Biblica® Open Lao Contemporary Version
ພຣະບັນຍັດສອງ 22
ຖ້າພວກເຈົ້າເຫັນງົວ ຫລື ແກະຂອງພີ່ນ້ອງຊາວອິດສະຣາເອນຫລົງທາງມາ, ຈົ່ງຢ່າເມີນເສີຍຕໍ່ສັດນັ້ນ ແຕ່ຈົ່ງນຳມັນກັບຄືນໄປໃຫ້ເຈົ້າຂອງສັດນັ້ນ. ຖ້າເຈົ້າຂອງຫາກບໍ່ຢູ່ໃກ້ພວກເຈົ້າ ຫລື ພວກເຈົ້າບໍ່ຮູ້ວ່າແມ່ນຜູ້ໃດເປັນເຈົ້າຂອງສັດນັ້ນ, ຈົ່ງນຳເອົາມັນໄປທີ່ເຮືອນຂອງພວກເຈົ້າ ແລະ ຮັກສາມັນໄວ້ຈົນກວ່າເຈົ້າຂອງຈະມາຊອກຫາສັດນັ້ນ. ແລ້ວຈຶ່ງຄືນມັນໃຫ້ແກ່ເຈົ້າຂອງ. ຈົ່ງປະຕິບັດຢ່າງດຽວກັນນີ້ຖ້າພວກເຈົ້າຫາກພົບລໍ ຫລື ເສື້ອຄຸມ ຫລື ສິ່ງໃດກໍຕາມທີ່ພວກເຂົາເຮັດຕົກເຮັ່ຍ, ຈົ່ງຢ່າເມີນເສີຍຕໍ່ສິ່ງນັ້ນ.
ຖ້າພວກເຈົ້າເຫັນລໍ ຫລື ງົວຂອງພີ່ນ້ອງຊາວອິດສະຣາເອນລົ້ມຢູ່ຕາມທາງ, ຈົ່ງຢ່າເມີນເສີຍຕໍ່ສັດນັ້ນ. ຈົ່ງເຂົ້າໄປຊ່ວຍເຈົ້າຂອງສັດໃຫ້ມັນລຸກຢືນຂຶ້ນໄດ້ອີກ.
ແມ່ຍິງຕ້ອງບໍ່ນຸ່ງຂອງເຄື່ອງຜູ້ຊາຍ ຫລື ຜູ້ຊາຍກໍບໍ່ຕ້ອງນຸ່ງເຄື່ອງຂອງແມ່ຍິງ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຜູ້ທີ່ເຮັດເຊັ່ນນີ້.
ຖ້າພວກເຈົ້າພົບຮັງນົກຢູ່ຂ້າງທາງ, ບໍ່ວ່າຢູ່ເທິງຕົ້ນໄມ້ ຫລື ຢູ່ເທິງພື້ນດິນ ແລະ ມີແມ່ນົກກຳລັງຕຸ້ມລູກນົກ ຫລື ກຳລັງຟັກໄຂ່ຂອງມັນຢູ່, ຈົ່ງຢ່າຈັບເອົາທັງແມ່ນົກກັບລູກນົກໄປ. ພວກເຈົ້າອາດຈັບເອົາລູກນົກໄປໄດ້, ແຕ່ຈົ່ງປ່ອຍແມ່ນົກໄປ, ເພື່ອວ່າພວກເຈົ້າຈະຢູ່ຢ່າງເປັນສຸກ ແລະ ພວກເຈົ້າຈະມີຊີວິດຍືນຍາວ.
ເມື່ອພວກເຈົ້າສ້າງເຮືອນໃໝ່, ຈົ່ງກໍ່ຂອບອ້ອມຫລັງຄາເພື່ອພວກເຈົ້າຈະບໍ່ນຳຄວາມຜິດຈາກການເຮັດໃຫ້ຫລັ່ງເລືອດມາສູ່ເຮືອນຂອງພວກເຈົ້າຖ້າຫາກມີຄົນຕົກລົງມາຈາກຫລັງຄາ.
ຢ່າປູກເມັດພືດສອງຊະນິດປົນກັນໃນສວນອະງຸ່ນຂອງພວກເຈົ້າ; ຖ້າພວກເຈົ້າເຮັດ, ທັງໝາກອະງຸ່ນ ແລະ ພືດພັນຢູ່ໃນນັ້ນກໍຈະເປັນມົນທິນ.1
ຢ່າເອົາງົວກັບລໍທຽມແອກກັນໄຖນາ.
