Biblica® Open Lao Contemporary Version
ພຣະບັນຍັດສອງ 21
ການລຶບລ້າງບາບສຳລັບການຂ້າຄົນທີ່ບໍ່ຮູ້ຜູ້ທີ່ຂ້າ
ຖ້າຜູ້ໃດຜູ້ໜຶ່ງພົບສົບຄົນຕາຍນອນຢູ່ທີ່ທົ່ງນາໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າຄອບຄອງນັ້ນ ແລະ ບໍ່ຮູ້ຈັກວ່າຜູ້ໃດເປັນຜູ້ຂ້າຄົນນັ້ນ, ບັນດາຜູ້ອາວຸໂສ ແລະ ຜູ້ພິພາກສາຂອງພວກເຈົ້າຈະແທກໄລຍະຫ່າງຈາກສົບໄປຫາບັນດາເມືອງທີ່ຢູ່ໃກ້ຄຽງ. ແລ້ວບັນດາຜູ້ອາວຸໂສຂອງເມືອງທີ່ຢູ່ໃກ້ສົບນັ້ນຈະນຳງົວໜຸ່ມໂຕແມ່ໜຶ່ງໂຕທີ່ບໍ່ເຄີຍໃຊ້ງານ ແລະ ບໍ່ເຄີຍທຽມແອກມາກ່ອນ ແລ້ວນຳງົວແມ່ໜຸ່ມນັ້ນໄປທີ່ຮ່ອມພູທີ່ບໍ່ເຄີຍມີການໄຖ ຫລື ຫວ່ານເມັດພືດຈັກເທື່ອ ແລະ ມີສາຍນ້ຳໄຫລຜ່ານ. ພວກເຂົາຈະຫັກຄໍງົວຢູ່ທີ່ນັ້ນ. ປະໂລຫິດຊາວເລວີຈະຍ່າງອອກໜ້າ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກພວກເພິ່ນໃຫ້ເຮັດໜ້າທີ່ຮັບໃຊ້ ແລະ ໃຫ້ອວຍພອນໃນນາມຂອງພຣະເຈົ້າຢາເວ ແລະ ໃຫ້ຕັດສິນທຸກກໍລະນີຜິດຖຽງກັນ ແລະ ການທຳຮ້າຍຮ່າງກາຍ. ແລ້ວບັນດາຜູ້ອາວຸໂສທັງໝົດຂອງເມືອງທີ່ຢູ່ໃກ້ຊາກສົບທີ່ສຸດນັ້ນຈະຕ້ອງລ້າງມືຂອງຕົນລົງເໜືອງົວໜຸ່ມໂຕແມ່ທີ່ຖືກຫັກຄໍໃນຮ່ອມພູນັ້ນ, ແລະ ພວກເຂົາຈະຕ້ອງປະກາດວ່າ: “ມືຂອງພວກເຮົາບໍ່ໄດ້ເຮັດໃຫ້ຫລັ່ງເລືອດ ແລະ ຕາຂອງພວກເຮົາກໍບໍ່ໄດ້ເຫັນວ່າຜູ້ໃດເປັນຜູ້ເຮັດ. ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດຮັບການລຶບມົນທິນບາບສຳລັບປະຊາຊົນອິດສະຣາເອນຂອງພຣະອົງ, ຜູ້ທີ່ພຣະອົງໄດ້ໄຖ່ໄວ້ແລ້ວ, ຢ່າໃຫ້ປະຊາຊົນຂອງພຣະອົງໄດ້ຮັບໂທດເພາະຄົນບໍລິສຸດຜູ້ນີ້ທີ່ຖືກຂ້າຕາຍເລີຍ”. ແລ້ວການຫລັ່ງເລືອດນີ້ຈະໄດ້ຮັບການລຶບບາບ, ແລະ ພວກເຈົ້າກໍຈະໄດ້ກຳຈັດຄວາມຜິດເນື່ອງຈາກການຫລັ່ງເລືອດຂອງຄົນບໍລິສຸດອອກໄປ, ເພາະພວກເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ.
ການແຕ່ງງານກັບຍິງທີ່ເປັນຊະເລີຍ
ເມື່ອພວກເຈົ້າອອກໄປສູ້ຮົບກັບສັດຕູທັງຫລາຍຂອງພວກເຈົ້າ ແລະ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍມອບສັດຕູໄວ້ໃນມືຂອງພວກເຈົ້າ ແລະ ພວກເຈົ້າກໍຈັບພວກເຂົາເປັນຊະເລີຍ. ຖ້າພວກເຈົ້າເຫັນຍິງທີ່ງາມຄົນໜຶ່ງໃນທ່າມກາງຊະເລີຍ ແລະ ໄດ້ມັກນາງ, ພວກເຈົ້າກໍອາດຮັບເອົານາງມາເປັນເມຍກໍໄດ້. ຈົ່ງພານາງມາທີ່ເຮືອນຂອງພວກເຈົ້າ ແລະ ໃຫ້ນາງແຖຜົມ ແລະ ຕັດເລັບຂອງນາງ ແລະ ປ່ຽນເຄື່ອງນຸ່ງທີ່ນາງນຸ່ງຢູ່ເມື່ອຖືກຈັບມາເປັນຊະເລີຍນັ້ນ. ຫລັງຈາກທີ່ໃຫ້ນາງຢູ່ໃນເຮືອນຂອງພວກເຈົ້າ ແລະ ໄວ້ທຸກໃຫ້ແກ່ພໍ່ ແລະ ແມ່ຂອງນາງໜຶ່ງເດືອນເຕັມແລ້ວ, ຫລັງຈາກນັ້ນ ພວກເຈົ້າຈຶ່ງຮັບນາງມາເປັນເມຍຂອງພວກເຈົ້າ. ຖ້າພວກເຈົ້າບໍ່ພໍໃຈກັບນາງ, ຈົ່ງປ່ອຍນາງໄປຕາມທາງທີ່ນາງຕ້ອງການ. ພວກເຈົ້າຕ້ອງບໍ່ຂາຍ ຫລື ປະຕິບັດກັບນາງເໝືອນດັ່ງຂ້າທາດ, ເນື່ອງຈາກວ່າພວກເຈົ້າໄດ້ເຮັດໃຫ້ນາງອັບອາຍແລ້ວ.
