Biblica® Open Lao Contemporary Version
ພຣະບັນຍັດສອງ 8
ຢ່າລືມພຣະເຈົ້າຢາເວ
ຈົ່ງເອົາໃຈໃສ່ປະຕິບັດຕາມທຸກໆຄຳສັ່ງທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້, ເພື່ອວ່າພວກເຈົ້າຈະມີຊີວິດຢູ່ ແລະ ເພີ່ມທະວີຄູນຈຳນວນຂຶ້ນ ແລ້ວເຂົ້າໄປຄອບຄອງດິນແດນທີ່ພຣະເຈົ້າຢາເວໄດ້ສັນຍາດ້ວຍຄຳປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າ. ຈົ່ງລະນຶກວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານຕະຫລອດສີ່ສິບປີທີ່ຜ່ານມານີ້ຢ່າງໃດ, ເພື່ອເຮັດໃຫ້ພວກເຈົ້າຖ່ອມລົງ ແລະ ທົດສອບເບິ່ງໃຈຂອງພວກເຈົ້າວ່າພວກເຈົ້າຈະເຮັດຕາມຄຳສັ່ງຂອງພຣະອົງບໍ່. ພຣະອົງໄດ້ເຮັດໃຫ້ພວກເຈົ້າຖ່ອມລົງໂດຍໃຫ້ພວກເຈົ້າຫິວໂຫຍ ແລ້ວລ້ຽງດູພວກເຈົ້າດ້ວຍມານາ, ເຊິ່ງພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ, ພ້ອມນີ້ກໍເພື່ອສອນພວກເຈົ້າວ່າມະນຸດບໍ່ໄດ້ມີຊີວິດຢູ່ດ້ວຍອາຫານພຽງຢ່າງດຽວ ແຕ່ດ້ວຍທຸກຖ້ອຍຄຳທີ່ອອກມາຈາກປາກຂອງພຣະເຈົ້າຢາເວ. ຕະຫລອດສີ່ສິບປີທີ່ຜ່ານມານີ້ເຄື່ອງນຸ່ງຂອງພວກເຈົ້າບໍ່ໄດ້ຈີກຂາດ ແລະ ຕີນຂອງພວກເຈົ້າກໍບໍ່ໄດ້ບວມຊ້ຳ. ດັ່ງນັ້ນ ພວກເຈົ້າຄວນຮູ້ຢູ່ແກ່ໃຈວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຕີສອນພວກເຈົ້າເໝືອນພໍ່ຕີສອນລູກຂອງຕົນ.
ຈົ່ງປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງດຳເນີນຊີວິດຕາມວິທີທາງຂອງພຣະອົງດ້ວຍການເຊື່ອຟັງ ແລະ ຢຳເກງພຣະອົງ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງນຳພວກເຈົ້າເຂົ້າສູ່ດິນແດນທີ່ອຸດົມສົມບູນ ຄືດິນແດນທີ່ມີຫ້ວຍນ້ຳ, ສາຍນ້ຳ ແລະ ນ້ຳພຸທັງໃນຮ່ອມພູ ແລະ ໂນນພູ; ເປັນດິນແດນແຫ່ງເຂົ້າຫວີດ ແລະ ເຂົ້າບາເລ, ໝາກອະງຸ່ນ ແລະ ຕົ້ນໝາກເດື່ອ, ຕົ້ນໝາກພິລາ, ນ້ຳມັນໝາກກອກ ແລະ ນ້ຳເຜິ້ງ; ດິນແດນທີ່ມີອາຫານອຸດົມສົມບູນ ແລະ ພວກເຈົ້າຈະບໍ່ຂາດເຂີນສິ່ງໃດ; ດິນແດນທີ່ມີກ້ອນຫີນເປັນເຫລັກ ແລະ ພວກເຈົ້າສາມາດຂຸດບໍ່ທອງແດງໄດ້ຈາກເນີນພູຕ່າງໆ.
