Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 20

ການ​ອອກ​ໄປ​ສູ້ຮົບ

ເມື່ອ​ພວກເຈົ້າ​ອອກ​ສູ້ຮົບ​ກັບ​ບັນດາ​ສັດຕູ​ຂອງ​ພວກເຈົ້າ ແລະ ເຫັນ​ສັດຕູ​ມີ​ມ້າ, ລົດມ້າ ແລະ ກອງທັບ​ໃຫຍ່​ກວ່າ​ກອງທັບ​ຂອງ​ພວກເຈົ້າ, ຢ່າ​ຢ້ານ​ພວກເຂົາ, ເພາະ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ຈະ​ຢູ່​ກັບ​ພວກເຈົ້າ. ເມື່ອ​ພວກເຈົ້າ​ກຳລັງ​ອອກ​ໄປ​ສູ້ຮົບ, ປະໂລຫິດ​ຈະ​ຕ້ອງ​ຍ່າງ​ອອກ​ມາ​ທາງໜ້າ ແລະ ກ່າວ​ກັບ​ກອງທັບ. ເພິ່ນ​ຈະ​ຕ້ອງ​ເວົ້າ​ວ່າ: “ອິດສະຣາເອນ, ຈົ່ງ​ຟັງ: ວັນ​ນີ້​ພວກເຈົ້າ​ກຳລັງ​ເຂົ້າ​ສູ່​ການ​ສູ້ຮົບ​ກັບ​ບັນດາ​ສັດຕູ​ຂອງ​ພວກເຈົ້າ. ບໍ່​ຕ້ອງ​ເສຍຂັວນ ຫລື ຢ້ານກົວ; ຢ່າ​ທໍ້ຖອຍ​ໃຈ ຫລື ຕື່ນຕົກໃຈ​ໂດຍ​ພວກເຂົາ. ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ອົງ​ທີ່​ໄປ​ກັບ​ພວກເຈົ້າ ພຣະອົງ​ຕໍ່ສູ້​ກັບ​ສັດຕູ​ຂອງ​ພວກເຈົ້າ​ເພື່ອ​ພວກເຈົ້າ ເພື່ອ​ໃຫ້​ໄຊຊະນະ​ແກ່​ພວກເຈົ້າ”.

