Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 17

ຢ່າ​ຖວາຍ​ງົວ ຫລື ແກະ​ທີ່​ມີ​ຕຳໜິ ຫລື ພິການ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເປັນ​ສິ່ງ​ທີ່​ໜ້າ​ກຽດຊັງ​ສຳລັບ​ພຣະອົງ.

ຖ້າ​ຊາຍ ຫລື ຍິງ​ຄົນໃດ​ທີ່​ຢູ່​ທ່າມກາງ​ພວກເຈົ້າ​ໃນ​ເມືອງ​ໃດ​ເມືອງ​ໜຶ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂດຍ​ການ​ລະເມີດ​ພັນທະສັນຍາ​ຂອງ​ພຣະອົງ, ແລະ ເຮັດ​ກົງກັນຂ້າມ​ກັບ​ຄຳສັ່ງ​ຂອງ​ຂ້າພະເຈົ້າ​ຄື​ໄດ້​ໄປ​ກາບໄຫວ້​ພະ​ອື່ນ, ໂດຍ​ກົ້ມ​ຫົວ​ລົງ​ຕໍ່​ພະ​ເຫລົ່ານັ້ນ ຫລື ຕໍ່​ດວງ​ຕາເວັນ ຫລື ດວງ​ເດືອນ ຫລື ດວງດາວ​ຕ່າງໆ​ຢູ່​ໃນ​ທ້ອງຟ້າ, ແລະ ມີ​ຜູ້​ນຳ​ມາ​ລາຍງານ​ຕໍ່​ພວກເຈົ້າ, ແລ້ວ​ພວກເຈົ້າ​ຕ້ອງ​ສຶບສວນ​ຢ່າງ​ຮອບຄອບ. ຖ້າ​ເປັນ​ຄວາມຈິງ ແລະ ພິສູດ​ໄດ້​ວ່າ​ມີ​ສິ່ງ​ທີ່​ໜ້າ​ກຽດຊັງ​ນີ້​ເກີດ​ຂຶ້ນ​ໃນ​ອິດສະຣາເອນ, ກໍ​ຈົ່ງ​ນຳເອົາ​ຊາຍ ຫລື ຍິງ​ທີ່​ເຮັດ​ຊົ່ວ​ນັ້ນ​ອອກ​ໄປ​ທີ່​ປະຕູ​ເມືອງ​ຂອງ​ພວກເຈົ້າ ແລ້ວ​ແກວ່ງ​ກ້ອນຫີນ​ໃສ່​ຄົນ​ນັ້ນ​ໃຫ້​ຕາຍ. ແຕ່​ຢ່າ​ຂ້າ​ຜູ້​ໃດ​ດ້ວຍ​ຄຳ​ພະຍານ​ພຽງແຕ່​ປາກ​ດຽວ. ຈະ​ຕ້ອງ​ມີ​ຄຳ​ພະຍານ​ຢ່າງ​ນ້ອຍ​ສອງ ຫລື ສາມ​ປາກ​ກ່ອນ​ຈະ​ຂ້າ​ຄົນ​ນັ້ນ. ຜູ້​ເປັນ​ພະຍານ​ຕ້ອງ​ລົງ​ມື​ແກວ່ງ​ກ້ອນຫີນ​ຂ້າ​ຄົນ​ນັ້ນ​ກ່ອນ ແລະ ຫລັງຈາກນັ້ນ​ແມ່ນ​ປະຊາຊົນ​ທັງໝົດ. ພວກເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ.

ສານ​ຍຸຕິທຳ

ຖ້າ​ມີ​ຄະດີ​ຄວາມ​ໃດ​ຫຍຸ້ງຍາກ​ເກີນ​ກວ່າ​ທີ່​ພວກເຈົ້າ​ຈະ​ຕັດສິນ​ໄດ້ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂ້າຄົນ​ຕາຍ​ໂດຍ​ເຈດຕະນາ, ຄະດີ​ຟ້ອງຮ້ອງ ຫລື ຄະດີ​ທຳຮ້າຍ​ຮ່າງກາຍ ຈົ່ງ​ນຳ​ຄະດີ​ເຫລົ່ານັ້ນ​ໄປ​ທີ່​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ. ຈົ່ງ​ໄປ​ແຈ້ງ​ຕໍ່​ປະໂລຫິດ​ຊາວເລວີ ແລະ ແຈ້ງ​ຕໍ່​ຜູ້ຕັດສິນ​ຄວາມ​ທີ່​ປະຈຳການ​ຢູ່​ໃນ​ເວລາ​ນັ້ນ. ຄົນ​ເຫລົ່ານີ້​ຈະ​ເປັນ​ຜູ້​ສຶບສວນ ແລະ ໃຫ້​ຄຳ​ຕັດສິນ​ແກ່​ພວກເຈົ້າ. ພວກເຈົ້າ​ຈະ​ຕ້ອງ​ປະຕິບັດ​ຕາມ​ການ​ຕັດສິນ​ທີ່​ພວກເຂົາ​ມອບ​ໃຫ້​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ​ຈະ​ເລືອກ. ຈົ່ງ​ລະວັງ​ໃຫ້​ດີ ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຂົາ​ແນະນຳ​ພວກເຈົ້າ​ໃຫ້​ເຮັດ. ຈົ່ງ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຂົາ​ສອນ​ພວກເຈົ້າ ແລະ ການ​ຕັດສິນໃຈ​ຂອງ​ພວກເຂົາ​ມອບ​ໃຫ້​ພວກເຈົ້າ. ຢ່າ​ຫັນ​ໜີ​ໄປ​ຈາກ​ສິ່ງ​ທີ່​ພວກເຂົາ​ບອກ​ພວກເຈົ້າ, ເພື່ອ​ໃຫ້​ໄປ​ທາງ​ຂວາ ຫລື ໄປ​ທາງ​ຊ້າຍ. ຜູ້ໃດ​ດູໜິ່ນ​ຜູ້ພິພາກສາ ຫລື ປະໂລຫິດ​ທີ່​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ທີ່​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ. ພວກເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ອອກ​ໄປ​ຈາກ​ອິດສະຣາເອນ. ປະຊາຊົນ​ທັງໝົດ​ຈະ​ໄດ້​ຍິນ​ເລື່ອງລາວ​ນີ້​ແລ້ວ​ຈະ​ຢ້ານກົວ ແລະ ຈະ​ບໍ່​ກ້າ​ໝິ່ນປະໝາດ​ອີກ.

