Biblica® Open Lao Contemporary Version
ເຢເຣມີຢາ 4
ພຣະເຈົ້າຢາເວປະກາດວ່າ “ອິດສະຣາເອນ, ຖ້າເຈົ້າຈະກັບຄືນມາ”,
“ຈົ່ງຫັນກັບມາຫາເຮົາ”.
“ຖ້າເຈົ້າກຳຈັດຮູບເຄົາລົບທີ່ໜ້າລັງກຽດອອກໄປໃຫ້ພົ້ນໜ້າຂອງເຮົາ
ແລະ ຈະບໍ່ຫລົງທາງອີກຕໍ່ໄປ,
ແລະ ຖ້າພວກເຈົ້າສາບານວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ສັນໃດ’,
ດ້ວຍຄວາມຈິງ, ຄວາມຍຸຕິທຳ ແລະ ຄວາມຊອບທຳ,
ແລ້ວຊົນຊາດທັງຫລາຍກໍຈະຂໍພຣະພອນຈາກພຣະອົງ
ແລະ ພວກເຂົາຈະສັນລະເສີນພຣະອົງ”.
ພຣະເຈົ້າຢາເວກ່າວກັບປະຊາຊົນຢູດາຍ ແລະ ປະຊາຊົນເຢຣູຊາເລັມວ່າ:
“ຈົ່ງໄຖດິນທີ່ບໍ່ໄດ້ໄຖຂອງເຈົ້າ
ແລະ ຢ່າຫວ່ານເມັດພືດລົງໃນຟຸ່ມໜາມ.
ປະຊາຊົນຢູດາຍ ແລະ ຊາວເຢຣູຊາເລັມ,
ຈົ່ງເຮັດພິທີຕັດໃຫ້ຕົນເອງຖວາຍພຣະເຈົ້າຢາເວ,
ຈົ່ງເຮັດພິທີຕັດໃນໃຈຂອງພວກເຈົ້າ,
ບໍ່ດັ່ງນັ້ນ, ຄວາມໂກດຮ້າຍຂອງເຮົາຈະລຸກຂຶ້ນ ແລະ ເຜົາຜານເໝືອນດັ່ງໄຟ
ໂດຍບໍ່ມີຜູ້ໃດດັບມັນໄດ້
ຍ້ອນຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ.
ໄພພິບັດຈາກທິດເໜືອ
“ຈົ່ງຮ້ອງໃນຢູດາຍ ແລະ ປະກາດໃນເຢຣູຊາເລັມວ່າ:
‘ຈົ່ງເປົ່າແກໄປທົ່ວດິນແດນ!’
ຈົ່ງຮ້ອງຂຶ້ນດ້ວຍສຽງດັງ ແລະ ເວົ້າວ່າ:
‘ຈົ່ງມາເຕົ້າໂຮມກັນ!
ໃຫ້ພວກເຮົາໜີໄປຍັງເມືອງທີ່ມີປ້ອມປ້ອງກັນຕ່າງໆ!’
ຈົ່ງລຸກຂຶ້ນສົ່ງສັນຍານໄປຫາຊີໂອນ!
ຈົ່ງໜີໄປຫາບ່ອນປອດໄພ ຢ່າຊັກຊ້າ!
ເພາະເຮົາກຳລັງນຳໄພພິບັດມາຈາກທິດເໜືອ,
ເປັນການທໍາລາຍອັນໜ້າຢ້ານ”.
ສິງໂຕໜຶ່ງໄດ້ອອກມາຈາກຖ້ຳຂອງມັນ;
ຜູ້ທຳລາຍບັນດາຊົນຊາດໄດ້ອອກມາແລ້ວ.
ມັນໄດ້ອອກມາຈາກບ່ອນພັກຂອງມັນ
ເພື່ອເຮັດໃຫ້ດິນແດນຂອງເຈົ້າຮົກຮ້າງ.
