Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 9

ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ຂອງ​ອິດສະຣາເອນ

ຊາວ​ອິດສະຣາເອນ, ຈົ່ງ​ຟັງ​ດັ່ງນີ້: ບັດນີ້ ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ ແລະ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ຂອງ​ຊົນຊາດ​ຕ່າງໆ​ທີ່​ໃຫຍ່​ກວ່າ ແລະ ເຂັ້ມແຂງ​ກວ່າ​ພວກເຈົ້າ, ພ້ອມ​ກັບ​ເມືອງ​ຂອງ​ພວກເຂົາ​ກໍ​ກວ້າງ​ໃຫຍ່ ມີ​ກຳແພງ​ສູງ​ຈຸ​ຟ້າ. ປະຊາຊົນ​ແຂງແຮງ ແລະ ສູງ​ໃຫຍ່​ຄື​ຊາວ​ອານາກິມ! ພວກເຈົ້າ​ຮູ້​ຈັກ​ພວກເຂົາ ແລະ ເຄີຍ​ໄດ້​ຍິນ​ຄົນ​ເວົ້າ​ກັນ​ວ່າ: “ຜູ້ໃດ​ຈະ​ຕໍ່ສູ້​ພວກ​ຄົນ​ອານາກິມ​ໄດ້?” ແຕ່​ວັນ​ນີ້​ຈົ່ງ​ໝັ້ນໃຈ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຄື​ຜູ້​ທີ່​ຈະ​ນຳໜ້າ​ພວກເຈົ້າ​ໄປ​ເໝືອນ​ໄຟ​ເຜົາຜານ. ພຣະອົງ​ຈະ​ທຳລາຍ​ພວກເຂົາ; ພຣະອົງ​ຈະ​ປາບ​ພວກເຂົາ​ລົງ​ຕໍ່ໜ້າ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ຂັບໄລ່ ແລະ ກວາດລ້າງ​ພວກເຂົາ​ອອກ​ໄປ​ໂດຍ​ໄວ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ພວກເຈົ້າ.

ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ​ແລ້ວ, ຢ່າ​ຄິດ​ໃນ​ໃຈ​ວ່າ, “ພຣະເຈົ້າຢາເວ​ໄດ້​ນຳ​ຂ້ອຍ​ມາ​ຄອບຄອງ​ດິນແດນ​ນີ້​ເພາະ​ຄວາມ​ຊອບທຳ​ຂອງ​ຂ້ອຍ”. ບໍ່​ແມ່ນ​ດອກ, ເປັນ​ເພາະ​ຄວາມ​ຊົ່ວຮ້າຍ​ຂອງ​ຊົນຊາດ​ເຫລົ່ານີ້, ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຂົ້າ​ຄອບຄອງ​ດິນແດນ​ຂອງ​ພວກເຂົາ​ໄດ້​ນັ້ນ ບໍ່​ແມ່ນ​ເພາະ​ຄວາມຊອບທຳ ຫລື ຄວາມ​ສັດຊື່​ຂອງ​ພວກເຈົ້າ, ແຕ່​ເປັນ​ເພາະ​ຄວາມ​ຊົ່ວຮ້າຍ​ຂອງ​ຊົນຊາດ​ເຫລົ່ານີ້, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳປະຕິຍານ​ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ຄື​ອັບຣາຮາມ, ອີຊາກ ແລະ ຢາໂຄບ. ດັ່ງນັ້ນ ຄວນ​ເຂົ້າໃຈ​ວ່າ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ດິນແດນ​ອັນ​ອຸດົມສົມບູນ​ນີ້​ໃຫ້​ພວກເຈົ້າ​ຄອບຄອງ ບໍ່​ແມ່ນ​ເພາະ​ຄວາມ​ຊອບທຳ​ຂອງ​ພວກເຈົ້າ, ແຕ່​ເພາະ​ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ດື້ດ້ານ.

ລູກງົວ​ຄຳ

ຈົ່ງ​ລະນຶກ​ຢູ່​ສະເໝີ ແລະ ຢ່າ​ໄດ້​ລືມ​ສິ່ງ​ທີ່​ພວກເຈົ້າ​ເຄີຍ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເກີດ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ. ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ຈົນ​ພວກເຈົ້າ​ມາ​ເຖິງ​ບ່ອນ​ນີ້, ພວກເຈົ້າ​ເຄີຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ. ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູ່​ທີ່​ໂຮເຣັບ​ຈົນ​ຈະ​ທຳລາຍ​ພວກເຈົ້າ​ຢູ່​ແລ້ວ. ເມື່ອ​ຂ້າພະເຈົ້າ​ຂຶ້ນ​ໄປ​ເທິງ​ພູເຂົາ​ເພື່ອ​ຮັບ​ແຜ່ນ​ຫີນ, ເຊິ່ງ​ເປັນ​ແຜ່ນ​ຫີນ​ທີ່​ຈາລຶກ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ, ຂ້າພະເຈົ້າ​ໄດ້​ພັກ​ຢູ່​ເທິງ​ພູເຂົາ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ; ຂ້າພະເຈົ້າ​ບໍ່​ໄດ້​ກິນ​ອາຫານ ຫລື ດື່ມ​ນ້ຳ​ເລີຍ. ພຣະເຈົ້າຢາເວ​ໄດ້​ມອບ​ຫີນ​ສອງ​ແຜ່ນ​ທີ່​ຈາລຶກ​ໂດຍ​ນິ້ວມື​ຂອງ​ພຣະເຈົ້າ. ເທິງ​ແຜ່ນ​ຫີນ​ນັ້ນ​ແມ່ນ​ພຣະບັນຍັດ​ທັງໝົດ​ທີ່​ພຣະເຈົ້າຢາເວ​ປະກາດ​ອອກ​ມາ​ຈາກ​ໄຟ​ຢູ່​ເທິງ​ພູເຂົາ​ແກ່​ພວກເຈົ້າ​ໃນ​ວັນ​ທີ່​ຊຸມນຸມ​ປະຊາຊົນ​ນັ້ນ.