ກະສັດ

ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ແລະ ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບໃຫ້​ພວກເຈົ້າ​ຄອບຄອງ​ນັ້ນ ແລະ ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ພາ​ກັນ​ຕັ້ງ​ກະສັດ​ຂຶ້ນ​ປົກຄອງ​ພວກເຮົາ​ເໝືອນ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມ​ຮອບ​ພວກເຮົາ”, ຈົ່ງ​ໃຫ້​ໝັ້ນໃຈ​ວ່າ​ພວກເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ. ກະສັດ​ນັ້ນ​ຕ້ອງ​ມາ​ຈາກ​ທ່າມກາງ​ພີ່ນ້ອງ​ຮ່ວມຊາດ​ອິດສະຣາເອນ​ຂອງ​ພວກເຈົ້າ. ຢ່າ​ແຕ່ງຕັ້ງ​ຄົນຕ່າງດ້າວ​ມາ​ປົກຄອງ​ພວກເຈົ້າ. ນອກ​ຈາກ​ນັ້ນ, ກະສັດ​ຕ້ອງ​ບໍ່​ຈັດຫາ​ມ້າ​ຈຳນວນ​ຫລວງຫລາຍ​ມາ​ເປັນ​ຂອງ​ຕົນ ຫລື ສົ່ງ​ຄົນ​ໄປ​ທີ່​ເອຢິບ​ເພື່ອ​ຫາ​ມ້າ​ມາ​ເພີ່ມ​ເຕີມ, ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ວ່າ, “ພວກເຈົ້າ​ຈະ​ຕ້ອງ​ບໍ່​ກັບ​ຄືນ​ໄປ​ທາງ​ນັ້ນ​ອີກ”. ກະສັດ​ຕ້ອງ​ບໍ່​ມີ​ເມຍ​ຫລາຍ​ຄົນ ຫລື ບໍ່​ດັ່ງນັ້ນ​ຈິດໃຈ​ຂອງ​ລາວ​ຈະ​ຖືກ​ນຳໄປ​ໃນ​ທາງ​ທີ່​ຜິດ. ລາວ​ຕ້ອງ​ບໍ່​ສະສົມ​ເງິນ ແລະ ຄຳ​ໄວ້​ຈຳນວນ​ຫລວງຫລາຍ.

ເມື່ອ​ລາວ​ຂຶ້ນ​ນັ່ງ​ເທິງ​ບັນລັງ​ແຫ່ງ​ອານາຈັກ​ຂອງ​ລາວ, ລາວ​ຈະ​ຕ້ອງ​ຂຽນ​ກ່າຍ​ເອົາ​ກົດບັນຍັດ​ນີ້​ຈາກ​ໜັງສືມ້ວນ​ຂອງ​ປະໂລຫິດ​ຜູ້​ເປັນ​ຊາວເລວີ​ມາ​ໄວ້​ສຳລັບ​ຕົນ​ເອງ​ໜຶ່ງ​ສະບັບ. ກົດບັນຍັດ​ນີ້​ຈະ​ຕ້ອງ​ຢູ່​ກັບ​ລາວ ແລະ ລາວ​ຈະ​ຕ້ອງ​ອ່ານ​ກົດບັນຍັດ​ນີ້​ຕະຫລອດ​ຊີວິດ​ຂອງ​ລາວ ເພື່ອ​ວ່າ​ລາວ​ຈະ​ຮຽນຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ ແລະ ເອົາໃຈໃສ່​ທີ່​ຈະ​ປະຕິບັດ​ຕາມ​ທຸກ​ຖ້ອຍຄຳ​ຂອງ​ກົດບັນຍັດ ແລະ ດຳລັດ​ເຫລົ່ານີ້ ແລະ ລາວ​ຈະ​ຕ້ອງ​ບໍ່​ຖື​ວ່າ​ຕົນ​ເອງ​ດີ​ກວ່າ​ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ຂອງ​ຕົນ ແລະ ຫັນ​ໜີ​ຈາກ​ກົດບັນຍັດ​ໄປ​ທາງ​ຂວາ ຫລື ໄປ​ທາງ​ຊ້າຍ. ແລ້ວ​ລາວ ແລະ ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ປົກຄອງ​ຢູ່​ເໜືອ​ອານາຈັກ​ອິດສະຣາເອນ​ເປັນ​ເວລາ​ດົນນານ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.