Biblica® Open Lao Contemporary Version
ເຢເຣມີຢາ 2
ອິດສະຣາເອນປະຖິ້ມພຣະເຈົ້າ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ຈົ່ງໄປປະກາດໃຫ້ຊາວເຢຣູຊາເລັມໄດ້ຍິນດັ່ງນີ້:
“ພຣະເຈົ້າຢາເວກ່າວວ່າ:
“ ‘ເຮົາຈື່ຈຳຄວາມຈົ່ງຮັກພັກດີໃນເວລາທີ່ເຈົ້າເປັນສາວ,
ເຈົ້າຮັກເຮົາເໝືອນດັ່ງເຈົ້າເປັນເຈົ້າສາວຂອງເຮົາ
ແລະ ໄດ້ຕິດຕາມເຮົາໄປຜ່ານຖິ່ນແຫ້ງແລ້ງກັນດານ,
ຜ່ານດິນແດນທີ່ຫວ່ານເມັດພືດບໍ່ໄດ້.
ອິດສະຣາເອນເຄີຍບໍລິສຸດສຳລັບພຣະເຈົ້າຢາເວ,
ເຄີຍເປັນຜົນທຳອິດທີ່ພຣະອົງໄດ້ເກັບກ່ຽວ;
ທຸກຄົນທີ່ກືນກິນອິດສະຣາເອນຜູ້ນັ້ນກໍມີຄວາມຜິດ,
ແລະ ພວກເຂົາຈະພົບກັບໄພພິບັດ’ ”,
ພຣະເຈົ້າຢາເວປະກາດດັ່ງນີ້.
ເຊື້ອສາຍຂອງຢາໂຄບ, ທຸກຕະກຸນຂອງອິດສະຣາເອນ,
ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ.
ພຣະເຈົ້າຢາເວກ່າວວ່າ:
“ບັນພະບຸລຸດຂອງເຈົ້າໄດ້ພົບຄວາມຜິດອັນໃດໃນເຮົາ,
ທີ່ເຮັດໃຫ້ພວກເຂົາໄດ້ຫລົງໜີໄປຈາກເຮົາ?
ພວກເຂົາໄດ້ຕິດຕາມບັນດາຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.
ແລະ ເຮັດໃຫ້ຕົນເອງບໍ່ມີຄຸນຄ່າ.
ພວກເຂົາບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?
ຜູ້ທີ່ໄດ້ນຳພວກເຮົາອອກມາຈາກເອຢິບ
ແລະ ນຳພວກເຮົາຜ່ານຖິ່ນແຫ້ງແລ້ງກັນດານທີ່ແຕກແຫງ,
ຜ່ານດິນແດນແຫ່ງທະເລຊາຍ ແລະ ຮ່ອມພູຕ່າງໆ,
ເປັນດິນແດນແຫ່ງຄວາມແຫ້ງແລ້ງ ແລະ ຄວາມມືດມົນ1
ດິນແດນທີ່ບໍ່ມີຜູ້ໃດອາໄສຢູ່ ຫລື ຜ່ານໄປມາ’
ເຮົາໄດ້ນຳພວກເຈົ້າເຂົ້າໄປໃນດິນແດນທີ່ອຸດົມສົມບູນ
ເພື່ອຈະໄດ້ກິນຜົນລະປູກ ແລະ ໄດ້ຜົນຜະລິດທີ່ອຸດົມສົມບູນ.
ແຕ່ພວກເຈົ້າໄດ້ມາ ແລະ ເຮັດໃຫ້ດິນແດນຂອງເຮົາເປັນມົນທິນ
ແລະ ໄດ້ເຮັດໃຫ້ມໍລະດົກທີ່ເຮົາໄດ້ມອບໃຫ້ເປັນສິ່ງທີ່ໜ້າລັງກຽດ.
ບັນດາປະໂລຫິດບໍ່ໄດ້ຖາມວ່າ,
‘ພຣະເຈົ້າຢາເວຢູ່ໃສ?’
