Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 14

ອາຫານ​ທີ່​ບໍ່​ເປັນມົນທິນ ແລະ ເປັນມົນທິນ

(ລລວ 11:1-23)

ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ປາດ​ເນື້ອໜັງ​ຕົນ​ເອງ ຫລື ແຖ​ຫົວ​ທາງ​ໜ້າ​ຂອງ​ຕົນ​ເມື່ອ​ມີ​ຄົນ​ຕາຍ, ເພາະ​ພວກເຈົ້າ​ເປັນ​ໄພ່ພົນ​ບໍລິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ​ອອກ​ມາ​ຈາກ​ປະຊາຊາດ​ທັງຫລາຍ​ເທິງ​ແຜ່ນດິນໂລກ​ໃຫ້​ເປັນ​ກຳມະສິດ​ລ້ຳຄ່າ​ຂອງ​ພຣະອົງ.

ຢ່າ​ກິນ​ສິ່ງ​ໃດ​ທີ່​ໜ້າ​ກຽດຊັງ. ສັດ​ເຫລົ່ານີ້​ທີ່​ພວກເຈົ້າ​ອາດ​ກິນ​ໄດ້​ຄື: ງົວ, ແກະ, ແບ້, ກວາງ, ກວາງ​ນ້ອຍ, ກວາງປ່າ, ແບ້ປ່າ, ກະຕ່າຍ​ປ່າ, ເຍືອງ ແລະ ແກະ​ເທິງ​ພູເຂົາ.1 ພວກເຈົ້າ​ກິນ​ສັດ​ທີ່​ມີ​ເລັບ​ເປັນ​ກີບ​ແຍກ ແລະ ຄ້ຽວເອື້ອງ​ໄດ້. ເຖິງຢ່າງໃດກໍຕາມ, ຈຳພວກ​ສັດ​ທີ່​ຄ້ຽວເອື້ອງ ຫລື ມີ​ເລັບ​ເປັນ​ກີບ​ແຍກ​ເຊິ່ງ​ພວກເຈົ້າ​ອາດ​ກິນ​ບໍ່​ໄດ້​ຄື ອູດ, ກະຕ່າຍ ຫລື ກະຕ່າຍປ່າ​ເທິງພູ. ເຖິງແມ່ນວ່າ​ພວກມັນ​ຄ້ຽວເອື້ອງ, ແຕ່​ບໍ່​ມີ​ເລັບ​ທີ່​ມີ​ກີບ​ແຍກ, ສັດ​ເຫລົ່ານີ້​ກໍ​ເປັນມົນທິນ​ຕາມ​ພິທີກຳ​ສຳລັບ​ພວກເຈົ້າ. ໝູ​ກໍ​ເປັນ​ສັດ​ທີ່​ເປັນມົນທິນ​ເໝືອນກັນ; ເຖິງແມ່ນວ່າ​ມັນ​ມີ​ເລັບ​ທີ່​ມີ​ກີບ​ແຍກ, ມັນ​ກໍ​ບໍ່​ໄດ້​ຄ້ຽວເອື້ອງ. ພວກເຈົ້າ​ບໍ່​ຕ້ອງ​ກິນ​ຊີ້ນ​ຂອງ​ພວກມັນ ຫລື ບໍ່​ແຕະຕ້ອງ​ຊາກສົບ​ຂອງ​ພວກມັນ.

ສິ່ງທີ່ມີຊີວິດ​ທຸກ​ຢ່າງ​ທີ່​ອາໄສ​ຢູ່​ໃນ​ນ້ຳ, ພວກເຈົ້າ​ສາມາດ​ກິນ​ໂຕ​ທີ່​ມີ​ຄີ ແລະ ມີ​ເກັດ​ໄດ້, ແຕ່​ພວກເຈົ້າ​ຢ່າ​ກິນ​ສັດ​ນ້ຳ​ຊະນິດ​ອື່ນໆ​ທີ່​ບໍ່​ມີ​ຄີ ແລະ ບໍ່​ມີ​ເກັດ, ເພາະ​ຖື​ວ່າ​ເປັນມົນທິນ​ສຳລັບ​ພວກເຈົ້າ.