ນາຍທະຫານ​ກໍ​ຈະ​ກ່າວ​ກັບ​ກອງທັບ​ວ່າ: “ມີ​ຜູ້ໃດ​ແດ່​ທີ່​ຫາ​ກໍ​ສ້າງ​ເຮືອນ​ໃໝ່ ແລະ ຍັງ​ບໍ່​ທັນ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ເຮືອນ​ນັ້ນ? ຖ້າ​ມີ ໃຫ້​ຜູ້​ນັ້ນ​ກັບ​ເມືອ​ເຮືອນ​ຂອງ​ຕົນ, ເພາະ​ລາວ​ອາດ​ຈະ​ຕາຍ​ໃນ​ສະໜາມຮົບ ແລະ ຄົນ​ອື່ນ​ຈະ​ເຂົ້າໄປຢູ່​ໃນ​ເຮືອນ​ນັ້ນ. ມີ​ຜູ້ໃດ​ແດ່​ທີ່​ຫາ​ກໍ​ປູກ​ສວນ​ອະງຸ່ນ ແລະ ຍັງ​ບໍ່​ໄດ້​ກິນ​ໝາກອະງຸ່ນ​ເລີຍ? ຖ້າ​ມີ ໃຫ້​ຜູ້​ນັ້ນ​ຈົ່ງ​ກັບ​ເມືອ​ເຮືອນ ຫລື ລາວ​ອາດ​ຈະ​ຕາຍ​ໃນ​ສະໜາມຮົບ ແລະ ຄົນ​ອື່ນ​ຈະ​ມາ​ກິນ​ໝາກອະງຸ່ນ​ນັ້ນ. ມີ​ຜູ້ໃດ​ແດ່​ທີ່​ຫາ​ກໍ​ໝັ້ນ​ຜູ້ຍິງ ແລະ ຍັງ​ບໍ່​ໄດ້​ທັນ​ໄດ້​ແຕ່ງງານ​ກັບ​ນາງ? ຖ້າ​ມີ ໃຫ້​ຜູ້​ນັ້ນ​ກັບ​ເມືອ​ເຮືອນ, ບໍ່​ດັ່ງນັ້ນ​ລາວ​ອາດ​ຈະ​ຕາຍ​ໃນ​ສະໜາມຮົບ ແລະ ຄົນ​ອື່ນ​ກໍ​ຈະ​ມາ​ແຕ່ງງານ​ກັບ​ນາງ”. ແລ້ວ​ນາຍທະຫານ​ຈະ​ກ່າວ​ຕື່ມ​ອີກ​ວ່າ, “ມີ​ຜູ້ໃດ​ມີ​ຄວາມ​ຢ້ານ ຫລື ທໍ້ຖອຍ​ໃຈ? ຈົ່ງ​ໃຫ້​ຜູ້​ນັ້ນ​ກັບ​ເມືອ​ເຮືອນ​ໄປ ກ່ອນ​ທີ່​ຈະ​ເຮັດ​ໃຫ້​ທະຫານ​ຮ່ວມ​ຊາດ​ອິດສະຣາເອນ​ຂອງ​ລາວ​ທໍ້ຖອຍໃຈ​ເໝືອນ​ກັນ”. ເມື່ອ​ນາຍທະຫານ​ກ່າວ​ຕໍ່​ກອງທັບ​ຈົບ​ແລ້ວ, ພວກເຂົາ​ກໍ​ຈະ​ແຕ່ງຕັ້ງ​ຜູ້ບັນຊາການ​ກອງທັບ​ນັ້ນ.

ເມື່ອ​ພວກເຈົ້າ​ເດີນ​ຂະບວນ​ເຂົ້າ​ໄປ​ໂຈມຕີ​ເມືອງ​ໜຶ່ງ, ຈົ່ງ​ຍື່ນ​ຂໍ້​ສະເໜີ​ໃຫ້​ປະຊາຊົນ​ຂອງ​ເມືອງ​ນັ້ນ​ຍອມ​ເຈລະຈາ​ຢ່າງ​ສັນຕິ. ຖ້າ​ພວກເຂົາ​ຍອມ​ຮັບ​ຂໍ້​ສະເໜີ ແລະ ເປີດ​ປະຕູ​ເມືອງ​ຂອງ​ຕົນ​ໃຫ້, ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ຈະ​ຖືກ​ເກນ​ແຮງງານ ແລະ ຈະ​ຕ້ອງ​ເຮັດວຽກ​ໃຫ້​ພວກເຈົ້າ. ຖ້າ​ພວກເຂົາ​ບໍ່​ຍອມ​ເຈລະຈາ​ຢ່າງ​ສັນຕິ ແລະ ຕໍ່ສູ້​ກັບ​ພວກເຈົ້າ, ຈົ່ງ​ປິດລ້ອມ​ເມືອງ​ນັ້ນ. ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກເຈົ້າ, ຈົ່ງ​ໃຊ້​ດາບ​ຂ້າ​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ. ສ່ວນ​ແມ່ຍິງ, ເດັກນ້ອຍ, ຝູງສັດ ແລະ ຊັບສິນ​ຕ່າງໆ​ໃນ​ເມືອງ​ນັ້ນ, ພວກເຈົ້າ​ອາດ​ຈະ​ຢຶດ​ເອົາ​ສິ່ງ​ເຫລົ່ານີ້​ມາ​ເປັນ​ຂອງ​ພວກເຈົ້າ​ເອງ ແລະ ພວກເຈົ້າ​ອາດ​ນຳ​ໃຊ້​ທຸກສິ່ງ​ທີ່​ຢຶດ​ມາ​ໄດ້​ຈາກ​ສັດຕູ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ​ນັ້ນ. ນີ້​ແມ່ນ​ວິທີ​ທີ່​ພວກເຈົ້າ​ຈະ​ປະຕິບັດ​ຕໍ່​ເມືອງ​ທັງໝົດ​ທີ່​ຢູ່​ຫ່າງ​ໄກ​ຈາກ​ພວກເຈົ້າ ແລະ ບໍ່​ແມ່ນ​ເມືອງ​ທີ່​ເປັນ​ຂອງ​ຊົນຊາດ​ໃກ້​ຄຽງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ເມືອງ​ຕ່າງໆ​ຂອງ​ປະເທດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ມອບ​ໃຫ້​ເປັນ​ມໍລະດົກ​ຂອງ​ພວກເຈົ້າ​ນັ້ນ, ຢ່າ​ໄວ້​ຊີວິດ ຈົ່ງ​ທຳລາຍ​ທຸກສິ່ງ​ທີ່​ມີ​ລົມ​ຫາຍໃຈ. ຈົ່ງ​ທຳລາຍ​ລ້າງ​ໃຫ້​ໝົດ​ສິ້ນ​ໄປ,1 ຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້. ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ສອນ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທີ່​ໜ້າ​ກຽດຊັງ​ໂດຍ​ການ​ກາບໄຫວ້​ພະ​ອື່ນ​ຕາມ​ພວກເຂົາ ແລະ ພວກເຈົ້າ​ຈະ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

