Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 18

ສ່ວນແບ່ງ​ຂອງ​ປະໂລຫິດ ແລະ ຊາວ​ເລວີ

ປະໂລຫິດ​ຊາວ​ເລວີ​ລວມ​ທັງ​ຄົນ​ໃນ​ເຜົ່າ​ເລວີ​ທັງໝົດ​ຈະ​ບໍ່​ໄດ້​ຮັບ​ສ່ວນແບ່ງ ຫລື ຮັບ​ດິນແດນ​ເປັນ​ມໍລະດົກ​ຮ່ວມ​ກັບ​ຊາວ​ອິດສະຣາເອນ. ພວກເຂົາ​ຈະ​ດຳລົງ​ຊີວິດ​ດ້ວຍ​ອາຫານ​ທີ່​ເປັນ​ເຄື່ອງບູຊາ​ຕ່າງໆ​ທີ່​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ, ເພາະ​ສິ່ງ​ເຫລົ່ານັ້ນ​ເປັນ​ມໍລະດົກ​ຂອງ​ພວກເຂົາ. ພວກເຂົາ​ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ອັນ​ໃດ​ໃນ​ທ່າມກາງ​ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ຂອງ​ພວກເຂົາ; ພຣະເຈົ້າຢາເວ​ເປັນ​ມໍລະດົກ​ຂອງ​ພວກເຂົາ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ.

ເມື່ອ​ປະຊາຊົນ​ຖວາຍ​ງົວ​ຜູ້ ຫລື ແກະ​ເປັນ​ເຄື່ອງບູຊາ, ບັນດາ​ປະໂລຫິດ​ຈະ​ໄດ້​ຮັບ​ສ່ວນແບ່ງ​ຄື: ຊີ້ນ​ຂາ​ໜ້າ, ເຄື່ອງໃນ​ຕ່າງໆ ແລະ ຊີ້ນ​ແກ້ມ. ຈົ່ງ​ມອບ​ຜົນຜະລິດ​ທຳອິດ​ຄື: ພືດຜົນ​ເປັນ​ເມັດ, ເຫລົ້າອະງຸ່ນ​ໃໝ່, ນ້ຳມັນ​ໝາກກອກ ແລະ ຂົນແກະ​ທີ່​ຕັດ​ຄັ້ງ​ທຳອິດ​ໃຫ້​ແກ່​ພວກເຂົາ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ເອົາ​ພວກເຂົາ ແລະ ເຊື້ອສາຍ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ເຜົ່າ​ທັງໝົດ​ເພື່ອ​ມາ​ເຮັດ​ໜ້າທີ່​ຮັບໃຊ້​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ໄປ.

ຖ້າ​ຊາວເລວີ​ຄົນ​ໃດ​ຍ້າຍ​ອອກ​ຈາກ​ເມືອງ​ໜຶ່ງ​ຂອງ​ບັນດາ​ເມືອງ​ຂອງ​ພວກເຈົ້າ​ໃນ​ອິດສະຣາເອນ​ບ່ອນ​ທີ່​ລາວ​ອາໄສ​ຢູ່ ແລະ ມາ​ບ່ອນ​ທີ່​ພຣະເຈົ້າຢາເວ​ຈະ​ເລືອກ​ໃຫ້​ດ້ວຍ​ຄວາມ​ຕັ້ງໃຈ, ລາວ​ກໍ​ຈະ​ຮັບໃຊ້​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ​ໄດ້​ໃນ​ຖານະ​ດຽວ​ກັນ​ກັບ​ພີ່ນ້ອງ​ຊາວເລວີ​ທັງໝົດ​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ. ລາວ​ຈະ​ຕ້ອງ​ໄດ້​ຮັບ​ສ່ວນແບ່ງ​ໃນ​ເຄື່ອງບູຊາ ແລະ ເຄື່ອງຖວາຍ​ອື່ນໆ​ຂອງ​ພວກເຂົາ​ຢ່າງ​ເທົ່າທຽມ​ກັນ, ແມ່ນ​ແຕ່​ລາວ​ໄດ້​ຮັບ​ເງິນ​ຈາກ​ການ​ຂາຍ​ຊັບສິນ​ຂອງ​ຄອບຄົວ​ມາ​ແລ້ວ​ກໍ​ຕາມ.

