Biblica® Open Lao Contemporary Version
ພຣະບັນຍັດສອງ 13
ຢ່ານະມັດສະການພະອື່ນ
ຖ້າມີຜູ້ທຳນວາຍ ຫລື ຜູ້ທີ່ບອກລ່ວງໜ້າໂດຍອ້າງຄວາມຝັນຕ່າງໆ, ເຊິ່ງປາກົດຂຶ້ນໃນທ່າມກາງພວກເຈົ້າ ແລະ ປະກາດກັບພວກເຈົ້າເຖິງໝາຍສຳຄັນ ຫລື ການອັດສະຈັນ, ແລະ ຖ້າໝາຍສຳຄັນ ຫລື ການອັດສະຈັນທີ່ພວກເຂົາບອກໄວ້ນັ້ນເປັນຈິງຂຶ້ນມາ ແລະ ຜູ້ທຳນວາຍເວົ້າວ່າ, “ໃຫ້ພວກເຮົາໄປຕິດຕາມພະອື່ນ”, (ບັນດາພະທີ່ພວກເຈົ້າບໍ່ຮູ້ຈັກ) “ແລະ ໃຫ້ພວກເຮົາໄປກາບໄຫວ້ພະເຫລົ່ານັ້ນ”, ພວກເຈົ້າບໍ່ຕ້ອງຟັງຄຳຂອງຜູ້ທຳນວາຍ ຫລື ຜູ້ທີ່ຝັນນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ທົດສອບເບິ່ງວ່າພວກເຈົ້າຮັກພຣະອົງດ້ວຍສຸດຈິດດ້ວຍສຸດໃຈຂອງພວກເຈົ້າບໍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຄືຜູ້ທີ່ພວກເຈົ້າຕ້ອງຕິດຕາມ ແລະ ພຣະອົງຄືຜູ້ທີ່ພວກເຈົ້າຕ້ອງເຄົາລົບ. ຈົ່ງຮັກສາຄຳສັ່ງຂອງພະອົງໄວ້ ແລະ ເຊື່ອຟັງພຣະອົງ; ຈົ່ງຮັບໃຊ້ພຣະອົງ ແລະ ຢຶດໝັ້ນໃນພຣະອົງ. ຜູ້ທຳນວາຍ ຫລື ຜູ້ທີ່ຝັນຄົນນັ້ນຈະຕ້ອງຖືກຂ້າໃຫ້ຕາຍ ເພາະເປັນການຍຸແຍ່ໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ພຣະອົງຜູ້ໄດ້ນຳເອົາພວກເຈົ້າອອກມາຈາກເອຢິບ ແລະ ໄດ້ໄຖ່ພວກເຈົ້າໃຫ້ພົ້ນຈາກດິນແດນແຫ່ງຂ້າທາດ. ຜູ້ທຳນວາຍ ຫລື ຜູ້ທີ່ຝັນຄົນນັ້ນໄດ້ພະຍາຍາມທີ່ຫັນພວກເຈົ້າອອກຈາກທາງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໃຫ້ພວກເຈົ້າເດີນຕາມ. ພວກເຈົ້າຕ້ອງກຳຈັດຄວາມຊົ່ວອອກໄປຈາກທ່າມກາງພວກເຈົ້າ.
ຖ້າອ້າຍຂອງພວກເຈົ້າເອງ ຫລື ລູກຊາຍຂອງເພວກເຈົ້າ ຫລື ລູກສາວຂອງພວກເຈົ້າ ຫລື ເມຍທີ່ພວກເຈົ້າຮັກ ຫລື ໝູ່ສະໜິດຂອງພວກເຈົ້າລໍ້ລວງພວກເຈົ້າຢ່າງບໍ່ເປີດເຜີຍໂດຍເວົ້າວ່າ, “ໃຫ້ພວກເຮົາໄປກາບໄຫວ້ພະອື່ນ” (ພະທີ່ພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ, ບັນດາພະຂອງປະຊາຊົນທີ່ຢູ່ອ້ອມຮອບພວກເຈົ້າ, ບໍ່ວ່າໃກ້ ຫລື ໄກຈາກສຸດປາຍດິນແດນເບື້ອງໜຶ່ງໄປຫາອີກເບື້ອງໜຶ່ງ), ຢ່າຍອມເຮັດຕາມ ຫລື ຟັງພວກເຂົາ. ຢ່າສົງສານພວກເຂົາ. ຢ່າໄວ້ຊີວິດພວກເຂົາ ຫລື ປົກປ້ອງພວກເຂົາ. ພວກເຈົ້າຕ້ອງຂ້າພວກເຂົາ. ພວກເຈົ້າຕ້ອງເປັນຜູ້ທຳອິດທີ່ຂ້າພວກເຂົາ, ແລ້ວຕໍ່ມາໃຫ້ປະຊາຊົນທັງໝົດລົງມືດ້ວຍ. ຈົ່ງເອົາກ້ອນຫີນແກວ່ງໃສ່ພວກເຂົາໃຫ້ຕາຍ, ເພາະພວກເຂົາພະຍາຍາມຊັກຈູງພວກເຈົ້າໃຫ້ຫັນໜີຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ນຳພວກເຈົ້າອອກມາຈາກເອຢິບ, ອອກມາຈາກດິນແດນແຫ່ງຂ້າທາດ. ແລ້ວອິດສະຣາເອນທັງໝົດຈະໄດ້ຍິນ ແລະ ຈະໄດ້ຢ້ານກົວ, ແລ້ວຈະບໍ່ມີຜູ້ໃດໃນທ່າມກາງພວກເຈົ້າເຮັດສິ່ງຊົ່ວຮ້າຍຢ່າງນັ້ນອີກ.