ສິດທິຂອງລູກກົກ
ຖ້າຊາຍໃດມີເມຍສອງຄົນ ແລະ ລາວຮັກຄົນໜຶ່ງ ແຕ່ບໍ່ຮັກອີກຄົນໜຶ່ງ ແລະ ທັງສອງກໍເກີດລູກຊາຍໃຫ້ແກ່ລາວ ແຕ່ລູກຊາຍກົກເປັນລູກຊາຍຂອງເມຍທີ່ລາວບໍ່ຮັກ, ເມື່ອລາວແບ່ງຊັບສິນໃຫ້ບັນດາລູກຊາຍຂອງລາວ, ລາວຈະຕ້ອງບໍ່ໃຫ້ສິດທິແກ່ລູກຊາຍທີ່ເກີດຈາກເມຍທີ່ລາວຮັກແທນລູກຊາຍກົກແທ້ໆທີ່ເກີດຈາກເມຍທີ່ລາວບໍ່ຮັກ, ລາວຕ້ອງຍອມຮັບລູກຊາຍຂອງເມຍທີ່ລາວບໍ່ຮັກເປັນລູກກົກໂດຍການແບ່ງຊັບສິນໃຫ້ແກ່ລາວເປັນສອງເທົ່າ. ລູກຊາຍຄົນນີ້ເປັນເຄື່ອງໝາຍທຳອິດແຫ່ງກຳລັງຂອງພໍ່ຂອງລາວ. ສິດທິລູກກົກເປັນຂອງລາວ.
ລູກຊາຍທີ່ກະບົດ
ຖ້າຄົນໃດມີລູກຊາຍທີ່ດື້ດ້ານ ແລະ ກະບົດ ເຊິ່ງບໍ່ເຊື່ອຟັງພໍ່ແມ່ຂອງຕົນ ແລະ ບໍ່ຟັງຄວາມພໍ່ແມ່ເຖິງວ່າພໍ່ແມ່ບອກສອນຕົນແລ້ວ, ໃຫ້ພໍ ແລະ ແມ່ນຳເອົາລູກຊາຍຄົນນັ້ນມາພົບຜູ້ອາວຸໂສຂອງເມືອງນັ້ນຢູ່ທີ່ປະຕູເມືອງຂອງຕົນ. ພວກເຂົາຈະຕ້ອງເວົ້າຕໍ່ຜູ້ອາວຸໂສວ່າ, “ລູກຊາຍຂອງພວກເຮົາຄົນນີ້ດື້ດ້ານ ແລະ ກະບົດ. ລາວບໍ່ເຊື່ອຟັງພວກເຮົາ. ລາວເປັນຄົນກິນຫລາຍ ແລະ ມັກມຶນເມົາ”. ແລ້ວຊາວເມືອງນັ້ນຈະເອົາຫີນແກວ່ງໃສ່ລາວໃຫ້ຕາຍ. ພວກເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ. ຊາວອິດສະຣາເອນທັງໝົດຈະໄດ້ຍິນເຫດການທີ່ເກີດຂຶ້ນ ແລະ ຈະຢ້ານກົວ.
ກົດອື່ນໆ
ຖ້າຜູ້ໃດເຮັດຄວາມຜິດທີ່ຮ້າຍແຮງຈະຕ້ອງຖືກໂທດເຖິງຕາຍ ແລະ ຮ່າງກາຍຂອງລາວຈະຕ້ອງຖືກແຂວນປະຈານໄວ້ຢູ່ທີ່ເທິງເສົາ, ພວກເຈົ້າຕ້ອງບໍ່ປ່ອຍໃຫ້ສົບຄ້າງຄືນໄວ້ຢູ່ເທິງເສົາ. ຈົ່ງຝັງສົບໃນວັນດຽວກັນນັ້ນ, ເພາະຄົນທີ່ຖືກແຂວນໄວ້ທີ່ເສົານັ້ນກໍຢູ່ພາຍໃຕ້ການສາບແຊ່ງຂອງພຣະເຈົ້າແລ້ວ. ພວກເຈົ້າຈະຕ້ອງບໍ່ເຮັດໃຫ້ແຜ່ນດິນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍລະດົກຂອງພວກເຈົ້ານັ້ນເປັນມົນທິນເດັດຂາດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.