ບັນດາຜູ້ທີ່ຮັກສາກົດບັນຍັດບໍ່ຮູ້ຈັກເຮົາ;
ບັນດາຜູ້ນຳໄດ້ກະບົດຕໍ່ສູ້ເຮົາ.
ບັນດາຜູ້ທໍານວາຍໄດ້ທໍານວາຍໃນນາມຂອງພະບາອານ,
ຕິດຕາມຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.
“ເຫດສະນັ້ນ ເຮົາຈຶ່ງນໍາຂໍ້ກ່າວຫາມາຕໍ່ສູ້ເຈົ້າອີກ,”
ພຣະເຈົ້າຢາເວປະກາດດັ່ງນີ້.
“ແລະ ເຮົາຈະນໍາຂໍ້ກ່າວຫາມາຕໍ່ສູ້ລູກຫລານຂອງພວກເຈົ້າ.
ຈົ່ງຂ້າມໄປທີ່ແຄມຝັ່ງທະເລຂອງໄຊປຣັດ2 ແລະ ເບິ່ງ,
ຈົ່ງສົ່ງຄົນໄປທີ່ເກດາ3 ແລ້ວສັງເກດເບິ່ງໃກ້ໆ;
ແລ້ວຈະເຫັນວ່າເຄີຍມີຫຍັງເກີດຂຶ້ນແບບນີ້ບໍ:
ເຄີຍມີຊົນຊາດໃດໜຶ່ງປ່ຽນພະຂອງຕົນບໍ?
(ເຖິງແມ່ນວ່າພະເຫລົ່ານັ້ນບໍ່ແມ່ນພຣະເຈົ້າ).
ແຕ່ປະຊາຊົນຂອງເຮົາໄດ້ປ່ຽນພຣະເຈົ້າ ຜູ້ທີ່ມີສະຫງ່າລາສີຂອງພວກເຂົາ
ກັບບັນດາຮູບເຄົາລົບທີ່ບໍ່ມີຄຸນຄ່າຫຍັງ.
ຟ້າສະຫວັນ, ຈຶ່ງຕົກໃຈໃນເລື່ອງນີ້,
ແລະ ສັ່ນສະທ້ານດ້ວຍຄວາມຢ້ານກົວຢ່າງຍິ່ງ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ປະຊາຊົນຂອງເຮົາໄດ້ເຮັດບາບສອງຢ່າງຄື:
ພວກເຂົາໄດ້ປະຖິ້ມເຮົາ,
ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ,
ແລະ ໄດ້ຂຸດອ່າງນ້ຳໄວ້ສໍາລັບຕົນເອງ
ເຊິ່ງເປັນອ່າງນໍ້າແຕກທີ່ບໍ່ສາມາດເກັບນ້ຳໄວ້ໄດ້.
ອິດສະຣາເອນເປັນຄົນຮັບໃຊ້, ເປັນຂ້າທາດຕັ້ງແຕ່ເກີດບໍ່ແມ່ນບໍ?
ເປັນຫຍັງລາວຈຶ່ງໄດ້ກາຍເປັນນັກປຸ້ນ?
ຝູງສິງໄດ້ແຜດສຽງຮ້ອງ;
ພວກມັນແຜດສຽງຮ້ອງໃສ່ລາວ.
ພວກມັນໄດ້ເຮັດໃຫ້ດິນແດນຂອງລາວຮົກຮ້າງ;
ເມືອງຕ່າງໆຂອງລາວຖືກເຜົາ ແລະ ຖືກປະຖິ້ມໄວ້.
ຊາວເມືອງມຳຟິດ4 ແລະ ຊາວເມືອງຕາປັນເຮັດ
ກໍໄດ້ຕີກະໂຫລກຫົວຂອງເຈົ້າຈົນແຕກ.5
ພວກເຈົ້າໄດ້ນໍາສິ່ງນີ້ມາສູ່ພວກເຈົ້າເອງບໍ່ແມ່ນບໍ?
ໂດຍການປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ
ໃນຂະນະທີ່ພຣະອົງນຳເຈົ້າໄປຕາມທາງບໍ່ແມ່ນບໍ?