ຖ້າພວກເຈົ້າໄດ້ຍິນຄົນກ່າວເຖິງເມືອງໃດໃນຈຳນວນເມືອງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າອາໄສຢູ່ ວ່າມີກຸ່ມຜູ້ສ້າງຄວາມຫຍຸ້ງຍາກໄດ້ລຸກຂຶ້ນທ່າມກາງພວກເຈົ້າ ແລະ ໄດ້ນຳພາຊາວເມືອງໃຫ້ຫລົງຜິດໂດຍກ່າວວ່າ, “ໃຫ້ພວກເຮົາໄປກາບໄຫວ້ພະອື່ນ” (ພະທີ່ພວກເຈົ້າບໍ່ຮູ້ຈັກມາກ່ອນ), ແລ້ວພວກເຈົ້າຕ້ອງສອບຖາມ, ພິສູດ ແລະ ສືບສວນເລື່ອງນັ້ນຢ່າງຄົບຖ້ວນ ແລະ ຖ້າຫາກເປັນຄວາມຈິງ ແລະ ໄດ້ພິສູດແລ້ວວ່າມີການກະທຳສິ່ງທີ່ໜ້າກຽດຊັງເຊັ່ນນັ້ນໃນທ່າມກາງພວກເຈົ້າ, ພວກເຈົ້າຕ້ອງປະຫານຊາວເມືອງທັງໝົດນັ້ນດ້ວຍດາບ. ພວກເຈົ້າຕ້ອງທຳລາຍລ້າງ1ທັງປະຊາຊົນ ແລະ ຝູງສັດໃຫ້ໝົດສິ້ນໄປ. ໃຫ້ພວກເຈົ້າເອົາເຄື່ອງຂອງທັງໝົດທີ່ຢຶດໄດ້ມາໂຮມກັນໄວ້ຢູ່ກາງເດີ່ນເມືອງ ແລະ ຈູດໄຟເຜົາທັງເມືອງ ແລະ ເຄື່ອງຂອງໃຫ້ໝົດໄປ ເຊິ່ງຖືວ່າເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ເມືອງນັ້ນຖືວ່າເປັນເມືອງຮ້າງຕະຫລອດໄປ, ບໍ່ມີການສ້າງຂຶ້ນໃໝ່ອີກ, ແລະ ຢ່າໃຫ້ພົບສິ່ງໃດທີ່ຕ້ອງທຳລາຍຖິ້ມໃນມືຂອງພວກເຈົ້າ. ແລ້ວພຣະເຈົ້າຢາເວຈະຫັນຈາກຄວາມໃຈຮ້າຍອັນຮຸນແຮງຂອງພຣະອົງມາສະແດງຄວາມເມດຕາແກ່ພວກເຈົ້າ ແລະ ຈະສົງສານພວກເຈົ້າ. ພຣະອົງຈະໃຫ້ພວກເຈົ້າເພີ່ມທະວີຈຳນວນຂຶ້ນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຈົ້າ ເພາະພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້ ແລະ ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ.
Source notes (1)
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວບໍ່ອາດເອີ້ນຄືນໄດ້ ມັກຈະຕ້ອງທຳລາຍລ້າງໃຫ້ໝົດສິ້ນໄປ ເຊັ່ນດຽວກັບຂໍ້ 15
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.