Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 66

ການ​ພິພາກສາ ແລະ ຄວາມ​ຫວັງ

ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ:

“ສະຫວັນ​ເປັນ​ບັນລັງ​ຂອງ​ເຮົາ,

ແລະ ແຜ່ນດິນ​ໂລກ​ກໍ​ເປັນ​ບ່ອນ​ຮອງ​ຕີນ​ຂອງ​ເຮົາ.

ເຈົ້າ​ຈະ​ສ້າງ​ວິຫານ​ໃຫ້​ເຮົາ​ຢູ່​ບ່ອນ​ໃດ?

ສະຖານທີ່​ພັກຜ່ອນ​ຂອງ​ເຮົາ​ຈະ​ຢູ່​ໃສ?

ບໍ່ແມ່ນ​ມື​ຂອງ​ເຮົາ ທີ່​ໄດ້​ສ້າງ​ສິ່ງ​ເຫລົ່ານີ້​ທັງໝົດ​ບໍ,

ແລະ ພວກມັນ​ກໍ​ມີ​ຊີວິດ​ຂຶ້ນ​ມາ?”

ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ.

“ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ເຮົາ​ພໍໃຈ:

ຄື​ບັນດາ​ຜູ້​ທີ່​ຖ່ອມ​ໃຈ ແລະ ມີ​ຈິດໃຈ​ສຳນຶກ​ຜິດ​ຝ່າຍ​ຈິດວິນຍານ,

ແລະ ໂຕ​ສັ່ນ​ເພາະ​ຖ້ອຍຄຳ​ຂອງ​ເຮົາ.

ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ຖວາຍ​ງົວ​ເປັນ​ເຄື່ອງບູຊາ

ກໍ​ເໝືອນ​ຜູ້​ທີ່​ຂ້າ​ຄົນ,

ແລະ ຜູ້​ທີ່​ຖວາຍ​ລູກແກະ

ກໍ​ເໝືອນ​ຜູ້​ທີ່​ຫັກ​ຄໍ​ໝາ;

ຜູ້ໃດ​ຖວາຍ​ພືດພັນ​ເປັນ​ເມັດ​ເປັນ​ເຄື່ອງ​ບູຊາ

ກໍ​ເໝືອນ​ຜູ້​ທີ່​ຖວາຍ​ເລືອດ​ໝູ,

ຜູ້ໃດ​ເຜົາ​ເຄື່ອງ​ຫອມ​ເພື່ອ​ຄວາມ​ສາມັກຄີທໍາ

ກໍ​ເໝືອນ​ຜູ້​ທີ່​ນະມັດສະການ​ຮູບເຄົາລົບ.

ພວກເຂົາ​ໄດ້​ເລືອກ​ວິທີ​ຂອງ​ພວກເຂົາເອງ,

ຈິດວິນຍານ​ຂອງ​ພວກເຂົາ​ຍິນດີ​ໃນ​ສິ່ງ​ທີ່​ໜ້າ​ກຽດຊັງ​ຂອງ​ຕົນ;

ດັ່ງນັ້ນ ເຮົາ​ຈຶ່ງ​ເລືອກ​ທີ່​ຈະ​ປະຕິບັດ​ຕໍ່​ພວກເຂົາ​ຢ່າງ​ຮຸນແຮງ

ແລະ ນຳ​ສິ່ງ​ທີ່​ພວກເຂົາ​ຢ້ານກົວ​ມາ​ຍັງ​ພວກເຂົາ.

ເພາະ​ເມື່ອ​ເຮົາ​ຮ້ອງ, ບໍ່​ມີ​ຜູ້ໃດ​ຕອບ,

ເມື່ອ​ເຮົາ​ເວົ້າ, ບໍ່​ມີ​ຜູ້ໃດ​ຮັບ​ຟັງ.

ພວກເຂົາ​ເຮັດ​ຊົ່ວ​ຕໍ່​ໃນ​ສາຍຕາ​ຂອງ​ເຮົາ

ແລະ ເລືອກ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ພໍໃຈ”.

ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ,

ເຈົ້າ​ຜູ້​ໂຕ​ສັ່ນ​ເພາະ​ຖ້ອຍ​ຄຳ​ຂອງ​ພຣະອົງ:

“ພີ່ນ້ອງ​ຂອງ​ເຈົ້າເອງ​ທີ່​ກຽດຊັງ​ເຈົ້າ,

ແລະ ຂັບໄລ່​ເຈົ້າ​ຍ້ອນ​ຊື່​ຂອງ​ເຮົາ, ໄດ້​ເວົ້າ​ວ່າ,

‘ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແດ່​ພຣະເຈົ້າ​ຢາເວ,

ຂໍ​ໃຫ້​ພວກເຮົາ​ເຫັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ເຈົ້າ!’

