Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 5

ບໍ່​ມີ​ຜູ້ໃດ​ທ່ຽງທຳ

“ຈົ່ງ​ຂຶ້ນ​ໄປ ແລະ ລົງ​ມາ​ຕາມ​ຖະໜົນ​ຫົນທາງ​ຂອງ​ເຢຣູຊາເລັມ,

ຈົ່ງ​ເບິ່ງ​ໄປ​ອ້ອມຮອບ ແລະ ຈົ່ງ​ພິຈາລະນາ​ເບິ່ງ,

ຈົ່ງ​ຄົ້ນຫາ​ຢູ່​ຕາມ​ແຈ​ທາງ​ຂອງ​ເມືອງ.

ຖ້າ​ເຈົ້າ​ພົບ​ແມ່ນ​ແຕ່​ຄົນ​ດຽວ

ຜູ້​ທີ່​ປະຕິບັດ​ຢ່າງ​ສັດຊື່ ແລະ ສະແຫວງ​ຫາ​ຄວາມຈິງ,

ເຮົາ​ກໍ​ຈະ​ຍົກ​ໂທດ​ໃຫ້​ເມືອງ​ນີ້.

ເຖິງແມ່ນວ່າ​ພວກເຂົາ​ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ’

ພວກເຂົາ​ກໍ​ຍັງ​ກຳລັງ​ສາບານ​ບໍ່​ຈິງ”.

ຂ້າແດ່​ພຣະເຈົ້າຢາເວ, ຕາ​ຂອງ​ພຣະອົງ​ຊອກຫາ​ຄວາມຈິງ​ບໍ່​ແມ່ນ​ບໍ?

ພຣະອົງ​ຂ້ຽນຕີ​ພວກເຂົາ, ແຕ່​ພວກເຂົາ​ກໍ​ບໍ່​ຮູ້​ສຶກ​ເຈັບ;

ພຣະອົງ​ຍ່ອງ​ພວກເຂົາ, ແຕ່​ພວກເຂົາ​ກໍ​ບໍ່​ຍອມຮັບ​ການ​ຕີສອນ.

ພວກເຂົາ​ເຮັດ​ໃຫ້​ໜ້າ​ຂອງ​ຕົນ​ດ້ານ​ຫລາຍ​ກວ່າ​ກ້ອນຫີນ

ແລະ ບໍ່​ຍອມ​ກັບ​ໃຈ​ໃໝ່.

ຂ້ານ້ອຍ​ຄິດ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ພຽງແຕ່​ຄົນ​ທຸກຍາກ;

ພວກເຂົາ​ເປັນ​ຄົນ​ໂງ່ຈ້າ​ຫລາຍ,

ເພາະ​ພວກເຂົາ​ບໍ່​ຮູ້​ວິຖີທາງ​ຂອງ​ພຣະເຈົ້າຢາເວ,

ບໍ່​ຮູ້​ຈັກ​ສິ່ງ​ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ຕ້ອງການ.

ສະນັ້ນ ຂ້ານ້ອຍ​ຈະ​ໄປ​ຫາ​ບັນດາ​ຜູ້ນຳ

ແລະ ຈະ​ເວົ້າ​ກັບ​ພວກເຂົາ;

ພວກເຂົາ​ຮູ້​ຈັກ​ວິຖີທາງ​ຂອງ​ພຣະເຈົ້າຢາເວ,

ຮູ້​ຈັກ​ສິ່ງ​ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ຕ້ອງການ​ຢ່າງ​ແນ່ນອນ”.

ແຕ່​ພວກເຂົາ​ໄດ້​ຫັກ​ແອກ​ອອກ​ດ້ວຍ​ການ​ພ້ອມ​ໃຈ​ກັນ

ແລະ ທໍາລາຍ​ເຄື່ອງ​ຜູກມັດ​ຕ່າງໆ​ດ້ວຍ.

