Biblica® Open Lao Contemporary Version
ເອເຟໂຊ 2
ເຮັດໃຫ້ມີຊີວິດໃນພຣະຄຣິດເຈົ້າ
ສ່ວນພວກເຈົ້ານັ້ນ, ພວກເຈົ້າໄດ້ຕາຍແລ້ວໃນການລ່ວງລະເມີດ ແລະ ໃນຄວາມບາບຂອງພວກເຈົ້າ, ເຊິ່ງພວກເຈົ້າເຄີຍດຳເນີນຊີວິດເມື່ອພວກເຈົ້າໄດ້ຕິດຕາມທາງຂອງໂລກນີ້ ແລະ ວິຖີຂອງຜູ້ມີອຳນາດແຫ່ງຍ່ານຟ້າອາກາດ, ເຊິ່ງເປັນວິນຍານທີ່ເວລານີ້ທຳງານຢູ່ໃນບັນດາຜູ້ທີ່ບໍ່ເຊື່ອຟັງ. ຄັ້ງໜຶ່ງ ພວກເຮົາທຸກຄົນກໍເຄີຍດໍາເນີນຊີວິດຢູ່ໃນທ່າມກາງຄົນເຫລົ່ານັ້ນ, ເຊິ່ງເປັນການສະໜອງຕັນຫາຂອງເນື້ອໜັງ1ຂອງພວກເຮົາ ແລະ ປະຕິບັດຕາມຄວາມປາຖະໜາ ແລະ ຕາມຄວາມຄິດຂອງເນື້ອໜັງນັ້ນ. ພວກເຮົາຈຶ່ງສົມຄວນໄດ້ຮັບຄວາມໂກດຮ້າຍເໝືອນກັບຄົນອື່ນ. ແຕ່ຍ້ອນຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ພວກເຮົາ, ພຣະເຈົ້າຜູ້ອຸດົມສົມບູນດ້ວຍຄວາມເມດຕາ ຈຶ່ງເຮັດໃຫ້ພວກເຮົາມີຊີວິດຢູ່ກັບພຣະຄຣິດເຈົ້າ ແມ່ນແຕ່ເມື່ອພວກເຮົາໄດ້ຕາຍແລ້ວໃນການລ່ວງລະເມີດ ຄືພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍດ້ວຍພຣະຄຸນ. ແລະ ພຣະເຈົ້າໄດ້ໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າ ແລະ ໃຫ້ພວກເຮົານັ່ງກັບພຣະອົງໃນສະຫວັນສະຖານໃນພຣະຄຣິດເຈົ້າເຢຊູ, ເພື່ອວ່າໃນຍຸກທີ່ຈະມາເຖິງ ພຣະອົງຈະໄດ້ສະແດງຄວາມອຸດົມສົມບູນອັນຫາທີ່ປຽບບໍ່ໄດ້ເຖິງພຣະຄຸນຂອງພຣະອົງ, ເຊິ່ງໄດ້ສະແດງອອກດ້ວຍຄວາມເມດຕາຂອງພຣະອົງທີ່ມີຕໍ່ພວກເຮົາໃນພຣະຄຣິດເຈົ້າເຢຊູ. ດ້ວຍວ່າ ພວກເຈົ້າໄດ້ຮັບຄວາມພົ້ນນັ້ນກໍໂດຍພຣະຄຸນຜ່ານທາງຄວາມເຊື່ອ ແລະ ຄວາມລອດພົ້ນນີ້ບໍ່ໄດ້ມາຈາກພວກເຈົ້າເອງ, ແຕ່ເປັນຂອງປະທານຈາກພຣະເຈົ້າ ບໍ່ແມ່ນໂດຍການປະຕິບັດ, ດັ່ງນັ້ນເພື່ອວ່າບໍ່ໃຫ້ຜູ້ໃດສາມາດອວດໄດ້. ເພາະພວກເຮົາເປັນຜົນງານຂອງພຣະເຈົ້າ ເຊິ່ງໄດ້ສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ເຮັດການດີທີ່ພຣະເຈົ້າໄດ້ຈັດຕຽມໄວ້ລ່ວງໜ້າເພື່ອໃຫ້ພວກເຮົາປະຕິບັດ.
