Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 7

ສາສະໜາ​ປອມ​ທີ່​ບໍ່​ມີ​ຄຸນຄ່າ

ຖ້ອຍຄໍາ​ຈາກ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ວ່າ: “ຈົ່ງ​ໄປ​ຢືນ​ຢູ່​ທາງ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ປະກາດ​ດັ່ງນີ້:

“ ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ, ປະຊາຊົນ​ຢູດາຍ​ທັງໝົດ​ທີ່​ຜ່ານ​ເຂົ້າ​ປະຕູ​ເຫລົ່ານີ້​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ ອົງ​ຜູ້​ມີ​ລິດ​ອຳນາດ​ຍິ່ງ​ໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ຈົ່ງ​ປ່ຽນ​ວິຖີທາງ ແລະ ການ​ກະທໍາ​ຂອງ​ເຈົ້າ​ໃໝ່, ແລ້ວ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ບ່ອນນີ້. ຢ່າ​ໄວ້ວາງໃຈ​ໃນ​ຄຳ​ຫລອກລວງ ແລະ ເວົ້າ​ວ່າ: “ນີ້​ແມ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ, ວິຫານ​ຂອງ​ພຣະເຈົ້າຢາເວ, ວິຫານ​ຂອງ​ພຣະເຈົ້າຢາເວ!” ຖ້າ​ພວກເຈົ້າ​ປ່ຽນ​ວິຖີທາງ ແລະ ການ​ກະທໍາ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ ແລະ ປະຕິບັດ​ຕໍ່​ກັນ​ຢ່າງ​ຍຸຕິທຳ, ຖ້າ​ພວກເຈົ້າ​ບໍ່​ກົດຂີ່​ຄົນຕ່າງດ້າວ, ລູກ​ກຳພ້າ ຫລື ແມ່ໝ້າຍ ແລະ ບໍ່​ເຮັດ​ໃຫ້​ຄົນ​ບໍລິສຸດ​ນອງ​ເລືອດ​ໃນ​ບ່ອນ​ນີ້, ແລະ ຖ້າ​ພວກເຈົ້າ​ບໍ່​ຕິດຕາມ​ບັນດາ​ພະ​ອື່ນ​ທີ່​ເປັນ​ການ​ທໍາຮ້າຍ​ພວກເຈົ້າ​ເອງ. ເມື່ອ​ນັ້ນ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ບ່ອນນີ້, ຄື​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ເຈົ້າ​ຕະຫລອດໄປ​ເປັນ​ນິດ. ແຕ່​ເບິ່ງ​ແມ, ພວກເຈົ້າ​ກຳລັງ​ໄວ້ວາງໃຈ​ໃນ​ຄຳ​ຫລອກລວງ​ທີ່​ບໍ່​ມີ​ຄຸນຄ່າ​ຫຍັງ.

