Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 6

ເຢຣູຊາເລັມ​ຖືກ​ປິດ​ລ້ອມ

“ຈົ່ງ​ໜີ​ໄປ​ຫາ​ບ່ອນ​ປອດໄພ, ປະຊາຊົນ​ເບັນຢາມິນ!

ຈົ່ງ​ໜີ​ໄປ​ຈາກ​ເຢຣູຊາເລັມ!

ຈົ່ງ​ເປົ່າ​ແກ​ຂຶ້ນ​ໃນ​ເມືອງ​ເຕກົວ!

ຈົ່ງ​ສົ່ງ​ສັນຍານ​ຂຶ້ນ​ເໜືອ​ເມືອງ​ເບັດຮັກເກເຣັມ!

ເພາະ​ໄພພິບັດ​ເກີດ​ຂຶ້ນ​ມາ​ຈາກ​ທາງ​ທິດ​ເໜືອ,

ເປັນ​ການ​ທໍາລາຍ​ອັນ​ໜ້າຢ້ານ.

ເຮົາ​ຈະ​ທຳລາຍ​ລູກສາວ​ແຫ່ງ​ຊີໂອນ,1

ທີ່​ງາມ​ຫລາຍ ແລະ ອ່ອນຫວານ​ຫລາຍ.

ຄົນ​ລ້ຽງແກະ​ພ້ອມ​ທັງ​ຝູງ​ແກະ​ຂອງ​ພວກເຂົາ​ຈະ​ມາ​ຕໍ່ສູ້​ນາງ;

ພວກເຂົາ​ຈະ​ກາງ​ເຕັນ​ຂອງ​ຕົນ​ອ້ອມ​ເມືອງ,

ແຕ່ລະ​ຄົນ​ກໍ​ເບິ່ງແຍງ​ຝູງ​ສັດ​ຂອງ​ຕົນ”.

“ຈົ່ງ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ຊີໂອນ!

ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໂຈມ​ຕີ​ໃນ​ຕອນທ່ຽງ!

ແຕ່​ມັນ​ຊ້າ​ໄປ​ແລ້ວ, ຕາເວັນ​ກໍາລັງ​ຈະ​ຕົກ​ດິນ,

ແລະ ເງົາ​ຂອງ​ຍາມ​ແລງ​ຈະ​ຢູ່​ອີກ​ດົນ.

ສະນັ້ນ ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໂຈມ​ຕີ​ໃນ​ຕອນ​ກາງ​ຄືນ

ແລະ ທຳລາຍ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ເມືອງ​ທັງຫລາຍ!”

ພຣະເຈົ້າຢາເວ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ຈົ່ງ​ຕັດ​ຕົ້ນໄມ້​ລົງ

ແລະ ຄູນ​ດິນ​ຂຶ້ນ​ຕໍ່ສູ້​ເຢຣູຊາເລັມ.

ເມືອງ​ນີ້​ຈະຕ້ອງ​ຖືກ​ລົງໂທດ;

ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ການ​ກົດຂີ່.

ເໝືອນດັ່ງ​ນໍ້າສ້າງ​ປ່ອຍ​ນ້ຳ​ຂອງ​ມັນ​ໃຫ້​ໄຫລ​ອອກ​ມາ,

ເຢຣູຊາເລັມ​ກໍ​ປ່ອຍ​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ອອກ​ມາ,

ຄວາມ​ຮຸນແຮງ ແລະ ການ​ທຳລາຍ​ດັງ​ຂຶ້ນ​ໃນ​ເມືອງ​ນີ້

ການ​ເຈັບ​ປ່ວຍ ແລະ ບາດແຜ​ຂອງ​ນາງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ສະເໝີ.

ເຢຣູຊາເລັມ, ຈົ່ງ​ຮັບ​ເອົາ​ການ​ຕັກເຕືອນ,

ບໍ່​ດັ່ງນັ້ນ ເຮົາ​ຈະ​ຫັນ​ໜີ​ໄປ​ຈາກ​ເຈົ້າ

ແລະ ເຮັດ​ໃຫ້​ດິນແດນ​ຂອງ​ເຈົ້າ​ຮົກຮ້າງ

ຈົນ​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ໄດ້”.

