Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 11

ຈົ່ງ​ຮັກ ແລະ ເຊື່ອຟັງ​ພຣະເຈົ້າຢາເວ

ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ພຣະອົງ, ບັນດາ​ກົດເກນ​ຂອງ​ພຣະອົງ, ບັນດາ​ກົດບັນຍັດ ແລະ ບັນດາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢູ່​ສະເໝີ. ໃນ​ວັນ​ນີ້​ຈົ່ງ​ລະນຶກ​ວ່າ ລູກຫລານ​ຂອງ​ພວກເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ເຄີຍ​ໄດ້​ເຫັນ ຫລື ມີ​ປະສົບການ​ກັບ​ການ​ຕີສອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຄື: ບາລະມີ​ຂອງ​ພຣະອົງ, ມື​ອັນ​ມີ​ລິດອຳນາດ​ຂອງ​ພຣະອົງ ແລະ ແຂນ​ທີ່​ຍື່ນ​ອອກ​ຂອງ​ພຣະອົງ; ໝາຍສຳຄັນ ແລະ ສິ່ງ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ​ໃນ​ໃຈກາງ​ເອຢິບ​ຕໍ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ ທັງ​ປະເທດ​ຂອງ​ເພິ່ນ​ທັງໝົດ; ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ຕໍ່​ກອງທັບ​ເອິຢິບ, ຕໍ່​ມ້າ ແລະ ລົດມ້າ​ຂອງ​ຊາວ​ເອຢິບ, ທີ່​ພຣະອົງ​ເຮັດ​ໃຫ້​ນ້ຳ​ທະເລ​ແດງ1​ຖ້ວມ​ພວກເຂົາ​ຂະນະ​ທີ່​ພວກເຂົາ​ກຳລັງ​ໄລ່ຕາມ​ພວກເຈົ້າ ແລະ ທີ່​ພຣະເຈົ້າຢາເວ​ເຮັດ​ໃຫ້​ຊາວ​ເອຢິບ​ຈິບຫາຍ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. ບັນດາ​ລູກຫລານ​ບໍ່​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ເພື່ອ​ພວກເຈົ້າ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ກວ່າ​ພວກເຈົ້າ​ເດີນທາງ​ມາ​ເຖິງ​ບ່ອນ​ນີ້. ແລະ ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ແກ່​ດາທານ​ກັບ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ເຜົ່າ​ຣູເບັນ ເມື່ອ​ແຜ່ນດິນ​ຍະ​ອອກ​ຢູ່​ທ່າມກາງ​ຊາວ​ອິດສະຣາເອນ​ທັງໝົດ ແລະ ກືນ​ເອົາ​ພວກເຂົາ​ລົງ​ໄປ​ພ້ອມ​ທັງ​ຄອບຄົວ​ຂອງ​ພວກເຂົາ, ເຕັນ​ຂອງ​ພວກເຂົາ ແລະ ທຸກ​ສິ່ງ​ທີ່​ມີ​ຊີວິດ​ທີ່​ເປັນ​ຂອງ​ພວກເຂົາ. ແຕ່​ພວກເຈົ້າ​ກໍ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ພວກເຈົ້າ​ເອງ​ເຖິງ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.

ເຫດສະນັ້ນ ຈົ່ງ​ປະຕິບັດ​ຕາມ​ຄຳສັ່ງ​ທັງໝົດ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂັ້ມແຂງ ແລະ ເຂົ້າ​ໄປ​ຢຶດ​ເອົາ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ໄປ​ຄອບຄອງ. ແລະ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ ແລະ ເຊື້ອສາຍ​ຂອງ​ພວກເຂົາ ເປັນ​ດິນແດນ​ອັນ​ອຸດົມສົມບູນ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ. ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນີ້​ບໍ່​ເໝືອນ​ກັບ​ດິນແດນ​ຂອງ​ເອຢິບ​ທີ່​ພວກເຈົ້າ​ຈາກ​ມາ, ເຊິ່ງ​ພວກເຈົ້າ​ຫວ່ານ​ເມັດພືດ​ແລ້ວ​ຕ້ອງ​ໄດ້​ຫົດ​ນ້ຳ​ດ້ວຍ​ຕີນ​ຄື​ກັບ​ສວນ​ຜັກ. ແຕ່​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ໄປ​ຄອບຄອງ​ນີ້​ເປັນ​ດິນແດນ​ແຫ່ງ​ພູເຂົາ ແລະ ຮ່ອມພູ ເຊິ່ງ​ຫລໍ່ລ້ຽງ​ດ້ວຍ​ນ້ຳຝົນ​ຈາກ​ຟ້າສະຫວັນ. ເປັນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເອົາໃຈໃສ່​ເບິ່ງແຍງ; ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ເໜືອ​ທີ່​ນັ້ນ​ຕັ້ງແຕ່​ຕົ້ນ​ປີ​ຕະຫລອດ​ເຖິງ​ທ້າຍ​ປີ.