ເມື່ອ​ຄົບ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ​ແລ້ວ, ພຣະເຈົ້າຢາເວ​ກໍ​ໄດ້​ມອບ​ແຜ່ນ​ຫີນ​ສອງ​ແຜ່ນ ເຊິ່ງ​ເປັນ​ແຜ່ນ​ຫີນ​ແຫ່ງ​ພັນທະສັນຍາ​ໃຫ້​ແກ່​ຂ້າພະເຈົ້າ. ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລົງ​ໄປ​ຈາກ​ບ່ອນ​ນີ້​ໂດຍ​ໄວ ເພາະ​ປະຊາຊົນ​ຂອງ​ເຈົ້າ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ເອຢິບ​ໄດ້​ເສື່ອມຊາມ​ໄປ​ແລ້ວ. ພວກເຂົາ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໄປ​ຢ່າງ​ວ່ອງໄວ ແລະ ໄດ້​ຫລອມ​ໂລຫະ​ເຮັດ​ຮູບເຄົາລົບ​ຂຶ້ນ​ມາ​ເພື່ອ​ຕົນ​ເອງ”.

ແລະ ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ເຮົາ​ໄດ້​ເຫັນ​ຊົນຊາດ​ນີ້​ແລ້ວ ແລະ ພວກເຂົາ​ກໍ​ເປັນ​ຊົນຊາດ​ທີ່​ດື້ດ້ານ​ແທ້ໆ! ຢ່າ​ມາ​ຫ້າມ​ເຮົາ ເພາະ​ເຮົາ​ຈະ​ທຳລາຍ ແລະ ລຶບ​ຊື່​ຂອງ​ພວກເຂົາ​ອອກ​ຈາກ​ໃຕ້​ຟ້າສະຫວັນ ແລະ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຊົນຊາດ​ທີ່​ເຂັ້ມແຂງ ແລະ ມີ​ຈຳນວນ​ຫລວງຫລາຍ​ກວ່າ​ພວກເຂົາ”.

ຂ້າພະເຈົ້າ​ຈຶ່ງ​ກັບ​ລົງ​ມາ​ຈາກ​ພູເຂົາ​ທີ່​ມີ​ໄຟ​ລຸກ​ກ້າ​ຢູ່ ແລະ ຖື​ແຜ່ນ​ຫີນ​ແຫ່ງ​ພັນທະສັນຍາ​ສອງ​ແຜ່ນ​ຢູ່​ໃນ​ມື​ມາ​ດ້ວຍ. ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ, ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ພວກເຈົ້າ​ໄດ້​ເຮັດ​ຮູບປັ້ນ​ງົວ​ນ້ອຍ​ໄວ້​ເປັນ​ຮູບເຄົາລົບ​ສຳລັບ​ພວກເຈົ້າ​ເອງ. ພວກເຈົ້າ​ຫັນ​ອອກ​ຈາກ​ວິຖີ​ທາງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຢ່າງ​ວ່ອງໄວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໂຍນ​ແຜ່ນ​ຫີນ​ທັງ​ສອງ​ແຜ່ນ​ຖິ້ມ​ອອກ​ຈາກ​ມື​ຂອງ​ຂ້າພະເຈົ້າ, ເຮັດ​ໃຫ້​ແຜ່ນ​ຫີນ​ເຫລົ່ານັ້ນ​ແຕກ​ເປັນ​ປ່ຽງໆ​ຕໍ່ໜ້າ​ຕໍ່ຕາ​ພວກເຈົ້າ.

