Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 10

ພຣະເຈົ້າ​ກັບ​ຮູບເຄົາລົບ

(ຢມຢ 51:15-19)

ປະຊາຊົນ​ອິດສະຣາເອນ, ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ:

“ຢ່າ​ຮຽນ​ເອົາ​ວິຖີທາງ​ຕ່າງໆ​ຂອງ​ຊົນຊາດ​ທັງຫລາຍ

ຫລື ຢ່າ​ຕົກໃຈ​ຢ້ານ​ຈາກ​ໝາຍສຳຄັນ​ຕ່າງໆ​ໃນ​ຟ້າ​ສະຫວັນ,

ດັ່ງ​ທີ່​ຊົນຊາດ​ທັງຫລາຍ​ໄດ້​ຢ້ານກົວ​ສິ່ງ​ເຫລົ່າ​ນັ້ນ.

ເພາະ​ການ​ປະຕິບັດ​ຂອງ​ຊົນຊາດ​ຕ່າງໆ​ນັ້ນ​ບໍ່​ມີ​ປະໂຫຍດ​ຫຍັງ;

ພວກເຂົາ​ຕັດ​ຕົ້ນໄມ້​ຕົ້ນ​ໜຶ່ງ​ມາ​ຈາກ​ປ່າ,

ແລ້ວ​ໃຫ້​ຊ່າງໄມ້​ທີ່​ຊໍານານ​ແກະ​ສະ​ຫລັກ​ໄມ້​ດ້ວຍ​ສີ່ວ​ຂອງ​ຕົນ.

ພວກເຂົາ​ຕົກແຕ່ງ​ມັນ​ດ້ວຍ​ເງິນ ແລະ ຄໍາ;

ພວກເຂົາ​ໃຊ້​ຄ້ອນຕີ ແລະ ຕະປູ​ຕອກ​ມັນ​ໃຫ້​ຕິດ​ກັນ.

ເພື່ອ​ວ່າ​ມັນ​ຈະ​ບໍ່​ແກວ່ງ​ໄປ​ມາ.

ຮູບເຄົາລົບ​ເຫລົ່ານັ້ນ​ເປັນ​ເໝືອນ​ຫຸ່ນ​ໄລ່​ກາ​ໃນ​ສວນໝາກແຕງ,

ຮູບເຄົາລົບ​ຂອງ​ພວກເຂົາ​ເວົ້າ​ບໍ່​ໄດ້;

ພວກເຂົາ​ຈະ​ຕ້ອງ​ຫາມ​ມັນ​ໄປ

ເພາະ​ພວກມັນ​ຍ່າງ​ບໍ່​ໄດ້.

ຢ່າ​ຢ້ານກົວ​ຮູບເຄົາລົບ​ເຫລົ່ານີ້​ເລີຍ;

ເພາະ​ພວກມັນ​ເຮັດ​ອັນຕະລາຍ​ຫຍັງ​ບໍ່​ໄດ້

ຫລື ພວກມັນ​ເຮັດ​ຄວາມ​ດີ​ອັນໃດ​ໄດ້”.

ຂ້າແດ່​ພຣະເຈົ້າຢາເວ, ບໍ່​ມີ​ຜູ້ໃດ​ເປັນ​ເໝືອນ​ພຣະອົງ;

ພຣະອົງ​ຍິ່ງໃຫຍ່ ແລະ ນາມ​ຂອງ​ພຣະອົງ​ກໍ​ມີ​ລິດອຳນາດ​ອັນ​ຍິ່ງໃຫຍ່.

ຂ້າແດ່​ກະສັດ​ແຫ່ງ​ຊົນຊາດ​ທັງຫລາຍ,

ຜູ້ໃດ​ແດ່​ບໍ່​ຄວນ​ຢຳເກງ​ພຣະອົງ?

ພຣະອົງ​ສົມຄວນ​ໄດ້​ຮັບ​ກຽດ.

ໃນ​ທ່າມກາງ​ບັນດາ​ຜູ້ນໍາ​ນັກປາດ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ

ແລະ ໃນ​ອານາຈັກ​ທັງໝົດ​ຂອງ​ພວກເຂົາ

ບໍ່​ມີ​ຜູ້ໃດ​ເປັນ​ເໝືອນ​ພຣະອົງ.

ພວກເຂົາ​ລ້ວນ​ແຕ່​ບໍ່ຮູ້ຈັກຄິດ ແລະ ໂງ່ຈ້າ​ທັງ​ນັ້ນ;

ພວກເຂົາ​ຖືກ​ສອນ​ໂດຍ​ພວກ​ຮູບເຄົາລົບ​ທີ່​ເປັນ​ໄມ້​ອັນ​ໄຮ້ຄ່າ.

ພວກເຂົາ​ເອົາ​ເງິນ​ທີ່​ໄດ້​ຕີ​ແລ້ວ​ຈາກ​ເມືອງ​ຕາກຊິດ

ແລະ ຄຳ​ມາ​ຈາກ​ເມືອງ​ອູຟາດ.

