Skip to content
BibleKenya

Biblica® Open Lao Contemporary Version

ເອເຟໂຊ 3

ແຜນການ​ອັນ​ມະຫັດສະຈັນ​ຂອງ​ພຣະເຈົ້າ​ເພື່ອ​ຄົນຕ່າງຊາດ

ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.

ແນ່ນອນ ພວກເຈົ້າ​ຄົງ​ໄດ້​ຍິນ​ເຖິງ​ພາລະກິດ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ເພື່ອ​ພວກເຈົ້າ​ທັງຫລາຍ, ຄື​ຂໍ້​ລັບເລິກ​ທີ່​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ເຮົາ​ໂດຍ​ການເປີດເຜີຍ, ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ແລ້ວ​ຢ່າງ​ຫຍໍ້ໆ. ເມື່ອ​ພວກເຈົ້າ​ອ່ານ​ແລ້ວ​ກໍ​ຈະ​ເຂົ້າໃຈ​ເຖິງ​ຄວາມຮູ້ແຈ້ງ​ຂອງ​ເຮົາ​ໃນ​ຄວາມລັບເລິກ​ຂອງ​ພຣະຄຣິດເຈົ້າ, ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ. ຂໍ້​ລັບເລິກ​ນີ້​ແມ່ນ​ໂດຍ​ທາງ​ຂ່າວປະເສີດ​ນັ້ນ​ຄົນຕ່າງຊາດ​ກໍ​ເປັນ​ທາຍາດ​ຮ່ວມ​ກັບ​ຊົນອິດສະຣາເອນ, ເປັນ​ອະໄວຍະວະ​ຮ່ວມ​ໃນ​ກາຍ​ດຽວ​ກັນ ແລະ ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຮັບ​ຕາມ​ຄຳ​ສັນຍາ​ໃນ​ພຣະຄຣິດເຈົ້າເຢຊູ.

ເຮົາ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ຂ່າວປະເສີດ​ນີ້​ໂດຍ​ຂອງປະທານ​ທີ່​ມາ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ໂດຍ​ການທຳງານ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ. ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ, ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ. ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ, ຕາມ​ຈຸດປະສົງ​ອັນ​ຖາວອນ​ຂອງ​ພຣະອົງ​ທີ່​ໄດ້​ກະທຳ​ໃຫ້​ສຳເລັດ​ໃນ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ. ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ. ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ໃຫ້​ພວກເຈົ້າ​ຢ່າ​ໄດ້​ທໍ້ຖອຍໃຈ​ຍ້ອນ​ຄວາມທຸກຍາກລໍາບາກ​ຂອງ​ເຮົາ​ເພື່ອ​ພວກເຈົ້າ, ເຊິ່ງ​ເປັນ​ກຽດ​ຂອງ​ພວກເຈົ້າ.

ຄຳອະທິຖານ​ເພື່ອ​ຊາວເອເຟໂຊ

ດ້ວຍເຫດນີ້ ເຮົາ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ, ຜູ້​ເປັນ​ທີ່ມາ​ຂອງ​ທຸກ​ຄອບຄົວ1​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ກໍ​ມາ​ຈາກ​ນາມ​ນັ້ນ. ເຮົາ​ອະທິຖານ​ວ່າ​ຈາກ​ຄວາມອຸດົມສົມບູນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຂໍ​ໃຫ້​ພຣະອົງ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ຜ່ານທາງ​ພຣະວິນຍານ​ຂອງ​ພຣະອົງ​ທີ່​ຢູ່​ພາຍໃນ​ພວກເຈົ້າ, ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມ​ຮັກ​ແລ້ວ, ຈະ​ມີ​ລິດອຳນາດ ພ້ອມ​ກັບ​ຄົນ​ບໍລິສຸດ​ທັງປວງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ມີ​ຄວາມສາມາດ​ເຂົ້າໃຈ​ເຖິງ​ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ​ຂອງ​ຄວາມ​ຮັກ​ຂອງ​ພຣະຄຣິດເຈົ້າ, ແລະ ຮູ້ຈັກ​ຄວາມ​ຮັກ​ນີ້​ທີ່​ເກີນ​ຄວາມຮູ້ ເພື່ອ​ພວກເຈົ້າ​ຈະ​ເຕັມ​ຂະໜາດ​ຂອງ​ຄວາມສົມບູນ​ທັງໝົດ​ຂອງ​ພຣະເຈົ້າ.

ບັດນີ້ ຂໍ​ຖວາຍ​ກຽດ​ແກ່​ພຣະອົງ​ຜູ້​ສາມາດ​ກະທຳ​ທຸກ​ສິ່ງ​ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື ຄິດ​ໄດ້​ຕາມ​ລິດອຳນາດ​ຂອງ​ພຣະອົງ​ທີ່​ກະທຳ​ການ​ຢູ່​ພາຍໃນ​ພວກເຮົາ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ໃນ​ຄຣິສຕະຈັກ ແລະ ໃນ​ພຣະຄຣິດເຈົ້າເຢຊູ​ຕະຫລອດ​ທຸກ​ຍຸກ, ຕະຫລອດໄປ​ເປັນນິດ! ອາແມນ.

Source notes (1)
  1. Footnote ພາສາ​ກຣີກ​ສຳລັບ​ຄຳ​ວ່າ ຄອບຄົວ (ປາຕຣີອາ) ແມ່ນ​ໄດ້​ມາຈາກ​ພາສາ​ກຣີກ​ສຳລັບ​ຄຳ​ວ່າ ພໍ່ (ປາເຕີ).

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.