Biblica® Open Lao Contemporary Version
ເຢເຣມີຢາ 3
“ຖ້າຊາຍຄົນໜຶ່ງຢ່າຮ້າງເມຍຂອງຕົນ
ແລະ ນາງໜີຈາກລາວ ແລ້ວໄປແຕ່ງງານກັບຊາຍອື່ນ,
ລາວຄວນຈະກັບຄືນໄປຫານາງອີກບໍ?
ຈະບໍ່ເຮັດໃຫ້ແຜ່ນດິນເປັນມົນທິນໄປໝົດບໍ?
ແຕ່ເຈົ້າໄດ້ດໍາເນີນຊີວິດເໝືອນດັ່ງຍິງໂສເພນີທີ່ມີຄົນຮັກຫລາຍຄົນ
ບັດນີ້ ເຈົ້າຈະກັບຄືນມາຫາເຮົາບໍ?”
ພຣະເຈົ້າຢາເວປະກາດດັ່ງນີ້.
“ຈົ່ງເງີຍໜ້າເບິ່ງເນີນພູສູງແຫ້ງແລ້ງ ແລະ ເບິ່ງແມ.
ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ເຮັດໂຕແບບແມ່ຈ້າງ?
ໂດຍການນັ່ງລໍຖ້າບັນດາຄົນຮັກຢູ່ຕາມແຄມຖະໜົນຫົນທາງ,
ນັ່ງເໝືອນດັ່ງຄົນພະເນຈອນ1ໃນທະເລຊາຍ.
ເຈົ້າໄດ້ເຮັດໃຫ້ແຜ່ນດິນເປັນມົນທິນ
ດ້ວຍການເປັນຍິງໂສເພນີ ແລະ ຄວາມຊົ່ວຮ້າຍຂອງເຈົ້າ.
ເຫດສະນັ້ນ ຝົນຈຶ່ງບໍ່ໄດ້ຕົກລົງມາ,
ແລະ ມີບໍ່ຕົກລົງມາໃນລະດູໃບໄມ້ປົ່ງ.
ແຕ່ເຈົ້າກໍໄດ້ໜ້າດ້ານເໝືອນດັ່ງຍິງໂສເພນີ;
ເຈົ້າບໍ່ມີຢາງອາຍເລີຍ.
ເຈົ້າບໍ່ພຽງແຕ່ເອີ້ນເຮົາວ່າ:
‘ພຣະບິດາຂອງຂ້ານ້ອຍ, ຜູ້ທີ່ເປັນມິດສະຫາຍມາຕັ້ງແຕ່ຂ້ານ້ອຍຍັງນ້ອຍ,
ພຣະອົງຈະໃຈຮ້າຍຢູ່ເລື້ອຍບໍ?
ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຕະຫລອດໄປບໍ?’
ເຈົ້າເວົ້າເຊັ່ນນີ້ໄດ້ແນວໃດ,
ແຕ່ເຈົ້າກໍເຮັດຊົ່ວທຸກຢ່າງຢູ່”.
ອິດສະຣາເອນບໍ່ສັດຊື່
ໃນໄລຍະການປົກຄອງຂອງກະສັດໂຢສີຢາ, ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ເຈົ້າເຫັນສິ່ງທີ່ອິດສະຣາເອນຜູ້ທີ່ບໍ່ສັດຊື່ໄດ້ເຮັດບໍ? ນາງໄດ້ຂຶ້ນໄປເທິງເນີນພູທີ່ສູງທຸກໜ່ວຍ ແລະ ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ ແລະ ໄດ້ຫລິ້ນຊູ້ຢູ່ທີ່ນັ້ນ. ເຮົາຄິດວ່າຫລັງຈາກທີ່ນາງໄດ້ເຮັດທຸກສິ່ງເຫລົ່ານີ້ແລ້ວ ນາງຈະກັບຄືນມາຫາເຮົາ ແຕ່ນາງບໍ່ໄດ້ກັບຄືນມາ ແລະ ຢູດາຍ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍເຫັນສິ່ງທັງໝົດນີ້. ເຮົາຈຶ່ງໄດ້ມອບໜັງສືຢ່າຮ້າງໃຫ້ອິດສະຣາເອນຜູ້ທີ່ບໍ່ສັດຊື່ ແລະ ໄດ້ສົ່ງນາງໜີໄປ ຍ້ອນການຫລິ້ນຊູ້ທັງໝົດຂອງນາງ. ແຕ່ເຮົາກໍໄດ້ເຫັນວ່າ ຢູດາຍນ້ອງສາວຜູ້ທີ່ບໍ່ສັດຂອງນາງບໍ່ມີຄວາມຢ້ານເລີຍ; ຢູດາຍນາງເອງກໍໄດ້ອອກໄປ ແລະ ໄດ້ຫລິ້ນຊູ້ຄືກັນ. ຍ້ອນການເຮັດຜິດທາງສິນລະທໍາຂອງອິດສະຣາເອນເປັນເລື່ອງເລັກນ້ອຍສໍາລັບນາງ, ນາງຈຶ່ງເຮັດໃຫ້ແຜ່ນດິນເປັນມົນທິນ ແລະ ໄດ້ຫລິ້ນຊູ້ໂດຍໄປກາບໄຫວ້ກ້ອນຫີນ ແລະ ງ່າໄມ້. ເຖິງແມ່ນວ່າ ການກະທໍາທັງໝົດນີ້, ຢູດາຍນ້ອງສາວຜູ້ທີ່ບໍ່ສັດຊື່ຂອງນາງກໍບໍ່ໄດ້ກັບຄືນມາຫາເຮົາດ້ວຍສຸດໃຈຂອງນາງ, ແຕ່ນາງພຽງແຕ່ທຳທ່າເຮັດເທົ່ານັ້ນ,” ພຣະເຈົ້າຢາເວປະກາດດັ່ງນີ້.
ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ອິດສະຣາເອນທີ່ບໍ່ສັດຊື່ກໍຍັງຊອບທຳກວ່າຢູດາຍທີ່ບໍ່ສັດຊື່. ຈົ່ງໄປ, ປະກາດຖ້ອຍຄໍານີ້ທາງທິດເໜືອວ່າ:
“ພຣະເຈົ້າຢາເວປະກາດວ່າ, ‘ອິດສະຣາເອນທີ່ບໍ່ສັດຊື່, ຈົ່ງກັບຄືນມາ,
ເຮົາຈະບໍ່ເຮັດໜ້າບູດໃສ່ເຈົ້າອີກຕໍ່ໄປ,
ເພາະເຮົາສັດຊື່’ ພຣະເຈົ້າຢາເວປະກາດດັ່ງນີ້,
‘ເຮົາຈະບໍ່ໃຈຮ້າຍຕະຫລອດໄປ.
ພຽງແຕ່ເຈົ້າຍອມຮັບຄວາມຜິດຂອງເຈົ້າວ່າ
ເຈົ້າໄດ້ກະບົດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,
ເຈົ້າໄດ້ປັນໃຈຂອງເຈົ້າໃຫ້ກັບບັນດາພະຕ່າງຊາດ
ຢູ່ທີ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ,
ແລະ ບໍ່ໄດ້ເຊື່ອຟັງເຮົາ,’ ”
ພຣະເຈົ້າຢາເວປະກາດດັ່ງນີ້.
“ຈົ່ງກັບຄືນມາ, ປະຊາຊົນທີ່ບໍ່ສັດຊື່”, ພຣະເຈົ້າຢາເວປະກາດດັ່ງນີ້, “ເພາະເຮົາເປັນຜົວຂອງເຈົ້າ. ເຮົາຈະເລືອກເຈົ້າຄື ຄົນໜຶ່ງຈາກເມືອງໜຶ່ງ ແລະ ສອງຄົນຈາກຕະກຸນໜຶ່ງ ແລະ ນຳເຈົ້າມາທີ່ຊີໂອນ. ແລ້ວເຮົາຈະໃຫ້ບັນດາຄົນລ້ຽງແກະແກ່ເຈົ້າຕາມໃຈເຮົາເອງ, ຜູ້ທີ່ຈະນຳເຈົ້າດ້ວຍຄວາມຮູ້ ແລະ ຄວາມເຂົ້າໃຈ. ເມື່ອເຖິງເວລານັ້ນທີ່ເຈົ້າມີລູກຫລານເພີ່ມຂຶ້ນຈຳນວນຫລວງຫລາຍຈົນເຕັມແຜ່ນດິນ”, ພຣະເຈົ້າຢາເວປະກາດດັ່ງນີ້, “ປະຊາຊົນຈະບໍ່ເວົ້າເຖິງ ‘ຫີບພັນທະສັນຍາຂອງພຣະເຈົ້າຢາເວອີກຕໍ່ໄປ’ ຈະບໍ່ຄິດເຖິງ ຫລື ບໍ່ຈົດຈຳ; ຈົດຈໍ່ຫາ ຫລື ບໍ່ສ້າງຫີບພັນທະສັນຍານັ້ນຂຶ້ນມາອີກ. ໃນເວລານັ້ນ ພວກເຂົາຈະເອີ້ນເຢຣູຊາເລັມວ່າ ‘ບັນລັງຂອງພຣະເຈົ້າຢາເວ’ ແລະ ຊົນຊາດທັງໝົດຈະມາຊຸມນຸມກັນໃນເຢຣູຊາເລັມເພື່ອໃຫ້ກຽດແກ່ນາມຂອງພຣະເຈົ້າຢາເວ. ພວກເຂົາຈະບໍ່ເຮັດຕາມຄວາມດື້ດ້ານແຫ່ງຈິດໃຈຊົ່ວຂອງພວກເຂົາອີກຕໍ່ໄປ. ເມື່ອເຖິງເວລານັ້ນ, ປະຊາຊົນຢູດາຍຈະຮ່ວມກັນກັບປະຊາຊົນອິດສະຣາເອນ, ແລະ ພວກເຂົາຈະພ້ອມກັນມາຈາກດິນແດນທາງທິດເໜືອມາທີ່ດິນແດນ, ທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າເປັນກຳມະສິດ.