ເມື່ອພວກເຈົ້າໄດ້ກິນ ແລະ ອິ່ມໜຳສຳລານແລ້ວ, ຈົ່ງສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສຳລັບດິນແດນອັນອຸດົມສົມບູນທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້ານັ້ນ. ຈົ່ງລະວັງໃຫ້ດີ ຢ່າລືມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍການບໍ່ປະຕິບັດຕາມຂໍ້ຄຳສັ່ງ, ກົດບັນຍັດ ແລະ ກົດເກນທັງຫລາຍຂອງພຣະອົງທີ່ຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຈົ້າໃນວັນນີ້. ບໍ່ດັ່ງນັ້ນ, ເມື່ອພວກເຈົ້າໄດ້ກິນ ແລະ ອິ່ມໜຳສຳລານແລ້ວ, ເມື່ອພວກເຈົ້າຕັ້ງຖິ່ນຖານເຮືອນທີ່ໜ້າຢູ່ແລ້ວ, ແລະ ເມື່ອຝູງງົວ, ແບ້ ແລະ ແກະ ທັງເງິນກັບຄຳ ແລະ ທຸກສິ່ງຂອງພວກເຈົ້າເພີ່ມທະວີຈຳນວນຂຶ້ນຢ່າງຫລວງຫລາຍແລ້ວ, ຈິດໃຈຂອງພວກເຈົ້າກໍຈະອວດອົ່ງ ແລະ ພວກເຈົ້າກໍຈະລືມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ໄດ້ນຳພາພວກເຈົ້າອອກມາຈາກເອຢິບ, ຈາກດິນແດນແຫ່ງການເປັນຂ້າທາດ. ພຣະອົງໄດ້ນຳພາພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່ ແລະ ໜ້າຢ້ານ ເຊິ່ງເປັນດິນແດນທີ່ຂາດນ້ຳ ແລະ ແຫ້ງແລ້ງ, ພ້ອມທັງມີງູພິດ ແລະ ແມງງອດ. ພຣະອົງນຳນ້ຳຈາກກ້ອນຫີນມາໃຫ້ແກ່ພວກເຈົ້າ. ພຣະອົງໄດ້ລ້ຽງດູພວກເຈົ້າດ້ວຍມານາໃນຖິ່ນແຫ້ງແລ້ງກັນດານ ເຊິ່ງບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ, ເພື່ອເຮັດໃຫ້ພວກເຈົ້າຖ່ອມລົງ ແລະ ທົດສອບພວກເຈົ້າ ເພື່ອວ່າຈະເປັນຜົນດີແກ່ພວກເຈົ້າໃນບັ້ນປາຍ. ພວກເຈົ້າອາດຈະບອກຕົນເອງວ່າ “ພວກເຮົາຮັ່ງມີຂຶ້ນມາດ້ວຍກຳລັງ ແລະ ອຳນາດຂອງມືຂອງພວກເຮົາເອງ”. ແຕ່ຈົ່ງລະນຶກວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນຜູ້ມອບຄວາມສາມາດທີ່ເຮັດໃຫ້ພວກເຈົ້າຮັ່ງມີຂຶ້ນ ແລະ ເພື່ອເປັນການຢືນຢັນພັນທະສັນຍາຂອງພຣະອົງ ເຊິ່ງພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າ, ຈຶ່ງເປັນເໝືອນດັ່ງທີ່ເປັນຢູ່ໃນວັນນີ້.
ຖ້າພວກເຈົ້າລືມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຫັນໄປຕິດຕາມພະອື່ນໆ ແລ້ວກົ້ມຫົວລົງກາບໄຫວ້ພະເຫລົ່ານັ້ນ, ຂ້າພະເຈົ້າຂໍຢືນຢັນຕໍ່ພວກເຈົ້າວ່າພວກເຈົ້າຈະຖືກທຳລາຍຢ່າງແນ່ນອນ. ເໝືອນດັ່ງພຣະເຈົ້າຢາເວໄດ້ທຳລາຍຊົນຊາດຕ່າງໆຕໍ່ໜ້າພວກເຈົ້າ, ດັ່ງນັ້ນ ພວກເຈົ້າກໍຈະຖືກທຳລາຍເພາະການບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເໝືອນກັນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.