Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 16

ປັດສະຄາ

(ອພຍ 12:14-20; ລລວ 23:4-8; ຈບຊ 28:16-25)

ຈົ່ງ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ເດືອນ​ອາບີບ, ເພາະ​ໃນ​ເດືອນ​ອາບີບ​ນັ້ນ​ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ໃນ​ເວລາ​ກາງຄືນ. ຈົ່ງ​ເລືອກ​ເຄື່ອງບູຊາ​ປັດສະຄາ​ຈາກ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພວກເຈົ້າ ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ​ຈະ​ເລືອກ​ໃຫ້​ເປັນ​ບ່ອນ​ສະຖິດ​ຢູ່​ຂອງ​ນາມ​ຂອງ​ພຣະອົງ. ຢ່າ​ກິນ​ເຄື່ອງຖວາຍບູຊາ​ນີ້​ກັບ​ເຂົ້າຈີ່​ທີ່​ມີ​ເຊື້ອແປ້ງ, ແຕ່​ຈົ່ງ​ກິນ​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ຕະຫລອດ​ເຈັດ​ວັນ, ເຊິ່ງ​ເປັນ​ເຂົ້າຈີ່​ແຫ່ງ​ຄວາມ​ທຸກທໍລະມານ, ເພາະ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ຢ່າງ​ຮີບ​ດ່ວນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ລະນຶກ​ເຖິງ​ວັນ​ທີ່​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ຕະຫລອດ​ຊີວິດ​ຂອງ​ພວກເຈົ້າ. ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ໃນ​ດິນແດນ​ທັງໝົດ​ຂອງ​ພວກເຈົ້າ​ເປັນ​ເວລາ​ເຈັດ​ວັນ. ຢ່າ​ໃຫ້​ມີ​ຊີ້ນ​ທີ່​ພວກເຈົ້າ​ຖວາຍ​ໃນ​ແລງ​ວັນ​ທີ​ໜຶ່ງ​ເຫລືອ​ຄ້າງ​ຈົນ​ເຖິງ​ຕອນ​ເຊົ້າ.

ພວກເຈົ້າ​ຕ້ອງ​ບໍ່​ຖວາຍ​ເຄື່ອງບູຊາ​ປັດສະຄາ​ໃນ​ເມືອງ​ໃດໆ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ ນອກຈາກ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ສະຖິດ​ຢູ່​ຂອງ​ນາມ​ຂອງ​ພຣະອົງ. ຢູ່​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ຖວາຍ​ເຄື່ອງບູຊາ​ປັດສະຄາ​ໃນ​ຕອນຄ່ຳ​ເມື່ອ​ຕາເວັນ​ຕົກ​ດິນ, ໃນ​ວັນ​ຄົບຮອບ​ປີ1​ແຫ່ງ​ການ​ເດີນທາງ​ອອກ​ມາ​ຈາກ​ເອຢິບ​ຂອງ​ພວກເຈົ້າ. ຈົ່ງ​ປິ້ງ​ຊີ້ນ ແລະ ກິນ​ເຄື່ອງຖວາຍບູຊາ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ໄວ້. ແລ້ວ​ກັບ​ໄປ​ທີ່​ເຕັນ​ຂອງ​ພວກເຈົ້າ​ໃນ​ເວລາ​ເຊົ້າ​ວັນ​ຕໍ່ມາ. ຈົ່ງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ເປັນ​ເວລາ​ຫົກ​ວັນ ແລະ ໃນ​ວັນ​ທີ​ເຈັດ​ໃຫ້​ປະຊາຊົນ​ມາ​ຊຸມນຸມ​ກັນ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ຢ່າ​ເຮັດ​ວຽກ.

ເທດສະການ​ປະຈຳ​ອາທິດ

(ລລວ 23:15-22; ຈບຊ 28:26-31)

ຈົ່ງ​ນັບ​ເຈັດ​ອາທິດ​ຫລັງ​ຈາກ​ທີ່​ພວກເຈົ້າ​ເລີ່ມ​ລົງ​ມື​ກ່ຽວເຂົ້າ. ແລ້ວ​ຈົ່ງ​ສະຫລອງ​ເທດສະການ​ປະຈຳ​ອາທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂດຍ​ມອບ​ເຄື່ອງຖວາຍບູຊາ​ຕາມ​ຄວາມ​ຄວາມ​ສະໝັກໃຈ ຕາມ​ອັດຕາສ່ວນ​ຂອງ​ພຣະພອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ. ແລະ ຈົ່ງ​ຊື່ນຊົມຍິນດີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ເປັນ​ບ່ອນ​ສະຖິດ​ຢູ່​ຂອງ​ນາມ​ຂອງ​ພຣະອົງ, ພວກເຈົ້າ​ພ້ອມ​ກັບ​ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ, ຂ້າທາດ​ຊາຍ ແລະ ຍິງ​ຂອງ​ພວກເຈົ້າ, ຊາວເລວີ​ໃນ​ເມືອງ​ຂອງ​ພວກເຈົ້າ, ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ແລະ ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ຈົ່ງ​ລະນຶກ​ວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ໃນ​ເອຢິບ ແລະ ຈົ່ງ​ເອົາໃຈໃສ່​ປະຕິບັດ​ຕາມ​ດຳລັດ​ເຫລົ່ານີ້.

