Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 1

ຖ້ອຍຄຳ​ຂອງ​ເຢເຣມີຢາ ລູກຊາຍ​ຂອງ​ຮິນກີຢາ, ເຊິ່ງ​ເປັນ​ປະໂລຫິດ​ຄົນ​ໜຶ່ງ​ຢູ່​ທີ່​ອານາທົດ​ໃນ​ເຂດແດນ​ຂອງ​ເບັນຢາມິນ. ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ລາວ​ໃນ​ປີ​ທີ​ສິບ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ໂຢສີຢາ ລູກຊາຍ​ຂອງ​ກະສັດ​ອາໂມນ​ແຫ່ງ​ຢູດາຍ, ແລະ ຕະຫລອດ​ການ​ປົກຄອງ​ຂອງ​ເຢໂຮຍອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ​ແຫ່ງ​ຢູດາຍ, ຈົນ​ເຖິງ​ເດືອນ​ທີ​ຫ້າ​ຂອງ​ປີ​ທີ​ສິບເອັດ​ຂອງ​ການ​ປົກຄອງ​ຂອງ​ເຊເດກີຢາ ລູກຊາຍ​ຂອງ​ກະສັດ​ໂຢສີຢາ​ແຫ່ງ​ຢູດາຍ, ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

ພຣະເຈົ້າ​ເອີ້ນ​ເຢເຣມີຢາ

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ,

“ເຮົາ​ຮູ້​ຈັກ​ເຈົ້າ,1 ກ່ອນ​ທີ່​ເຮົາ​ໄດ້​ປັ້ນ​ເຈົ້າ​ຢູ່​ໃນ​ທ້ອງ,

ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ແຍກ​ເຈົ້າ​ໄວ້​ແລ້ວ;

ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ທໍານວາຍ​ແກ່​ຊົນຊາດ​ທັງຫລາຍ”.

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ເຈົ້ານາຍ, ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ແນວໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນ​ໄປ”.

ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ‘ຂ້ານ້ອຍ​ຍັງ​ໜຸ່ມ​ເກີນ​ໄປ’. ເຈົ້າ​ຕ້ອງ​ໄປ​ຫາ​ທຸກຄົນ​ທີ່​ເຮົາ​ສົ່ງ​ເຈົ້າ​ໄປ ແລະ ກ່າວ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ. ຢ່າ​ຢ້ານ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ຈະ​ຊ່ວຍ​ກູ້​ເຈົ້າ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ ແລະ ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ບັດນີ້ ເຮົາ​ໄດ້​ເອົາ​ຖ້ອຍຄຳ​ຂອງ​ເຮົາ​ໃສ່​ໄວ້​ໃນ​ປາກ​ຂອງ​ເຈົ້າ​ແລ້ວ. ເບິ່ງ​ແມ, ວັນ​ນີ້​ເຮົາ​ແຕ່ງຕັ້ງ​ເຈົ້າ​ໄວ້​ເໜືອ​ບັນດາ​ປະຊາຊາດ ແລະ ອານາຈັກ​ຕ່າງໆ​ເພື່ອ​ຖອນ​ຮາກ ແລະ ພັງ​ລົງ, ເພື່ອ​ທຳລາຍ ແລະ ໂຄ່ນ​ລົ້ມ, ເພື່ອ​ກໍ່​ສ້າງ ແລະ ປູກ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ, ເຈົ້າ​ເຫັນ​ຫຍັງ​ແດ່?”

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ງ່າ​ຂອງ​ຕົ້ນ​ອັນມອນ”,

ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຢ່າງ​ຖືກ​ຕ້ອງ​ແລ້ວ, ເພາະ​ເຮົາ​ກຳລັງ​ເຝົ້າ​ເບິ່ງ2​ໃຫ້​ຖ້ອຍຄໍາ​ຂອງ​ເຮົາ​ສໍາເລັດ​ເປັນ​ຈິງ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ອີກ​ວ່າ: “ເຈົ້າ​ເຫັນ​ຫຍັງ​ແດ່?”

ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ໝໍ້​ໜ່ວຍ​ໜຶ່ງ​ທີ່​ກຳລັງ​ຟົດ​ຢູ່, ປາກ​ໝໍ້​ປິ່ນ​ມາ​ຫາ​ພວກເຮົາ​ຈາກ​ທາງ​ທິດ​ເໜືອ”.

ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ໄພພິບັດ​ຈາກ​ທາງ​ທິດ​ເໜືອ​ຈະ​ຖືກ​ເທ​ລົງ​ມາ​ໃສ່​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ເຮົາ​ກຳລັງ​ຈະ​ເອີ້ນ​ປະຊາຊົນ​ທັງໝົດ​ຂອງ​ອານາຈັກ​ເໜືອ​ມາ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ມາ ແລະ ຕັ້ງ​ບັນລັງ​ຂອງ​ພວກ​ຕົນ​ຂຶ້ນ

ທີ່​ທາງ​ເຂົ້າ​ປະຕູ​ເມືອງ​ທັງຫລາຍ​ຂອງ​ເຢຣູຊາເລັມ;

ພວກເຂົາ​ຈະ​ມາ​ຕໍ່ສູ້​ກຳແພງ​ເມືອງ​ທັງໝົດ​ທີ່​ອ້ອມ​ນະຄອນ​ເຢຣູຊາເລັມ

ແລະ ຕໍ່ສູ້​ເມືອງ​ທັງໝົດ​ຂອງ​ຢູດາຍ.

ເຮົາ​ຈະ​ປະກາດ​ການ​ພິພາກສາ​ຂອງ​ເຮົາ​ຕໍ່​ປະຊາຊົນ​ຂອງ​ເຮົາ

ຍ້ອນ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ທີ່​ໄດ້​ປະຖິ້ມ​ເຮົາ,

ໂດຍ​ການ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ບັນດາ​ພະ​ອື່ນ

ແລະ ໂດຍ​ການ​ນະມັດສະການ​ສິ່ງ​ທີ່​ມື​ຂອງ​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ.

“ຈົ່ງ​ຕຽມຕົວ​ໃຫ້​ພ້ອມ! ລຸກ​ຢືນ​ຂຶ້ນ ແລະ ເວົ້າ​ກັບ​ພວກເຂົາ​ຕາມ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ. ຢ່າ​ຢ້ານ​ພວກເຂົາ​ເລີຍ, ບໍ່​ດັ່ງນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ເມື່ອ​ຢູ່​ຕໍ່​ໜ້າ​ພວກເຂົາ. ບັດນີ້​ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເຫລັກ ແລະ ກຳແພງ​ທອງສຳລິດ​ທີ່​ຢືນ​ຕ້ານທານ​ທົ່ວ​ດິນແດນ​ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ບັນດາ​ຂ້າລາຊະການ, ບັນດາ​ປະໂລຫິດ ແລະ ປະຊາຊົນ​ທັງໝົດ​ໃນ​ດິນແດນ​ຂອງ​ຢູດາຍ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ຈະ​ບໍ່​ຊະນະ​ເຈົ້າ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ຈະ​ຊ່ວຍ​ກອບກູ້​ເຈົ້າ,” ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

Source notes (2)
  1. Footnote ຫລື ເລືອກ
  2. Footnote ເປັນ​ການ​ຫລິ້ນ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ສຽງ​ໃກ້​ຄຽງ​ກັນ​ຄື​ຕົ້ນ​ໝາກ​ອັນມອນ​ໃນ​ຂໍ້ 11 ແລະ ເຝົ້າ​ເບິ່ງ ໃນ​ຂໍ້ 12

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.