ເຫດສະນັ້ນ ໂຕ​ສິງ​ຈາກ​ປ່າ​ຈະ​ມາ​ໂຈມຕີ​ພວກເຂົາ,

ໝາ​ປ່າ​ຈາກ​ທະເລຊາຍ​ຈະ​ທຳລາຍ​ພວກເຂົາ,

ເສືອດາວ​ຈະ​ດັກ​ຈັບ​ຢູ່​ໃກ້​ເມືອງ​ຕ່າງໆ​ຂອງ​ພວກເຂົາ

ເພື່ອ​ລໍ​ຖ້າ​ຈີກ​ຜູ້​ໃດ​ກໍ​ຕາມ​ທີ່​ອອກ​ມາ​ນັ້ນ​ເປັນ​ຕ່ອນໆ,

ເພາະ​ການ​ກະບົດ​ຂອງ​ພວກເຂົາ​ກໍ​ຮ້າຍແຮງ

ແລະ ການ​ເຮັດ​ບາບ​ຂອງ​ພວກເຂົາ​ມີ​ຢ່າງ​ຫລວງຫລາຍ.

“ເປັນຫຍັງ​ເຮົາ​ຈຶ່ງ​ຄວນ​ຍົກ​ໂທດ​ໃຫ້​ພວກເຈົ້າ?

ລູກ​ຫລານ​ຂອງ​ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ

ແລະ ສາບານ​ໂດຍ​ນາມ​ຂອງ​ພະ​ຕ່າງໆ, ທີ່​ບໍ່​ແມ່ນ​ພຣະເຈົ້າ.

ເຮົາ​ໄດ້​ຈັດຕຽມ​ທຸກສິ່ງ​ທີ່​ຈຳເປັນ​ໃຫ້​ພວກເຂົາ,

ແຕ່​ພວກເຂົາ​ໄດ້​ຫລິ້ນຊູ້

ແລະ ໄດ້​ຊຸມນຸມ​ກັນ​ທີ່​ເຮືອນ​ພວກ​ຍິງ​ໂສເພນີ.

ພວກເຂົາ​ເປັນດັ່ງ​ມ້າ​ເຖິກ​ທີ່​ໄດ້​ຮັບ​ການ​ລ້ຽງດູ​ຢ່າງ​ດີ, ມີ​ຕັນຫາ​ຫລາຍ,

ແຕ່ລະ​ຄົນ​ກໍ​ຢາກ​ໄດ້​ເມຍ​ຂອງ​ເພື່ອນບ້ານ.

ເຮົາ​ຄວນ​ຈະ​ລົງໂທດ​ພວກເຂົາ​ເພາະ​ເລື່ອງ​ນີ້​ບໍ?”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ຄວນ​ຈະ​ແກ້ແຄ້ນ​ໃຫ້​ຕົນເອງ

ຕໍ່​ຊົນຊາດ​ທີ່​ປະພຶດ​ຢ່າງ​ນີ້​ບໍ?

“ຈົ່ງ​ໄປ​ຕາມ​ທາງ​ຍ່າງ​ຂອງ​ສວນ​ອະງຸ່ນ​ຂອງ​ອິດສະຣາເອນ ແລະ ທຳລາຍ​ສວນ​ນັ້ນ​ຖິ້ມ,

ແຕ່​ຢ່າ​ທຳລາຍ​ຈົນ​ພວກມັນ​ໝົດ​ສິ້ນ.

ຈົ່ງ​ຕັດ​ກິ່ງ​ຕ່າງໆ​ຈາກ​ເຄືອ​ອະງຸ່ນ​ອອກ,

ເພາະ​ປະຊາຊົນ​ເຫລົ່ານີ້​ບໍ່​ໄດ້​ເປັນ​ຂອງ​ພຣະເຈົ້າຢາເວ.