ບັດນີ້ ເປັນຫຍັງເຈົ້າຈຶ່ງໄປທີ່ເອຢິບ
ເພື່ອດື່ມນ້ຳຈາກແມ່ນ້ຳນິນ6?
ແລະ ເປັນຫຍັງເຈົ້າຈຶ່ງໄປທີ່ອັດຊີເຣຍ
ເພື່ອດື່ມນ້ຳຈາກແມ່ນໍ້າເອີຟຣັດ?
ຄວາມຊົ່ວຮ້າຍຂອງເຈົ້າຈະລົງໂທດເຈົ້າ;
ການຫັນໜີຂອງເຈົ້າຈະຕຳໜິເຈົ້າ.
ຈົ່ງພິຈາລະນາເບິ່ງ ແລະ ຈະຮູ້ວ່າ
ມັນຊົ່ວຮ້າຍ ແລະ ຂົມຂື່ນຂະໜາດໃດສຳລັບເຈົ້າ
ເມື່ອເຈົ້າປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ
ແລະ ບໍ່ຢຳເກງເຮົາ”,
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.
“ດົນປານໃດແລ້ວເຈົ້າໄດ້ທຸບແອກຂອງເຈົ້າຖິ້ມ
ແລະ ທຳລາຍເຄື່ອງຜູກມັດຂອງເຈົ້າ;
ເຈົ້າໄດ້ເວົ້າວ່າ, ‘ຂ້ານ້ອຍຈະບໍ່ຮັບໃຊ້ພຣະອົງແລ້ວ!’
ທີ່ຈິງແລ້ວ ຢູ່ເທິງເນີນພູສູງທຸກໜ່ວຍ
ແລະ ກ້ອງຕົ້ນໄມ້ທຸກຕົ້ນ
ເຈົ້ານອນລົງເໝືອນດັ່ງຍິງໂສເພນີ.
ເຮົາໄດ້ປູກເຈົ້າໄວ້ເໝືອນດັ່ງເຄືອອະງຸ່ນພັນດີ
ແລະ ເປັນພັນທີ່ໜ້າເຊື່ອຖືໄດ້.
ແລ້ວເປັນຫຍັງເຈົ້າຈຶ່ງຫັນມາຕໍ່ສູ້ເຮົາ
ກາຍເປັນເຄືອອະງຸ່ນປ່າທີ່ບໍ່ມີຄຸນຄ່າໄດ້ແນວໃດ?
ເຖິງແມ່ນວ່າເຈົ້າລ້າງຮ່າງກາຍຂອງເຈົ້າດ້ວຍສະບູ
ແລະ ໃຊ້ສະບູຝຸ່ນຫລາຍຢ່າງລ້າງໃຫ້ສະອາດ,
ແຕ່ຮອຍເປື້ອນຂອງຄວາມຜິດຂອງເຈົ້າກໍຍັງຢູ່ຕໍ່ໜ້າເຮົາ”,
ພຣະເຈົ້າຢາເວອົງເຈົ້ານາຍປະກາດດັ່ງນີ້.
“ເຈົ້າເວົ້າໄດ້ແນວໃດວ່າ ‘ຂ້ານ້ອຍບໍ່ມີມົນທິນ;
ຂ້ານ້ອຍບໍ່ໄດ້ແລ່ນຕາມພະບາອານ’?
ເບິ່ງວ່າເຈົ້າໄດ້ປະພຶດຕົວໃນຮ່ອມພູແນວໃດ;
ຈົ່ງພິຈາລະນາເບິ່ງສິ່ງທີ່ເຈົ້າໄດ້ເຮັດ.
ເຈົ້າເປັນອູດແມ່ທີ່ຢູ່ບໍ່ສະຫງົບສຸກ
ທີ່ແລ່ນໄປມາບ່ອນນັ້ນບ່ອນນີ້,
ເຈົ້າເປັນລໍປ່າທີ່ຄຸ້ນເຄີຍກັບທະເລຊາຍ,
ຫາຍໃຈມີສຽງດັງໃນລະດູປະສົມພັນ
ຜູ້ໃດຈະຢຸດຄວາມຢາກຂອງມັນໄດ້?
