Biblica® Open Lao Contemporary Version
ພຣະບັນຍັດສອງ 19
ບັນດາເມືອງລີ້ໄພ
(ຈບຊ 35:6-34; ພບຍ 4:41-43; ຢຊ 20:1-9)
ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ທຳລາຍຊົນຊາດຕ່າງໆໃນດິນແດນທີ່ພຣະອົງກຳລັງຈະມອບໃຫ້ແກ່ພວກເຈົ້າ ແລະ ເມື່ອພວກເຈົ້າຂັບໄລ່ພວກເຂົາອອກໄປ ແລະ ຕັ້ງຖິ່ນຖານໃນບ້ານເມືອງຂອງພວກເຂົາແລ້ວ, ຈົ່ງເລືອກເອົາສາມເມືອງສຳລັບພວກເຈົ້າເອງໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າຄອບຄອງ. ຈົ່ງກຳນົດໄລຍະທາງໄປຍັງເມືອງເຫລົ່ານີ້ ແລະ ແບ່ງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍລະດົກແກ່ພວກເຈົ້ານັ້ນອອກເປັນສາມສ່ວນ, ເພື່ອວ່າຜູ້ທີ່ຂ້າຄົນຈະໜີໄປລີ້ໄພຢູ່ໃນເມືອງໜຶ່ງຂອງບັນດາເມືອງເຫລົ່ານີ້.
ຕໍ່ໄປນີ້ຄືລະບຽບກ່ຽວກັບຜູ້ທີ່ຂ້າຄົນ ແລະ ໜີໄປທີ່ນັ້ນເພື່ອລີ້ໄພ ຄືຜູ້ທີ່ຂ້າເພື່ອນບ້ານໂດຍບໍ່ເຈດຕະນາ, ໂດຍບໍ່ໄດ້ຄິດວາງແຜນການຮ້າຍມາກ່ອນ. ຍົກຕົວຢ່າງ, ຊາຍຄົນໜຶ່ງເຂົ້າໄປຕັດໄມ້ໃນປ່າກັບເພື່ອນບ້ານຂອງຕົນ ແລະ ຂະນະທີ່ລາວເງືອດຂວານຂອງຕົນລົງຕັດຕົ້ນໄມ້, ຫົວຂວານກໍຫລຸດອອກ ແລະ ກະເດັນໄປຖືກເພື່ອນບ້ານຂອງລາວຈົນເຖິງແກ່ຄວາມຕາຍ. ຊາຍຜູ້ນັ້ນສາມາດໜີໄປທີ່ເມືອງໜຶ່ງຂອງເມືອງລີ້ໄພເຫລົ້ານີ້ ແລະ ຮັກສາຊີວິດຂອງຕົນໄວ້ໄດ້. ຖ້າມີພຽງເມືອງດຽວອາດຈະໄກເກີນໄປ ເຮັດໃຫ້ພີ່ນ້ອງຂອງຜູ້ຕາຍຕາມແກ້ແຄ້ນລາວໄດ້ທັນ, ລາວຈະຖືກຂ້າທັງທີ່ບໍ່ສົມຄວນຕ້ອງຕາຍ, ໃນເມື່ອສິ່ງທີ່ລາວໄດ້ເຮັດກັບເພື່ອນບ້ານຂອງຕົນນັ້ນແມ່ນບໍ່ໄດ້ເຈດຕະນາ. ດ້ວຍເຫດນີ້ຂ້າພະເຈົ້າຈຶ່ງສັ່ງພວກເຈົ້າໃຫ້ຕັ້ງສາມເມືອງນີ້ຂຶ້ນໄວ້ເພື່ອພວກເຈົ້າເອງ.