ປະຊາຊົນ​ອິດສະຣາເອນ ແລະ ປະຊາຊົນ​ຢູດາຍ

ບໍ່​ໄດ້​ສັດຊື່​ຕໍ່​ເຮົາ​ຈົນ​ເຖິງ​ທີ່​ສຸດ”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ພວກເຂົາ​ໄດ້​ຕົວະ​ກ່ຽວກັບ​ພຣະເຈົ້າຢາເວ;

ພວກເຂົາ​ໄດ້​ເວົ້າ​ວ່າ, “ພຣະອົງ​ຈະ​ບໍ່​ເຮັດຫຍັງ​ດອກ!

ຈະ​ບໍ່​ມີ​ອັນຕະລາຍ​ໃດໆ​ຈະ​ມາ​ຫາ​ພວກເຮົາ;

ພວກເຮົາ​ຈະ​ບໍ່​ເຫັນ​ສົງຄາມ ຫລື ການ​ອຶດຢາກ​ອາຫານ.

ບັນດາ​ຜູ້ທໍານວາຍ​ເປັນ​ແຕ່​ພຽງ​ລົມ​ເທົ່ານັ້ນ

ບໍ່​ມີ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ປາກ​ຂອງ​ພວກເຂົາ;

ດັ່ງນັ້ນ ຂໍ​ໃຫ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ຕົກ​ໃສ່​ພວກເຂົາ”.

ເຫດສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ຍ້ອນ​ປະຊາຊົນ​ໄດ້​ເວົ້າ​ຖ້ອຍຄໍາ​ເຫລົ່ານີ້,

ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງ​ເຮົາ​ໃນ​ປາກ​ຂອງ​ເຈົ້າ​ນັ້ນ​ເປັນ​ດັ່ງ​ໄຟ

ແລະ ໃຫ້​ປະຊາຊົນ​ເຫລົ່ານີ້​ເປັນ​ດັ່ງ​ຟືນ​ທີ່​ໄຟ​ຈະ​ເຜົາ​ໄໝ້.

ປະຊາຊົນ​ອິດສະຣາເອນ”, ພຣະເຈົ້າຢາເວ​ປະກາດ​ວ່າ,

“ເຮົາ​ກຳລັງ​ນຳ​ຊົນຊາດ​ທີ່​ຢູ່​ຫ່າງ​ໄກ​ມາ​ຕໍ່ສູ້​ເຈົ້າ

ເປັນ​ຊົນຊາດ​ເກົ່າແກ່ ແລະ ດໍາລົງ​ຢູ່​ມາ​ແຕ່​ດົນນານ,

ເປັນ​ຊົນຊາດ​ທີ່​ພວກເຈົ້າ​ບໍ່​ຮູ້​ຈັກ​ພາສາ,

ທີ່​ເຈົ້າ​ບໍ່​ເຂົ້າໃຈ​ຄຳເວົ້າ.

ລູກ​ທະນູ​ຂອງ​ພວກເຂົາ​ເປັນ​ເໝືອນ​ຂຸມ​ຝັງສົບ​ທີ່​ເປີດ​ອອກ;

ພວກເຂົາ​ທຸກຄົນ​ເປັນ​ດັ່ງ​ບັນດາ​ນັກຮົບ​ທີ່​ຍິ່ງໃຫຍ່.

ພວກເຂົາ​ຈະ​ທໍາລາຍ​ຜົນລະປູກ ແລະ ອາຫານ​ຂອງ​ພວກເຈົ້າ,

ຂ້າ​ພວກ​ລູກຊາຍ ແລະ ພວກ​ລູກສາວ​ຂອງ​ພວກເຈົ້າ;

ພວກເຂົາ​ຈະ​ຂ້າ​ຝູງ​ແກະ ແລະ ຝູງ​ສັດ​ຂອງ​ພວກເຈົ້າ,

ທໍາລາຍ​ເຄືອ​ອະງຸ່ນ ແລະ ຕົ້ນ​ໝາກເດື່ອ​ຂອງ​ພວກເຈົ້າ.