“ ‘ເຈົ້າ​ຈະ​ລັກ, ຂ້າ​ຄົນ, ຫລິ້ນຊູ້ ແລະ ສາບານ​ບໍ່​ຈິງ,1 ເຜົາ​ເຄື່ອງ​ຫອມ​ແກ່​ພະບາອານ ແລະ ຕິດຕາມ​ບັນດາ​ພະ​ອື່ນ, ທີ່​ເຈົ້າ​ບໍ່​ໄດ້​ຮູ້​ຈັກ​ມາ​ກ່ອນ, ແລ້ວ​ກໍ​ເຂົ້າ​ມາ ແລະ ຢືນ​ຢູ່​ຕໍ່ໜ້າ​ເຮົາ​ໃນ​ວິຫານ​ນີ້, ເຊິ່ງ​ໃຊ້​ນາມ​ຂອງ​ເຮົາ ແລະ ເວົ້າ​ວ່າ, “ພວກເຮົາ​ປອດໄພ” ປອດໄພ​ເພື່ອ​ຈະເຮັດ​ສິ່ງ​ທີ່​ໜ້າ​ລັງກຽດ​ທັງໝົດ​ເຫລົ່ານີ້​ຊັ້ນບໍ? ວິຫານ​ນີ້, ທີ່​ໃຊ້​ນາມ​ຂອງ​ເຮົາ​ກາຍ​ເປັນ​ຖໍ້າ​ຂອງ​ພວກໂຈນ​ສຳລັບ​ພວກເຈົ້າ​ແລ້ວ​ບໍ? ແຕ່​ເຮົາ​ໄດ້​ເຝົ້າ​ເບິ່ງ​ຢູ່! ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ ‘ບັດນີ້ ຈົ່ງ​ໄປ​ບ່ອນ​ໜຶ່ງ​ໃນ​ຊີໂລ​ບ່ອນທີ່​ເຮົາ​ຕັ້ງ​ນາມ​ຂອງ​ເຮົາ​ຄັ້ງ​ທໍາອິດ ແລະ ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ບ່ອນ​ນັ້ນ ຍ້ອນ​ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ. ພຣະເຈົ້າຢາເວ​ປະກາດ​ວ່າ, ໃນຂະນະ​ທີ່​ພວກເຈົ້າ​ກໍາລັງ​ເຮັດ​ສິ່ງ​ທັງໝົດ​ເຫລົ່ານີ້, ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ, ແຕ່​ພວກເຈົ້າ​ກໍ​ບໍ່​ຟັງ; ເຮົາ​ໄດ້​ເອີ້ນ​ພວກເຈົ້າ, ແຕ່​ພວກເຈົ້າ​ກໍ​ບໍ່​ຕອບ. ເຫດສະນັ້ນ ສິ່ງທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊີໂລ ບັດນີ້​ເຮົາ​ຈະ​ເຮັດ​ຕໍ່​ວິຫານ​ທີ່​ໃຊ້​ນາມ​ຂອງ​ເຮົາ, ວິຫານ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ, ບ່ອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ແລະ ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ຈະ​ໂຍນ​ພວກເຈົ້າ​ໄປ​ໃຫ້​ພົ້ນ​ສາຍຕາ​ເຮົາ, ເໝືອນດັ່ງ​ທີ່​ໄດ້​ເຮັດ​ກັບ​ປະຊາຊົນ​ເອຟຣາອິມ, ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ’.

“ດັ່ງນັ້ນ ຢ່າ​ອະທິຖານ​ເພື່ອ​ປະຊາຊົນ​ເຫລົ່ານີ້ ຫລື ຢ່າ​ຮ້ອງຂໍ ຫລື ຂໍ​ເພື່ອ​ພວກເຂົາ; ຢ່າ​ອ້ອນວອນ​ຂໍ​ກັບ​ເຮົາ, ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ ຕາມ​ຖະໜົນ​ຫົນ​ທາງ​ໃນ​ເຢຣູຊາເລັມ​ບໍ? ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ໃຫ້​ພໍ່​ເປັນ​ຜູ້​ດັງ​ໄຟ, ແລະ ພວກ​ຜູ້ຍິງ​ນວດ​ແປ້ງ ແລະ ເຮັດ​ຂະໜົມ​ເພື່ອ​ຖວາຍ​ພະລາຊີນີ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຄື່ອງດື່ມຖວາຍບູຊາ​ແກ່​ບັນດາ​ພະ​ອື່ນ​ເພື່ອ​ຍົວະ​ໃຫ້​ເຮົາ​ໃຈຮ້າຍ. ແຕ່​ເຮົາ​ແມ່ນ​ຜູ້​ທີ່​ພວກເຂົາ​ກຳລັງ​ຍົວະ​ໃຫ້​ໂກດຮ້າຍ​ບໍ? ພຣະເຈົ້າຢາເວ​ປະກາດ​ດັ່ງ​ນີ້. ພວກເຂົາ​ທໍາລາຍ​ຕົນເອງ, ຈົນ​ນໍາ​ເອົາ​ຄວາມ​ອັບອາຍ​ມາ​ສູ່​ຕົນເອງ​ບໍ່​ແມ່ນ​ບໍ?