ເມື່ອ​ພວກເຈົ້າ​ປິດລ້ອມ​ເມືອງ​ຢູ່​ດົນນານ​ແລ້ວ, ຈົ່ງ​ຕໍ່ສູ້​ເພື່ອ​ຢຶດ​ເອົາ​ເມືອງ​ນັ້ນ, ຢ່າ​ທຳລາຍ​ຕົ້ນໄມ້​ໂດຍ​ໃຊ້​ຂວານ​ປ້ຳ​ພວກມັນ​ຖິ້ມ, ເພາະ​ພວກເຈົ້າ​ຈະ​ໄດ້​ກິນ​ໝາກ​ຂອງ​ມັນ. ຢ່າ​ຕັດ​ຕົ້ນໄມ້​ຖິ້ມ, ຕົ້ນໄມ້​ໃນ​ທົ່ງນາ​ເປັນ​ມະນຸດ​ບໍ ພວກເຈົ້າ​ຈຶ່ງ​ຈະ​ຕ້ອງ​ປິດລ້ອມ​ພວກມັນ?2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກເຈົ້າ​ອາດ​ຕັດ​ຕົ້ນໄມ້​ທີ່​ພວກເຈົ້າ​ຮູ້​ວ່າ​ບໍ່​ແມ່ນ​ຕົ້ນໄມ້​ກິນ​ໝາກ​ໄດ້ ແລະ ນຳ​ໃຊ້​ຕົ້ນໄມ້​ເພື່ອ​ໃຊ້​ເປັນ​ເຄື່ອງ​ປິດລ້ອມ​ເມືອງ​ຂອງ​ສັດຕູ​ຈົນ​ກວ່າ​ເມືອງ​ຈະ​ຕົກ​ເປັນ​ຂອງ​ພວກເຈົ້າ.

Source notes (2)
  1. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ບໍ່​ອາດ​ຮຽກ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ລ້າງ​ໃຫ້​ໝົດ​ສິ້ນ​ໄປ
  2. Footnote ຫລື ຕົກ​ເປັນ​ຂອງ​ຜູ້​ທີ່​ປິດລ້ອມ, ເພາະ​ໝາກໄມ້​ເປັນ​ຜົນປະໂຫຍດ​ຂອງ​ປະຊາຊົນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.