖີທາງ​ອັນ​ບໍ່​ດີ​ບໍ່​ງາມ,

ເຮັດ​ຕາມ​ຄວາມ​ຄິດ​ຈິນຕະນາການ​ຂອງ​ໂຕ​ເອງ

ຄື​ຊົນຊາດ​ທີ່​ຍົວະ​ໃຫ້​ເຮົາ​ໂກດຮ້າຍ

ຢູ່​ຕໍ່ໜ້າ​ເຮົາ,

ພວກເຂົາ​ຖວາຍ​ເຄື່ອງບູຊາ​ຕາມ​ສວນ​ຕ່າງໆ

ແລະ ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ດິນຈີ່;

ພວກເຂົາ​ນັ່ງ​ຕາມ​ຂຸມຝັງສົບ

ແລະ ເຝົ້າ​ຢູ່​ລັບໆ​ຕະຫລອດ​ຄືນ;

ພວກເຂົາ​ກິນ​ຊີ້ນ​ໝູ,

ແລະ ໃນ​ໝໍ​ຂອງ​ພວກເຂົາ​ນັ້ນ​ມີ​ນ້ຳ​ແກງ​ຊີ້ນສັດ​ທີ່​ເປັນ​ມົນທິນ​ຢູ່;

ຄົນ​ຜູ້​ກ່າວ​ວ່າ, ‘ຈົ່ງ​ຫລີກ​ໄປ; ຢ່າ​ເຂົ້າ​ມາ​ໃກ້​ຂ້ອຍ,

ເພາະ​ຂ້ອຍ​ບໍລິສຸດ​ກວ່າ​ເຈົ້າ!’

ຄົນ​ເຊັ່ນ​ນີ້​ເປັນ​ດັ່ງ​ຄວັນ​ໃນ​ດັງ​ຂອງ​ເຮົາ,

ເປັນ​ໄຟ​ທີ່​ລຸກໄໝ້​ຕະຫລອດ​ໄປ.

“ເບິ່ງ​ແມ, ມີ​ຂຽນ​ໄວ້​ຕໍ່ໜ້າ​ເຮົາ​ສະເໝີ​ວ່າ:

ເຮົາ​ຈະ​ບໍ່​ມິດງຽບ ແຕ່​ຈະ​ຕອບ​ແທນ​ເຕັມທີ່;

ເຮົາ​ຈະ​ຕອບ​ສະໜອງ​ພວກເຂົາ​ຢ່າງ​ເຕັມ​ຂະໜາດ

ທັງ​ບາບ​ຂອງ​ພວກເຂົາ ແລະ ບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ”,

ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.

“ເພາະ​ພວກເຂົາ​ໄດ້​ເຜົາ​ເຄື່ອງບູຊາ​ເທິງ​ພູເຂົາ​ທັງຫລາຍ

ແລະ ດູໝິ່ນ​ເຮົາ​ເທິງ​ເນີນພູ​ທັງຫລາຍ,

ເຮົາ​ຈະ​ຕອບ​ສະໜອງ​ພວກເຂົາ​ຢ່າງ​ເຕັມ​ທີ່

ຍ້ອນ​ການ​ກະທໍາ​ດັ້ງເດີມ​ຂອງ​ພວກເຂົາ”.

ພຣະເຈົ້າ​ຢາເວ​ກ່າວ​ວ່າ:

“ເໝືອນ​ຍັງ​ມີ​ນ້ຳ​ໝາກ​ອະງຸ່ນ​ເຫລືອ​ຢູ່​ໃນ​ພວງ​ອະງຸ່ນ

ແລະ ມີ​ປະຊາຊົນ​ເວົ້າ​ວ່າ, ‘ຢ່າ​ທຳລາຍ​ມັນ​ຖິ້ມ,

ມັນ​ຍັງ​ມີ​ດີ​ຢູ່’,

ດັ່ງນັ້ນ ເຮົາ​ກໍ​ຈະເຮັດ​ແບບນັ້ນ​ເພື່ອ​ຜູ້ຮັບໃຊ້​ຂອງ​ເຮົາ;

ເຮົາ​ຈະ​ບໍ່​ທຳລາຍ​ພວກເຂົາ​ໝົດ.

ເຮົາ​ຈະ​ນຳ​ລູກ​ຫລານ​ຈາກ​ຢາໂຄບ,

ແລະ ຈາກ​ຢູດາ​ອອກ​ມາ​ຄື​ຜູ້​ທີ່​ຈະ​ຄອບຄອງ​ພູເຂົາ​ຕ່າງໆ​ຂອງ​ເຮົາ;

ປະຊາຊົນ​ທີ່​ເຮົາ​ເລືອກ​ຈະ​ໄດ້​ຮັບ​ພວກມັນ​ເປັນ​ມໍລະດົກ,

ແລະ ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ອາໄສ​ຢູ່​ທີ່ນັ້ນ.

