Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 9

ໂອ ຖ້າ​ຫົວ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ນ້ຳ

ແລະ ຕາ​ຂອງ​ຂ້ານ້ອຍ​ເປັນ​ນ້ຳພຸ​ແຫ່ງ​ນ້ຳຕາ!

ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງ​ເວັນ ແລະ ຄືນ

ເພື່ອ​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ຂ້າ.

ໂອ ຂ້າພະເຈົ້າ​ຢາກ​ມີ​ບ່ອນ​ໜຶ່ງ​ໃນ​ຖິ່ນແຫ້ງແລ້ງກັນດານ

ເປັນ​ບ່ອນ​ພັກ​ສຳລັບ​ຄົນ​ເດີນທາງ,

ເພື່ອ​ວ່າ​ຂ້ານ້ອບ​ຈະ​ໄດ້​ໜີ​ໄປ​ຈາກ​ປະຊາຊົນ​ຂອງ​ຂ້ານ້ອຍ

ແລະ ໄປ​ໄກ​ຈາກ​ພວກເຂົາ;

ເພາະ​ພວກເຂົາ​ທຸກຄົນ​ເປັນ​ຄົນ​ຫລິ້ນຊູ້,

ເປັນ​ປະຊາຊົນ​ທີ່​ບໍ່​ສັດຊື່.

“ພວກເຂົາ​ຕຽມ​ລິ້ນ​ຂອງ​ຕົນ​ໄວ້

ເໝືອນດັ່ງ​ຄັນ​ທະນູ​ເພື່ອ​ຍິງ​ຄຳຕົວະ;

ມັນ​ບໍ່​ແມ່ນ​ຄວາມຈິງ

ທີ່​ພວກເຂົາ​ມີ​ໄຊຊະນະ1 ໃນ​ດິນແດນ​ນີ້.

ພວກເຂົາ​ໄປ​ຈາກ​ບາບ​ໜຶ່ງ ແລ້ວ​ກໍ​ໄປ​ຫາ​ບາບ​ອີກ​ອັນ​ໜຶ່ງ;

ພວກເຂົາ​ບໍ່​ຍອມຮັບ​ເຮົາ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ຈົ່ງ​ລະວັງ​ໝູ່​ເພື່ອນ​ຂອງ​ພວກເຈົ້າ

ແລະ ຢ່າ​ໄວ້ວາງໃຈ​ຜູ້ໃດ​ໃນ​ຕະກຸນ​ຂອງ​ພວກເຈົ້າ

ເພາະ​ພວກເຂົາ​ທຸກຄົນ​ເປັນ​ຄົນ​ຫລອກ​ລວງ2

ແລະ ໝູ່ເພື່ອນ​ທຸກຄົນ​ເປັນ​ຄົນ​ໃສ່ຮ້າຍ​ປ້າຍສີ​ຄົນ​ອື່ນ.

ໝູ່​ຫລອກລວງ​ໝູ່

ແລະ ບໍ່​ມີ​ຜູ້ໃດ​ເວົ້າ​ຄວາມຈິງ.

ພວກເຂົາ​ໄດ້​ສອນ​ລີ້ນ​ຕົນເອງ​ໃຫ້​ເວົ້າ​ຕົວະ;

ພວກເຂົາ​ເຮັດ​ໃຫ້​ຕົນເອງ​ອິດເມື່ອຍ​ດ້ວຍ​ການ​ເຮັດ​ບາບ.

ພວກເຈົ້າ3 ອາໄສ​ຢູ່​ທ່າມກາງ​ການ​ຫລອກລວງ;

ເພາະ​ການ​ຫລອກລວງ​ຂອງ​ພວກເຂົາ ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ເຮົາ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ເຫດສະນັ້ນ ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ເບິ່ງ​ແມ, ເຮົາ​ຈະ​ຫລອມ ແລະ ທົດສອບ​ພວກເຂົາ,

ເພາະ​ນອກຈາກນີ້ ເຮົາ​ຈະ​ເຮັດ​ສິ່ງ​ໃດ​ໄດ້​ອີກ

ຍ້ອນ​ການ​ບາບ​ຂອງ​ປະຊາຊົນ​ຂອງ​ເຮົາ​ບໍ?