ຢ່ານຸ່ງເຄື່ອງທີ່ຕ່ຳດ້ວຍດ້າຍຂົນແກະປົນກັບດ້າຍລິນິນ.
ຈົ່ງຫຍິບຍອຍໃສ່ສີ່ແຈຂອງເສື້ອຄຸມທີ່ພວກເຈົ້ານຸ່ງ.
ການເຮັດຜິດໃນຊີວິດແຕ່ງງານ
ຖ້າຊາຍໃດແຕ່ງງານມີເມຍແລ້ວ ແລະ ຫລັງຈາກທີ່ໄດ້ຮ່ວມຫລັບນອນກັບນາງ ແລ້ວບໍ່ມັກນາງ ແລະ ເຮັດໃຫ້ນາງເສື່ອມເສຍຊື່ສຽງໂດຍເວົ້າໃສ່ຮ້າຍວ່າ, “ຂ້າພະເຈົ້າແຕ່ງງານກັບຍິງຄົນນີ້ ແຕ່ເມື່ອຂ້າພະເຈົ້າເຂົ້າໃກ້ນາງແລ້ວ, ຂ້າພະເຈົ້າບໍ່ພົບຫລັກຖານທີ່ພິສູດວ່ານາງເປັນສາວບໍລິສຸດ,” ຫລັງຈາກນັ້ນ ພໍ່ ແລະ ແມ່ຂອງຍິງໜຸ່ມນັ້ນຈະຕ້ອງນຳຂໍ້ພິສູດຄວາມບໍລິສຸດຂອງນາງມາໃຫ້ຜູ້ອາວຸໂສປະຈຳເມືອງພິຈາລະນາຢູ່ທີ່ປະຕູເມືອງ. ຜູ້ເປັນພໍ່ຈະກ່າວກັບບັນດາຜູ້ອາວຸໂສວ່າ, “ຂ້າພະເຈົ້າໄດ້ມອບລູກສາວຂອງຕົນໃຫ້ເປັນເມຍຂອງຊາຍຜູ້ນີ້, ແຕ່ລາວບໍ່ມັກນາງ. ແລະ ບັດນີ້ ລາວໄດ້ເວົ້າໃສ່ຮ້າຍນາງ ແລະ ເວົ້າວ່າ, ‘ຂ້າພະເຈົ້າພົບວ່າ ລູກສາວຂອງທ່ານບໍ່ແມ່ນສາວບໍລິສຸດ’. ແຕ່ນີ້ເປັນຂໍ້ພິສູດຄວາມບໍລິສຸດຂອງລູກສາວຂອງຂ້າພະເຈົ້າ”. ແລ້ວພໍ່ຂອງນາງກໍຈະພືຜ້າອອກຕໍ່ໜ້າບັນດາຜູ້ອາວຸໂສຂອງເມືອງນັ້ນ, ແລະ ບັນດາຜູ້ອາວຸໂສຈະຕ້ອງນຳເອົາຊາຍຜູ້ນັ້ນມາລົງໂທດ. ແລະ ປັບໄໝລາວເປັນເງິນ 100 ເຊເຂວ2 ແລະ ມອບເງິນນັ້ນໃຫ້ແກ່ພໍ່ຂອງຍິງໜຸ່ມນັ້ນ ເພາະຊາຍຄົນນີ້ໄດ້ເຮັດໃຫ້ຍິງສາວບໍລິສຸດຊາວອິດສະຣາເອນເສຍຊື່ສຽງ ນາງຍັງຕ້ອງເປັນເມຍຂອງລາວຕໍ່ໄປ; ລາວຈະຕ້ອງບໍ່ຢ່າຮ້າງກັບນາງຕະຫລອດຊີວິດຂອງຕົນ.
ແຕ່ຖ້າຄຳກ່າວຫານັ້ນເປັນຄວາມຈິງ ແລະ ບໍ່ມີຫລັກຖານພິສູດວ່າຍິງນັ້ນເປັນສາວບໍລິສຸດ, ນາງຈະຖືກນຳໄປທີ່ປະຕູເຮືອນຂອງພໍ່ຂອງນາງ ແລະ ໃຫ້ຜູ້ຊາຍຂອງເມືອງນັ້ນເອົາກ້ອນຫີນແກວ່ງໃສ່ນາງໃຫ້ຕາຍ. ນາງໄດ້ເຮັດສິ່ງທີ່ໜ້າອັບອາຍໃນອິດສະຣາເອນໂດຍປ່ອຍໂຕໃຫ້ຜູ້ຊາຍໃນຂະນະທີ່ຍັງຢູ່ໃນເຮືອນຂອງພໍ່ຂອງຕົນ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ,
ຖ້າພົບຊາຍໃດທີ່ກຳລັງຮ່ວມຫລັບນອນຢູ່ກັບເມຍຂອງຄົນອື່ນ, ທັງຊາຍທີ່ໄດ້ນອນກັບນາງ ແລະ ຍິງນັ້ນຈະຕ້ອງຖືກລົງໂທດເຖິງຕາຍ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກອິດສະຣາເອນ.
ຖ້າຊາຍໃດພົບສາວບໍລິສຸດໃນເມືອງທີ່ຖືກໝັ້ນໝາຍໄວ້ເພື່ອແຕ່ງງານແລ້ວ ແລະ ຊາຍນັ້ນຮ່ວມຫລັບນອນກັບນາງ, ພວກເຈົ້າຈະຕ້ອງຈັບເອົາພວກເຂົາທັງສອງຄົນໄປທີ່ປະຕູເມືອງ ແລະ ແກວ່ງກ້ອນຫີນໃສ່ພວກເຂົາໃຫ້ຕາຍ. ເພາະເຫດທີ່ຝ່າຍຍິງໜຸ່ມນັ້ນບໍ່ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ແລະ ເພາະຝ່າຍຊາຍໄດ້ລະເມີດຄວາມບໍລິສຸດຂອງຄູ່ໝັ້ນຂອງຄົນອື່ນ. ພວກເຈົ້າຈະຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ.
ແຕ່ຖ້າເຫດການນີ້ເກີດຂຶ້ນຢູ່ນອກເມືອງ ຊາຍຄົນໜຶ່ງບັງເອີນໄປພົບຍິງໜຸ່ມທີ່ຖືກໝັ້ນໝາຍໄວ້ເພື່ອແຕ່ງງານແລ້ວ ແລະ ຂົ່ມຂືນນາງ, ຊາຍຄົນນັ້ນຕ້ອງຕາຍພຽງແຕ່ຄົນດຽວ. ຢ່າເຮັດຫຍັງໃຫ້ແກ່ຍິງນັ້ນ, ເພາະນາງບໍ່ໄດ້ເຮັດບາບອັນໃດທີ່ສົມຄວນຕາຍ. ກໍລະນີນີ້ຄ້າຍຄືກັບກໍລະນີທີ່ມີຄົນໜຶ່ງປະທະກັບຊາຍຄົນໜຶ່ງທີ່ເປັນເພື່ອນບ້ານ ແລະ ຂ້າລາວ, ເພາະຊາຍຄົນນັ້ນໄດ້ພົບຍິງໜຸ່ມຢູ່ທີ່ນອກເມືອງ ແລະ ເຖິງແມ່ນວ່າຍິງທີ່ໝັ້ນໝາຍແລ້ວນັ້ນໄດ້ຮ້ອງສຽງດັງຂຶ້ນ, ແຕ່ບໍ່ມີຜູ້ໃດໄດ້ຍິນຈຶ່ງບໍ່ມີຜູ້ໃດຊ່ວຍນາງ.
ຖ້າຊາຍໃດພົບສາວບໍລິສຸດຄົນໜຶ່ງທີ່ຍັງບໍ່ໄດ້ໝັ້ນໝາຍເພື່ອແຕ່ງງານ ແລະ ຂົ່ມຂືນນາງ ແລ້ວພວກເຂົາກໍຖືກຈັບໄດ້, ລາວຈະຕ້ອງຈ່າຍເງິນ 50 ເຊເຂວ ໃຫ້ແກ່ພໍ່ຂອງຍິງນັ້ນ. ລາວຈະຕ້ອງແຕ່ງງານກັບຍິງໜຸ່ມ, ເພາະລາວໄດ້ລ່ວງລະເມີດຍິງນັ້ນ. ລາວຈະຢ່າຮ້າງກັບນາງບໍ່ໄດ້ຕະຫລອດຊີວິດຂອງລາວ.
ຢ່າໃຫ້ຜູ້ໃດແຕ່ງງານກັບເມຍຂອງພໍ່ຂອງຕົນ, ລາວຈະຕ້ອງບໍ່ເຮັດໃຫ້ຕຽງຂອງພໍ່ຂອງຕົນເສຍກຽດ.
Source notes (2)
- Footnote ຫລື ຖືກຢຶດໄປທີ່ສະຖານນະມັດສະການ
- Footnote ເຊເຂວແມ່ນເງິນໜັກປະມານ 1,2 ກິໂລກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ ເຊັ່ນດຽວກັບຂໍ້ 29
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.