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ໃຫ້​ພວກເຂົາ​ຮວບຮວມ​ອິດສະຣາເອນ​ທີ່​ເຫລືອ​ຢູ່

ເໝືອນດັ່ງ​ເກັບ​ໝາກ​ອະງຸ່ນ​ຈົນ​ໝົດ​ກ້ຽງ;

ໃຊ້​ມື​ຂອງ​ເຈົ້າ​ກວດ​ເບິ່ງ​ເຄືອ​ອະງຸ່ນ​ອີກ,

ດັ່ງ​ຄົນ​ທີ່​ກໍາລັງ​ຮວບຮວມ​ໝາກ​ອະງຸ່ນ”.

ຂ້ານ້ອຍ​ຈະ​ເວົ້າ ແລະ ຕັກເຕືອນ​ຜູ້ໃດ​ໄດ້?

ຜູ້ໃດ​ຈະ​ຟັງ​ຂ້ານ້ອຍ?

ຫູ​ຂອງ​ພວກເຂົາ​ປິດ​ໄວ້​ຢູ່2

ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ໄດ້​ຍິນ.

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ໜ້າ​ກຽດຊັງ​ສໍາລັບ​ພວກເຂົາ;

ພວກເຂົາ​ບໍ່​ພົບ​ຄວາມ​ພໍໃຈ​ໃນ​ຖ້ອຍຄໍາ​ນັ້ນ.

ແຕ່​ຂ້ານ້ອຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ,

ແລະ ຂ້ານ້ອຍ​ກໍ​ອົດທົນ​ກັບ​ມັນ​ບໍ່​ໄດ້.

“ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ອອກ​ໃສ່​ເດັກນ້ອຍ​ຕາມ​ຖະໜົນ​ຫົນທາງ

ແລະ ໃສ່​ຄົນ​ໜຸ່ມ​ທີ່​ຊຸມນຸມ​ກັນ​ຢູ່;

ທັງ​ຜົວ ແລະ ເມຍ​ກໍ​ຈະ​ຖືກ​ຈັບ​ໄປ,

ແລະ ຜູ້ເຖົ້າ, ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ລ່ວງ​ພົ້ນ​ໄປ.

ເຮືອນ​ຂອງ​ພວກເຂົາ​ຈະ​ເປັນ​ຂອງ​ຄົນ​ອື່ນ,

ພ້ອມ​ທັງ​ທົ່ງ​ນາ ແລະ ເມຍ​ຂອງ​ພວກເຂົາ​ດ້ວຍ,

ເມື່ອ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ

ຕໍ່ສູ້​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ນີ້,”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ຕັ້ງແຕ່​ຜູ້​ຕໍ່າຕ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ,

ທຸກຄົນ​ກໍ​ໂລບມາກ​ເພື່ອ​ຢາກ​ໄດ້​ຜົນກໍາໄລ;

ບັນດາ​ຜູ້ທໍານວາຍ ແລະ ບັນດາ​ປະໂລຫິດ​ກໍ​ເໝືອນ​ກັນ

ທຸກຄົນ​ກໍ​ໄດ້​ຫລອກລວງ.

ພວກເຂົາ​ເຮັດ​ບາດແຜ​ໃຫ້​ປະຊາຊົນ​ຂອງ​ເຮົາ

ເໝືອນ​ວ່າ​ມັນ​ບໍ່​ຮ້າຍແຮງ​ເທົ່າ​ໃດ.

ພວກເຂົາ​ເວົ້າ​ວ່າ, ‘ສັນຕິສຸກ ສັນຕິສຸກ’

ທັງ​ທີ່​ບໍ່​ມີ​ສັນຕິສຸກ.

ພວກເຂົາ​ອັບອາຍ​ໃນ​ການ​ປະພຶດ​ອັນ​ໜ້າ​ລັງກຽດ​ຂອງ​ພວກເຂົາ​ບໍ?

ບໍ່, ພວກເຂົາ​ບໍ່​ໄດ້​ມີ​ຄວາມ​ລະອາຍ​ຈັກ​ໜ້ອຍ;

ພວກເຂົາ​ບໍ່​ຮູ້​ວ່າ​ໜ້າ​ແດງ​ນັ້ນ​ເປັນ​ຢ່າງໃດ.

ດັ່ງນັ້ນ ພວກເຂົາ​ຈະ​ລົ້ມ​ລົງ​ໃນ​ທ່າມກາງ​ຄົນ​ທີ່​ໄດ້​ລົ້ມ​ລົງ;

ພວກເຂົາ​ຈະ​ຕົກ​ຕ່ຳ​ລົງ​ເມື່ອ​ເຮົາ​ລົງໂທດ​ພວກເຂົາ”,

ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.