ແລ້ວ​ອີກ​ຄັ້ງ​ໜຶ່ງ ຂ້າພະເຈົ້າ​ໝອບ​ໜ້າ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ​ສີ່ສິບ​ວັນ​ສີ່ສິບ​ຄືນ; ຂ້າພະເຈົ້າ​ບໍ່​ໄດ້​ກິນ​ອາຫານ ແລະ ບໍ່​ໄດ້​ດື່ມ​ນ້ຳ, ເພາະ​ບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ, ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ ເປັນ​ການ​ເຮັດ​ໃຫ້​ພຣະອົງ​ໃຈຮ້າຍ​ຂຶ້ນ. ຂ້າພະເຈົ້າ​ຢ້ານ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ, ເພາະ​ພຣະອົງ​ໃຈຮ້າຍ​ພໍ​ທີ່​ຈະ​ທຳລາຍ​ພວກເຈົ້າ​ຢູ່​ແລ້ວ. ແຕ່​ພຣະເຈົ້າຢາເວ​ກໍ​ຟັງ​ຂ້າພະເຈົ້າ​ອີກ. ແລະ ພຣະເຈົ້າຢາເວ​ໃຈຮ້າຍ​ໃຫ້​ອາໂຣນ​ຫລາຍ​ຈົນ​ຈະ​ທຳລາຍ​ລາວ, ແຕ່​ໃນ​ເວລາ​ນັ້ນ​ຂ້າພະເຈົ້າ​ໄດ້​ອະທິຖານ​ເພື່ອ​ອາໂຣນ​ເໝືອນ​ກັນ. ຂ້າພະເຈົ້າ​ຈຶ່ງ​ໄດ້​ຈັບ​ເອົາ​ສິ່ງທີ່ເປັນບາບ​ຂອງ​ພວກເຈົ້າ​ຄື ຮູບປັ້ນ​ງົວ​ນ້ອຍ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ນັ້ນ​ເຜົາ​ຖິ້ມ​ດ້ວຍ​ໄຟ. ແລ້ວ​ຂ້າພະເຈົ້າ​ກໍ​ບົດ​ຮູບປັ້ນ​ນັ້ນ​ໃຫ້​ເປັນ​ຝຸ່ນ ແລະ ໂຮຍ​ຖິ້ມ​ລົງ​ໃນ​ແມ່ນ້ຳ​ທີ່​ໄຫລ​ລົງ​ມາ​ຈາກ​ພູ.

ພວກເຈົ້າ​ກໍ​ເໝືອນ​ກັນ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໃຈຮ້າຍ​ຢູ່​ທີ່​ຕາເບຣາ, ທີ່​ມັດສາ ແລະ ທີ່​ກີບໂຣດຮັດຕາອາວາ.

ເມື່ອ​ພຣະເຈົ້າຢາເວ​ສົ່ງ​ພວກເຈົ້າ​ອອກ​ຈາກ​ກາເດັດບາກເນອາ ແລະ ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ຄອບຄອງ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ”. ແຕ່​ພວກເຈົ້າ​ໄດ້​ກະບົດ​ຂັດຂືນ​ຄຳສັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ບໍ່​ໄວ້ວາງໃຈ ຫລື ເຊື່ອຟັງ​ພຣະອົງ. ພວກເຈົ້າ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ຕະຫລອດ​ມາ​ຕັ້ງແຕ່​ຂ້າພະເຈົ້າ​ໄດ້​ຮູ້ຈັກ​ພວກເຈົ້າ​ມາ.

ຂ້າພະເຈົ້າ​ຈຶ່ງ​ໄດ້​ໝອບ​ໜ້າ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫລອດ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, ພຣະອົງ​ຈະ​ທຳລາຍ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າຢາເວ ອົງ​ເຈົ້ານາຍ, ຂໍ​ຢ່າ​ທຳລາຍ​ປະຊາຊົນ​ອັນ​ເປັນ​ມໍລະດົກ​ຂອງ​ພຣະອົງ​ເອງ ເຊິ່ງ​ພະອົງ​ໄດ້​ໄຖ່​ໂດຍ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ໄດ້​ນຳ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ມື​ອັນ​ມີ​ລິດອຳນາດ. ຂໍ​ໂຜດ​ລະນຶກ​ເຖິງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ຜູ້ຮັບໃຊ້​ຂອງ​ພຣະອົງ. ຂໍ​ໂຜດ​ເບິ່ງ​ຂ້າມ​ຄວາມ​ຫົວແຂງ, ຄວາມ​ຊົ່ວຮ້າຍ ແລະ ຄວາມ​ບາບ​ຂອງ​ຄົນ​ເຫລົ່ານີ້. ບໍ່​ດັ່ງນັ້ນ, ປະເທດ​ທີ່​ພຣະອົງ​ນຳ​ພວກເຮົາ​ອອກ​ມາ​ຈະ​ກ່າວ​ວ່າ, ‘ເພາະ​ພຣະເຈົ້າຢາເວ​ບໍ່​ສາມາດ​ນຳ​ເອົາ​ພວກເຂົາ​ໄປ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ ແລະ ເພາະ​ພຣະອົງ​ພຣະອົງ​ກຽດຊັງ​ພວກເຂົາ, ພຣະອົງ​ຈຶ່ງ​ໄດ້​ພາ​ພວກເຂົາ​ເຂົ້າ​ໄປ​ຕາຍ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ’. ແຕ່​ພວກເຂົາ​ເປັນ​ປະຊາຊົນ​ຂອງ​ພຣະອົງ, ເປັນ​ມໍລະດົກ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ໂດຍ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ແຂນ​ຂອງ​ພຣະອົງ​ທີ່​ຍື່ນ​ອອກ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.