Biblica® Open Lao Contemporary Version
ພຣະບັນຍັດສອງ 12
ມີສະຖານນະມັດສະການບ່ອນດຽວ
ຕໍ່ໄປນີ້ຄືດຳລັດ ແລະ ກົດບັນຍັດທີ່ພວກເຈົ້າຈະຕ້ອງເອົາໃຈໃສ່ປະຕິບັດຕາມໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າຄອບຄອງ ຕາບເທົ່າທີ່ພວກເຈົ້າອາໄສຢູ່ໃນດິນແດນນັ້ນ. ຈົ່ງທຳລາຍບ່ອນກາບໄຫວ້ຮູບເຄົາລົບຂອງຊົນຊາດທີ່ພວກເຈົ້າກຳລັງເຂົ້າໄປຄອບຄອງດິນແດນຂອງພວກເຂົາໃຫ້ໝົດສິ້ນໄປ ຄືບ່ອນທີ່ຢູ່ເທິງພູເຂົາສູງ, ຢູ່ເນີນພູ ແລະ ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ. ຈົ່ງທຸບແທ່ນບູຊາຂອງພວກເຂົາ, ທຳລາຍເສົາຫີນສັກສິດຂອງພວກເຂົາ ແລະ ເຜົາເສົາເຈົ້າແມ່ອາເຊຣາຂອງພວກເຂົາໃສ່ໄຟ; ທຳລາຍຮູບເຄົາລົບຂອງພວກເຂົາ ແລະ ກຳຈັດຊື່ຂອງພວກເຂົາໃຫ້ໝົດໄປຈາກທີ່ນັ້ນ.
ພວກເຈົ້າຕ້ອງບໍ່ນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕາມວິຖີທາງຂອງພວກເຂົາ. ແຕ່ພວກເຈົ້າຈົ່ງສະແຫວງຫາບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເອົາທ່າມກາງເຜົ່າທັງຫລາຍຂອງພວກເຈົ້າ ເພື່ອສະຖາປະນານາມຂອງພຣະອົງໄວ້ໃຫ້ເປັນບ່ອນຢູ່ຂອງພຣະອົງ. ພວກເຈົ້າຈະຕ້ອງໄປສະຖານທີ່ນັ້ນ. ຈົ່ງນຳເອົາເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍຕ່າງໆ, ໜຶ່ງສ່ວນສິບຂອງພວກເຈົ້າ ແລະ ຂອງຖວາຍພິເສດ, ເຄື່ອງຖວາຍຕາມຄຳປະຕິຍານກັບເຄື່ອງຖວາຍບູຊາຕາມຄວາມສະໝັກໃຈຂອງພວກເຈົ້າ ແລະ ລູກຫົວປີຂອງຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າ. ພວກເຈົ້າ ແລະ ຄອບຄົວຂອງພວກເຈົ້າຈະກິນລ້ຽງກັນຕໍ່ໜ້າພຣະເຈົ້າຢາເວພຣະເຈົ້າຂອງພວກເຈົ້າ ແລະ ຈະຊື່ນຊົມຍິນດີໃນທຸກສິ່ງທີ່ພວກເຈົ້າລົງມືເຮັດ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນພວກເຈົ້າຢູ່ທີ່ນັ້ນ.