ແຕ່​ພວກເຂົາ​ຈະ​ຕ້ອງ​ອັບອາຍ​ຂາຍໜ້າ.

ຈົ່ງ​ຟັງ​ສຽງ​ອຶກກະທຶກ​ຈາກ​ເມືອງ​ນັ້ນ!

ຈົ່ງ​ຟັງ​ສຽງ​ຈາກ​ວິຫານ​ນັ້ນ!

ມັນ​ເປັນ​ສຽງ​ຂອງ​ພຣະເຈົ້າ​ຢາເວ

ທີ່​ຕອບສະໜອງ​ບັນດາ​ສັດຕູ​ຂອງ​ພຣະອົງ​ຢ່າງ​ເໝາະສົມ.

“ກ່ອນ​ທີ່​ນາງ​ຍັງ​ບໍ່​ເຈັບ​ທ້ອງ,

ນາງ​ກໍ​ເກີດ​ລູກ;

ຍັງ​ບໍ່​ທັນ​ເຈັບ​ປວດ,

ນາງ​ກໍ​ໃຫ້​ກຳ​ເນີດ​ລູກຊາຍ.

ຜູ້ໃດ​ເຄີຍ​ໄດ້​ຍິນ​ເລື່ອງ​ແບບ​ນີ້?

ຜູ້ໃດ​ເຄີຍ​ເຫັນ​ເລື່ອງ​ເຊັ່ນ​ນີ້?

ປະເທດ​ໜຶ່ງ​ຈະ​ຖືກ​ກຳ​ເນີດ​ຂຶ້ນ​ພາຍໃນ​ມື້​ດຽວ

ຫລື ຊົນຊາດ​ໜຶ່ງ​ຈະ​ເກີດ​ຂຶ້ນ​ພາຍໃນ​ຄາວ​ດຽວ​ໄດ້​ບໍ?

ເຖິງ​ປານ​ນັ້ນ ຊີໂອນ​ເຈັບ​ທ້ອງ​ບໍ່​ດົນ

ແລ້ວ ນາງ​ກໍ​ເກີດ​ລູກ​ອອກ​ມາ.

ເຮົາ​ນຳ​ມາ​ຮອດ​ກຳນົດ​ເກີດ​ແລ້ວ

ຈະ​ບໍ່​ປ່ອຍ​ໃຫ້​ເກີດ​ອອກ​ມາ​ໄດ້​ບໍ?”

ພຣະເຈົ້າຢາເວ​ກ່າວ​ດັ່ງ​ນັ້ນ.

“ເຮົາ​ປິດ​ມົດລູກ​ໄວ້

ເມື່ອ​ເຮົາ​ນຳ​ມາ​ຮອດ​ເວລາ​ເກີດ​ບໍ?”

ພຣະເຈົ້າ​ຂອງ​ເຈົ້າ​ກ່າວ​ດັ່ງ​ນັ້ນ.

“ຈົ່ງ​ຊື່ນຊົມຍິນດີ​ກັບ​ເຢຣູຊາເລັມ ແລະ ຈົ່ງ​ຍິນດີ​ກັບ​ນາງ,

ພວກເຈົ້າ​ທັງໝົດ​ທີ່​ຮັກ​ນາງ;

ຈົ່ງ​ຊື່ນຊົມຍິນດີ​ຢ່າງ​ຍິ່ງ​ຮ່ວມ​ກັບ​ນາງ,

ພວກເຈົ້າ​ທຸກຄົນ​ທີ່​ໄວ້ທຸກ​ໃຫ້​ນາງ.

ເພາະ​ພວກເຈົ້າ​ຈະ​ລ້ຽງດູ ແລະ ພໍໃຈ

ໃນ​ອ້ອມ​ເອິກ​ທີ່​ເລົ້າໂລມ​ຂອງ​ນາງ;

ພວກເຈົ້າ​ຈະ​ດື່ມ​ຢ່າງ​ເລິກ​ຊຶ້ງ

ແລະ ຍິນດີ​ໃນ​ຄວາມ​ອຸດົມ​ສົມບູນ​ອັນ​ລົ້ນ​ເຫລືອ​ຂອງ​ນາງ”.

ເພາະ​ພຣະເຈົ້າ​ຢາເວ​ກ່າວ​ວ່າ:

“ເຮົາ​ຈະ​ເພີ່ມ​ສັນຕິສຸກ​ໃຫ້​ນາງ​ດັ່ງ​ແມ່ນ້ຳ;

ແລະ ເພີ່ມ​ເຕີມ​ຄວາມ​ຮັ່ງມີ​ຂອງ​ບັນດາ​ປະຊາຊາດ​ໃຫ້​ເໝືອນ​ແມ່ນໍ້າ​ທີ່​ຍິ່ງໃຫຍ່.

