Biblica® Open Lao Contemporary Version
ເຢເຣມີຢາ 8
“ ‘ພຣະເຈົ້າຢາເວປະກາດວ່າ, ໃນເວລານັ້ນ, ກະດູກຂອງບັນດາກະສັດ ແລະ ບັນດາຂ້າລາຊະການຂອງຢູດາຍ, ກະດູກຂອງບັນດາປະໂລຫິດ ແລະ ບັນດາຜູ້ທໍານວາຍ ແລະ ກະດູກຂອງປະຊາຊົນເຢຣູຊາເລັມຈະຖືກຂຸດອອກມາຈາກຂຸມຝັງສົບຂອງພວກເຂົາ. ກະດູກຂອງພວກເຂົາຈະຖືກປະໄວ້ໃຫ້ກະຈັດກະຈາຍພາຍໃຕ້ດວງຕາເວັນ, ດວງເດືອນ ແລະ ດວງດາວທັງໝົດແຫ່ງຟ້າສະຫວັນ, ເຊິ່ງພວກເຂົາຮັກ ແລະ ຮັບໃຊ້, ເຊິ່ງພວກເຂົາໄດ້ປະຕິບັດຕາມ, ໄດ້ຂໍຄຳປຶກສາ ແລະ ໄດ້ກາບໄຫວ້. ກະດູກຂອງພວກເຂົາຈະບໍ່ໄດ້ຖືກເກັບຮວບຮວມໄວ້ ຫລື ຖືກຝັງໄວ້, ແຕ່ຈະເປັນເໝືອນດັ່ງຂີ້ສັດທີ່ປະໄວ້ເທິງພື້ນດິນ. ທຸກບ່ອນທີ່ເຮົາຂັບໄລ່ພວກເຂົາໄປນັ້ນ, ຄົນທີ່ລອດຊີວິດຂອງຊົນຊາດທີ່ຊົ່ວຮ້າຍນີ້ຢາກຈະຕາຍຫລາຍກວ່າມີຊີວິດຢູ່, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້’.
ຄວາມບາບ ແລະ ການລົງໂທດ
“ຈົ່ງກ່າວກັບພວກເຂົາວ່າ, ພຣະເຈົ້າຢາເວກ່າວດັ່ງນີ້:
“ ‘ເມື່ອປະຊາຊົນລົ້ມລົງ, ພວກເຂົາຈະບໍ່ລຸກຂຶ້ນບໍ?
ເມື່ອບາງຄົນຫັນໜີໄປ, ພວກເຂົາຈະບໍ່ກັບຄືນມາບໍ?
ແລ້ວເປັນຫຍັງປະຊາຊົນເຫລົ່ານີ້ໄດ້ຫັນໜີໄປ?
ເປັນຫຍັງເຢຣູຊາເລັມຈຶ່ງຫັນໜີໄປຢູ່ສະເໝີ?
ພວກເຂົາຢຶດຕິດກັບການຫລອກລວງ;
ພວກເຂົາບໍ່ຍອມກັບຄືນມາ.
ເຮົາໄດ້ຕັ້ງໃຈຟັງ,
ແຕ່ພວກເຂົາບໍ່ໄດ້ເວົ້າສິ່ງທີ່ຖືກຕ້ອງ.
ບໍ່ມີຜູ້ໃດໃນພວກເຂົາກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ,
ແລະ ເວົ້າວ່າ, “ພວກຂ້ານ້ອຍໄດ້ເຮັດຫຍັງ?”
ແຕ່ລະຄົນໄປຕາມທາງຂອງຕົນເອງ
ເໝືອນດັ່ງມ້າໂຕໜຶ່ງທີ່ກຳລັງແລ່ນເຂົ້າສູ່ສະໜາມຮົບ.
ແມ່ນແຕ່ນົກຍາງຢູ່ໃນທ້ອງຟ້າ
ຍັງຮູ້ຈັກລະດູການຂອງມັນ.
ແລະ ນົກເຂົາ, ນົກແອ່ນ ແລະ ນົກຂຽນ
ຮູ້ຈັກສັງເກດເວລາແຫ່ງການອົບພະຍົບຂອງພວກມັນ.
ແຕ່ປະຊາຊົນຂອງເຮົາບໍ່ຮູ້ຈັກ
ຂໍ້ກຳນົດຕ່າງໆຂອງພຣະເຈົ້າຢາເວ.