ທົ່ງຫຍ້າ​ຊາໂຣນ​ຈະ​ເປັນ​ທົ່ງຫຍ້າ​ສຳລັບ​ຝູງ​ແກະ

ແລະ ຮ່ອມພູ​ອາໂຄ​ຈະ​ເປັນ​ບ່ອນ​ພັກ​ສຳລັບ​ຝູງສັດ,

ເພື່ອ​ປະຊາຊົນ​ຂອງ​ເຮົາ​ທີ່​ສະແຫວງຫາ​ເຮົາ.

“ແຕ່​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າ​ຢາເວ

ແລະ ລືມ​ພູເຂົາ​ສັກສິດ​ຂອງ​ເຮົາ,

ຜູ້​ກາງ​ໂຕະ​ໃຫ້​ພະ​ແຫ່ງ​ໂຊກລາບ

ແລະ ຕື່ມ​ເຫລົ້າ​ອະງຸ່ນ​ປະສົມ​ໃຫ້​ພະ​ແຫ່ງ​ຊາຕາກໍາ,

ເຮົາ​ຈະ​ກຳນົດ​ຄົມ​ດາບ​ໃຫ້​ເປັນ​ຊາຕາກຳ​ຂອງ​ພວກເຈົ້າ,

ແລະ ພວກເຈົ້າ​ທັງໝົດ​ຈະ​ກົ້ມ​ລົງ​ຮັບ​ການ​ຂ້າ;

ເພາະ​ເຮົາ​ໄດ້​ຮ້ອງ​ແຕ່​ເຈົ້າ​ກໍ​ບໍ່​ຕອບ,

ເຮົາ​ເວົ້າ​ແຕ່​ເຈົ້າ​ບໍ່​ຟັງ.

ເຈົ້າ​ເຮັດ​ຊົ່ວ​ໃນ​ສາຍຕາ​ຂອງ​ເຮົາ

ແລະ ເລືອກ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ພໍໃຈ”.

ສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ:

“ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ກິນ,

ແຕ່​ເຈົ້າ​ຈະ​ອຶດຫິວ;

ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ດື່ມ,

ແຕ່​ເຈົ້າ​ຈະ​ກະຫາຍ

ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ຊື່ນຊົມຍິນດີ,

ແຕ່​ເຈົ້າ​ຈະ​ຕ້ອງ​ອັບອາຍ​ຂາຍໜ້າ.

ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ຮ້ອງເພງ

ດ້ວຍ​ຈິດໃຈ​ທີ່​ຊື່ນຊົມ​ຍິນດີ,

ແຕ່​ເຈົ້າ​ຈະ​ຮ້ອງ​ອອກ​ມາ

ດ້ວຍ​ຄວາມ​ທຸກທໍລະມານ​ໃຈ

ແລະ ຮ້ອງໄຫ້​ດ້ວຍ​ຫົວໃຈ​ທີ່​ແຕກສະຫລາຍ.

ເຈົ້າ​ຈະ​ເຫລືອ​ໄວ້​ແຕ່​ຊື່

ເປັນ​ຄຳສາບແຊ່ງ​ໃນ​ບັນດາ​ຜູ້​ທີ່​ຖືກ​ເລືອກ​ຂອງ​ເຮົາ;

ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ຂ້າ​ເຈົ້າ,

ສ່ວນ​ຜູ້ຮັບໃຊ້​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຊື່​ອື່ນ​ແກ່​ພວກເຂົາ.

ຜູ້ໃດ​ຈະ​ກ່າວ​ອວຍພອນ​ໃນ​ດິນແດນ​ນັ້ນ

ກໍ​ຈະ​ກ່າວ​ໂດຍ​ອ້າງ​ເຖິງ​ພຣະເຈົ້າ​ແຫ່ງ​ຄວາມຈິງ;

ຜູ້ໃດ​ຈະ​ກ່າວ​ສາບານ​ໃນ​ດິນແດນ​ນັ້ນ

ກໍ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ພຣະເຈົ້າ​ແຫ່ງ​ຄວາມຈິງ.

ເພາະ​ຄວາມ​ທຸກ​ລຳບາກ​ໃນ​ອະດີດ​ຈະ​ຖືກ​ລືມ

ແລະ ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ເຮົາ.

ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນ​ໂລກ​ໃໝ່

“ເບິ່ງ​ແມ, ເຮົາ​ຈະ​ສ້າງ​ຟ້າ​ສະຫວັນ​ໃໝ່

ແລະ ແຜ່ນດິນ​ໂລກ​ໃໝ່.

ຈະ​ບໍ່​ມີ​ຜູ້ໃດ​ຈົດຈຳ

ຫລື ລະນຶກ​ເຖິງ​ສິ່ງ​ເກົ່າ​ອີກ​ຕໍ່ໄປ,

ແຕ່​ຈົ່ງ​ຊົມຊື່ນ ແລະ ຍິນດີ​ຕະຫລອດໄປ

ໃນ​ສິ່ງ​ທີ່​ເຮົາ​ຈະ​ສ້າງ​ຂຶ້ນ.