ພວກເຈົ້າ​ກິນ​ນົກ​ທີ່​ບໍ່ເປັນມົນທິນ​ໄດ້. ແຕ່​ນົກ​ເຫລົ່ານີ້​ພວກເຈົ້າ​ຢ່າ​ກິນ​ຄື: ນົກອິນຊີ, ແຮ້ງ, ແຮ້ງດຳ, ແຫລວ​ແດງ, ແຫລວ​ດຳ ແລະ ແຫລວ​ປີກ​ແຫລມ​ຊະນິດ​ຕ່າງໆ, ກາ​ຊະນິດ​ຕ່າງໆ, ນົກເຄົ້າ​ມີ​ເຂົາ, ນົກເຄົ້າ​ຮ້ອງ​ສຽງ​ແຫລມ, ນົກນາງນວນ ແລະ ແຫລວ​ຊະນິດ​ຕ່າງໆ, ນົກເຄົ້າ​ນ້ອຍ, ນົກເຄົ້າ​ໃຫຍ່, ນົກເຄົ້າ​ຂາວ, ນົກເຄົ້າປ່າ, ນົກຍາງ, ນົກການ້ຳ, ນົກກະສາ, ນົກຍາງ​ຊະນິດ​ໜຶ່ງ, ນົກກະລາງ​ຫົວຂວານ ແລະ ໂຕເຈຍ.

ແມງໄມ້​ທີ່​ບິນ​ໄດ້​ທັງໝົດ​ເປັນມົນທິນ​ສຳລັບ​ພວກເຈົ້າ; ຢ່າ​ກິນ​ແມງໄມ້​ເຫລົ່ານີ້. ແຕ່​ສ່ວນ​ສັດ​ມີ​ປີກ​ທີ່​ບໍ່ເປັນມົນທິນ ພວກເຈົ້າ​ອາດ​ກິນ​ໄດ້.

ຢ່າ​ກິນ​ສັດ​ທີ່​ຕາຍ​ເອງ. ພວກເຈົ້າ​ອາດ​ຈະ​ມອບ​ໃຫ້​ຄົນຕ່າງດ້າວ​ທີ່​ອາໄສ​ໃນ​ເມືອງ​ຂອງ​ພວກເຈົ້າ, ພວກເຂົາ​ອາດ​ກິນ​ໄດ້ ຫລື ພວກເຈົ້າ​ອາດ​ຂາຍ​ສັດ​ທີ່​ຕາຍ​ນັ້ນ​ໃຫ້​ຄົນຕ່າງດ້າວ. ແຕ່​ພວກເຈົ້າ​ເປັນ​ຊົນຊາດ​ບໍລິສຸດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

ຢ່າ​ຕົ້ມ​ລູກ​ແບ້​ໃສ່​ໃນ​ນ້ຳນົມ​ແມ່​ຂອງ​ມັນ.