ການ​ກະທຳ​ອັນ​ໜ້າ​ກຽດຊັງ

ເມື່ອ​ພວກເຈົ້າ​ເຂົ້າ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ​ນັ້ນ, ຢ່າ​ຮຽນ​ເອົາ​ແບບ​ຢ່າງ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ບ່ອນ​ນັ້ນ. ຢ່າ​ໃຫ້​ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເອົາ​ລູກຊາຍ ຫລື ລູກສາວ​ໄປ​ເຜົາໄຟ​ເປັນ​ເຄື່ອງບູຊາ, ເປັນ​ໝໍດູ ຫລື ເປັນ​ນັກຄາຖາອາຄົມ, ເປັນ​ຜູ້ແປ​ຄວາມໝາຍ​ຂອງ​ລາງ​ບອກ​ເຫດ​ຕ່າງໆ, ເປັນ​ຜູ້​ມີ​ສ່ວນ​ໃນ​ການ​ໃຊ້​ເວດມົນຄາຖາ, ຫລື ເປັນ​ຜູ້​ເຮັດ​ເວດມົນ ຫລື ເປັນ​ຄົນ​ໃຫ້​ຜີ​ເຂົ້າ ຫລື ເປັນ​ໝໍຜີ ຫລື ໄປ​ປຶກສາ​ຄົນ​ທີ່​ຕາຍ​ແລ້ວ. ພຣະເຈົ້າຢາເວ​ກຽດຊັງ​ຄົນ​ທີ່​ເຮັດ​ສິ່ງ​ເຫລົ່ານີ້; ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຂັບໄລ່​ຊົນຊາດ​ເຫລົ່ານັ້ນ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ​ກໍ​ເພາະ​ທຳນຽມ​ການ​ປະຕິບັດ​ອັນ​ໜ້າ​ກຽດຊັງ​ເຫລົ່ານີ້. ພວກເຈົ້າ​ຈະ​ຕ້ອງ​ບໍ່​ມີ​ຕຳໜິ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

ຜູ້ທຳນວາຍ

ຊົນຊາດ​ຕ່າງໆ​ທີ່​ພວກເຈົ້າ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ​ຟັງ​ຄຳ​ຂອງ​ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ ຫລື ບັນດາ​ຄົນ​ທີ່​ເປັນ​ໝໍດູ. ແຕ່​ສ່ວນ​ພວກເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່​ອະນຸຍາດ​ໃຫ້​ພວກເຈົ້າ​ເຮັດ​ເຊັ່ນ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຜູ້ທຳນວາຍ​ເໝືອນດັ່ງ​ຂ້າພະເຈົ້າ​ຂຶ້ນ​ມາ​ຄົນ​ໜຶ່ງ​ສຳລັບ​ພວກເຈົ້າ ຈາກ​ທ່າມກາງ​ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ຂອງ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ຟັງ​ເພິ່ນ. ເພາະ​ນີ້​ເປັນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ທີ່​ພູເຂົາ​ໂຮເຣັບ​ໃນ​ວັນ​ທີ່​ຊຸມນຸມ​ກັນ​ນັ້ນ ເມື່ອ​ພວກເຈົ້າ​ໄດ້​ວ່າ, “ຂໍ​ຢ່າ​ໃຫ້​ພວກເຮົາ​ໄດ້​ຍິນ​ສຽງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຫລື ຂໍ​ຢ່າ​ໃຫ້​ພວກເຮົາ​ເຫັນ​ແປວໄຟ​ໃຫຍ່​ນັ້ນ​ອີກ​ເລີຍ, ບໍ່​ດັ່ງນັ້ນ​ພວກເຮົາ​ຈະ​ຕ້ອງ​ຕາຍ”.

ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສິ່ງ​ທີ່​ພວກເຂົາ​ເວົ້າ​ມາ​ກໍ​ດີ. ເຮົາ​ຈະ​ຕັ້ງ​ຜູ້ທຳນວາຍ​ຂຶ້ນ​ມາ​ຄົນ​ໜຶ່ງ​ເໝືອນ​ເຈົ້າ​ໃນ​ທ່າມກາງ​ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ເອົາ​ຖ້ອຍຄຳ​ຂອງ​ເຮົາ​ໃສ່ໄວ້​ໃນ​ປາກ​ຂອງ​ລາວ. ລາວ​ຈະ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ລາວ. ຜູ້ໃດ​ທີ່​ບໍ່​ຟັງ​ຄຳເວົ້າ​ຂອງ​ເຮົາ​ທີ່​ຜູ້ທຳນວາຍ​ຄົນ​ນັ້ນ​ກ່າວ​ໃນ​ນາມ​ຂອງ​ເຮົາ ເຮົາ​ເອງ​ຈະ​ລົງໂທດ​ຜູ້​ນັ້ນ. ແຕ່​ຜູ້ທຳນວາຍ​ຄົນ​ໃດ​ທີ່​ເວົ້າ​ແອບອ້າງ​ນາມ​ຂອງ​ເຮົາ ເຊິ່ງ​ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ລາວ​ເວົ້າ ຫລື ຜູ້ທຳນວາຍ​ທີ່​ເວົ້າ​ໃນ​ນາມ​ຂອງ​ພະ​ອື່ນ, ຜູ້​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ”.

ພວກເຈົ້າ​ອາດ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ພວກເຮົາ​ຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ຖ້ອຍຄຳ​ນີ້​ບໍ່​ໄດ້​ກ່າວ​ໂດຍ​ພຣະເຈົ້າຢາເວ?” ຖ້າ​ສິ່ງ​ທີ່​ຜູ້ທຳນວາຍ​ປະກາດ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ບໍ່​ເກີດ​ຂຶ້ນ ຫລື ກາຍ​ມາ​ເປັນ​ຄວາມຈິງ, ສະແດງ​ວ່າ​ພຣະເຈົ້າຢາເວ​ບໍ່​ໄດ້​ກ່າວ​ຖ້ອຍຄຳ​ນັ້ນ. ຜູ້ທຳນວາຍ​ນັ້ນ​ກ່າວ​ໂອ້ອວດ​ຂຶ້ນ​ມາ​ເອງ, ດັ່ງນັ້ນ ພວກເຈົ້າ​ຢ່າ​ວິຕົກກັງວົນ​ເລີຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.