ພວກເຈົ້າຢ່າເຮັດຕາມໃຈມັກເໝືອນດັ່ງທີ່ພວກເຈົ້າເຮັດຢູ່ບ່ອນນີ້ໃນຂະນະນີ້, ເນື່ອງຈາກວ່າພວກເຈົ້າຍັງບໍ່ໄດ້ເຂົ້າເຖິງບ່ອນພັກຜ່ອນ ແລະ ດິນແດນທີ່ເປັນມໍລະດົກ ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງມອບໃຫ້ແກ່ພວກເຈົ້າ. ແຕ່ພວກເຈົ້າຈະຂ້າມແມ່ນ້ຳຈໍແດນເຂົ້າໄປຕັ້ງຖິ່ນຖານໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ເປັນມໍລະດົກຂອງພວກເຈົ້າ ແລະ ພຣະອົງຈະໃຫ້ພວກເຈົ້າພັກສະຫງົບຈາກສັດຕູທີ່ຢູ່ອ້ອມຮອບພວກເຈົ້າ ເພື່ອວ່າພວກເຈົ້າຈະມີຊີວິດຢູ່ຢ່າງປອດໄພ. ເມື່ອນັ້ນພວກເຈົ້າຈົ່ງນຳທຸກສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ຄື: ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍຕ່າງໆ, ໜຶ່ງສ່ວນສິບຂອງພວກເຈົ້າ ແລະ ຂອງຖວາຍພິເສດ ແລະ ຊັບສິນທີ່ດີທັງຫລາຍທີ່ພວກເຈົ້າໄດ້ປະຕິຍານໄວ້ກັບພຣະເຈົ້າຢາເວ ມາທີ່ສະຖານທີ່ ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໃຫ້ເປັນບ່ອນຢູ່ເພື່ອນາມຂອງພຣະອົງ. ແລະ ຈົ່ງຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນ ຄືພວກເຈົ້າ, ລູກຊາຍ ແລະ ລູກສາວຂອງພວກເຈົ້າ, ຄົນໃຊ້ຊາຍກັບຍິງຂອງພວກເຈົ້າ ແລະ ຊາວເລວີໃນເມືອງຂອງພວກເຈົ້າເຊິ່ງບໍ່ໄດ້ຮັບສ່ວນແບ່ງຂອງດິນແດນ ຫລື ໄດ້ຮັບມໍລະດົກເປັນຂອງຕົນເອງ. ຈົ່ງລະວັງໃຫ້ດີ ຢ່າຖວາຍເຄື່ອງເຜົາບູຊາຢູ່ບ່ອນໃດຕາມໃຈຂອງຕົນ. ຈົ່ງຖວາຍເຄື່ອງເຜົາບູຊາເຫລົ່ານັ້ນສະເພາະແຕ່ໃນສະຖານທີ່ ເຊິ່ງພຣະເຈົ້າຢາເວຈະເລືອກໃນເຂດເຜົ່າໃດເຜົ່າໜຶ່ງເທົ່ານັ້ນ ແລະ ຈົ່ງປະຕິບັດຕາມທຸກສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ແລ້ວ.
ເຖິງຢ່າງໃດກໍຕາມ, ພວກເຈົ້າອາດຂ້າສັດຂອງພວກເຈົ້າໃນເມືອງໃດກໍໄດ້ ແລະ ກິນຊີ້ນໄດ້ຫລາຍເທົ່າທີ່ພວກເຈົ້າຕ້ອງການຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອວຍພອນພວກເຈົ້າ, ຖ້າຫາກວ່າພວກເຈົ້າຂ້າກວາງນ້ອຍ ແລະ ກວາງເພື່ອກິນນັ້ນ, ພວກເຈົ້າກໍກິນໄດ້ທັງຜູ້ທີ່ເປັນມົນທິນ ແລະ ບໍ່ເປັນມົນທິນຕາມລະບຽບພິທີກຳ. ແຕ່ພວກເຈົ້າຕ້ອງບໍ່ກິນເລືອດ; ຈົ່ງຖອກເລືອດນັ້ນຖິ້ມເໝືອນດັ່ງຖອກນ້ຳລົງພື້ນດິນ. ພວກເຈົ້າຕ້ອງບໍ່ກິນສ່ວນໃດຢູ່ໃນເມືອງຂອງພວກເຈົ້າເອງ ບໍ່ວ່າຈະເປັນໜຶ່ງສ່ວນສິບຂອງພືດຜົນເປັນເມັດ ແລະ ເຫລົ້າອະງຸ່ນໃໝ່ກັບນ້ຳມັນໝາກກອກ ຫລື ລູກຫົວປີຂອງຝູງແບ້, ຝູງແກະ ແລະ ຝູງງົວ ຫລື ສິ່ງໃດທີ່ພວກເຈົ້າໄດ້ປະຕິຍານວ່າຈະຖວາຍແກ່ພຣະເຈົ້າ ຫລື ເຄື່ອງຖວາຍຕາມຄວາມສະໝັກໃຈຂອງພວກເຈົ້າ ຫລື ຂອງຖວາຍພິເສດ. ພວກເຈົ້າ, ລູກຊາຍກັບລູກສາວຂອງພວກເຈົ້າ, ຄົນໃຊ້ຊາຍກັບຍິງຂອງພວກເຈົ້າ ແລະ ຊາວເລວີຈາກເມືອງຂອງພວກເຈົ້າຈະຕ້ອງນຳສິ່ງເຫລົ່ານີ້ມາກິນຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກໃຫ້ພວກເຈົ້າ ແລະ ຈົ່ງຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທຸກສິ່ງທີ່ພວກເຈົ້າລົງມືເຮັດ ຈົ່ງລະວັງໃຫ້ດີ ຢ່າລະເລີຍຊາວເລວີຕາບທີ່ພວກເຈົ້າອາໄສຢູ່ໃນດິນແດນຂອງພວກເຈົ້າ.
ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຂະຫຍາຍເຂດແດນຂອງພວກເຈົ້າຕາມທີ່ພຣະອົງໄດ້ສັນຍາກັບພວກເຈົ້າແລ້ວ ແລະ ເມື່ອພວກເຈົ້າຢາກກິນຊີ້ນສັດ ແລະ ເວົ້າວ່າ, “ຂ້າພະເຈົ້າຢາກກິນຊີ້ນ”, ແລ້ວພວກເຈົ້າກໍອາດກິນຊີ້ນນັ້ນໄດ້ຫລາຍຕາມທີ່ຕ້ອງການ. ຖ້າບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເລືອກເປັນບ່ອນສະຖາປະນານາມຂອງພຣະອົງນັ້ນຢູ່ໄກເກີນໄປສຳລັບພວກເຈົ້າ, ພວກເຈົ້າກໍອາດຂ້າສັດຈາກຝູງແບ້, ຝູງແກະ ແລະ ຝູງງົວທີ່ພຣະເຈົ້າຢາເວໄດ້ມອບໃຫ້ພວກເຈົ້າຕາມທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ແລ້ວ ແລະ ຢູ່ໃນເມືອງຂອງພວກເຈົ້າເອງພວກເຈົ້າອາດກິນໄດ້ຫລາຍນ້ອຍຕາມຄວາມຕ້ອງການຂອງພວກເຈົ້າ. ຈົ່ງກິນຊີ້ນເຫລົ່ານີ້ເໝືອນດັ່ງທີ່ພວກເຈົ້າກິນກວາງນ້ອຍ ຫລື ກວາງ. ທັງຜູ້ທີ່ເປັນມົນທິນ ແລະ ຜູ້ທີ່ບໍ່ເປັນມົນທິນຕາມພິທີກຳກໍກິນຊີ້ນນັ້ນໄດ້. ແຕ່ຈົ່ງໃຫ້ແນ່ໃຈວ່າພວກເຈົ້າຕ້ອງບໍ່ກິນເລືອດເພາະເລືອດເປັນຊີວິດ, ຢ່າກິນຊີວິດພ້ອມກັບຊີ້ນ. ພວກເຈົ້າຕ້ອງບໍ່ກິນເລືອດ, ຈົ່ງຖອກເລືອດລົງເທິງພື້ນດິນເໝືອນຖອກນ້ຳ. ຢ່າກິນເລືອດ, ເພື່ອວ່າຈະເປັນຜົນດີແກ່ພວກເຈົ້າ ແລະ ລູກຫລານທີ່ຈະມາພາຍຫລັງພວກເຈົ້າ, ເນື່ອງຈາກວ່າພວກເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວແລ້ວ.