ເຈົ້າ​ຈະ​ຖືກ​ລ້ຽງດູ ແລະ ໂອບ​ອຸ້ມ​ໃນ​ອ້ອມ​ແຂນ​ຂອງ​ນາງ

ແລະ ຖືກ​ກ່ອມ​ຢູ່​ເທິງ​ຕັກ​ຂອງ​ນາງ.

ເຮົາ​ຈະ​ເລົ້າໂລມ​ເຈົ້າ

ດັ່ງ​ແມ່​ເລົ້າໂລມ​ລູກ;

ແລະ ເຈົ້າ​ຈະ​ໄດ້​ຮັບ​ການ​ໜູນໃຈ​ໃນ​ເຢຣູຊາເລັມ”.

ເມື່ອ​ເຈົ້າ​ເຫັນ​ສິ່ງ​ນີ້, ຈິດໃຈ​ຂອງ​ເຈົ້າ​ຈະ​ຍິນ​ດີ

ແລະ ເຈົ້າ​ຈະ​ຈະເລີນ​ງອກງາມ​ເໝືອນ​ຕົ້ນ​ຫຍ້າ;

ມື​ຂອງ​ພຣະເຈົ້າ​ຢາເວ​ຈະ​ເປັນ​ທີ່​ຮູ້ຈັກ​ແກ່​ຜູ້ຮັບໃຊ້​ຂອງ​ພຣະອົງ,

ແຕ່​ຄວາມ​ໂກດຮ້າຍ​ຈະ​ສະແດງ​ແກ່​ສັດຕູ​ຂອງ​ພຣະອົງ.

ເບິ່ງ​ແມ, ພຣະເຈົ້າ​ຢາເວ​ກຳລັງ​ມາ​ດ້ວຍ​ໄຟ,

ແລະ ລົດຮົບ​ຂອງ​ພຣະອົງ​ເປັນ​ດັ່ງ​ພະຍຸ​ໝູນ;

ພຣະອົງ​ຈະ​ນໍາ​ຄວາມ​ໃຈຮ້າຍ​ລົງ​ມາ​ຢ່າງ​ຮຸນແຮງ,

ແລະ ການ​ສັ່ງສອນ​ອັນ​ຮ້ອນ​ແຮງ​ດ້ວຍ​ແປວ​ໄຟ.

ເພາະ​ພຣະເຈົ້າ​ຢາເວ​ຈະ​ພິພາກສາ​ລົງໂທດ​ມະນຸດ​ທຸກຄົນ

ດ້ວຍ​ໄຟ ແລະ ດ້ວຍ​ດາບ​ຂອງ​ພຣະອົງ,

ຄົນ​ເປັນ​ຈຳນວນ​ຫລາຍ​ຈະ​ຖືກ​ພຣະເຈົ້າ​ຢາເວ​ປະຫານ.

“ຄົນ​ທັງຫລາຍ​ທີ່​ອຸທິດ​ຕົນ ແລະ ຊຳລະ​ຕົນ​ໃຫ້​ບໍລິສຸດ​ເພື່ອ​ທີ່​ຈະ​ເຂົ້າໄປ​ໃນ​ສວນ, ຕິດຕາມ​ຜູ້​ໜຶ່ງ​ທີ່​ຢູ່​ທ່າມກາງ​ຜູ້​ທີ່​ກິນ​ຊີ້ນ​ໝູ, ຊີ້ນ​ໜູ ແລະ ສິ່ງ​ໜ້າ​ກຽດຊັງ​ຕ່າງໆ ຄົນ​ເຫລົ່ານັ້ນ​ຈະ​ພົບ​ຈຸດ​ຈົບ​ໄປ​ນໍາ​ກັນ”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ.

“ຍ້ອນ​ການກະທໍາ ແລະ ສິ່ງ​ທີ່​ພວກເຂົາ​ວາງແຜນ​ໄວ້, ເຮົາ​ກຳລັງ​ຈະ​ມາ ແລະ ຮວບຮວມ​ຊົນ​ທຸກ​ຊາດ ແລະ ທຸກ​ພາສາ, ແລະ ພວກເຂົາ​ຈະ​ມາ ແລະ ເຫັນ​ສະຫງ່າລາສີ​ຂອງ​ເຮົາ.