ພວກເຂົາ​ຈະ​ໃຊ້​ດາບ​ທຳລາຍ

ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຕ່າງໆ​ທີ່​ເຈົ້າ​ໄວ້ວາງໃຈ​ນັ້ນ”.

ພຣະເຈົ້າຢາເວ​ປະກາດ​ວ່າ, “ເມື່ອ​ເຖິງ​ເວລາ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ຈົນ​ໝົດ​ສິ້ນ. ແລະ ເມື່ອ​ປະຊາຊົນ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕໍ່​ພວກເຮົາ?’ ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ, ‘ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ ແລະ ໄດ້​ຮັບໃຊ້​ບັນດາ​ພະ​ຕ່າງຊາດ​ໃນ​ດິນແດນ​ຂອງ​ພວກເຈົ້າ​ເອງ, ສະນັ້ນ ບັດນີ້​ພວກເຈົ້າ​ຈະ​ຮັບໃຊ້​ຄົນ​ຕ່າງຊາດ​ໃນ​ດິນແດນ, ທີ່​ບໍ່​ແມ່ນ​ຂອງ​ພວກເຈົ້າ​ເອງ’.

“ຈົ່ງ​ປະກາດ​ເລື່ອງ​ນີ້​ຕໍ່​ເຊື້ອສາຍ​ຂອງ​ຢາໂຄບ

ແລະ ປະກາດ​ມັນ​ຢູ່​ໃນ​ຢູດາຍ​ວ່າ:

ຈົ່ງ​ຟັງ​ສິ່ງນີ້, ພວກເຈົ້າ​ຄົນ​ໂງ່​ຈ້າ ແລະ ປະຊາຊົນ​ບໍ່​ມີ​ຄວາມ​ຄິດ,

ຜູ້​ທີ່​ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ,

ຜູ້​ທີ່​ມີ​ຫູ​ແຕ່​ບໍ່​ໄດ້​ຍິນ​ວ່າ:

ພວກເຈົ້າ​ຄວນ​ຈະ​ຢຳເກງ​ເຮົາ​ບໍ່​ແມ່ນ​ບໍ?”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຈົ້າ​ຄວນ​ຈະ​ສັ່ນສະທ້ານ​ເມື່ອ​ຢູ່​ຕໍ່ໜ້າ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?

ເຮົາ​ຕັ້ງ​ດິນຊາຍ​ໄວ້​ເປັນ​ເຂດແດນ​ສໍາລັບ​ທະເລ,

ເປັນ​ເຄື່ອງ​ກີດກັ້ນ​ຕະຫລອດໄປ, ເຊິ່ງ​ທະເລ​ບໍ່​ສາມາດ​ຂ້າມ​ໄປ​ໄດ້.

ຄື້ນ​ທະເລ​ອາດຈະ​ເສາະ, ແຕ່​ກໍ​ເອົາ​ຊະນະ​ບໍ່​ໄດ້;

ຄື້ນ​ທະເລ​ອາດຈະ​ດັງ​ກ້ອງ​ສະໜັ່ນ ແຕ່​ພວກມັນ​ກໍ​ຂ້າມ​ໄປ​ບໍ່​ໄດ້.

ແຕ່​ປະຊາຊົນ​ເຫລົ່ານີ້​ມີ​ໃຈ​ດື້ດ້ານ ແລະ ມີ​ໃຈ​ກະບົດ;

ພວກເຂົາ​ໄດ້​ຫັນ​ໜີ ແລະ ໄປ​ຈາກ​ເຮົາ​ແລ້ວ.