ແຕ່ເຄື່ອງຖວາຍແກ່ພຣະເຈົ້າ ແລະ ສິ່ງໃດທີ່ພວກເຈົ້າປະຕິຍານໄວ້ວ່າຈະຖວາຍນັ້ນ ຈົ່ງເອົາໄປທີ່ສະຖານທີ່ ເຊິ່ງພຣະເຈົ້າຢາເວໄດ້ເລືອກ. ຈົ່ງຖວາຍເຄື່ອງເຜົາບູຊາດ້ວຍໄຟເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທັງຊີ້ນ ແລະ ເລືອດ. ເລືອດຂອງເຄື່ອງຖວາຍບູຊານັ້ນຕ້ອງເທລົງຂ້າງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແຕ່ພວກເຈົ້າອາດຈະກິນຊີ້ນໄດ້. ຈົ່ງເອົາໃຈໃສ່ປະຕິບັດຕາມກົດລະບຽບເຫລົ່ານີ້ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າ, ເພື່ອວ່າທຸກສິ່ງຈະເປັນຜົນດີແກ່ພວກເຈົ້າ ແລະ ລູກຫລານທີ່ມາພາຍຫລັງພວກເຈົ້າຕະຫລອດໄປ, ເພາະພວກເຈົ້າເຮັດສິ່ງທີ່ຖືກຕ້ອງ ແລະ ດີງາມໃນສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະລົບລ້າງຊົນຊາດຕ່າງໆອອກໄປຕໍ່ໜ້າພວກເຈົ້າໃນດິນແດນທີ່ພວກເຈົ້າກຳລັງຈະບຸກລຸກເຂົ້າໄປ ແລະ ຢຶດຄອງ. ແຕ່ເມື່ອພວກເຈົ້າໄດ້ຂັບໄລ່ພວກເຂົາອອກໄປ ແລະ ຕັ້ງຖິ່ນຖານໃນດິນແດນນັ້ນ, ແລະ ຫລັງຈາກພວກເຂົາຖືກທຳລາຍໄປຕໍ່ໜ້າພວກເຈົ້າແລ້ວ, ຈົ່ງລະວັງຢ່າໃຫ້ຕິດບ້ວງແຮ້ວໂດຍໄປຊອກຖາມກ່ຽວກັບພະຂອງຊົນຊາດເຫລົ່ານັ້ນໂດຍກ່າວວ່າ, “ຊົນຊາດເຫລົ່ານີ້ຮັບໃຊ້ພະຂອງພວກເຂົາຢ່າງໃດ? ເພື່ອພວກເຮົາຈະໄດ້ເຮັດຕາມ”. ພວກເຈົ້າຕ້ອງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍບໍ່ເຮັດຕາມແບບຢ່າງພວກເຂົາ ເພາະໃນການນະມັດສະການພະຂອງພວກເຂົານັ້ນລ້ວນແຕ່ເປັນສິ່ງທີ່ໜ້າກຽດຊັງ ພຣະເຈົ້າຢາເວຈຶ່ງຊັງ. ພວກເຂົານຳເອົາແມ່ນແຕ່ລູກຊາຍ ແລະ ລູກສາວຂອງພວກເຂົາມາເຜົາເປັນເຄື່ອງບູຊາແກ່ບັນດາພະຂອງພວກເຂົາ.
ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າໄດ້ປະຕິບັດຕາມຄຳສັ່ງທັງໝົດ ເຊິ່ງຂ້າພະເຈົ້າສັ່ງພວກເຈົ້າ; ຢ່າເພີ່ມເຕີມ ຫລື ຕັດຄຳສັ່ງນັ້ນອອກ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.