ລິ້ນ​ຂອງ​ພວກເຂົາ​ເປັນ​ລູກທະນູ​ທີ່​ເອົາ​ຊີວິດ​ຄົນ;

ຄໍາເວົ້າ​ຂອງ​ພວກເຂົາ​ເຕັມ​ດ້ວຍ​ການ​ຂີ້ຕົວະ.

ດ້ວຍ​ປາກ​ຂອງ​ພວກເຂົາ ພວກເຂົາ​ທຸກຄົນ​ເວົ້າ​ຢ່າງ​ເປັນ​ມິດ​ກັບ​ເພື່ອນບ້ານ​ຂອງ​ພວກຕົນ,

ແຕ່​ໃນ​ຈິດໃຈ​ຂອງ​ພວກເຂົາ ພວກເຂົາ​ກໍ​ວາງ​ແຮ້ວ​ໃສ່​ເພື່ອນບ້ານ.

ເຮົາ​ຄວນ​ຈະ​ລົງໂທດ​ພວກເຂົາ​ເພາະ​ເລື່ອງ​ນີ້​ບໍ?”

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ບໍ່​ຄວນ​ຈະ​ແກ້ແຄ້ນ​ໃຫ້​ຕົນເອງ

ຕໍ່​ຊົນຊາດ​ທີ່​ປະພຶດ​ຢ່າງ​ນີ້​ບໍ?”

ຂ້ານ້ອຍ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ​ໃຫ້​ພູເຂົາ​ທັງຫລາຍ

ແລະ ໄປ​ຄ່ຳຄວນ​ກ່ຽວກັບ​ທົ່ງຫຍ້າ​ຕ່າງໆ​ໃນ​ຖິ່ນແຫ້ງແລ້ງ​ກັນດານ.

ພວກມັນ​ໄດ້​ຖືກ​ປະຖິ້ມ ແລະ ບໍ່​ມີ​ຜູ້ໃດ​ທ່ຽວ​ໄປ​ມາ,

ແລະ ບໍ່​ໄດ້​ຍິນ​ສຽງ​ຝູງ​ສັດ​ຮ້ອງ.

ຝູງ​ນົກ ແລະ ຝູງ​ສັດ​ທັງໝົດ​ກໍ​ໜີ​ໄປ​ໝົດ.

“ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ກາຍເປັນ​ຊາກ​ຫັກ​ເພພັງ,

ເປັນ​ບ່ອນ​ຢູ່​ຂອງ​ຝູງ​ໝາໄນ

ແລະ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງໆ​ຂອງ​ຢູດາຍ​ເປັນ​ບ່ອນ​ຮົກຮ້າງ

ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ”.

ແມ່ນ​ຜູ້ໃດ​ແດ່​ທີ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງ​ນີ້? ຜູ້ໃດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງສອນ ແລະ ສາມາດ​ອະທິບາຍ​ເລື່ອງ​ນີ້​ໄດ້? ເປັນຫຍັງ​ດິນແດນ​ຈຶ່ງ​ຖືກ​ທໍາລາຍ ແລະ ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ເໝືອນດັ່ງ​ທະເລຊາຍ​ທີ່​ບໍ່​ມີ​ຜູ້ໃດ​ຜ່ານ​ໄປ​ມາ?

ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເປັນ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ເຮົາ, ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ຕໍ່​ໜ້າ​ພວກເຂົາ; ພວກເຂົາ​ບໍ່​ໄດ້​ເຊື່ອຟັງ​ເຮົາ ຫລື ເຮັດ​ຕາມ​ກົດບັນຍັດ​ຂອງ​ເຮົາ. ກົງກັນຂ້າມ, ພວກເຂົາ​ໄດ້​ເຮັດ​ຕາມ​ຈິດໃຈ​ອັນ​ດື້ດ້ານ​ຂອງ​ຕົນ; ພວກເຂົາ​ໄດ້​ຕິດຕາມ​ພະບາອານ​ດັ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ສອນ​ພວກເຂົາ”. ເຫດສະນັ້ນ ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: “ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເຫລົ່າ​ນີ້​ກິນ​ອາຫານ​ຂົມ ແລະ ດື່ມ​ນ້ຳ​ທີ່​ມີ​ພິດ. ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ ຫລື ບັນພະບຸລຸດ​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ, ແລະ ເຮົາ​ຈະ​ໄລ່ລ້າ​ພວກເຂົາ​ດ້ວຍ​ດາບ​ຈົນ​ກວ່າ​ເຮົາ​ຈະ​ໄດ້​ທຳລາຍ​ພວກເຂົາ​ຈົນ​ໝົດ​ສິ້ນ”.

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ບັດນີ້ ຈົ່ງ​ພິຈາລະນາ​ເບິ່ງ! ຈົ່ງ​ເອີ້ນ​ເອົາ​ແມ່ຍິງ​ຮ້ອງໄຫ້​ຄໍ່າຄວນ​ມາ;

ຈົ່ງ​ສົ່ງ​ພວກ​ແມ່ຍິງ​ທີ່​ຊຳ​ນານ​ທີ່ສຸດ​ມາ.

ຈົ່ງ​ໃຫ້​ພວກເຂົາ​ຮີບ​ມາ​ໄວໆ

ແລະ ຮ້ອງໄຫ້​ຄໍ່າຄວນ​ເພື່ອ​ພວກເຮົາ

ຈົນ​ຕາ​ຂອງ​ພວກເຮົາ​ເຕັມ​ໄປ​ດ້ວຍ​ນໍ້າຕາ

ແລະ ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ໜັງ​ຕາ​ຂອງ​ພວກເຮົາ.

ສຽງ​ຮ້ອງ​ໄຫ້​ໄດ້​ດັງ​ຂຶ້ນ​ມາ​ຈາກ​ຊີໂອນ​ວ່າ:

‘ພວກເຮົາ​ພິນາດ​ຈິບຫາຍ​ແລ້ວ!

ຄວາມ​ອັບອາຍ​ຂອງ​ພວກເຮົາ​ໃຫຍ່​ຫລາຍ!

ພວກເຮົາ​ຕ້ອງ​ປະຖິ້ມ​ດິນແດນ​ຂອງ​ພວກເຮົາ​ໄປ

ເພາະ​ເຮືອນ​ຂອງ​ພວກເຮົາ​ຫັກ​ເພພັງ​ໝົດ’ ”.

ບັດນີ້ ພວກ​ແມ່ຍິງ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ;

ຈົ່ງ​ເປີດ​ຫູ​ຂອງ​ເຈົ້າ​ອອກ​ຟັງ​ຖ້ອຍຄໍາ​ຈາກ​ປາກ​ຂອງ​ພຣະອົງ.

ຈົ່ງ​ສອນສັ່ງ​ພວກ​ລູກສາວ​ຂອງ​ພວກເຈົ້າ​ໃຫ້​ຮູ້ຈັກ​ຮ້ອງ​ໄຫ້​ຄໍ່າຄວນ​ຢ່າງໃດ;

ແລະ ຈົ່ງ​ສອນສັ່ງ​ການ​ຄ່ຳຄວນ​ໃຫ້​ກັນ.

ຄວາມຕາຍ​ໄດ້​ປີນ​ເຂົ້າ​ມາ​ທາງ​ປ່ອງຢ້ຽມ​ຂອງ​ພວກເຮົາ

ແລະ ໄດ້​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ພວກເຮົາ;

ມັນ​ໄດ້​ເອົາ​ເດັກນ້ອຍ​ອອກ​ໄປ​ຈາກ​ຖະໜົນ​ຫົນທາງ

ແລະ ຄົນ​ໜຸ່ມ​ໄປ​ຈາກ​ເດີ່ນ​ສາທາລະນະ.