ພຣະເຈົ້າ​ຢາເວ​ກ່າວ​ວ່າ:

“ຈົ່ງ​ຢືນ​ຢູ່​ທີ່​ທາງ​ສີ່ແຍກ ແລະ ຈົ່ງ​ເບິ່ງ​ແມ;

ຈົ່ງ​ຖາມ​ເຖິງ​ເສັ້ນ​ທາງ​ດັ້ງເດີມ,

ຈົ່ງ​ຖາມ​ຫາ​ເສັ້ນ​ທາງ​ດີ​ຢູ່​ໃສ ແລະ ຈົ່ງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ,

ແລະ ເຈົ້າ​ຈະ​ພົບ​ການ​ພັກຜ່ອນ​ສຳລັບ​ຈິດໃຈ​ຂອງ​ເຈົ້າ.

ແຕ່​ເຈົ້າ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ຈະ​ບໍ່​ຍ່າງ​ໄປ​ຕາມ​ທາງ​ນັ້ນ’.

ເຮົາ​ໄດ້​ແຕ່ງຕັ້ງ​ຄົນ​ເຝົ້າຍາມ​ພວກເຈົ້າ​ໄວ້ ແລະ ໄດ້​ເວົ້າ​ວ່າ,

‘ຈົ່ງ​ຟັງ​ສຽງ​ແກ!’

ແຕ່​ພວກເຈົ້າ​ໄດ້​ເວົ້າ​ວ່າ ‘ພວກເຮົາ​ຈະ​ບໍ່​ຟັງ’.

ເຫດສະນັ້ນ​ຈົ່ງ​ຟັງ, ຊົນຊາດ​ທັງຫລາຍ;

ພວກເຈົ້າ​ຜູ້​ທີ່​ເປັນ​ພະຍານ,

ຈົ່ງ​ສັງເກດ​ເບິ່ງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວກເຂົາ.

ແຜ່ນດິນ​ໂລກ, ຈົ່ງ​ຟັງ:

ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ປະຊາຊົນ​ນີ້,

ເຊິ່ງ​ເປັນ​ຜົນ​ມາ​ຈາກ​ແຜນການ​ຊົ່ວຮ້າຍ​ຂອງ​ພວກເຂົາ,

ເພາະ​ພວກເຂົາ​ບໍ່​ໄດ້​ຟັງ​ຖ້ອຍຄຳ​ຂອງ​ເຮົາ

ແລະ ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ເຮົາ.

ເຮົາ​ສົນໃຈ​ອັນໃດ​ກ່ຽວກັບ​ເຄື່ອງຫອມ​ຈາກ​ເຊບາ

ຫລື ເຄື່ອງ​ເທດ​ຫອມ​ຈາກ​ດິນແດນ​ຫ່າງໄກ​ບໍ?

ການ​ເຜົາ​ເຄື່ອງຖວາຍບູຊາ​ຂອງ​ເຈົ້າ​ບໍ່​ເປັນ​ທີ່​ຍອມຮັບ;

ເຄື່ອງບູຊາ​ຂອງ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ”.

ເຫດສະນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ:

“ເຮົາ​ຈະ​ວາງ​ສິ່ງ​ກີດຂວາງ​ໄວ້​ຕໍ່ໜ້າ​ປະຊາຊົນ​ນີ້.

ທັງ​ພໍ່ແມ່ ແລະ ລູກ​ຈະ​ສະດຸດ​ລົ້ມ​ລົງ​ຄື​ກັນ;

ເພື່ອນບ້ານ ແລະ ມິດສະຫາຍ​ກໍ​ຈະ​ຈິບຫາຍ”.

ພຣະເຈົ້າຢາເວ​ກ່າວ​ວ່າ:

“ເບິ່ງ​ແມ, ກອງທັບ​ໜຶ່ງ​ກໍາລັງ​ມາ

ຈາກ​ດິນແດນ​ທາງ​ທິດ​ເໜືອ;

ຊົນຊາດ​ຍິ່ງໃຫຍ່​ກຳລັງ​ເກີດ​ຄວາມ​ປັ່ນປ່ວນ

ຈາກ​ສຸດປາຍ​ແຜ່ນດິນໂລກ.