“ ‘ພວກເຈົ້າເວົ້າໄດ້ແນວໃດວ່າ, “ພວກເຮົາສະຫລາດ,
ເພາະພວກເຮົາມີກົດບັນຍັດຂອງພຣະເຈົ້າຢາເວ”,
ເມື່ອບັນດາຜູ້ຊ່ຽວຊານທາງການຂຽນ
ໄດ້ບິດເບືອນກົດບັນຍັດນັ້ນບໍ?
ຄົນສະຫລາດຈະຕ້ອງອັບອາຍ;
ພວກເຂົາຈະຕ້ອງຕົກໃຈຢ້ານ ແລະ ຖືກບ້ວງແຮ້ວ.
ເນື່ອງຈາກພວກເຂົາໄດ້ປະຖິ້ມຖ້ອຍຄຳຂອງພຣະເຈົ້າຢາເວ,
ພວກເຂົາມີສະຕິປັນຍາດ້ານໃດ?
ເຫດສະນັ້ນ ເຮົາຈະມອບເມຍຂອງພວກເຂົາໃຫ້ຊາຍອື່ນ
ແລະ ເອົາທົ່ງນາຂອງພວກເຂົາໃຫ້ຄົນໃໝ່ເປັນເຈົ້າຂອງ.
ຕັ້ງແຕ່ຜູ້ຕໍ່າຕ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ,
ທຸກຄົນກໍໂລບມາກເພື່ອຢາກໄດ້ຜົນກໍາໄລ;
ບັນດາຜູ້ທໍານວາຍ ແລະ ບັນດາປະໂລຫິດກໍເໝືອນກັນ,
ທຸກຄົນກໍໄດ້ຫລອກລວງ.
ພວກເຂົາເຮັດບາດແຜໃຫ້ປະຊາຊົນຂອງເຮົາ
ເໝືອນວ່າມັນບໍ່ຮ້າຍແຮງເທົ່າໃດ.
ພວກເຂົາເວົ້າວ່າ “ສັນຕິສຸກ, ສັນຕິສຸກ”
ທັງທີ່ບໍ່ມີສັນຕິສຸກ.
ພວກເຂົາອັບອາຍໃນການປະພຶດອັນໜ້າລັງກຽດຂອງພວກເຂົາບໍ?
ບໍ່, ພວກເຂົາບໍ່ໄດ້ມີຄວາມລະອາຍຈັກໜ້ອຍ;
ພວກເຂົາບໍ່ຮູ້ວ່າໜ້າແດງນັ້ນເປັນຢ່າງໃດ.
ດັ່ງນັ້ນ ພວກເຂົາຈະລົ້ມລົງໃນທ່າມກາງຄົນທີ່ໄດ້ລົ້ມລົງ;
ພວກເຂົາຈະຕົກຕ່ຳລົງເມື່ອເຮົາລົງໂທດພວກເຂົາ,
ພຣະເຈົ້າຢາເວກ່າວດັ່ງນີ້.’”
“ ‘ພຣະເຈົ້າຢາເວປະກາດວ່າ
ເຮົາຈະເອົາຜົນລະປູກຂອງພວກເຂົາໄປ,
ຈະບໍ່ມີໝາກອະງຸ່ນຢູ່ທີ່ເຄືອອະງຸ່ນ
ຈະບໍ່ມີໝາກເດື່ອຢູ່ທີ່ຕົ້ນ,
ໃບຂອງມັນກໍຈະຫ່ຽວແຫ້ງໄປໝົດ.
ສິ່ງໃດທີ່ເຮົາໄດ້ມອບໃຫ້ພວກເຂົາ
ຈະຖືກຢຶດໄປຈາກພວກເຂົາ1’ ”.
“ເປັນຫຍັງພວກເຮົາຈຶ່ງມານັ່ງຢູ່ບ່ອນນີ້?
ຈົ່ງມາເຕົ້າໂຮມກັນ!
ໃຫ້ພວກເຮົາໜີໄປທີ່ເມືອງຕ່າງໆທີ່ມີປ້ອມປ້ອງກັນ
ແລະ ຕາຍຢູ່ທີ່ນັ້ນ!
