Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 10

ແຜ່ນ​ຫີນ​ທີ່​ຄືກັນ​ກັບ​ຊຸດ​ທຳອິດ

ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ກັນ​ກັບ​ແຜ່ນ​ທຳອິດ ແລະ ເຮັດ​ຫີບ​ສຳລັບ​ໃສ່​ແຜ່ນ​ຫີນ​ແລ້ວ​ກັບ​ຂຶ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ. ເຮົາ​ຈະ​ຂຽນ​ຂໍ້ຄວາມ​ທີ່​ເຄີຍ​ມີ​ຢູ່​ໃນ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ເຈົ້າ​ໄດ້​ເຮັດ​ແຕກ​ນັ້ນ. ແລ້ວ​ໃຫ້​ເຈົ້າ​ເອົາ​ແຜ່ນ​ຫີນ​ເຫລົ່ານີ້​ໃສ່​ໄວ້​ໃນ​ຫີບ​ນັ້ນ”.

ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ໃຊ້​ໄມ້​ກະຖິນ​ເຮັດ​ຫີບ ແລະ ໄດ້​ຕັດ​ຫີນ​ສອງ​ແຜ່ນ​ທີ່​ຄື​ກັນ​ກັບ​ແຜ່ນ​ທຳອິດ ແລະ ຂ້າພະເຈົ້າ​ກໍ​ຖື​ແຜ່ນ​ຫີນ​ທັງ​ສອງ​ໃນ​ມື​ຂຶ້ນ​ໄປ​ເທິງ​ພູ. ພຣະເຈົ້າຢາເວ​ໄດ້​ຂຽນ​ຂໍ້ຄວາມ​ດຽວ​ກັນ​ກັບ​ຄັ້ງ​ກ່ອນ​ໃສ່​ແຜ່ນ​ຫີນ​ເຫລົ່ານັ້ນ​ຄື ພຣະບັນຍັດ​ສິບ​ປະການ​ທີ່​ພຣະອົງ​ໄດ້​ປະກາດ​ແກ່​ພວກເຈົ້າ​ຈາກ​ແປວ​ໄຟ​ຢູ່​ທີ່​ເທິງ​ພູເຂົາ​ໃນ​ວັນ​ຊຸມນຸມ​ນັ້ນ. ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ມອບ​ແຜ່ນ​ຫີນ​ເຫລົ່ານັ້ນ​ໃຫ້​ແກ່​ຂ້າພະເຈົ້າ. ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ກັບ​ລົງ​ມາ​ຈາກ​ເທິງ​ພູເຂົາ ແລະ ເອົາ​ແຜ່ນ​ຫີນ​ໃສ່​ໄວ້​ໃນ​ຫີບ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ​ໄວ້ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ ແລະ ແຜ່ນ​ຫີນ​ເຫລົ່ານັ້ນ​ກໍ​ຍັງ​ຢູ່​ໃນ​ຫີບ​ມາ​ຈົນ​ເຖິງ​ເວລາ​ນີ້.

(ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ຈາກ​ນ້ຳສ້າງ​ຂອງ​ເບເນຢາອາການ​ມາ​ທີ່​ໂມເຊຣາ. ເປັນ​ບ່ອນ​ທີ່​ອາໂຣນ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້, ແລ້ວ​ເອເລອາຊາ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ຂຶ້ນ​ເປັນ​ປະໂລຫິດ​ແທນ. ຈາກ​ທີ່​ນັ້ນ ພວກເຂົາ​ກໍ​ໄດ້​ເດີນທາງ​ຕໍ່ໄປ​ຈົນ​ເຖິງ​ກຸດໂກດາ ແລະ ຍັງ​ເດີນທາງ​ຕໍ່ໄປ​ຈົນ​ເຖິງ​ໂຢດບາທາ ເຊິ່ງ​ເປັນ​ດິນແດນ​ແຫ່ງ​ສາຍນ້ຳ. ໃນ​ເວລາ​ນັ້ນ​ພຣະເຈົ້າຢາເວ​ໄດ້​ເລືອກ​ເຜົ່າ​ເລວີ​ໃຫ້​ເປັນ​ຜູ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ເພື່ອ​ໃຫ້​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ເພື່ອ​ກ່າວ​ອວຍພອນ​ໃນ​ນາມ​ຂອງ​ພຣະອົງ, ດັ່ງ​ທີ່​ພວກເຂົາ​ຍັງ​ເຮັດ​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້. ດ້ວຍ​ເຫດ​ນີ້​ເຜົ່າ​ເລວີ​ຈຶ່ງ​ບໍ່​ໄດ້​ຮັບ​ສ່ວນແບ່ງ​ດິນແດນ​ໃດໆ​ເປັນ​ມໍລະດົກ​ໃນ​ທ່າມກາງ​ບັນດາ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຂົາ; ພຣະເຈົ້າຢາເວ​ເປັນ​ມໍລະດົກ​ຂອງ​ພວກເຂົາ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ).

