Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 15

ປີ​ແຫ່ງ​ການຍົກໜີ້

(ລລວ 25:8-38)

ທຸກ​ທ້າຍ​ປີ​ທີ​ເຈັດ​ພວກເຈົ້າ​ຕ້ອງ​ຍົກ​ໜີ້​ຕ່າງໆ. ໂດຍ​ເຮັດ​ດັ່ງນີ້​ຄື: ເຈົ້າໜີ້​ທຸກ​ຄົນ​ຈະ​ຕ້ອງ​ຍົກເລີກ​ການ​ກູ້ຢືມ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ອິດສະຣາເອນ. ເຈົ້າໜີ້​ຈະ​ຕ້ອງ​ບໍ່​ຮຽກຮ້ອງ​ການ​ຊຳລະ​ເງິນ​ຈາກ​ຄົນ​ໃດ​ໃນ​ທ່າມກາງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນ, ເພາະ​ວ່າ​ເປັນ​ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ປະກາດ​ໃຫ້​ຍົກເລີກ​ພັນທະ​ໜີ້​ແລ້ວ. ພວກເຈົ້າ​ອາດ​ທວງໜີ້​ຈາກ​ຄົນຕ່າງດ້າວ​ໄດ້, ແຕ່​ຈົ່ງ​ຍົກໜີ້​ໃຫ້​ຊາວ​ອິດສະຣາເອນ​ທີ່​ເປັນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ​ເອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈະ​ບໍ່​ມີ​ຄົນທຸກຍາກ​ໃນ​ທ່າມກາງ​ພວກເຈົ້າ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ຢ່າງ​ເຫລືອລົ້ນ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ​ຄອບຄອງ​ເປັນ​ມໍລະດົກ​ຂອງ​ພວກເຈົ້າ, ຖ້າ​ພຽງ​ແຕ່​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ ແລະ ເອົາໃຈໃສ່​ປະຕິບັດ​ຕາມ​ຄຳສັ່ງ​ທັງໝົດ​ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້. ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ຕາມ​ທີ່​ພຣະອົງ​ສັນຍາ​ໄວ້, ພວກເຈົ້າ​ຈະ​ໃຫ້​ຫລາຍ​ຊົນຊາດ​ຢືມ ແຕ່​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຢືມ​ຈາກ​ຜູ້ໃດ. ພວກເຈົ້າ​ຈະ​ປົກຄອງ​ຫລາຍ​ຊົນຊາດ ແຕ່​ຈະ​ບໍ່​ມີ​ຊົນຊາດ​ໃດ​ປົກຄອງ​ພວກເຈົ້າ.