ຖ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຂະຫຍາຍເຂດແດນຂອງພວກເຈົ້າອອກໄປ ຕາມທີ່ພຣະອົງໄດ້ສັນຍາດ້ວຍຄຳປະຕິຍານໄວ້ແກ່ບັນພະບຸລຸດຂອງພວກເຈົ້າ ແລະ ມອບດິນແດນທັງໝົດທີ່ໄດ້ສັນຍາໄວ້ກັບພວກເພິ່ນ, ເນື່ອງຈາກພວກເຈົ້າໄດ້ເອົາໃຈໃສ່ປະຕິບັດຕາມກົດບັນຍັດເຫລົ່ານີ້ທັງໝົດ ເຊິ່ງຂ້າພະເຈົ້າສັ່ງພວກເຈົ້າໃນວັນນີ້ຄື ຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງຢູ່ສະເໝີ ຫລັງຈາກນັ້ນ ຈົ່ງກຳນົດເມືອງລີ້ໄພຂຶ້ນອີກສາມບ່ອນ. ຈົ່ງເຮັດຢ່າງນີ້ເພື່ອເລືອດຂອງຜູ້ບໍລິສຸດຈະບໍ່ຕ້ອງຫລັ່ງໄຫລລົງເທິງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າເປັນມໍລະດົກ ແລະ ເພື່ອພວກເຈົ້າຈະບໍ່ມີຄວາມຜິດໃນການເຮັດໃຫ້ນອງເລືອດ.
ແຕ່ຖ້າຜູ້ໃດກຽດຊັງເພື່ອນບ້ານແລ້ວດັກໂຈມຕີ ແລະ ຂ້າເພື່ອນບ້ານນັ້ນ, ແລ້ວປົບໜີເຂົ້າໄປໃນເມືອງໜຶ່ງຂອງເມືອງລີ້ໄພເຫລົ່ານີ້, ບັນດາຜູ້ອາວຸໂສປະຈຳເມືອງຂອງຜູ້ນັ້ນຈະສົ່ງຄົນມາຈັບກຸມຜູ້ນັ້ນ ແລະ ນຳກັບຄືນມາມອບໃຫ້ແກ່ຜູ້ແກ້ແຄ້ນແທນຜູ້ຕາຍເພື່ອຂ້າຜູ້ນັ້ນ. ຢ່າສະແດງຄວາມສົງສານຕໍ່ລາວເລີຍ. ຈົ່ງລົບລ້າງຄວາມຜິດຂອງການເຮັດໃຫ້ເລືອດຂອງຜູ້ບໍລິສຸດຫລັ່ງໄຫລນັ້ນອອກໄປຈາກອິດສະຣາເອນ, ເພື່ອວ່າພວກເຈົ້າຈະຢູ່ຢ່າງມີຄວາມສຸກ.
ຢ່າເຄື່ອນຍ້າຍຫລັກເຂດແດນຂອງເພື່ອນບ້ານ ເຊິ່ງບັນພະບຸລຸດປັກໄວ້ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າຄອບຄອງນັ້ນ.
ພະຍານ
ຢ່າຕັດສິນຄະດີຜູ້ໃດເມື່ອມີພະຍານພຽງປາກດຽວ. ແຕ່ລະຄະດີຈະຕ້ອງມີພະຍານຢືນຢັນສອງ ຫລື ສາມປາກ.
ຖ້າຜູ້ໃດເປັນພະຍານມຸ່ງຮ້າຍກ່າວໂທດອີກຜູ້ໜຶ່ງວ່າເຮັດຜິດໃນຖານຂ້າຄົນ, ທັງສອງຄົນຕ້ອງມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ຕໍ່ໜ້າປະໂລຫິດ ແລະ ຜູ້ພິພາກສາທີ່ປະຈຳໜ້າທີ່ໃນເວລານັ້ນ. ຜູ້ພິພາກສາຈະຕ້ອງສືບສວນຢ່າງຄົບຖ້ວນ ແລະ ຖ້າພິສູດໄດ້ວ່າພະຍານນັ້ນເວົ້າຕົວະ, ໃຫ້ຄຳພະຍານບໍ່ຈິງກ່າວຮ້າຍພີ່ນ້ອງຮ່ວມຊາດອິດສະຣາເອນ, ແລ້ວໂທດທີ່ລາວຕັ້ງໃຈຈະໃຫ້ຕົກໃສ່ພີ່ນ້ອງນັ້ກໍຈະຕົກໃສ່ລາວເອງ. ພວກເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ. ແລ້ວປະຊາຊົນອື່ນໆທີ່ໄດ້ຍິນເລື່ອງນີ້ກໍຈະຢ້ານກົວ ແລະ ຈະບໍ່ມີຜູ້ໃດກ້າເຮັດຊົ່ວຢ່າງນີ້ໃນທ່າມກາງພວກເຈົ້າອີກ. ຢ່າສະແດງຄວາມສົງສານຄື: ຊີວິດແທນຊີວິດ, ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.