Biblica® Open Lao Contemporary Version
ຄາລາເຕຍ 6
ເຮັດດີຕໍ່ຄົນທັງປວງ
ພີ່ນ້ອງທັງຫລາຍເອີຍ, ຖ້າຜູ້ໃດຖືກຈັບໄດ້ວ່າເຮັດບາບ, ພວກເຈົ້າຜູ້ທີ່ມີຊີວິດໂດຍພຣະວິນຍານຄວນຊ່ວຍຜູ້ນັ້ນໃຫ້ລາວກັບໃຈໃໝ່ຢ່າງອ່ອນສຸພາບ. ແຕ່ຈົ່ງລະວັງຕົວໄວ້ໃຫ້ດີ, ບໍ່ດັ່ງນັ້ນພວກເຈົ້າເອງກໍຈະຫລົງເຮັດບາບເໝືອນກັນ. ຈົ່ງຊ່ວຍຮັບພາລະຂອງກັນແລະກັນ ແລະ ເມື່ອເຮັດວິທີນີ້ແລ້ວ ພວກເຈົ້າກໍຈະປະຕິບັດຕາມກົດບັນຍັດຂອງພຣະຄຣິດເຈົ້າ. ຖ້າຜູ້ໃດຄິດວ່າຕົນເອງເປັນຄົນສຳຄັນທັງທີ່ບໍ່ສຳຄັນ, ພວກເຂົາກໍຫລອກລວງຕົນເອງ. ແຕ່ລະຄົນຄວນສຳຫລວດການກະທຳຂອງຕົນເອງ. ແລ້ວພວກເຂົາຈຶ່ງສາມາດພາກພູມໃຈໃນຕົນເອງພຽງຜູ້ດຽວ, ໂດຍບໍ່ຕ້ອງປຽບທຽບຕົນເອງກັບຄົນອື່ນ. ເພາະແຕ່ລະຄົນຄວນແບກພາລະຂອງຕົນເອງ. ເຖິງຢ່າງໃດກໍຕາມ, ຜູ້ທີ່ຮັບຄຳສັ່ງສອນໃນຖ້ອຍຄຳກໍຄວນແບ່ງປັນສິ່ງທີ່ດີທັງປວງໃຫ້ແກ່ຜູ້ສອນຂອງຕົນ.
ຢ່າໄດ້ຖືກຫລອກຄື: ພວກເຈົ້າບໍ່ສາມາດເຢາະເຢີ້ຍພຣະເຈົ້າໄດ້. ມະນຸດເກັບກ່ຽວໃນສິ່ງທີ່ຕົນຫວ່ານ. ຜູ້ໃດກໍຕາມທີ່ຫວ່ານຕາມຄວາມພໍໃຈຂອງເນື້ອໜັງຂອງຕົນ, ກໍຈະເກັບກ່ຽວຄວາມພິນາດຈາກເນື້ອໜັງນັ້ນ, ຜູ້ທີ່ຫວ່ານຕາມຄວາມພໍໃຈຂອງພຣະວິນຍານ ກໍຈະເກັບກ່ຽວຊີວິດນິລັນດອນຈາກພຣະວິນຍານ. ຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ, ເພາະຖ້າພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະເກັບກ່ຽວຜົນໃນເວລາອັນເໝາະສົມ. ເຫດສະນັ້ນ, ເມື່ອພວກເຮົາມີໂອກາດ ໃຫ້ພວກເຮົາເຮັດດີຕໍ່ທຸກຄົນ ໂດຍສະເພາະຕໍ່ຄົນທີ່ຢູ່ໃນຄອບຄົວແຫ່ງຄວາມເຊື່ອ.
ບໍ່ແມ່ນການຮັບພິທີຕັດແຕ່ຮັບການສ້າງໃໝ່
ເບິ່ງແມ ເຮົາໃຊ້ຕົວອັກສອນຂະໜາດໃຫຍ່ເທົ່າໃດ ເມື່ອເຮົາຂຽນເຖິງພວກເຈົ້າດ້ວຍມືຂອງເຮົາເອງ!
ບັນດາຜູ້ທີ່ຢາກສ້າງຄວາມປະທັບໃຈຕໍ່ຄົນໂດຍທາງເນື້ອໜັງ ກໍກຳລັງພະຍາຍາມບັງຄັບພວກເຈົ້າໃຫ້ຮັບພິທີຕັດ. ເຫດຜົນດຽວທີ່ພວກເຂົາເຮັດຢ່າງນີ້ ກໍເພື່ອຫລີກເວັ້ນບໍ່ໃຫ້ຕົນເອງຖືກຂົ່ມເຫັງເພາະເລື່ອງໄມ້ກາງແຂນຂອງພຣະຄຣິດເຈົ້າ. ແມ່ນແຕ່ຄົນທີ່ຮັບພິທີຕັດແລ້ວກໍຍັງບໍ່ເຊື່ອຟັງກົດບັນຍັດ ແຕ່ພວກເຂົາຕ້ອງການໃຫ້ພວກເຈົ້າຮັບພິທີຕັດເພື່ອພວກເຂົາຈະໄດ້ອວດອ້າງກ່ຽວກັບການຮັບພິທີຕັດໃນເນື້ອໜັງຂອງພວກເຈົ້າ. ຂໍຢ່າໃຫ້ເຮົາອວດອ້າງສິ່ງໃດຍົກເວັ້ນໃນເລື່ອງໄມ້ກາງແຂນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ໂດຍໄມ້ກາງແຂນນັ້ນ1ໂລກຖືກຄຶງໄວ້ສຳລັບເຮົາແລ້ວ ແລະ ເຮົາຖືກຄຶງໄວ້ສຳລັບໂລກແລ້ວ. ຮັບພິທີຕັດ ຫລື ບໍ່ຮັບພິທີຕັດກໍບໍ່ມີຄວາມໝາຍຫຍັງ; ສິ່ງສຳຄັນແມ່ນການສ້າງຂຶ້ນໃໝ່. ຂໍໃຫ້ສັນຕິສຸກ ແລະ ຄວາມເມດຕາ ຈົ່ງມີແກ່ທຸກຄົນທີ່ເຮັດຕາມກົດນີ້ ຄືແກ່ອິດສະຣາເອນຂອງພຣະເຈົ້າ.
ຈາກນີ້ໄປ, ຢ່າໃຫ້ຜູ້ໃດກໍ່ຄວາມເດືອດຮ້ອນແກ່ເຮົາອີກ, ເພາະເຮົາມີເຄື່ອງໝາຍຂອງພຣະເຢຊູເຈົ້າຢູ່ເທິງຮ່າງກາຍຂອງເຮົາ.
ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທັງຫລາຍ. ອາແມນ.
Source notes (1)
- Footnote ຫລື ໂດຍຜູ້ນັ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.