ຖ້າ​ມີ​ຄົນທຸກຍາກ​ທ່າມກາງ​ພີ່ນ້ອງ​ອິດສະຣາເອນ​ໃນ​ເມືອງ​ໃດ​ຂອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ແກ່​ພວກເຈົ້າ, ຢ່າ​ເປັນ​ຜູ້​ມີ​ໃຈ​ແຂງກະດ້າງ ຫລື ຂີ້ຖີ່​ຕໍ່​ພວກເຂົາ. ກົງກັນຂ້າມ, ຈົ່ງ​ມີ​ໃຈ​ກວ້າງ​ເອື້ອເຟື້ອ​ໃຫ້​ພວກເຂົາ​ຢືມ​ຕາມ​ທີ່​ພວກເຂົາ​ຕ້ອງການ. ຈົ່ງ​ລະວັງ ຢ່າ​ມີ​ຄວາມຄິດ​ຊົ່ວຮ້າຍ​ຢູ່​ໃນ​ໃຈ​ວ່າ: “ປີ​ທີ​ເຈັດ ເຊິ່ງ​ເປັນ​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ​ແລ້ວ”, ພວກເຈົ້າ​ກໍ​ເລີຍ​ບໍ່​ມີ​ນ້ຳໃຈ ບໍ່​ຍອມ​ໃຫ້​ສິ່ງໃດ​ແກ່​ພີ່ນ້ອງ​ຜູ້​ມີ​ຄວາມ​ຕ້ອງການ​ໃນ​ທ່າມກາງ​ພີ່ນ້ອງ​ອິດສະຣາເອນ. ພວກເຂົາ​ອາດ​ຮ້ອງຂໍ​ຕໍ່​ພຣະເຈົ້າຢາເວ​ຕໍ່ສູ້​ພວກເຈົ້າ, ແລ້ວ​ຈະ​ຖື​ວ່າ​ເປັນ​ຄວາມ​ຜິດ​ບາບ​ຂອງ​ພວກເຈົ້າ. ພວກເຈົ້າ​ຈົ່ງ​ໃຫ້​ພວກເຂົາ​ດ້ວຍ​ໃຈ​ກວ້າງຂວາງ ແລະ ຢ່າ​ມີ​ໃຈ​ຄິດ​ເສຍດາຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ທຸກສິ່ງ​ທີ່​ພວກເຈົ້າ​ລົງ​ມື​ເຮັດ. ຈະ​ມີ​ຄົນທຸກຍາກ​ໃນ​ດິນແດນ​ຢູ່​ສະເໝີ. ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ມີ​ໃຈ​ກວ້າງຂວາງ​ແກ່​ພີ່ນ້ອງ​ອິດສະຣາອນ​ທີ່​ທຸກຍາກ​ຜູ້​ທີ່​ມີ​ຄວາມ​ຕ້ອງການ​ໃນ​ດິນແດນ​ຂອງ​ພວກເຈົ້າ.

ການ​ປົດປ່ອຍ​ຄົນຮັບໃຊ້

(ອພຍ 21:2-6; ລລວ 25:38-55)

ຖ້າ​ພີ່ນ້ອງ​ຊາວ​ເຮັບເຣີ​ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ ໄດ້​ຂາຍ​ຕົນ​ເອງ​ໃຫ້​ພວກເຈົ້າ ແລະ ຮັບໃຊ້​ພວກເຈົ້າ​ມາ​ຄົບ​ຫົກ​ປີ​ແລ້ວ, ໃນ​ປີ​ທີ​ເຈັດ​ພວກເຈົ້າ​ຕ້ອງ​ປ່ອຍ​ພວກເຂົາ​ໃຫ້​ເປັນ​ອິດສະຫລະ. ແລະ ເມື່ອ​ພວກເຈົ້າ​ປ່ອຍ​ພວກເຂົາ​ນັ້ນ ຢ່າ​ປ່ອຍ​ພວກເຂົາ​ໄປ​ໂດຍ​ມື​ເປົ່າ. ຈົ່ງ​ເອົາ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ມາ​ຈາກ​ຝູງສັດ, ຈາກ​ລານ​ຟາດ​ເຂົ້າ ແລະ ຈາກ​ອ່າງ​ບີບ​ນ້ຳອະງຸ່ນ​ໃຫ້​ແກ່​ພວກເຂົາ​ດ້ວຍ. ຈົ່ງ​ແບ່ງປັນ​ໃຫ້​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ພວກເຈົ້າ. ຈົ່ງ​ລະນຶກ​ວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ຢູ່​ໃນ​ເອຢິບ ແລະ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໄຖ່​ພວກເຈົ້າ. ດ້ວຍເຫດນີ້​ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ​ໃນ​ວັນ​ນີ້.