ເມືອງຕ່າງໆຂອງເຈົ້າຈະຖືກປະໄວ້ເປັນຊາກຫັກເພພັງ
ໂດຍບໍ່ມີປະຊາຊົນອາໄສຢູ່.
ສະນັ້ນຈົ່ງນຸ່ງຜ້າກະສອບເຂົ້າ
ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ,
ເພາະຄວາມໃຈຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວ
ບໍ່ໄດ້ຫັນໜີໄປຈາກພວກເຮົາ.
ພຣະເຈົ້າຢາເວປະກາດວ່າ, “ໃນວັນນັ້ນ,
ກະສັດ ແລະ ບັນດາຂ້າລາຊະການຈະເສຍກຳລັງໃຈ,
ບັນດາປະໂລຫິດຈະຕົກໃຈຢ້ານກົວ
ແລະ ບັນດາຜູ້ທໍານວາຍຈະຕົກໃຈ”.
ແລ້ວຂ້າພະເຈົ້າໄດ້ເວົ້າວ່າ “ຂ້າແດ່ພຣະເຈົ້າຢາເວ, ອົງເຈົ້ານາຍ, ພຣະອົງຫລອກລວງເຢຣູຊາເລັມ ແລະ ຊົນຊາດນີ້ແລ້ວໂດຍທີ່ພຣະອົງກ່າວວ່າ, ‘ເຈົ້າຈະມີສັນຕິສຸກ,’ ແຕ່ດາບກໍຈີ້ທີ່ຄໍຫອຍພວກຂ້ານ້ອຍໄວ້!”
ໃນເວລານັ້ນ ຈະມີຄົນບອກຊົນຊາດນີ້ ແລະ ຊາວເຢຣູຊາເລັມວ່າ, “ລົມຮ້ອນຈາກເທິງເນີນພູສູງທີ່ແຫ້ງແລ້ງກໍາລັງພັດມາຫາປະຊາຊົນຂອງເຮົາ, ແຕ່ບໍ່ແມ່ນເພື່ອພັດເອົາຂີ້ແກບອອກໄປ ຫລື ຊໍາລະລ້າງ; ເປັນລົມພັດແຮງທີ່ມາຈາກເຮົາ.1 ບັດນີ້ ເຮົາປະກາດການພິພາກສາຂອງເຮົາຕໍ່ພວກເຂົາ”.
ເບິ່ງແມ! ລາວບຸກເຂົ້າມາເໝືອນດັ່ງເມກ,
ລົດຮົບຂອງລາວມາເໝືອນດັ່ງພະຍຸໝຸນ
ຝູງມ້າຂອງລາວແລ່ນໄວກວ່ານົກອິນຊີ.
ວິບັດແກ່ພວກເຮົາ! ພວກເຮົາພິນາດຈິບຫາຍສາແລ້ວ!
ເຢຣູຊາເລັມ, ຈົ່ງຊຳລະຄວາມຊົ່ວຊ້າອອກຈາກຈິດໃຈຂອງເຈົ້າ ແລະ ເຈົ້າຈະຖືກຊ່ວຍໃຫ້ພົ້ນ.
ເຈົ້າຈະເກັບຄວາມຊົ່ວຮ້າຍໄວ້ອີກດົນປານໃດ?
ມີສຽງໜຶ່ງກໍາລັງປະກາດອອກມາຈາກເມືອງດານ,
ກໍາລັງປະກາດໄພພິບັດຈາກບັນດາເນີນພູຂອງເອຟຣາອິມ.
“ຈົ່ງບອກເລື່ອງນີ້ແກ່ຊົນຊາດທັງຫລາຍ,
ຈົ່ງປະກາດເລື່ອງນີ້ແກ່ເຢຣູຊາເລັມວ່າ:
‘ກອງທັບທີ່ອ້ອມເມືອງກຳລັງມາຈາກດິນແດນຫ່າງໄກ,
ຈົ່ງສົ່ງສຽງໂຫຮ້ອງຕໍ່ສູ້ເມືອງຕ່າງໆຂອງຢູດາຍ.