“ເຮົາ​ຈະ​ກຳນົດ​ໝາຍສຳຄັນ​ໃນ​ທ່າມກາງ​ພວກເຂົາ, ແລະ ເຮົາ​ຈະ​ສົ່ງ​ບາງຄົນ​ໃນ​ບັນດາ​ຜູ້​ລອດ​ຊີວິດ​ໄປ​ຍັງ​ຊົນຊາດ​ຕ່າງໆ ໄປ​ທີ່​ຕາກຊິດ, ໄປ​ຫາ​ຊາວ​ລີເບຍ ແລະ ຊາວ​ລີເດຍ (ຜູ້​ເປັນ​ນັກ​ທະນູ​ທີ່​ມີ​ຊື່​ສຽງ), ໄປ​ທີ່​ຕູບານ ແລະ ກະເຣເຕ ແລະ ໄປ​ທີ່​ເກາະ​ແກ້ງ​ອັນ​ໄກ​ທີ່​ບໍ່​ເຄີຍ​ໄດ້​ຍິນ​ຊື່ສຽງ ຫລື ເຫັນ​ສະຫງ່າລາສີ​ຂອງ​ເຮົາ. ພວກເຂົາ​ຈະ​ປະກາດ​ສະຫງ່າລາສີ​ຂອງ​ເຮົາ​ທ່າມກາງ​ຊົນຊາດ​ຕ່າງໆ. ແລະ ພວກເຂົາ​ຈະ​ນຳ​ພີ່ນ້ອງ​ທັງໝົດ​ຂອງ​ພວກເຈົ້າ, ຈາກ​ທຸກ​ຊົນຊາດ, ມາ​ທີ່​ພູເຂົາ​ສັກສິດ​ຂອງ​ເຮົາ​ໃນ​ເຢຣູຊາເລັມ ເພື່ອ​ເປັນ​ເຄື່ອງບູຊາ​ແດ່​ພຣະເຈົ້າ​ຢາເວ ບາງຄົນ​ນັ່ງ​ມາ​ເທິງ​ຫລັງ​ມ້າ ບາງຄົນ​ນັ່ງ​ໃນ​ລົດຮົບ, ແລະ ກວຽນ ແລະ ບາງຄົນ​ນັ່ງ​ມາ​ເທິງ​ຫລັງ​ລໍ​ຫລັງ​ອູດ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ. “ພວກເຂົາ​ຈະ​ພາ​ພີ່ນ້ອງ​ທັງປວງ​ຂອງ​ພວກເຈົ້າ​ມາ, ເໝືອນ​ຊາວ​ອິດສະຣາເອນ​ນຳ​ພືດຜົນ​ເປັນ​ເມັດ​ມາ​ຖວາຍ, ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ໂດຍ​ໃສ່​ພາຊະນະ​ທີ່​ຊໍາລະ​ສະອາດ​ແລ້ວ. ແລະ ເຮົາ​ຈະ​ເລືອກ​ບາງ​ຄົນ​ທີ່​ກັບ​ມາ​ໃຫ້​ເປັນ​ປະໂລຫິດ ແລະ ຄົນ​ເລວີ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ.

ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ຟ້າ​ສະຫວັນ​ໃໝ່ ແລະ ແຜ່ນດິນ​ໂລກ​ໃໝ່​ທີ່​ເຮົາ​ສ້າງ​ຂຶ້ນ​ຈະ​ດໍາລົງ​ຢູ່​ຕໍ່ໜ້າ​ເຮົາ​ສັນໃດ, ຊື່​ຂອງ​ເຈົ້າ ແລະ ລູກ​ຫລານ​ຂອງ​ເຈົ້າ​ຈະ​ດໍາລົງ​ຢູ່​ສັນນັ້ນ. ຈາກ​ເດືອນ​ອອກ​ໃໝ່​ຫາ​ເດືອນ​ໃໝ່ ແລະ ຈາກ​ວັນຊະບາໂຕ​ໜຶ່ງ​ຫາ​ອີກ​ວັນຊະບາໂຕ​ໜຶ່ງ, ມະນຸດ​ທຸກ​ຊາດ​ຈະ​ມາ ແລະ ກົ້ມ​ກາບ​ຕໍ່ໜ້າ​ເຮົາ”, ພຣະເຈົ້າ​ຢາເວ​ກ່າວ​ດັ່ງ​ນັ້ນ. “ແລະ​ພວກເຂົາ​ຈະ​ອອກ​ໄປ​ເບິ່ງ​ຊາກ​ສົບ​ຂອງ​ບັນດາ​ຜູ້​ທີ່​ກະບົດ​ຕໍ່​ເຮົາ; ເພາະ​ໜອນ​ຂອງ​ຄົນ​ເຫລົ່ານັ້ນ​ຈະ​ບໍ່​ມີ​ວັນ​ຕາຍ, ທັງ​ໄຟ​ຂອງ​ພວກເຂົາ​ຈະ​ບໍ່​ມີ​ວັນ​ດັບ, ແລະ ພວກເຂົາ​ຈະ​ເປັນ​ທີ່​ໜ້າ​ລັງກຽດ​ແກ່​ມວນ​ມະນຸດຊາດ​ທັງໝົດ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.