ດັ່ງນັ້ນ ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້​ຢ່າງ​ສັດຊື່ ຄື​ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ຮັບໃຊ້​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ພວກເຈົ້າ ແລ້ວ​ພຣະອົງ​ຈະ​ສົ່ງ​ຝົນ​ລົງ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ​ຕາມ​ລະດູການ, ທັງ​ຝົນ​ໃນ​ລະດູ​ໃບໄມ້​ຫລົ່ນ ແລະ ຝົນ​ໃນ​ລະດູ​ໃບໄມ້​ປົ່ງ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮວບຮວມ​ເມັດພືດ​ຂອງ​ພວກເຈົ້າ, ເຫລົ້າ​ອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ​ໄວ້. ພຣະອົງ​ຈະ​ໃຫ້​ຫຍ້າ​ໃນ​ທົ່ງນາ​ສຳລັບ​ຝູງສັດ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ກິນ ແລະ ອີ່ມໜຳ​ສຳລານ.

ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ຖືກ​ລໍ້ລວງ​ໃຫ້​ຫັນ​ໄປ​ກາບໄຫວ້​ພະ​ອື່ນ ແລະ ກົ້ມ​ຫົວ​ໃຫ້​ພະ​ເຫລົ່ານັ້ນ. ແລ້ວ​ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ເຜົາໄໝ້​ຕໍ່ສູ້​ພວກເຈົ້າ ແລະ ພຣະອົງ​ຈະ​ປິດ​ຟ້າສະຫວັນ​ບໍ່​ໃຫ້​ມີ​ຝົນ​ຕົກ​ລົງ​ມາ ແລ້ວ​ພື້ນດິນ​ກໍ​ຈະ​ບໍ່​ໃຫ້​ຜົນຜະລິດ ແລະ ໃນ​ບໍ່​ດົນ​ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ຈາກ​ດິນແດນ​ອັນ​ອຸດົມສົມບູນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ. ຈົ່ງ​ຈົດຈຳ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ຂ້າພະເຈົ້າ​ໄວ້​ໃນ​ຈິດໃຈ ແລະ ຄວາມ​ຄິດ​ຂອງ​ພວກເຈົ້າ; ຈົ່ງ​ຜູກ​ໄວ້​ທີ່​ມື​ຂອງ​ພວກເຈົ້າ​ເພື່ອ​ເປັນ​ສັນຍາລັກ ແລະ ພັນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຈົ້າ​ດ້ວຍ. ຈົ່ງ​ສັ່ງສອນ​ສິ່ງ​ເຫລົ່ານີ້​ແກ່​ລູກຫລານ​ຂອງ​ພວກເຈົ້າ, ຈົ່ງ​ເວົ້າ​ເຖິງ​ສິ່ງ​ເຫລົ່ານີ້​ເມື່ອ​ພວກເຈົ້າ​ນັ່ງ​ຢູ່​ທີ່​ເຮືອນ ແລະ ເມື່ອ​ພວກເຈົ້າ​ຍ່າງ​ໄປ​ຕາມ​ທາງ, ເມື່ອ​ພວກເຈົ້າ​ນອນ​ລົງ ແລະ ເມື່ອ​ພວກເຈົ້າ​ລຸກ​ຂຶ້ນ. ຈົ່ງ​ຂຽນ​ໄວ້​ທີ່​ຂອບ​ປະຕູ​ເຮືອນ​ຂອງ​ພວກເຈົ້າ ແລະ ທີ່​ປະຕູ​ຮົ້ວ​ເຮືອນ​ຂອງ​ພວກເຈົ້າ. ເພື່ອ​ພວກເຈົ້າ ແລະ ລູກຫລານ​ຂອງ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຍືນຍາວ​ເທົ່າ​ກັບ​ວັນ​ເວລາ​ທີ່​ຟ້າສະຫວັນ​ຢູ່​ເໜືອ​ໂລກ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ປະຕິຍານ​ວ່າ​ຈະ​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຈົ້າ.

ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ທັງໝົດ​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ຢ່າງ​ເຄັ່ງຄັດ ຄື​ໃຫ້​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ໃຫ້​ດຳເນີນ​ຊີວິດ​ດ້ວຍ​ການ​ເຊື່ອຟັງ​ພຣະອົງ ແລະ ຢຶດໝັ້ນ​ໃນ​ພຣະອົງ, ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ຂັບໄລ່​ຊົນຊາດ​ທັງໝົດ​ເຫລົ່ານີ້​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ ແລະ ພວກເຈົ້າ​ກໍ​ຈະ​ຄອບຄອງ​ດິນແດນ​ຂອງ​ບັນດາ​ຊົນຊາດ​ທີ່​ຍິ່ງ​ໃຫຍ່ ແລະ ເຂັ້ມແຂງ​ກວ່າ​ພວກເຈົ້າ. ທຸກໆ​ບ່ອນ​ທີ່​ພວກເຈົ້າ​ຢຽບ​ຕີນ​ເຂົ້າ​ໄປ​ຈະ​ຕົກ​ເປັນ​ຂອງ​ພວກເຈົ້າ​ຄື: ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ​ຈາກ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ເລບານອນ ແລະ ຈາກ​ແມ່ນ້ຳ​ເອີຟຣັດ​ຈົນ​ເຖິງ​ທະເລ​ເມດີແຕຣາເນ. ບໍ່​ມີ​ຜູ້ໃດ​ຈະ​ສາມາດ​ຢືນ​ໂຕ​ຕໍ່ສູ້​ພວກເຈົ້າ​ໄດ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ທຸກ​ບ່ອນ​ທີ່​ພວກເຈົ້າ​ໄປ​ຢ້ານກົວ ແລະ ກຳເກງ​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ກັບ​ພວກເຈົ້າ​ໄວ້.

ເບິ່ງ​ແມ, ວັນ​ນີ້​ຂ້າພະເຈົ້າ​ກຳລັງ​ວາງ​ຄຳ​ອວຍ​ພອນ ແລະ ຄຳ​ສາບແຊ່ງ​ໄວ້​ຕໍ່ໜ້າ​ພວກເຈົ້າ ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຊິ່ງ​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ອວຍພອນ. ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ຫັນ​ໜີ​ຈາກ​ທາງ​ທີ່​ຂ້າພະເຈົ້າ​ສັ່ງ​ພວກເຈົ້າ​ໃນ​ວັນ​ນີ້ ໂດຍ​ໄປ​ຕິດຕາມ​ພະ​ອື່ນ, ເຊິ່ງ​ພວກເຈົ້າ​ບໍ່​ເຄີຍ​ຮູ້​ຈັກ ພວກເຈົ້າ​ກໍ​ຈະ​ຮັບ​ຄຳ​ສາບແຊ່ງ. ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນຳ​ພວກເຈົ້າ​ໄປ​ທີ່​ດິນແດນ ເຊິ່ງ​ພວກເຈົ້າ​ຈະ​ເຂົ້າ​ໄປ​ຄອບຄອງ​ນັ້ນ, ຈົ່ງ​ປະກາດ​ຄຳ​ອວຍພອນ​ເທິງ​ພູເຂົາ​ເກຣິຊິມ ແລະ ປະກາດ​ຄຳ​ສາບແຊ່ງ​ເທິງ​ພູເຂົາ​ເອບານ. ດັ່ງ​ທີ່​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ, ພູເຂົາ​ເຫລົ່ານີ້​ແມ່ນ​ຢູ່​ຟາກ​ແມ່ນ້ຳ​ຈໍແດນ, ຝັ່ງ​ຕາເວັນ​ຕົກ​ຂອງ​ເສັ້ນ​ທາງ,2 ມຸ່ງໜ້າ​ໄປ​ຕາມ​ທິດ​ຕາເວັນຕົກ, ໃກ້​ຕົ້ນໄມ້​ໃຫຍ່​ແຫ່ງ​ໂມເຣ, ໃນ​ເຂດແດນ​ຂອງ​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ອາຣາບາ ບໍລິເວນ​ໃກ້​ຄຽງ​ກັບ​ກິນການ. ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ໄປ​ຄອບຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ແກ່​ພວກເຈົ້າ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ຢຶດຄອງ ແລະ ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ແລ້ວ, ພວກເຈົ້າ​ເຊື່ອຟັງ​ດຳລັດ ແລະ ກົດບັນຍັດ​ທັງໝົດ​ທີ່​ຂ້າພະເຈົ້າ​ວາງ​ໄວ້​ຕໍ່ໜ້າ​ພວກເຈົ້າ​ໃນ​ວັນ​ນີ້.

Source notes (2)
  1. Footnote ຫລື ທະເລ​ໄມ້ອໍ້
  2. Footnote ຫລື ຈໍແດນ​ຟາກ​ຕາເວັນຕົກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.