“ເຮົາເອງໄດ້ກ່າວໄວ້ວ່າ,
“ ‘ເຮົາມີຄວາມຍິນດີຢ່າງຍິ່ງທີ່ເຮົາຈະປະຕິບັດຕໍ່ເຈົ້າເໝືອນດັ່ງເປັນລູກຂອງເຮົາ
ແລະ ມອບດິນແດນອັນສວຍງາມໃຫ້ແກ່ເຈົ້າ
ເປັນຊັບສົມບັດອັນງົດງາມທີ່ສຸດກວ່າຂອງຊົນຊາດໃດໆ’.
ເຮົາຄິດວ່າເຈົ້າຈະເອີ້ນເຮົາວ່າ ‘ບິດາ’
ແລະ ຈະຕິດຕາມເຮົາໂດຍບໍ່ຫັນໜີໄປໃສ.
ສະນັ້ນເຈົ້າ, ອິດສະຣາເອນ, ເຈົ້າບໍ່ໄດ້ສັດຊື່ຕໍ່ເຮົາ,
ແຕ່ເປັນເໝືອນດັ່ງເມຍທີ່ບໍ່ສັດຊື່ຕໍ່ຜົວຂອງນາງ”.
ພຣະເຈົ້າຢາເວປະກາດດັ່ງນີ້.
ມີສຽງຮ້ອງໄຫ້ໄດ້ດັງຂຶ້ນຢູ່ເທິງພູສູງທີ່ແຫ້ງແລ້ງ,
ເປັນສຽງຮ້ອງໄຫ້ ແລະ ອ້ອນວອນຂໍຂອງປະຊາຊົນອິດສະຣາເອນ,
ເພາະພວກເຂົາໄດ້ປ່ຽນວິຖີທາງຂອງຕົນ
ແລະ ໄດ້ລືມພຣະເຈົ້າຢາເວ, ພຣະເຈົ້າຂອງພວກເຂົາແລ້ວ.
“ຈົ່ງກັບຄືນມາ, ປະຊາຊົນທີ່ບໍ່ສັດຊື່;
ເຮົາຈະປິ່ນປົວເຈົ້າຈາກການຫັນໜີໄປ”.
“ແມ່ນແລ້ວ, ພວກຂ້ານ້ອຍຈະມາຫາພຣະອົງ,
ເພາະພຣະອົງເປັນພຣະເຈົ້າຢາເວ, ພຣະເຈົ້າຂອງພວກຂ້ານ້ອຍ.
ແທ້ຈິງແລ້ວ ການກາບໄຫວ້ຮູບເຄົາລົບເທິງເນີນພູ
ແລະ ພູເຂົາຕ່າງໆເປັນການຫລອກລວງ;
ແທ້ຈິງແລ້ວ ໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ
ເປັນຄວາມພົ້ນຂອງອິດສະຣາເອນ.
ຕັ້ງແຕ່ພວກຂ້ານ້ອຍຍັງໜຸ່ມ
ບັນດາພະອັນໜ້າອັບອາຍໄດ້ລ້າງຜານ
ຜົນແຫ່ງເຫື່ອແຮງຂອງບັນພະບຸລຸດຂອງພວກຂ້ານ້ອຍ
ຄື ຝູງແກະ ແລະ ຝູງສັດ,
ພວກລູກຊາຍ ແລະ ພວກລູກສາວຂອງພວກເຂົາ.
ພວກຂ້ານ້ອຍນອນລົງໃນຄວາມອັບອາຍຂອງຕົນ,
ແລະ ປ່ອຍໃຫ້ຄວາມອັບອາຍປົກຄຸມພວກຂ້ານ້ອຍໄວ້.
ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ,
ພ້ອມທັງພວກຂ້ານ້ອຍ ແລະ ບັນພະບຸລຸດພວກຂ້ານ້ອຍດ້ວຍ;
ຕັ້ງແຕ່ພວກຂ້ານ້ອຍຍັງໜຸ່ມນ້ອຍຈົນເຖິງບັດນີ້
ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ”.
Source notes (1)
- Footnote ຫລື ຄົນອາຣັບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.