ພວກເຂົາປິດລ້ອມເຢຣູຊາເລັມເໝືອນດັ່ງຄົນເຝົ້າທົ່ງນາ,
ເພາະເຢຣູຊາເລັມໄດ້ກະບົດຕໍ່ເຮົາ’ ”
ພຣະເຈົ້າຢາເວປະກາດດັ່ງນີ້ແຫລະ.
“ການປະພຶດ ແລະ ການກະທໍາຂອງເຈົ້າເອງ
ທີ່ໄດ້ນໍາສິ່ງເຫລົ່ານີ້ມາສູ່ເຈົ້າ.
ສິ່ງນີ້ແມ່ນການລົງໂທດເຈົ້າ.
ມັນຂົມຂື່ນຫລາຍ!
ມັນແທງເຖິງຈິດໃຈຂະໜາດໃດ!”
ໂອຍ, ຂ້ານ້ອຍເຈັບປວດ, ເຈັບປວດເຫລືອເກີນ!
ຂ້ານ້ອຍດິ້ນລົນດ້ວຍຄວາມເຈັບປວດ.
ໂອຍ, ຈິດໃຈຂອງຂ້ານ້ອຍມີຄວາມທໍລະມານ!
ຫົວໃຈຂອງຂ້ານ້ອຍກໍເຕັ້ນແຮງຢູ່ພາຍໃນ,
ຂ້ານ້ອຍມິດງຽບຢູ່ບໍ່ໄດ້.
ເພາະຂ້ານ້ອຍໄດ້ຍິນສຽງແກ;
ຂ້ານ້ອຍໄດ້ຍິນສຽງໂຫ່ຮ້ອງສູ້ຮົບກັນ.
ໄພພິບັດໜຶ່ງເຂົ້າມາ ໄພພິບັດອື່ນກໍຕາມມາອີກ;
ທົ່ວແຜ່ນດິນຕົກຢູ່ໃນສະພາບເພພັງ.
ຜ້າເຕັນທັງຫລາຍຂອງຂ້ານ້ອຍກໍໄດ້ຖືກທຳລາຍ, ເຊິ່ງບ່ອນກຳບັງຂອງຂ້ານ້ອຍ
ກໍຫາຍໄປຊົ່ວພິບຕາ.
ຂ້ານ້ອຍຈະຕ້ອງເບິ່ງການສູ້ຮົບ
ແລະ ຍິນສຽງແກໄປອີກດົນປານໃດ?
“ປະຊາຊົນຂອງເຮົາໂງ່ຈ້າຫລາຍ;
ພວກເຂົາບໍ່ຮູ້ຈັກເຮົາ.
ພວກເຂົາເປັນເດັກນ້ອຍທີ່ບໍ່ມີຄວາມຄິດ;
ພວກເຂົາບໍ່ມີຄວາມເຂົ້າໃຈ.
ພວກເຂົາມີຄວາມຊຳນານໃນການເຮັດຊົ່ວ;
ພວກເຂົາບໍ່ຮູ້ວ່າຈະເຮັດດີໄດ້ແນວໃດ”.
ຂ້ານ້ອຍເບິ່ງແຜ່ນດິນໂລກ,
ແລະ ມັນບໍ່ມີຮູບຮ່າງ ແລະ ວ່າງເປົ່າ;
ແລະ ເບິ່ງຟ້າສະຫວັນ,
ແສງສະຫວ່າງຂອງມັນກໍຫາຍໄປ.
ຂ້ານ້ອຍເບິ່ງພູເຂົາທັງຫລາຍ,
ແລະ ພວກມັນກໍາລັງສັ່ນສະເທືອນ;
ເນີນພູທັງໝົດກໍກໍາລັງແກວ່ງໄປມາ.