“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ: ເຮົາ​ຈະ​ເທ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ໃສ່​ວິຫານ​ນີ້​ຄື ລົງ​ໃສ່​ມະນຸດ ແລະ ສັດ​ເດຍລະສານ, ຕົ້ນໄມ້​ຢູ່​ຕາມ​ທົ່ງ ແລະ ພືດ​ຜົນ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລ້ວ​ມັນ​ຈະ​ລຸກໄໝ້ ແລະ ຈະ​ບໍ່​ດັບ​ຈັກ​ເທື່ອ.

“ ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ຈົ່ງ​ໄປ, ແລ້ວ​ເພີ່ມ​ເຄື່ອງຖວາຍບູຊາ​ກັບ​ເຄື່ອງບູຊາ​ອື່ນໆ​ຂອງ​ພວກເຈົ້າ ແລະ ເອົາ​ຊີ້ນ​ມາ​ກິນ​ເອງ! ເພາະ​ເມື່ອ​ເຮົາ​ໄດ້​ນໍາ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, ເຮົາ​ບໍ່​ໄດ້​ສັ່ງ​ພວກເຂົາ​ກ່ຽວກັບ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງບູຊາ​ຕ່າງໆ, ແຕ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ດັ່ງນີ້​ວ່າ: ຈົ່ງ​ເຊື່ອຟັງ​ເຮົາ, ແລ້ວ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ. ຈົ່ງ​ດຳເນີນ​ຊີວິດ​ຕາມ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ພວກເຈົ້າ, ແລ້ວ​ພວກເຈົ້າ​ຈະ​ຢູ່​ເຢັນ​ເປັນ​ສຸກ. ແຕ່​ພວກເຂົາ​ບໍ່​ໄດ້​ຟັງ ຫລື ເອົາໃຈໃສ່; ພວກເຂົາ​ໄດ້​ເຮັດ​ຕາມ​ຄວາມ​ດື້ດ້ານ​ແຫ່ງ​ຈິດໃຈ​ອັນ​ຊົ່ວຮ້າຍ​ຂອງ​ຕົນ​ແທນ. ພວກເຂົາ​ໄດ້​ຖອຍ​ຫລັງ ແລະ ບໍ່​ໄດ້​ເດີນ​ໄປ​ຂ້າງ​ໜ້າ. ຕັ້ງແຕ່​ມື້​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ອອກ​ຈາກ​ເອຢິບ​ຈົນ​ເຖິງ​ບັດນີ້, ວັນ​ຕໍ່​ວັນ, ເຮົາ​ໄດ້​ສົ່ງ​ພວກ​ຜູ້ທໍານວາຍ​ຜູ້ຮັບໃຊ້​ຂອງ​ເຮົາ​ມາ​ຫາ​ພວກເຈົ້າ​ຫລາຍ​ຄັ້ງ. ແຕ່​ພວກເຂົາ​ກໍ​ໄດ້​ບໍ່​ຟັງ​ເຮົາ ຫລື ເອົາໃຈໃສ່. ພວກເຂົາ​ເປັນ​ຄົນ​ດື້ດ້ານ ແລະ ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ຫລາຍ​ກວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ອີກ’.

“ເມື່ອ​ເຈົ້າ​ບອກ​ພວກເຂົາ​ທຸກຢ່າງ​ຕາມ​ນີ້​ແລ້ວ, ພວກເຂົາ​ຈະ​ບໍ່​ຟັງ​ເຈົ້າ; ເມື່ອ​ເຈົ້າ​ເອີ້ນ​ຫາ​ພວກເຂົາ, ພວກເຂົາ​ຈະ​ບໍ່​ຕອບ. ເຫດສະນັ້ນ ຈົ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, ‘ນີ້​ແມ່ນ​ຊົນຊາດ​ທີ່​ບໍ່​ໄດ້​ເຊື່ອຟັງ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ພວກເຂົາ ຫລື ບໍ່​ຍອມຮັບ​ການ​ຕີສອນ. ຄວາມຈິງ​ໄດ້​ຈິບຫາຍ​ໄປ; ມັນ​ໄດ້​ສູນຫາຍ​ໄປ​ຈາກ​ຮີມສົບ​ຂອງ​ພວກເຂົາ​ແລ້ວ.