ເທດສະການ​ປຸກ​ຕູບ​ຢູ່

(ລລວ 23:33-43; ຈບຊ 29:12-39)

ຫລັງ​ຈາກ​ຮວບຮວມ​ຜົນຜະລິດ​ຈາກ​ລານ​ຟາດ​ເຂົ້າ ແລະ ຈາກ​ອ່າງ​ບີບ​ນ້ຳອະງຸ່ນ​ແລ້ວ ຈົ່ງ​ສະຫລອງ​ເທດສະການ​ປຸກຕູບ​ຢູ່​ເປັນ​ເວລາ​ເຈັດ​ວັນ. ຈົ່ງ​ພາ​ກັນ​ຊື່ນຊົມຍິນດີ​ກັບ​ການ​ສະຫລອງ​ເທດສະການ​ຂອງ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ລູກຊາຍ​ລູກສາວ, ຄົນຮັບໃຊ້​ຊາຍ​ຍິງ, ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະ ແມ່ໝ້າຍ​ໃນ​ເມືອງ​ຂອງ​ພວກເຈົ້າ. ຈົ່ງ​ສະຫລອງ​ເທດສະການ​ນີ້​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ​ຈະ​ເລືອກ​ເປັນ​ເວລາ​ເຈັດ​ວັນ. ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ໃນ​ການ​ເກັບກ່ຽວ ແລະ ໃນ​ວຽກງານ​ທຸກ​ຢ່າງ​ທີ່​ພວກເຈົ້າ​ເຮັດ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ​ຢ່າງ​ເຕັມທີ່.

ຜູ້ຊາຍ​ທຸກຄົນ​ໃນ​ອິດສະຣາເອນ​ຕ້ອງ​ເຂົ້າ​ພົບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ປີ​ລະ​ສາມ​ຄັ້ງ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ຄື: ໃນ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ເທດສະການ​ແຫ່ງ​ອາທິດ ແລະ ເທດສະການ​ປຸກ​ຕູບ​ຢູ່. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ພົບ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ. ແຕ່​ລະ​ຄົນ​ຕ້ອງ​ນຳ​ເອົາ​ເຄື່ອງຖວາຍ​ມາ​ຕາມ​ອັດຕາສ່ວນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ.

ຜູ້ຕັດສິນ

ຈົ່ງ​ແຕ່ງຕັ້ງ​ຜູ້ຕັດສິນ ແລະ ເຈົ້າໜ້າທີ່​ປົກຄອງ​ສຳລັບ​ແຕ່​ລະ​ເຜົ່າ​ໃນ​ທຸກ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ແລະ ຄົນ​ເຫລົ່ານີ້​ຈະ​ຕັດສິນ​ຄວາມ​ໃຫ້​ປະຊາຊົນ​ຢ່າງ​ຍຸຕິທຳ. ຢ່າ​ບິດເບືອນ​ຄວາມ​ຍຸຕິທຳ ຫລື ສະແດງ​ຄວາມ​ລຳອຽງ. ຢ່າ​ຮັບ​ສິນບົນ, ເພາະ​ສິນບົນ​ບັງ​ຕາ​ຂອງ​ຄົນ​ສະຫລາດ ແລະ ສໍ້ໂກງ​ຄຳເວົ້າ​ຂອງ​ຜູ້​ບໍ່​ມີ​ຄວາມ​ຜິດ. ຈົ່ງ​ປະຕິບັດ​ຕາມ​ຄວາມ​ຍຸຕິທຳ​ເທົ່ານັ້ນ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີຊີວິດ​ຢູ່ ແລະ ຄອບຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ.

ຢ່າ​ກາບໄຫວ້​ພະ​ອື່ນ

ຢ່າ​ຕັ້ງ​ເສົາ​ໄມ້​ຂອງ​ເຈົ້າ​ແມ່​ອາເຊຣາ​ຂຶ້ນ​ຂ້າງ​ແທ່ນບູຊາ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ແລະ ຢ່າ​ຕັ້ງ​ຫີນ​ສັກສິດ​ຂຶ້ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ສິ່ງ​ເຫລົ່ານີ້.

Source notes (1)
  1. Footnote ຫລື ເມື່ອ​ຕະເວັນ​ຕົກດິນ​ໃນ​ຊ່ວງ​ເວລາ​ນັ້ນ​ຂອງ​ມື້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.