ໂຕຜູ້ໂຕໃດຕ້ອງການເຈົ້າ ກໍບໍ່ຈໍາເປັນຕ້ອງເມື່ອຍ;
ເມື່ອລະດູປະສົມພັນພວກມັນກໍຈະພົບເຈົ້າ.
ຢ່າແລ່ນຈົນເຈົ້າປະຕີນເປົ່າ
ແລະ ຈົນຄໍຂອງເຈົ້າແຫ້ງເລີຍ.
ແຕ່ເຈົ້າໄດ້ເວົ້າວ່າ, ‘ບໍ່ມີປະໂຫຍດ!
ຂ້ານ້ອຍຮັກບັນດາພະຕ່າງຊາດ,
ແລະ ຂ້ານ້ອຍຈະຕ້ອງຕິດຕາມພະເຫລົ່ານັ້ນໄປ’.
“ປະຊາຊົນອິດສະຣາເອນໄດ້ຮັບຄວາມອັບອາຍ,
ເໝືອນດັ່ງຂະໂມຍໄດ້ຮັບຄວາມອັບອາຍເມື່ອລາວຖືກຈັບໄດ້ຄື:
ພວກເຂົາເອງ, ບັນດາກະສັດ ແລະ ບັນດາຂ້າລາຊະການ,
ບັນດາປະໂລຫິດ ແລະ ບັນດາຜູ້ທໍານວາຍຂອງພວກເຂົາ.
ພວກເຂົາເວົ້າກັບໄມ້ວ່າ, ‘ທ່ານເປັນພໍ່ຂອງພວກຂ້ານ້ອຍ,’
ແລະ ເວົ້າກັບກ້ອນຫີນວ່າ, ‘ທ່ານໃຫ້ກຳເນີດພວກຂ້ານ້ອຍ’.
ພວກເຂົາໄດ້ປິ່ນຫລັງຂອງພວກເຂົາໃສ່ເຮົາ
ແລະ ບໍ່ໄດ້ປິ່ນໜ້າຂອງພວກເຂົາມາຫາເຮົາ;
ແຕ່ເມື່ອພວກເຂົາຕົກຢູ່ໃນຄວາມເດືອດຮ້ອນ, ພວກເຂົາເວົ້າວ່າ,
‘ໂຜດມາຊ່ວຍພວກເຮົາແດ່!’
ແລ້ວບັນດາພະທີ່ພວກເຈົ້າສ້າງຂຶ້ນສໍາລັບພວກເຈົ້າເອງຢູ່ໃສ?
ຖ້າພວກມັນຊ່ວຍພວກເຈົ້າໄດ້ ຈົ່ງໃຫ້ພວກມັນຊ່ວຍພວກເຈົ້າ
ເມື່ອພວກເຂົາຕົກຢູ່ໃນຄວາມເດືອດຮ້ອນ!
ຍ້ອນພວກເຈົ້າ, ຢູດາຍຈຶ່ງມີພະຢ່າງຫລວງຫລາຍ
ມີເທົ່າກັນກັບບັນດາເມືອງຕ່າງໆທີ່ພວກເຈົ້າມີ.
“ເປັນຫຍັງພວກເຈົ້າຈຶ່ງຕັ້ງຂໍ້ກ່າວຫາຕໍ່ເຮົາ?
ພວກເຈົ້າທຸກຄົນໄດ້ກະບົດຕໍ່ເຮົາ”,
ພຣະເຈົ້າຢາເວປະກາດດັ່ງນີ້.
ເຮົາໄດ້ລົງໂທດປະຊາຊົນຂອງພວກເຈົ້າກໍບໍ່ມີຜົນຫຍັງ;
ພວກເຂົາບໍ່ຍອມຮັບການຕີສອນ.
ດາບຂອງພວກເຈົ້າໄດ້ຂ້າບັນດາຜູ້ທໍານວາຍຂອງພວກເຈົ້າ
ເໝືອນດັ່ງສິງທີ່ຈີກເຫຍື່ອຂອງມັນ.