ເພາະ​ເຮົາ​ຈະ​ສ້າງ​ນະຄອນ​ເຢຣູຊາເລັມ​ໃຫ້ເປັນ​ຄວາມ​ຍິນດີ

ແລະ ໃຫ້​ຊາວ​ເຢຣູຊາເລັມ​ເປັນ​ຄວາມ​ຊື່ນຊົມ​ຍິນດີ

ເຮົາ​ຈະ​ຊື່ນຊົມ​ຍິນດີ​ໃນ​ນະຄອນ​ເຢຣູຊາເລັມ

ແລະ ຊົມຊື່ນ​ໃນ​ປະຊາຊົນ​ຂອງ​ເຮົາ;

ທີ່ນັ້ນ​ຈະ​ບໍ່​ມີ​ສຽງ​ຄ່ຳຄວນ​ຮ້ອງໄຫ້

ໃຫ້​ໄດ້​ຍິນ​ອີກ​ຕໍ່ໄປ.

“ທີ່ນັ້ນ​ຈະ​ບໍ່​ມີ​ເດັກນ້ອຍ​ທີ່​ມີ​ຊີວິດ

ຢູ່​ພຽງ​ສອງ​ສາມ​ວັນ,

ຫລື ຄົນ​ແກ່​ທີ່​ຢູ່​ບໍ່​ຄົບ​ອາຍຸ;

ຜູ້ໃດ​ທີ່​ຕາຍ​ເມື່ອ​ອາຍຸ​ຮ້ອຍ​ປີ

ຈະ​ຖື​ວ່າ​ຕາຍ​ຕັ້ງ​ແຕ່​ຍັງ​ໜຸ່ມ;

ສ່ວນ​ຄົນ​ທີ່​ຕາຍ​ຕັ້ງ​ແຕ່​ອາຍຸ​ບໍ່​ເຖິງ​ຮ້ອຍ​ປີ

ຈະ​ຖື​ວ່າ​ເປັນ​ຄົນ​ທີ່​ຖືກ​ສາບແຊ່ງ.

ຄົນ​ທັງຫລາຍ​ຈະ​ສ້າງ​ບ້ານ ແລະ ໄດ້​ຢູ່​ອາໄສ

ພວກເຂົາ​ຈະ​ປູກ​ໝາກ​ອະງຸ່ນ ແລະ ໄດ້​ກິນ​ຜົນ​ຂອງ​ມັນ.

ບໍ່​ມີ​ອີກ​ແລ້ວ​ທີ່​ພວກເຂົາ​ຈະ​ສ້າງ​ບ້ານ​ແລ້ວ​ມີ​ຄົນ​ອື່ນ​ມາ​ຢູ່​ແທນ,

ຫລື ປູກ​ພືດພັນ​ແລ້ວ​ຄົນ​ອື່ນ​ມາ​ເກັບ​ໄປ​ກິນ.

ເພາະ​ປະຊາຊົນ​ຂອງ​ເຮົາ

ຈະ​ມີ​ອາຍຸ​ຢືນ​ເໝືອນ​ຕົ້ນໄມ້,

ຜູ້​ທີ່​ເຮົາ​ເລືອກ​ໄວ້​ຈະ​ໄດ້​ຊົມຊື່ນ​ຜົນງານ

ຈາກ​ມື​ຂອງ​ຕົນ​ຍາວນານ.

ພວກເຂົາ​ຈະ​ບໍ່​ເຮັດວຽກ​ໂດຍ​ບໍ່ມີປະໂຫຍດ,

ຫລື ເກີດ​ລູກ​ມາ​ຮັບ​ເຄາະ​ກຳ;

ເພາະ​ພວກເຂົາ​ຈະ​ເປັນ​ປະຊາຊາດ​ທີ່​ພຣະເຈົ້າ​ຢາເວ​ອວຍພອນ,

ທັງ​ພວກເຂົາ ແລະ ລູກ​ຫລານ​ຂອງ​ພວກເຂົາ.

ກ່ອນ​ທີ່​ພວກເຂົາ​ຈະ​ຮ້ອງ​ຫາ ເຮົາ​ຈະ​ຕອບ;

ຂະນະ​ທີ່​ພວກເຂົາ​ເວົ້າ​ຢູ່ ເຮົາ​ຈະ​ຟັງ.

ໝາ​ປ່າ ແລະ ລູກແກະ​ຈະ​ຫາ​ກິນ​ຢູ່​ນໍາ​ກັນ,

ໂຕສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ,

ສ່ວນ​ຝຸ່ນດິນ​ຈະ​ເປັນ​ອາຫານ​ຂອງ​ງູ.

ສັດ​ທັງຫລາຍ​ຈະ​ບໍ່​ເຮັດ​ອັນຕະລາຍ

ຫລື ຂ້າ​ທຳລາຍ​ກັນ​ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ”,

ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.