ຂ້ານ້ອຍເຫັນວ່າ, ຢູ່ທີ່ນັ້ນບໍ່ມີຄົນໃດເລີຍ;
ນົກທຸກໂຕຢູ່ໃນທ້ອງຟ້າໄດ້ບິນໜີໄປໝົດ.
ຂ້ານ້ອຍເຫັນວ່າ, ແຜ່ນດິນທີ່ອຸດົມສົມບູນກໍເປັນທະເລຊາຍ;
ເມືອງທັງຫລາຍຢູ່ໃນສະພາບຊາກຫັກເພພັງ
ຕໍ່ໜ້າພຣະເຈົ້າຢາເວ ແລະ ຕໍ່ຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງ.
ພຣະເຈົ້າຢາເວກ່າວວ່າ:
“ທົ່ວແຜ່ນດິນຈະຖືກປະໄວ້ໃຫ້ຮົກຮ້າງ,
ແຕ່ເຮົາຈະບໍ່ທຳລາຍມັນຈົນໝົດສິ້ນ.
ເຫດສະນັ້ນ ແຜ່ນດິນໂລກຈະໄວ້ທຸກ
ແລະ ຟ້າສະຫວັນເບື້ອງເທິງຈະມືດມົວໄປ,
ເພາະເຮົາໄດ້ກ່າວໄວ້ແລ້ວ ແລະ ຈະບໍ່ຜ່ອນຜັນ,
ເຮົາໄດ້ຕັດສິນໃຈໄວ້ແລ້ວ ແລະ ຈະບໍ່ປ່ຽນແປງ”.
ເມື່ອໄດ້ຍິນສຽງທະຫານມ້າ ແລະ ນັກຍິງທະນູ
ເມືອງທຸກເມືອງພາກັນປົບໜີໄປ.
ບາງຄົນເຂົ້າໄປໃນປ່າດົງ;
ບາງຄົນປີນຂຶ້ນໄປຕາມຜາຫີນ
ເມືອງທຸກເມືອງຖືກປະຖິ້ມໄວ້;
ບໍ່ມີຜູ້ໃດອາໄສຢູ່ໃນເມືອງເຫລົ່ານັ້ນ.
ເຈົ້າຜູ້ທີ່ຈະຖືກທຳລາຍ ເຈົ້າກຳລັງເຮັດຫຍັງຢູ່?
ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງສີແດງເຂັ້ມ
ແລະ ໃສ່ເພັດພອຍ ຫລື ຄໍາ?
ເປັນຫຍັງເຈົ້າແຕ້ມຄິ້ວແຕ້ມຕາ?
ເຈົ້າແຕ່ງໂຕງາມກໍບໍ່ມີປະໂຫຍດຫຍັງ.
ຄົນຮັກຂອງເຈົ້າກໍດູຖູກເຈົ້າ;
ພວກເຂົາຢາກຈະຂ້າເຈົ້າ.
ຂ້ານ້ອຍໄດ້ຍິນສຽງຮ້ອງເປັນດັ່ງສຽງຜູ້ຍິງທີ່ກຳລັງເກີດລູກ,
ສຽງຄວນຄາງເປັນດັ່ງສຽງຂອງຜູ້ຍິງທີ່ເກີດລູກກົກ
ເປັນສຽງຮ້ອງຂອງລູກສາວແຫ່ງຊີໂອນ2 ກໍາລັງຫາຍໃຈຫອບ,
ນາງຢຽດແຂນຂອງຕົນອອກ ແລະ ເວົ້າວ່າ,
“ອະນິຈັງ! ຂ້ອຍກໍາລັງຈະເປັນລົມ;
ຊີວິດຂອງຂ້ອຍຖືກມອບໄວ້ໃນມືຂອງພວກຄາດຕະກອນ”.
Source notes (2)
- Footnote ຫລື ເຮົາເປັນຜູ້ສັ່ງໃຫ້ລົມກ້ານັ້ນມາ
- Footnote ຄື ຊາວເຢຣູຊາເລັມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.