“ຄົນລຸ້ນນີ້, ຈົ່ງພິຈາລະນາຖ້ອຍຄໍາຂອງພຣະເຈົ້າຢາເວດັ່ງນີ້:
“ເຮົາເປັນຖິ່ນແຫ້ງແລ້ງກັນດານບໍ?
ຫລື ເປັນດິນແດນທີ່ມືດມົນສຳລັບອິດສະຣາເອນບໍ?
ເປັນຫຍັງປະຊາຊົນຂອງເຮົາຈຶ່ງເວົ້າວ່າ, ‘ເມື່ອພວກເຮົາໄປໃສມາໃສໄດ້ຢ່າງມີອິດສະຫລະ;
ພວກເຮົາຈະບໍ່ມາຫາພຣະອົງອີກ’?
ຍິງສາວຈະລືມເພັດພອຍຂອງນາງບໍ?
ເຈົ້າສາວຈະລືມເຄື່ອງປະດັບໃນງານແຕ່ງຂອງນາງບໍ?
ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາໄປແລ້ວ,
ຫລາຍມື້ຈົນນັບບໍ່ໄດ້.
ເຈົ້າຊໍານານຫລາຍໃນການໄລ່ຕາມຄວາມຮັກ!
ແມ່ນແຕ່ຍິງຊົ່ວຊ້າທີ່ສຸດກໍຮຽນຈາກວິຖີທາງຂອງເຈົ້າ.
ເຄື່ອງນຸ່ງຂອງເຈົ້າເປື້ອນ
ເລືອດຂອງຄົນທຸກຍາກທີ່ບໍ່ມີຄວາມຜິດ,
ເຈົ້າໄດ້ເຖິງວ່າຈະຈັບບໍ່ໄດ້ວ່າພວກເຂົາລັກ.
ແຕ່ເຖິງປານນັ້ນ
ເຈົ້າກໍຍັງເວົ້າວ່າ, ‘ຂ້ອຍບໍ່ມີຄວາມຜິດ;
ພຣະອົງບໍ່ໄດ້ໂກດຮ້າຍຂ້ອຍ’.
ແຕ່ເຮົາຈະພິພາກສາລົງໂທດເຈົ້າ
ເພາະເຈົ້າເວົ້າວ່າ, ‘ຂ້ອຍບໍ່ໄດ້ເຮັດບາບ’.
ເປັນຫຍັງເຈົ້າຈຶ່ງປ່ຽນໄປມາ
ໄປທາງນັ້ນ ທາງນີ້?
ເຈົ້າຈະຜິດຫວັງກັບເອຢິບ
ເໝືອນດັ່ງທີ່ເຈົ້າເຄີຍຜິດຫວັງກັບອັດຊີເຣຍ.
ເຈົ້າຍັງຈະເອົາມືຂອງຕົນປົກຫົວຂອງຕົນ
ອອກມາຈາກທີ່ນັ້ນເໝືອນກັນ,
ເພາະພຣະເຈົ້າຢາເວໄດ້ປະຕິເສດບັນດາຜູ້ທີ່ເຈົ້າໄວ້ວາງໃຈ;
ພວກເຂົາຈະຊ່ວຍຫຍັງເຈົ້າບໍ່ໄດ້.
Source notes (6)
- Footnote ຫລື ແລະ ເງົາແຫ່ງຄວາມຕາຍ
- Footnote ຄື ກຸບໂຣ ແລະ ຊາຍຝັ່ງທະເລທາງຕະເວັນຕົກ
- Footnote ເປັນທີ່ຢູ່ຂອງເຜົ່າເບເບິ່ງອິນ ໃນທະເລຊາຍເຂດຊີໂຣ ແລະ ອາຣະເບຍ
- Footnote ພາສາເຮັບເຣີວ່າ ໂນຟ
- Footnote ຫລື ເຮັດໃຫ້ກະໂຫລກຫົວຂອງເຈົ້າແຕກ
- Footnote ຄື ສາຂາໜຶ່ງຂອງແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.