ກົດບັນຍັດ​ເລື່ອງ​ໜຶ່ງ​ສ່ວນ​ສິບ

ຈົ່ງ​ແຍກ​ໜຶ່ງ​ສ່ວນ​ສິບ​ຂອງ​ຜົນຜະລິດ​ທັງໝົດ​ຈາກ​ໄຮ່​ນາ​ຂອງ​ພວກເຈົ້າ​ໃນ​ແຕ່​ລະ​ປີ​ໄວ້​ຕ່າງຫາກ. ຈົ່ງ​ນຳ​ໜຶ່ງ​ສ່ວນ​ສິບ​ຈາກ​ພືດຜົນ​ເປັນ​ເມັດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ, ລູກ​ຫົວ​ປີ​ຈາກ​ຝູງ​ແບ້, ຝູ​ແກະ ແລະ ຝູງ​ງົວ​ມາ​ກິນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ເປັນ​ບ່ອນ​ສະຖິດ​ຢູ່​ຂອງ​ນາມ​ຂອງ​ພຣະອົງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນ​ຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ສະເໝີ. ແຕ່​ຖ້າ​ຫາກ​ວ່າ​ບ່ອນ​ນັ້ນ​ຢູ່​ຫ່າງໄກ​ຫລາຍ ແລະ ພວກເຈົ້າ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ສາມາດ​ຂົນ​ໜຶ່ງ​ສ່ວນ​ສິບ​ມາ (ເນື່ອງ​ຈາກ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເປັນ​ບ່ອນ​ສະຖາປະນາ​ນາມ​ຂອງ​ພຣະອົງ​ນັ້ນ​ຢູ່​ໄກ​ຫລາຍ), ແລ້ວ​ພວກເຈົ້າ​ກໍ​ຈົ່ງ​ແລກປ່ຽນ​ໜຶ່ງ​ສ່ວນ​ສິບ​ຂອງ​ພວກເຈົ້າ​ມາ​ເປັນ​ເງິນ​ແລ້ວ​ນຳ​ມາ​ທີ່​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ. ຈົ່ງ​ໃຊ້​ເງິນ​ນັ້ນ​ຊື້​ສິ່ງໃດ​ກໍ​ໄດ້​ທີ່​ພວກເຈົ້າ​ຕ້ອງການ​ເຊັ່ນ: ງົວ, ແກະ, ເຫລົ້າອະງຸ່ນ​ໃໝ່ ຫລື ເຄື່ອງດື່ມ​ອື່ນໆ​ທີ່​ໄດ້​ຈາກ​ການ​ໝັກ ຫລື ສິ່ງຂອງ​ອື່ນໆ​ທີ່​ພວກເຈົ້າ​ຕ້ອງການ. ແລ້ວ​ພວກເຈົ້າ ແລະ ຄອບຄົວ​ຈະ​ພາກັນ​ກິນ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ລະເລີຍ​ຊາວເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ, ເພາະ​ພວກເຂົາ​ບໍ່​ໄດ້​ຮັບ​ສ່ວນແບ່ງ​ອັນ​ໃດ ຫລື ໄດ້​ຮັບ​ມໍລະດົກ​ອັນ​ໃດ​ທີ່​ເປັນ​ຂອງ​ພວກເຂົາ​ເອງ.

ທຸກ​ທ້າຍ​ປີ​ທີ​ສາມ​ຈົ່ງ​ນຳ​ເອົາ​ໜຶ່ງ​ສ່ວນ​ສິບ​ທັງໝົດ​ຂອງ​ຜົນລະປູກ​ຂອງ​ປີ​ນັ້ນ​ມາ​ສະສົມ​ໄວ້​ໃນ​ເມືອງ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ຊາວເລວີ (ຜູ້​ທີ່​ບໍ່​ໄດ້​ຮັບ​ສ່ວນແບ່ງ ຫລື ບໍ່​ໄດ້​ຮັບ​ມໍລະດົກ​ເປັນ​ຂອງ​ຕົນ​ເອງ) ແລະ ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ແລະ ແມ່ໝ້າຍ​ທີ່​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳສຳລານ, ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ພວກເຈົ້າ​ໃນ​ວຽກງານ​ທຸກ​ຢ່າງ​ທີ່​ພວກເຈົ້າ​ເຮັດ.

Source notes (1)
  1. Footnote ການ​ກຳນົດ​ທີ່​ຊັດເຈນ​ຂອງ​ນົກ ແລະ ສັດ​ຈຳນວນ​ໜຶ່ງ​ຂອງ​ບົດ​ນີ້​ບໍ່​ແຈ່ມແຈ້ງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.