ບັດນີ້ ຂ້າພະເຈົ້າ​ໄດ້​ພັກ​ຢູ່​ທີ່​ເທິງ​ພູເຂົາ​ສີ່ສິບ​ວັນ​ສີ່ສິບ​ຄືນ ເໝືອນດັ່ງ​ຂ້າພະເຈົ້າ​ໄດ້​ປະຕິບັດ​ເທື່ອ​ທຳອິດ ແລະ ຄັ້ງ​ນີ້​ພຣະເຈົ້າຢາເວ​ກໍ​ຟັງ​ຂ້າພະເຈົ້າ​ອີກ​ເໝືອນ​ກັນ. ພຣະອົງ​ບໍ່​ໄດ້​ປະສົງ​ທີ່​ຈະ​ທຳລາຍ​ພວກເຈົ້າ. ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກຂຶ້ນ, ຈົ່ງ​ນຳ​ປະຊາຊົນ​ໄປ​ຕາມ​ທາງ​ຂອງ​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ຄອບຄອງ​ດິນແດນ​ທີ່​ເຮົາ​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ”.

ຈົ່ງ​ຢຳເກງ​ພຣະເຈົ້າຢາເວ

ບັດນີ້ ຊາວ​ອິດສະຣາເອນ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ບໍ່​ໄດ້​ປະສົງ​ສິ່ງ​ອື່ນ​ໃດ ນອກ​ຈາກ​ໃຫ້​ພວກເຈົ້າ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ໃຫ້​ດຳເນີນ​ໄປ​ດ້ວຍ​ການ​ເຊື່ອຟັງ​ພຣະອົງ, ໃຫ້​ຮັກ​ພຣະອົງ, ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ພວກເຈົ້າ. ແລະ ໃຫ້​ປະຕິບັດ​ຕາມ​ຂໍ້ຄຳສັ່ງ ແລະ ກົດເກນ​ຂອງ​ພຣະເຈົ້າຢາເວ ເຊິ່ງ​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້ ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ເອງ​ບໍ່​ແມ່ນ​ບໍ?

ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ເຈົ້າ​ຂອງ​ຟ້າສະຫວັນ, ແມ່ນ​ແຕ່​ຟ້າສະຫວັນ​ອັນ​ສູງສຸດ, ແຜ່ນດິນໂລກ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ເປັນ​ຂອງ​ພຣະອົງ. ແຕ່​ພຣະເຈົ້າຢາເວ​ໄດ້​ຍັງ​ຮັກ​ບັນພະບຸລຸດ​ຂອງ​ພວກເຈົ້າ ແລະ ໄດ້​ຮັກ​ພວກເພິ່ນ, ແລ້ວ​ພຣະອົງ​ຈຶ່ງ​ເລືອກ​ເອົາ​ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ພວກເພິ່ນ​ໃຫ້​ຢູ່​ເໜືອ​ຊົນຊາດ​ທັງໝົດ​ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້. ເຫດສະນັ້ນ ຈົ່ງ​ຮັບ​ພິທີຕັດ​ໃຈ​ຂອງ​ພວກເຈົ້າ, ຢ່າ​ດື້ດ້ານ​ອີກ​ຕໍ່ໄປ. ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ພຣະເຈົ້າ​ເໜືອ​ບັນດາ​ພະ​ທັງໝົດ ແລະ ເປັນ​ພຣະເຈົ້າຢາເວ​ເໜືອ​ບັນດາ​ເຈົ້ານາຍ​ທັງໝົດ, ເປັນ​ພຣະເຈົ້າ​ຜູ້​ຍິ່ງໃຫຍ່, ມີ​ລິດອຳນາດ ແລະ ເປັນ​ທີ່​ຢຳເກງ, ຜູ້​ບໍ່​ເຂົ້າ​ຂ້າງ​ຜູ້ໃດ ແລະ ບໍ່​ຮັບ​ສິນບົນ​ອັນ​ໃດ. ພຣະອົງ​ໄດ້​ປົກປ້ອງ​ລູກກຳພ້າ​ພໍ່​ກັບ​ແມ່ໝ້າຍ ແລະ ຮັກ​ຄົນຕ່າງດ້າວ​ທີ່​ຢູ່​ທ່າມກາງ​ພວກເຈົ້າ, ພຣະອົງ​ໃຫ້​ອາຫານ ແລະ ເຄື່ອງນຸ່ງ​ແກ່​ພວກເຂົາ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຮັກ​ຄົນ​ເຫລົ່ານັ້ນ​ທີ່​ເປັນ​ຄົນຕ່າງດ້າວ, ເພາະ​ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນຕ່າງດ້າວ​ໃນ​ເອຢິບ. ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ຮັບໃຊ້​ພຣະອົງ. ຈົ່ງ​ຢຶດໝັ້ນ​ໃນ​ພຣະອົງ ແລະ ຈົ່ງ​ສາບານ​ໃນ​ນາມ​ຂອງ​ພຣະອົງ. ຈົ່ງ​ສັນລະເສີນ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ, ຜູ້​ໄດ້​ສະແດງ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ ເປັນ​ທີ່​ຢຳເກງ ເຊິ່ງ​ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ພວກເຈົ້າ​ເອງ​ແລ້ວ, ເມື່ອ​ບັນພະບຸລຸດ​ຂອງ​ພວກເຈົ້າ​ລົງ​ໄປ​ທີ່​ເອຢິບ​ນັ້ນ ກໍ​ມີ​ທັງໝົດ​ພຽງ​ແຕ່​ເຈັດສິບ​ຄົນ, ແຕ່​ດຽວ​ນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີ​ຈຳນວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.