Skip to content
BibleKenya

Biblica® Open Lao Contemporary Version

ເອເຟໂຊ 1

ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ,

ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ,1 ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ.

ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

ຄຳ​ສັນລະເສີນ​ສຳລັບ​ພຣະພອນ​ຝ່າຍ​ພຣະວິນຍານ​ໃນ​ພຣະຄຣິດເຈົ້າ

ຂໍ​ໃຫ້​ຄຳສັນລະເສີນ​ຈົ່ງ​ມີ​ແກ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ພອນ​ໃນ​ສະຫວັນ​ສະຖານ​ໃຫ້​ແກ່​ພວກເຮົາ​ດ້ວຍ​ພຣະພອນ​ຝ່າຍ​ວິນຍານ​ທຸກ​ຢ່າງ​ໃນ​ພຣະຄຣິດເຈົ້າ. ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມ​ຮັກ​ນັ້ນ ພຣະອົງ2​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ3​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ເພື່ອ​ເປັນ​ການສັນລະເສີນ​ພຣະຄຸນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ລ້າໆ​ໃນ​ພຣະອົງ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ. ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ ເຊິ່ງ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ, ພຣະອົງ4​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ, ເພື່ອ​ໃຫ້​ເກີດ​ຜົນ​ເມື່ອ​ເຖິງ​ເວລາ​ກຳນົດ​ມາເຖິງ ເພື່ອ​ນຳ​ເອົາ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ເຂົ້າ​ເປັນ​ອັນໜຶ່ງອັນດຽວ​ກັນ​ພາຍໃຕ້​ພຣະຄຣິດເຈົ້າ.

ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ5​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ, ເພື່ອ​ພວກເຮົາ​ທີ່​ເປັນ​ຜູ້​ທຳອິດ​ທີ່​ມອບ​ຄວາມຫວັງ​ຂອງ​ພວກເຮົາ​ໄວ້​ໃນ​ພຣະຄຣິດເຈົ້າ, ຈະ​ໄດ້​ສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ. ແລະ ພວກເຈົ້າ​ກໍ​ໄດ້​ຮ່ວມ​ຢູ່​ໃນ​ພຣະຄຣິດເຈົ້າ​ເໝືອນກັນ​ເມື່ອ​ພວກເຈົ້າ​ໄດ້​ຍິນ​ພຣະຄຳ​ແຫ່ງ​ຄວາມຈິງ, ຄື​ຂ່າວປະເສີດ​ແຫ່ງ​ຄວາມພົ້ນ​ຂອງ​ພວກເຈົ້າ. ເມື່ອ​ພວກເຈົ້າ​ໄດ້​ເຊື່ອ ພວກເຈົ້າ​ກໍ​ໄດ້​ຖືກ​ໝາຍ​ໄວ້​ໃນ​ພຣະອົງ​ດ້ວຍ​ຕາປະທັບ, ຄື​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສັນຍາ​ໄວ້, ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.

ການໂມທະນາ​ຂອບພຣະຄຸນ ແລະ ຄຳອະທິຖານ

ເພາະ​ເຫດຜົນ​ນີ້, ຕັ້ງແຕ່​ເຮົາ​ໄດ້​ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ຄວາມ​ຮັກ​ຂອງ​ພວກເຈົ້າ​ທີ່​ມີ​ຕໍ່​ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ແລ້ວ, ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງ​ບໍ່​ຢຸດຢັ້ງ ແລະ ໄດ້​ລະນຶກ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ເຮົາ. ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ6​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ. ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ, ແລະ ຮູ້​ເຖິງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ຫາ​ສິ່ງ​ໃດ​ປຽບທຽບ​ບໍ່​ໄດ້​ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ. ລິດອຳນາດ​ນັ້ນ​ເປັນ​ເໝືອນ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເຊິ່ງ​ພຣະອົງ​ໄດ້​ກະທຳ​ໃນ​ພຣະຄຣິດເຈົ້າ​ເມື່ອ​ເວລາ​ທີ່​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ໃຫ້​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ​ໃນ​ສະຫວັນສະຖານ, ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ. ແລະ ພຣະເຈົ້າ​ໄດ້​ວາງ​ສິ່ງ​ທັງປວງ​ລົງ​ໃຕ້​ຕີນ​ຂອງ​ພຣະຄຣິດເຈົ້າ ແລະ ໄດ້​ຕັ້ງ​ພຣະອົງ​ໄວ້​ເປັນ​ຫົວ​ເໜືອ​ທຸກສິ່ງ​ເພື່ອ​ຄຣິສຕະຈັກ, ເຊິ່ງ​ເປັນ​ຮ່າງກາຍ​ຂອງ​ພຣະອົງ​ທີ່​ເຕັມບໍລິບູນ​ດ້ວຍ​ພຣະອົງ​ຜູ້​ໃຫ້​ທຸກສິ່ງ​ເຕັມບໍລິບູນ​ໃນ​ທຸກ​ທາງ.

Source notes (6)
  1. Footnote ເອກະສານ​ເກົ່າ​ທີ່​ຂຽນດ້ວຍມື​ໃນ​ຍຸກທຳອິດ​ບາງ​ສະບັບ​ບໍ່​ມີ​ຂໍ້ຄວາມ​ວ່າ ທີ່​ເມືອງ​ເອເຟໂຊ
  2. Footnote ຫລື ສາຍຕາ​ຂອງ​ພຣະອົງ​ດ້ວຍ​ຄວາມ​ຮັກ. 5 ພຣະອົງ
  3. Footnote ໃນ​ພາສາ​ກຣີກ​ສຳລັບ ການຮັບ​ເອົາ​ລູກລ້ຽງ​ມາ ເປັນ​ລູກ​ນັ້ນ​ເປັນ​ຄຳສັບ​ທາງ​ກົດໝາຍ​ທີ່​ອ້າງອີງ​ໃສ່​ສະຖານະພາບ​ທາງ​ກົດໝາຍ​ທີ່​ສົມບູນແບບ​ຂອງ​ການ​ຮັບເອົາ​ຜູ້ສືບມໍລະດົກ​ທີ່​ເປັນ​ເພດຊາຍ​ຕາມ​ວັດທະນະທຳ​ຂອງ​ໂຣມ.
  4. Footnote ຫລື ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ. 9 ແລະ ພຣະອົງ
  5. Footnote ຫລື ໃຫ້​ເປັນ​ທາຍາດ
  6. Footnote ຫລື ພວກເຈົ້າ ມີ​ວິນຍານ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.