“ ‘ຈົ່ງ​ແຖ​ຜົມ​ຂອງ​ພວກເຈົ້າ ແລະ ໂຍນ​ມັນ​ຖິ້ມ; ຈົ່ງ​ຄ່ຳຄວນ​ເທິງ​ເນີນພູ​ສູງ, ເພາະ​ພຣະເຈົ້າຢາເວ​ໄດ້​ປະຕິເສດ ແລະ ໄດ້​ປະຖິ້ມ​ຄົນ​ລຸ້ນ​ນີ້​ທີ່​ຕົກ​ຢູ່​ພາຍໃຕ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.

ຮ່ອມພູ​ແຫ່ງ​ການ​ປະຫານ

“ ‘ພຣະເຈົ້າຢາເວ​ປະກາດ​ວ່າ, ປະຊາຊົນ​ຢູດາຍ​ໄດ້​ເຮັດ​ຊົ່ວ​ໃນ​ສາຍຕາ​ຂອງ​ເຮົາ. ພວກເຂົາ​ໄດ້​ຕັ້ງ​ຮູບເຄົາລົບ​ອັນ​ໜ້າ​ລັງກຽດ​ໃນ​ວິຫານ​ທີ່​ມີ​ນາມ​ຂອງ​ເຮົາ ແລະ ໄດ້​ເຮັດ​ໃຫ້​ວິຫານ​ເປັນ​ມົນທິນ. ພວກເຂົາ​ໄດ້​ສ້າງ​ບ່ອນ​ກາບໄຫວ້​ຢູ່​ເທິງ​ບ່ອນ​ສູງ​ຕ່າງໆ​ຂອງ​ໂຕເຟັດ​ໃນ​ຮ່ອມພູ​ເບນຮິນໂນມ​ເພື່ອ​ເຜົາ​ລູກຊາຍ ແລະ ລູກສາວ​ຂອງ​ຕົນ​ເປັນ​ເຄື່ອງບູຊາ​ຄື ສິ່ງ​ທີ່​ເຮົາ​ບໍ່​ໄດ້​ສັ່ງ ຫລື ບໍ່​ເຄີຍ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ. ພຣະເຈົ້າຢາເວ​ປະກາດ​ວ່າ, ດັ່ງນັ້ນ ຈົ່ງ​ລະວັງ, ເພາະ​ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອນັ້ນ​ຄົນ​ຈະ​ບໍ່​ເອີ້ນ​ໂຕເຟັດ ຫລື ຮ່ອມພູ​ເບນຮິນໂນມ​ອີກ​ຕໍ່ໄປ, ແຕ່​ຈະ​ເອີ້ນ​ວ່າ “ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ”, ເພາະ​ພວກເຂົາ​ຈະ​ຝັງ​ຄົນ​ຕາຍ​ໃນ​ໂຕເຟັດ​ຈົນ​ບໍ່​ມີ​ບ່ອນ​ຝັງ​ເຫລືອ​ຢູ່. ແລ້ວ​ຊາກສົບ​ຂອງ​ປະຊາຊົນ​ເຫລົ່າ​ນີ້​ຈະ​ກາຍ​ເປັນ​ອາຫານ​ຂອງ​ຝູງ​ນົກ ແລະ ຝູງ​ສັດປ່າ, ແລະ ບໍ່​ມີ​ຜູ້ໃດ​ໄລ່​ຝູງ​ສັດ​ເຫລົ່ານັ້ນ​ຢູ່​ທີ່​ນັ້ນ. ເຮົາ​ຈະ​ຢຸດ​ສຽງ​ແຫ່ງ​ຊື່ນຊົມ​ຍິນດີ ແລະ ຄວາມ​ຍິນດີ ແລະ ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ໃຫ້​ສິ້ນສຸດ​ລົງ ແລະ ຕາມ​ຖະໜົນ​ຫົນທາງ​ຂອງ​ເຢຣູຊາເລັມ, ເພາະ​ດິນແດນ​ນີ້​ຈະ​ກາຍ​ເປັນ​ບ່ອນ​ຮົກຮ້າງ.

Source notes (1)
  1. Footnote ຫລື ແລະ ສາບານ​ໂດຍ​ອ້າງ​ພະ​ປອມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.