ເພາະ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກໍານົດໃຫ້ພວກເຮົາພິນາດຈິບຫາຍແລ້ວ
ແລະ ໄດ້ເອົາຢາເບື່ອໃຫ້ພວກເຮົາດື່ມ,
ເພາະເຮົາໄດ້ເຮັດບາບຕໍ່ພຣະອົງ.
ພວກເຮົາຫວັງຢາກມີສັນຕິສຸກ
ແຕ່ບໍ່ມີສິ່ງທີ່ດີອັນໃດເກີດຂຶ້ນ,
ພວກເຮົາພວກເຮົາຫວັງຢາກມີເວລາແຫ່ງການຢຽວຢາຮັກສາ
ແຕ່ກໍມີພຽງແຕ່ຄວາມຢ້ານກົວ.
ສຽງຫາຍໃຈຂອງຝູງມ້າຂອງສັດຕູ
ໄດ້ຍິນມາຈາກເມືອງດານ;
ທົ່ວທັງດິນແດນກໍສັ່ນສະທ້ານ
ເມື່ອຝູງມ້າຂອງພວກເຂົາສົ່ງສຽງຮ້ອງ.
ພວກສັດຕູໄດ້ມາເພື່ອທໍາລາຍ
ດິນແດນ ແລະ ທຸກສິ່ງໃນດິນແດນນັ້ນ,
ທັງນະຄອນ ແລະ ທຸກຄົນທີ່ອາໄສຢູ່ທີ່ນັ້ນ”.
“ເບິ່ງແມ ເຮົາຈະສົ່ງງູພິດມາໃນທ່າມກາງພວກເຈົ້າ,
ເປັນງູພິດທີ່ບໍ່ມີຜູ້ໃດຈັບມັນໄດ້,
ແລະ ພວກມັນຈະຕອດພວກເຈົ້າ”,
ພຣະເຈົ້າຢາເວປະກາດດັ່ງນີ້.
ໂອ ຂ້າແດ່ພຣະອົງຜູ້ເລົ້າໂລມ2 ຂອງຂ້ານ້ອຍໃນຍາມໂສກເສົ້າ,
ຈິດໃຈຂອງຂ້ານ້ອຍກໍອ່ອນແຮງຢູ່ພາຍໃນຂ້ານ້ອຍ.
ຂໍໂຜດຟັງສຽງຮ້ອງໄຫ້ຂອງປະຊາຊົນຂອງຂ້ານ້ອຍ
ຈາກດິນແດນທີ່ຫ່າງໄກ,
ພວກເຂົາຖາມວ່າ “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນບໍ?
ກະສັດແຫ່ງຊີໂອນບໍ່ໄດ້ຢູ່ທີ່ນັ້ນອີກຕໍ່ໄປແລ້ວບໍ?”
“ເປັນຫຍັງພວກເຂົາຈຶ່ງຍົວະຄວາມໃຈຮ້າຍຂອງເຮົາດ້ວຍຮູບເຄົາລົບຂອງພວກເຂົາ,
ແລະ ດ້ວຍບັນດາພະຕ່າງຊາດອັນໄຮ້ຄ່າຂອງພວກເຂົາ?”
“ລະດູເກັບກ່ຽວໄດ້ຜ່ານພົ້ນໄປ,
ລະດູຮ້ອນກໍໄດ້ສິ້ນສຸດແລ້ວ,
ແລະ ພວກເຮົາບໍ່ໄດ້ຖືກຊ່ວຍໃຫ້ພົ້ນ”.
ເພາະວ່າປະຊາຊົນຂອງຂ້ານ້ອຍຖືກຍ່ອງ, ຂ້ານ້ອຍໄດ້ຖືກຍ່ອງແລ້ວ;
ຂ້ານ້ອຍໄວ້ທຸກ ແລະ ຄວາມຢ້ານກົວກໍຄອບງຳຂ້ານ້ອຍ.
ບໍ່ມີຢາໃນກີເລອາດບໍ?
ບໍ່ມີໝໍຢູ່ທີ່ນັ້ນບໍ?
ເພາະບາດແຜຂອງປະຊາຊົນຂອງຂ້ານ້ອຍ
ເປັນຫຍັງຈຶ່ງບໍ່ມີການປິ່ນປົວໃຫ້ຫາຍດີ?
Source notes (2)
- Footnote ໃນພາສາເຮັບເຣີປະໂຫຍກນີ້ມີຄວາມໝາຍບໍ່ຊັດເຈນ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.