ແຕ່​ຖ້າ​ຄົນຮັບໃຊ້​ຂອງ​ພວກເຈົ້າ​ເວົ້າ​ຕໍ່​ພວກເຈົ້າ​ວ່າ, “ຂ້ານ້ອຍ​ບໍ່​ຢາກ​ໄປ​ຈາກ​ພວກທ່ານ”, ເພາະ​ລາວ​ຮັກ​ພວກເຈົ້າ ແລະ ຄອບຄົວ​ຂອງ​ພວກເຈົ້າ ແລະ ລາວ​ກໍ​ຢູ່​ກັບ​ພວກເຈົ້າ​ຢ່າງ​ມີ​ຄວາມສຸກ, ແລ້ວ​ກໍ​ຈົ່ງ​ໃຊ້​ເຫລັກ​ປາຍ​ແຫລມ​ເຈາະ​ຫູ​ຂອງ​ລາວ​ຢູ່​ທີ່​ປະຕູ​ເຮືອນ, ແລ້ວ​ລາວ​ກໍ​ຈະ​ກາຍ​ເປັນ​ຄົນຮັບໃຊ້​ຂອງ​ພວກເຈົ້າ​ຕະຫລອດ​ຊີວິດ. ຈົ່ງ​ເຮັດ​ຢ່າງ​ດຽວ​ກັນ​ນີ້​ກັບ​ຄົນຮັບໃຊ້​ຍິງ​ຂອງ​ພວກເຈົ້າ.

ເມື່ອ​ພວກເຈົ້າ​ປ່ອຍ​ຄົນຮັບໃຊ້​ໄປ​ເປັນ​ອິດສະຫລະ​ຢ່າ​ຖື​ວ່າ​ເປັນ​ຄວາມ​ລຳບາກ, ເພາະ​ຄ່າແຮງ​ຂອງ​ລາວ​ຕະຫລອດ​ຫົກ​ປີ​ທີ່​ລາວ​ຮັບໃຊ້​ພວກເຈົ້າ​ນັ້ນ​ມີ​ຄ່າ​ເປັນ​ສອງ​ເທົ່າ​ຂອງ​ຄ່າແຮງ​ຂອງ​ລູກຈ້າງ ແລະ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ.

ລູກ​ຫົວ​ປີ​ຂອງ​ສັດ

ຈົ່ງ​ແຍກ​ສັດ​ຫົວ​ປີ​ໂຕຜູ້​ທຸກ​ໂຕ​ອອກ​ຈາກ​ຝູງສັດ ແລະ ຈາກ​ຝູງ​ແກະ​ຂອງ​ພວກເຈົ້າ​ໄວ້​ສຳລັບ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ເອົາ​ລູກ​ງົວ​ຫົວ​ປີ​ໄປ​ໃຊ້​ງານ ແລະ ຢ່າ​ຕັດ​ຂົນ​ລູກແກະ​ຫົວ​ປີ​ຂອງ​ພວກເຈົ້າ. ແຕ່​ລະ​ປີ​ພວກເຈົ້າ​ກັບ​ຄອບຄົວ​ຈະ​ຕ້ອງ​ກິນ​ສັດ​ເຫລົ່ານີ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ໃຫ້. ຖ້າ​ສັດ​ຫົວປີ​ມີ​ຕຳໜິ​ເຊັ່ນ: ຂາເຄ ຫລື ຕາບອດ ຫລື ມີ​ສິ່ງ​ທີ່​ຜິດປົກກະຕິ, ຢ່າ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈົ່ງ​ກິນ​ສັດ​ເຫລົ່ານີ້​ໃນ​ເມືອງ​ຂອງ​ພວກເຈົ້າ​ເອງ. ທັງ​ຜູ້​ທີ່​ບໍ່ເປັນມົນທິນ ແລະ ເປັນມົນທິນ​ຕາມ​ພິທີ​ກຳ​ກໍ​ກິນ​ໄດ້​ເໝືອນ​ກັບ​ທີ່​ກິນ​ຊີ້ນ​ກວາງ​ນ້ອຍ ຫລື ກວາງ. ແຕ່​ຢ່າ​ກິນ​ເລືອດ, ຈົ່ງ​ເທ​ລົງ​ເທິງ​ພື້ນດິນ​ເໝືອນ​ກັບ​ເທ​ນ້ຳ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.