ຄົນຢິວ ແລະ ຄົນຕ່າງຊາດໄດ້ຮັບການຄືນດີໂດຍທາງພຣະຄຣິດເຈົ້າ
ເຫດສະນັ້ນ, ຈົ່ງລະນຶກວ່າແຕ່ກ່ອນພວກເຈົ້າເຄີຍເປັນຄົນຕ່າງຊາດໂດຍກຳເນີດ ແລະ ເປັນບັນດາຜູ້ທີ່ເອີ້ນຕົນເອງວ່າ “ຝ່າຍຮັບພິທີຕັດ” (ເຊິ່ງໄດ້ເຮັດໃນຮ່າງກາຍດ້ວຍມືມະນຸດ) ເອີ້ນພວກເຈົ້າວ່າ “ຝ່າຍບໍ່ຮັບພິທີຕັດ” ຈົ່ງລະນຶກວ່າໃນເວລານັ້ນພວກເຈົ້າໄດ້ແຍກອອກຈາກພຣະຄຣິດເຈົ້າ, ບໍ່ໄດ້ເປັນພົນລະເມືອງຂອງອິດສະຣາເອນ ແລະ ເປັນຄົນຕ່າງດ້າວຢູ່ນອກບັນດາພັນທະສັນຍາທີ່ສັນຍາໄວ້, ບໍ່ມີຄວາມຫວັງ ແລະ ຢູ່ໃນໂລກນີ້ໂດຍບໍ່ມີພຣະເຈົ້າ. ແຕ່ບັດນີ້ ພວກເຈົ້າທັງຫລາຍຢູ່ໃນພຣະຄຣິດເຈົ້າເຢຊູ ເຊິ່ງເມື່ອກ່ອນນັ້ນເຄີຍຢູ່ໄກແຕ່ໄດ້ຖືກນຳເຂົ້າມາໃກ້ແລ້ວໂດຍໂລຫິດຂອງພຣະຄຣິດເຈົ້າ.
ເພາະພຣະອົງເອງເປັນສັນຕິສຸກຂອງພວກເຮົາ ຜູ້ທີ່ເຮັດໃຫ້ທັງສອງຝ່າຍເຂົ້າເປັນກາຍດຽວກັນ ແລະ ທຳລາຍສິ່ງກີດຂວາງ ຄືກຳແພງແຫ່ງການແບ່ງແຍກຂອງສັດຕູນັ້ນ, ໂດຍການຍົກເລີກກົດບັນຍັດພ້ອມກັບຄຳສັ່ງ ແລະ ກົດລະບຽບຕ່າງໆດ້ວຍຮ່າງກາຍຂອງພຣະອົງ. ຈຸດປະສົງຂອງພຣະອົງກໍເພື່ອສ້າງຂຶ້ນໃຫ້ເປັນມະນຸດໃໝ່ຄົນດຽວກັນໃນພຣະອົງເອງໂດຍບໍ່ມີສອງຝ່າຍ, ດັ່ງນັ້ນຈຶ່ງເປັນການສ້າງສັນຕິສຸກ, ແລະ ໃນກາຍດຽວກັນນີ້ທັງສອງຝ່າຍຈຶ່ງຄືນດີກັນກັບພຣະເຈົ້າຜ່ານທາງໄມ້ກາງແຂນ, ໂດຍທີ່ພຣະອົງໄດ້ທຳລາຍຄວາມເປັນສັດຕູກັນຂອງພວກເຂົາ. ພຣະອົງໄດ້ມາ ແລະ ໄດ້ປະກາດສັນຕິສຸກແກ່ພວກເຈົ້າທັງຫລາຍທີ່ຢູ່ໄກ ແລະ ແກ່ບັນດາຜູ້ທີ່ຢູ່ໃກ້. ເພາະໂດຍທາງພຣະອົງພວກເຮົາທັງສອງຈຶ່ງໄດ້ເຂົ້າເຖິງພຣະບິດາເຈົ້າໂດຍພຣະວິນຍານອົງດຽວກັນ.
ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ແມ່ນຄົນຕ່າງດ້າວ ແລະ ຄົນແປກໜ້າອີກຕໍ່ໄປ, ແຕ່ເປັນພົນລະເມືອງດຽວກັບບັນດາຄົນຂອງພຣະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພຣະອົງເໝືອນກັນ, ເຊິ່ງໄດ້ຮັບການສ້າງຂຶ້ນເທິງຮາກຖານຂອງບັນດາອັກຄະສາວົກ ແລະ ບັນດາຜູ້ທຳນວາຍ, ໂດຍມີພຣະຄຣິດເຈົ້າເຢຊູພຣະອົງເອງເປັນຫີນເສົາເອກ. ໃນພຣະອົງອາຄານທັງໝົດກໍຖືກເຊື່ອມຕໍ່ເຂົ້າກັນ ແລະ ຖືກຍົກຂຶ້ນເພື່ອເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. ແລະ ໃນພຣະອົງນັ້ນ ພວກເຈົ້າກໍເໝືອນກັນ ພວກເຈົ້າກຳລັງຮັບການສ້າງຂຶ້ນດ້ວຍກັນເພື່ອໃຫ້ກາຍເປັນບ່ອນສະຖິດທີ່ພຣະເຈົ້າສະຖິດຢູ່ໂດຍພຣະວິນຍານຂອງພຣະອົງ.
Source notes (1)
- Footnote ໃນບໍລິບົດດັ່ງນີ້, ຄຳໃນພາສາກຣີກສຳລັບ ເນື້ອໜັງ (ຊາຣາອິສ) ເຊິ່ງອ້າງອີງໃສ່ສະພາບທີ່ເຕັມດ້ວຍບາບຂອງມະນຸດ, ມັກປາກົດເໝືອນດັ່ງເປັນພະລັງໃນການຕໍ່ຕ້ານພຣະວິນຍານ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.