ພວກເຂົາ​ບໍ່​ໄດ້​ບອກ​ກັບ​ຕົນເອງ​ວ່າ,

‘ໃຫ້​ພວກເຮົາ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ,

ຜູ້​ທີ່​ໂຜດ​ໃຫ້​ຝົນ​ໃນ​ລະດູ​ໃບໄມ້​ຫລົ່ນ ແລະ ໃນ​ລະດູ​ໃບໄມ້​ປົ່ງ​ຕາມ​ລະດູ​ການ,

ຜູ້​ທີ່​ຮັບປະກັນ​ວ່າ​ພວກເຮົາ​ຈະ​ໄດ້​ເກັບກ່ຽວ​ຕາມ​ລະດູ​ຢ່າງ​ແນ່ນອນ’.

ຍ້ອນ​ຄວາມ​ຜິດ​ຂອງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ສິ່ງ​ເຫລົ່ານີ້​ໝົດ​ໄປ;

ບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຂາດ​ຈາກ​ສິ່ງ​ທີ່​ດີ.

“ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຮົາ​ມີ​ຄົນ​ຊົ່ວຮ້າຍ,

ທີ່​ຄອຍ​ຖ້າ​ເໝືອນດັ່ງ​ນາຍພານ​ທີ່​ວາງ​ບ້ວງແຮ້ວ​ຈັບ​ນົກ

ແລະ ເໝືອນດັ່ງ​ຄົນ​ທີ່​ວາງ​ກັບດັກ​ເພື່ອ​ຈັບ​ຄົນ.

ເຮືອນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຫລອກລວງ;

ເໝືອນດັ່ງ​ກົງ​ຂັງ​ນົກ​ທີ່​ມີ​ນົກ​ເຕັມ​ຢູ່,

ພວກເຂົາ​ໄດ້​ກາຍ​ເປັນ​ຄົນ​ຮັ່ງມີ ແລະ ມີ​ອໍານາດ

ພວກເຂົາ​ຕຸ້ຍ​ພີ​ຂຶ້ນ ແລະ ແຂງແຮງ​ດີ.

ການ​ເຮັດ​ຊົ່ວ​ຂອງ​ພວກເຂົາ​ບໍ່​ມີ​ຂອບເຂດ​ຈຳກັດ;

ພວກເຂົາ​ບໍ່​ໄດ້​ສະແຫວງຫາ​ຄວາມ​ຍຸຕິທໍາ.

ພວກເຂົາ​ບໍ່​ຊ່ວຍ​ໃຫ້​ລູກ​ກຳພ້າ​ທີ່​ມີ​ຄະດີ​ຄວາມ;

ພວກເຂົາ​ບໍ່​ໄດ້​ປົກປ້ອງ​ຄົນ​ທຸກຍາກ​ໃນ​ຄະດີ​ຄວາມ​ຢ່າງ​ຍຸຕິທໍາ.

ເຮົາ​ຄວນ​ຈະ​ລົງໂທດ​ພວກເຂົາ​ເພາະ​ເລື່ອງ​ນີ້​ບໍ?”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ຄວນ​ຈະ​ແກ້ແຄ້ນ​ໃຫ້​ຕົນເອງ

ຕໍ່​ຊົນຊາດ​ທີ່​ປະພຶດ​ຢ່າງ​ນີ້​ບໍ?

“ສິ່ງທີ່​ໜ້າ​ຢ້ານ ແລະ ໜ້າ​ຕົກ​ໃຈ

ໄດ້​ເກີດຂຶ້ນ​ໃນ​ດິນແດນ​ນີ້​ຄື:

ບັນດາ​ຜູ້ທໍານວາຍ​ໄດ້​ທໍານວາຍ​ຕົວະ,

ບັນດາ​ປະໂລຫິດ​ປົກຄອງ​ໂດຍ​ສິດ​ອຳນາດ​ຂອງ​ຕົນ​ເອງ,

ແລະ ປະຊາຊົນ​ຂອງ​ເຮົາ​ກໍ​ຮັກ​ວິຖີທາງ​ແບບ​ນີ້.

ແຕ່​ພວກເຈົ້າ​ຈະ​ເຮັດ​ສິ່ງໃດ​ໃນ​ບັ້ນ​ປາຍ?

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.