ພວກເຂົາ​ຖື​ທະນູ ແລະ ຫອກ;

ພວກເຂົາ​ໂຫດຮ້າຍ ແລະ ບໍ່​ມີ​ຄວາມ​ເມດຕາ.

ພວກເຂົາ​ຂີ່​ມ້າ​ຂອງ​ຕົນ​ສຽງ​ດັງ​ເໝືອນດັ່ງ

ສຽງ​ທະເລ​ຄຶກຄະນອງ;

ພວກເຂົາ​ມາ​ເໝືອນດັ່ງ​ທະຫານ​ຕັ້ງ​ແຖວ​ສູ້ຮົບ

ເພື່ອ​ໂຈມ​ຕີ​ເຈົ້າ, ລູກສາວ​ແຫ່ງ​ຊີໂອນ”.

ພວກເຮົາ​ໄດ້​ຍິນ​ຂ່າວ​ຊ່າລື​ກ່ຽວກັບ​ພວກເຂົາ,

ແລະ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ.

ຄວາມ​ທຸກໃຈ​ກໍ​ໄດ້​ປົກຄຸມ​ພວກເຮົາ,

ເຈັບ​ປວດ​ເໝືອນດັ່ງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ.

ຢ່າ​ອອກ​ໄປ​ທົ່ງນາ

ຫລື ຍ່າງ​ໄປ​ຕາມ​ຖະໜົນ​ຫົນທາງ,

ເພາະ​ສັດຕູ​ຖື​ດາບ​ຢູ່,

ແລະ ບໍ່​ວ່າ​ຈະ​ໄປ​ທາງໃດ​ກໍ​ມີ​ຄວາມ​ຢ້ານ​ຢູ່​ທຸກ​ດ້ານ.

ປະຊາຊົນ​ຂອງ​ເຮົາ, ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ

ແລະ ກິ້ງເກືອກ​ຢູ່​ໃນ​ກອງ​ຂີ້​ເຖົ່າ​ໄຟ;

ຈົ່ງ​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ

ເໝືອນ​ກັບ​ວ່າ​ລູກຊາຍ​ຄົນ​ດຽວ​ໄດ້​ຕາຍ​ໄປ,

ເພາະ​ຜູ້​ທຳລາຍ​ຈະ​ມາ​ໂຈມຕີ

ພວກເຮົາ​ໃນ​ທັນທີທັນໃດ.

“ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ນັກ​ກວດສອບ​ໂລຫະ

ແລະ ປະຊາຊົນ​ຂອງ​ເຮົາ​ເປັນ​ແຮ່​ທາດ,

ເພື່ອ​ເຈົ້າ​ຈະ​ສັງເກດ​ເບິ່ງ

ແລະ ທົດສອບ​ວິຖີທາງ​ຕ່າງໆ​ຂອງ​ພວກເຂົາ.

ພວກເຂົາ​ທຸກຄົນ​ເປັນ​ຄົນ​ກະບົດ​ດື້ດ້ານ,

ທີ່​ທຽວ​ໄປ​ຫາ​ນິນທາ​ຄົນ.

ພວກເຂົາ​ເປັນ​ດັ່ງ​ທອງສຳລິດ ແລະ ເຫລັກ;

ພວກເຂົາ​ທຸກຄົນ​ກໍ​ປະພຶດ​ຊົ່ວ.

ເປັນ​ເໝືອນ​ເຄື່ອງ​ເປົ່າ​ລົມ​ຢ່າງ​ແຮງ

ເພື່ອ​ເຜົາ​ກົວ​ໃຫ້​ໝົດ​ໄປ​ດ້ວຍ​ໄຟ,

ແຕ່​ການ​ຫລໍ່ຫລອມ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ;

ຄົນ​ຊົ່ວຮ້າຍ​ບໍ່​ໄດ້​ຖືກ​ກຳຈັດ​ອອກ​ໄປ.

ພວກເຂົາ​ຈະ​ຖືກ​ເອີ້ນ​ວ່າ ‘ເງິນ​ທີ່​ຖືກ​ປະຖິ້ມ’,

ເພາະ​ພຣະເຈົ້າ​ຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ”.

Source notes (2)
  1. Footnote ຄື ຊາວ​ເຢຣູຊາເລັມ ເຊັ່ນ​ດຽວ​ກັບ​ຂໍ້ 23
  2. Footnote ພາສາ​ເຮັບເຣີ​ວ່າ ບໍ່​ໄດ້​ເຮັດ​ພິທີຕັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.