ຈົ່ງ​ກ່າວ​ວ່າ, “ພຣະເຈົ້າຢາເວ​ປະກາດ​ດັ່ງ​ນີ້​ວ່າ:

“ ‘ຊາກ​ສົບ​ຈະ​ຖືກ​ປະ​ໄວ້​ເໝືອນດັ່ງ​ຂີ້ສັດ

ຢູ່​ກາງ​ທົ່ງນາ,

ເໝືອນ​ດັ່ງ​ຟ່ອນ​ເຂົ້າ​ທີ່​ຖືກ​ຕັດ​ປະໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ,

ໂດຍ​ບໍ່​ມີ​ຜູ້ໃດ​ມາ​ເກັບ​ຮວບຮວມ​ພວກມັນ​ໄວ້’ ”.

ພຣະເຈົ້າຢາເວ​ກ່າວ​ວ່າ:

“ຢ່າ​ໃຫ້​ຄົນ​ສະຫລາດ​ໂອ້ອວດ​ສະຕິປັນຍາ​ຂອງ​ຕົນ

ຫລື ຢ່າ​ໃຫ້​ຄົນ​ແຂງແຮງ​ໂອ້ອວດ​ກຳລັງ​ຂອງ​ຕົນ

ຫລື ຢ່າ​ໃຫ້​ຄົນ​ຮັ່ງມີ​ໂອ້ອວດ​ຊັບສົມບັດ​ຂອງ​ຕົນ,

ແຕ່​ໃຫ້​ຜູ້​ທີ່​ໂອ້ອວດ​ຈົ່ງ​ໂອ້ອວດ​ເລື່ອງ​ນີ້:

ຄື​ໃຫ້​ພວກເຂົາ​ມີ​ຄວາມ​ເຂົ້າໃຈ​ທີ່​ຮູ້ຈັກ​ເຮົາ,

ຮູ້​ວ່າ​ເຮົາ​ເປັນ​ພຣະເຈົ້າຢາເວ, ຜູ້​ທີ່​ສຳແດງ​ຄວາມ​ເມດຕາ​ກະລຸນາ,

ຄວາມ​ຍຸຕິທຳ ແລະ ຄວາມ​ຊອບທຳ​ເທິງ​ແຜ່ນດິນ​ໂລກ,

ເພາະ​ເຮົາ​ປິຕິ​ຍິນດີ​ໃນ​ສິ່ງ​ເຫລົ່ານີ້”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ພຣະເຈົ້າຢາເວ​ປະກາດ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ, ເມື່ອ​ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຮັບ​ພິທີ​ຕັດ​ແຕ່​ພຽງ​ຝ່າຍ​ຮ່າງກາຍ​ເທົ່ານັ້ນ ຄື ເອຢິບ, ຢູດາຍ, ເອໂດມ, ອຳໂມນ, ໂມອາບ ແລະ ທຸກຄົນ​ທີ່​ອາໄສ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຢູ່​ບ່ອນ​ຫ່າງ​ໄກ.4 ເພາະ​ຊົນຊາດ​ທັງໝົດ​ເຫລົ່ານີ້​ບໍ່​ໄດ້​ຮັບ​ພິທີຕັດ​ຢ່າງ​ແທ້​ຈິງ, ແລະ ແມ່ນແຕ່​ຄອບຄົວ​ອິດສະຣາເອນ​ທັງໝົດ​ກໍ​ບໍ່​ໄດ້​ຮັບ​ພິທີຕັດ​ທາງ​ໃຈ”.

Source notes (4)
  1. Footnote ຫລື ພວກເຂົາ​ບໍ່​ໄດ້​ຍືນຍັດ​ຢ່າງ​ກ້າຫານ​ເພື່ອ​ຄວາມ​ຈິງ
  2. Footnote ຫລື ເປັນ​ຢາໂຄບ​ຜູ້​ຫລອກລວງ
  3. Footnote ຄື ເຢເຣມີຢາ (ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ເປັນ​ຄຳ​ຈໍານວນ​ໜ້ອຍ)
  4. Footnote ຫລື ຖິ່ນແຫ້ງແລ້ງກັນດານ ແລະ ຜູ້​ທີ່​ນີບ​ຜົມ​ທີ່​ໜ້າຜາກ​ຂອງ​ຕົນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.