ສິ່ງ​ທີ່​ຊ່າງໄມ້ ແລະ ຊ່າງ​ຄໍາ​ໄດ້​ເຮັດ​ຂຶ້ນ

ແລ້ວ​ກໍ​ໄດ້​ນຸ່ງ​ເຄື່ອງ​ໃຫ້​ຮູບເຄົາລົບ​ດ້ວຍ​ສີຟ້າ ແລະ ສີມ່ວງ

ຮູບເຄົາລົບ​ທັງໝົດ​ນັ້ນ​ເຮັດ​ຂຶ້ນ​ໂດຍ​ພວກ​ນາຍຊ່າງ​ທີ່​ຊຳນິ​ຊຳນານ.

ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ທ່ຽງແທ້;

ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່, ເປັນ​ກະສັດ​ຕະຫລອດໄປ​ເປັນ​ນິດ.

ເມື່ອ​ພຣະອົງ​ໃຈຮ້າຍ, ແຜ່ນດິນໂລກ​ກໍ​ສັ່ນສະທ້ານ;

ຊົນຊາດ​ທັງຫລາຍ​ບໍ່​ສາມາດ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້.

“ຈົ່ງ​ບອກ​ພວກເຂົາ​ດັ່ງນີ້​ວ່າ: ‘ບັນດາ​ພະ​ເຫລົ່ານີ້​ບໍ່​ໄດ້​ເປັນ​ສ້າງ​ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກ, ບັນດາ​ພະ​ເຫລົ່ານັ້ນ​ຈະ​ພິນາດ​ຈິບຫາຍ​ໄປ​ຈາກ​ແຜ່ນດິນໂລກ ແລະ ຈາກ​ໃຕ້​ຟ້າ​ສະຫວັນ’ ”1.

ແຕ່​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນໂລກ​ໂດຍ​ລິດ​ອໍານາດ​ຂອງ​ພຣະອົງ;

ພຣະອົງ​ໄດ້​ຕັ້ງ​ໂລກ​ໂດຍ​ສະຕິປັນຍາ​ຂອງ​ພຣະອົງ

ແລະ ກາງ​ຟ້າ​ສະຫວັນ​ອອກ​ໂດຍ​ຄວາມ​ເຂົ້າໃຈ​ຂອງ​ພຣະອົງ.

ເມື່ອ​ພຣະອົງ​ເປັ່ງ​ສຽງ​ຮ້ອງ, ນ້ຳ​ໃນ​ຟ້າ​ສະຫວັນ​ກໍ​ຮ້ອງ​ດັງ​ກຶກກ້ອງ;

ພຣະອົງ​ເຮັດ​ໃຫ້​ເມກ​ລອຍ​ຂຶ້ນ​ຈາກ​ສຸດ​ປາຍ​ແຜ່ນດິນ​ໂລກ.

ພຣະອົງ​ສົ່ງ​ຟ້າແມບ​ມາ​ພ້ອມ​ກັບ​ສາຍຝົນ

ແລະ ນຳ​ເອົາ​ລົມ​ພັດ​ມາ​ຈາກ​ຄັງ​ຂອງ​ພຣະອົງ.

ທຸກຄົນ​ກໍ​ບໍ່​ຮູ້ຈັກ​ຄິດ ແລະ ຂາດ​ຄວາມຮູ້;

ຊ່າງ​ຄໍາ​ທຸກຄົນ​ກໍ​ອັບອາຍ​ຂາຍໜ້າ​ເພາະ​ຮູບເຄົາລົບ​ຂອງ​ຕົນ.

ບັນດາ​ພະ​ທີ່​ລາວ​ໄດ້​ເຮັດ​ຂຶ້ນ​ກໍ​ເປັນ​ການ​ຫລອກຫລວງ;

ພວກມັນ​ບໍ່​ໄດ້​ມີ​ລົມ​ຫາຍໃຈ.

ພວກມັນ​ບໍ່​ມີ​ຄຸນຄ່າ​ຫຍັງ, ເປັນ​ວັດຖຸ​ທີ່​ໜ້າ​ເຢາະເຢີ້ຍ;

ເມື່ອ​ການ​ພິພາກສາ​ຂອງ​ພວກມັນ​ມາ​ເຖິງ, ພວກມັນ​ກໍ​ຈະ​ພິນາດ.

ແຕ່​ພຣະອົງ​ຜູ້​ທີ່​ເປັນ​ຂອງ​ຢາໂຄບ​ບໍ່​ຄື​ກັນ​ກັບ​ພະ​ເຫລົ່ານີ້,

ເພາະ​ພຣະອົງ​ເປັນ​ພຣະ​ຜູ້​ສ້າງ​ສັບ​ພະ​ທຸກສິ່ງ,

ລວມ​ທັງ​ອິດສະຣາເອນ​ຄື ປະຊາຊົນ​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ

ນາມ​ຂອງ​ພຣະອົງ​ແມ່ນ​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່.

ການ​ທໍາລາຍ​ກໍາລັງ​ມາ

ປະຊາຊົນ​ທີ່​ຖືກ​ປິດ​ລ້ອມ​ໄວ້,

ຈົ່ງ​ເກັບ​ເຄື່ອງ​ຂອງ​ພວກເຈົ້າ​ເພື່ອ​ໜີ​ອອກ​ໄປ​ຈາກ​ດິນແດນ​ນັ້ນ.

ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງ​ນີ້​ວ່າ:

“ໃນ​ເວລາ​ນີ້ ເຮົາ​ຈະ​ໂຍນ

ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້​ອອກ​ໄປ;

ເຮົາ​ຈະ​ນຳ​ຄວາມ​ທຸກລຳບາກ​ມາ​ສູ່​ພວກເຂົາ

ເພື່ອ​ວ່າ​ພວກເຂົາ​ຈະ​ຖືກ​ຈັບ​ໄປ”.

ວິບັດ​ແກ່​ຂ້ານ້ອຍ​ຍ້ອນ​ການ​ບາດເຈັບ​ຂອງ​ຂ້ານ້ອຍ!

ບາດແຜ​ຂອງ​ຂ້ານ້ອຍ​ກໍ​ປິ່ນປົວ​ບໍ່​ຫາຍ​ດີ!

ແຕ່​ຂ້ານ້ອຍ​ກໍ​ໄດ້​ບອກ​ຕົນເອງ​ວ່າ,

“ນີ້​ແມ່ນ​ການ​ເຈັບ​ປ່ວຍ​ຂອງ​ຂ້ານ້ອຍ, ແລະ ຂ້ານ້ອຍ​ຕ້ອງ​ອົດທົນ​ເອົາ”.

ເຕັນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ;

ເຊືອກ​ຄຶງ​ເຕັນ​ທັງໝົດ​ກໍ​ຂາດ.

ພວກ​ລູກ​ຂອງ​ຂ້ານ້ອຍ​ໄປ​ຈາກ​ຂ້ານ້ອຍ​ໝົດ ແລະ ບໍ່​ມີ​ຜູ້ໃດ​ເຫລືອ​ຢູ່;

ບັດນີ້ ບໍ່​ມີ​ຈັກ​ຄົນ​ເຫລືອ​ເພື່ອ​ກາງ​ເຕັນ​ຂອງ​ຂ້ານ້ອຍ

ຫລື ສ້າງ​ບ່ອນ​ກຳບັງ​ຂອງ​ຂ້ານ້ອຍ.

ຄົນ​ລ້ຽງແກະ​ກໍ​ບໍ່ຮູ້ຈັກຄິດ

ແລະ ບໍ່​ໄດ້​ຖາມ​ພຣະເຈົ້າຢາເວ;

ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ຈະເລີນ​ຂຶ້ນ

ແລະ ຝູງ​ແກະ​ທັງໝົດ​ຂອງ​ພວກເຂົາ​ກໍ​ໄດ້​ກະຈັດກະຈາຍ​ໄປ.

ຈົ່ງ​ຟັງ! ມີ​ລາຍງານ​ກໍາລັງ​ມາ​ວ່າ

ມີ​ສຽງ​ຄວາມ​ວຸ້ນວາຍ​ຢ່າງ​ໃຫຍ່​ມາ​ຈາກ​ດິນແດນ​ທາງ​ທິດ​ເໜືອ!

ມັນ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງໆ​ຂອງ​ຢູດາຍ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ,

ເປັນ​ບ່ອນ​ຢູ່​ຂອງ​ຝູງ​ໝາໄນ.

ຄຳ​ອະທິຖານ​ຂອງ​ເຢເຣມີຢາ

ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ຮູ້​ວ່າ​ມະນຸດ​ບໍ່​ໄດ້​ເປັນ​ເຈົ້າ​ຂອງ​ຊີວິດ​ຂອງ​ຕົນເອງ;

ບໍ່​ແມ່ນ​ພວກເຂົາ​ທີ່​ກໍານົດ​ບາດກ້າວ​ຂອງ​ຕົນ.

ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ຕີ​ສອນ​ຂ້ານ້ອຍ, ແຕ່​ຂໍ​ໃຫ້​ຢູ່​ໃນ​ຄວາມ​ເໝາະສົມ

ບໍ່​ແມ່ນ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ,

ບໍ່​ດັ່ງນັ້ນ ພຣະອົງ​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ຕົກຕໍ່າ​ລົງ​ຈົນ​ບໍ່​ມີ​ຫຍັງ.

ຂໍ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ຊົນຊາດ​ທັງຫລາຍ

ທີ່​ບໍ່​ຍອມ​ຮັບ​ພຣະອົງ,

ໃສ່​ປະຊາຊົນ​ທັງຫລາຍ​ທີ່​ບໍ່​ຍອມ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ.

ເພາະ​ພວກເຂົາ​ໄດ້​ໂຈມຕີ​ຢາໂຄບ;

ພວກເຂົາ​ທໍາລາຍ​ລາວ​ຈົນ​ໝົດສິ້ນ

ແລະ ໄດ້​ທຳລາຍ​ບ້ານ​ເກີດ​ຂອງ​ລາວ.

Source notes (1)
  1. Footnote ພະ​ຄຳ​ພີ​ຂໍ້​ນີ້​ເປັນ​ພາສາ​ອານ​ເມກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.