Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 7

ການ​ຂັບໄລ່​ຊົນຊາດ​ຕ່າງໆ​ອອກ​ໄປ

ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ເຂົ້າ​ສູ່​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ເຂົ້າ​ໄປ​ຄອບຄອງ ແລະ ຂັບໄລ່​ຊົນຊາດ​ຕ່າງໆ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ​ຄື ຊາວຮິດຕີ ຊາວກີກາຊີ ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ, ເຈັດ​ຊົນຊາດ​ທີ່​ໃຫຍ່ ແລະ ເຂັ້ມແຂງ​ກວ່າ​ພວກເຈົ້າ ແລະ ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ເອົາ​ຊະນະ​ພວກເຂົາ​ໄດ້​ແລ້ວ, ຫລັງ​ຈາກ​ນັ້ນ ພວກເຈົ້າ​ຕ້ອງ​ທຳລາຍລ້າງ1​ພວກເຂົາ​ໃຫ້​ໝົດ​ສິ້ນ. ຢ່າ​ເຮັດ​ສົນທິສັນຍາ​ກັບ​ພວກເຂົາ ແລະ ຢ່າ​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ. ຢ່າ​ແຕ່ງງານ​ຂ້າມ​ເຊື້ອຊາດ​ກັບ​ພວກເຂົາ. ຢ່າ​ໃຫ້​ລູກ​ຫລານ​ຂອງ​ພວກເຈົ້າ​ບໍ່​ວ່າ​ຊາຍ ຫລື ຍິງ​ແຕ່ງງານ​ກັບ​ລູກ​ຫລານ​ຂອງ​ພວກເຂົາ. ເພາະ​ພວກເຂົາ​ຈະ​ເຮັດ​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ຫັນ​ໜີ​ຈາກ​ການ​ຕິດຕາມ​ເຮົາ​ເພື່ອ​ໄປ​ຮັບໃຊ້​ພະ​ອື່ນໆ, ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ເຜົາຜານ​ທຳລາຍ​ພວກເຈົ້າ​ຢ່າງ​ວ່ອງໄວ. ຈົ່ງ​ເຮັດ​ຢ່າງ​ນີ້​ກັບ​ພວກເຂົາ​ຄື: ຮື້​ແທ່ນບູຊາ​ຂອງ​ພວກເຂົາ​ຖິ້ມ, ທຸບ​ຫີນ​ສັກສິດ​ຖິ້ມ, ຕັດ​ເສົາ2​ເຈົ້າ​ແມ່​ອາເຊຣາ​ລົງ ແລະ ເຜົາ​ຮູບເຄົາລົບ​ຂອງ​ພວກເຂົາ​ຖິ້ມ. ເພາະ​ພວກເຈົ້າ​ເປັນ​ປະຊາຊົນ​ບໍລິສຸດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເລືອກ​ພວກເຈົ້າ​ອອກ​ມາ​ຈາກ​ປະຊາຊາດ​ທັງໝົດ​ເທິງ​ແຜ່ນດິນໂລກ​ໃຫ້​ເປັນ​ປະຊາຊົນ​ຂອງ​ພຣະອົງ, ເປັນ​ກຳມະສິດ​ອັນ​ລ້ຳຄ່າ​ຂອງ​ພຣະອົງ.

ພຣະເຈົ້າຢາເວ​ໄດ້​ເລືອກ​ພວກເຈົ້າ ແລະ ຮັກ​ພວກເຈົ້າ ບໍ່​ແມ່ນ​ເພາະ​ພວກເຈົ້າ​ມີ​ຈຳນວນ​ຫລາຍ​ກວ່າ​ຊົນຊາດ​ອື່ນໆ, ແທ້​ຈິງ​ແລ້ວ​ພວກເຈົ້າ​ເປັນ​ຊົນຊາດ​ທີ່​ນ້ອຍ​ທີ່​ສຸດ​ຂອງ​ບັນດາ​ຊົນຊາດ​ທັງໝົດ. ແຕ່​ເພາະ​ພຣະເຈົ້າຢາເວ​ຮັກ​ພວກເຈົ້າ ແລະ ຮັກສາ​ຄຳປະຕິຍານ​ທີ່​ໄດ້​ໃຫ້​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ດ້ວຍ​ມື​ອັນ​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ໄດ້​ໄຖ່​ພວກເຈົ້າ​ອອກ​ມາ​ຈາກ​ດິນແດນ​ທີ່​ເຄີຍ​ເປັນ​ຂ້າທາດ, ຈາກ​ອຳນາດ​ຂອງ​ຟາໂຣ​ກະສັດ​ແຫ່ງ​ເອຢິບ. ເຫດສະນັ້ນ ຈົ່ງ​ຮູ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ພຣະເຈົ້າ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ສັດຊື່, ພຣະອົງ​ໄດ້​ຮັກສາ​ພັນທະສັນຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ ຖືຮັກສາ​ພຣະບັນຍັດ​ຕ່າງໆ​ຂອງ​ພຣະອົງ​ເຖິງ​ພັນ​ຊົ່ວ​ອາຍຸ​ຄົນ. ແຕ່

ບັນດາ​ຜູ້​ທີ່​ກຽດຊັງ​ພຣະອົງ ພຣະອົງ​ຈະ​ຕອບ​ສະໜອງ​ໃຫ້​ພວກເຂົາ​ດ້ວຍ​ການ​ທຳລາຍ;

ພຣະອົງ​ຈະ​ຕອບສະໜອງ​ຄົນ​ເຫລົ່ານັ້ນ​ທີ່​ກຽດຊັງ​ພຣະອົງ​ໂດຍ​ບໍ່​ຊັກຊ້າ.

ເຫດສະນັ້ນ, ຈົ່ງ​ເອົາໃຈໃສ່​ປະຕິບັດ​ຕາມ​ບັນດາ​ຂໍ້ຄຳສັ່ງ, ກົດເກນ ແລະ ກົດບັນຍັດ​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້.

ຖ້າ​ພວກເຈົ້າ​ເອົາໃຈໃສ່ ແລະ ປະຕິບັດ​ຕາມ​ກົດບັນຍັດ​ເຫລົ່ານີ້​ຢ່າງ​ລະມັດລະວັງ, ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຮັກສາ​ພັນທະສັນຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະອົງ​ກັບ​ພວກເຈົ້າ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ພຣະອົງ​ຈະ​ຮັກ​ພວກເຈົ້າ ແລະ ອວຍພອນ​ພວກເຈົ້າ ແລະ ເຮັດ​ໃຫ້​ພວກເຈົ້າ​ທະວີ​ຄູນ​ຈຳນວນ​ຂຶ້ນ. ພຣະອົງ​ຈະ​ອວຍພອນ​ລູກ​ຫລານ​ຂອງ​ພວກເຈົ້າ ແລະ ຜົນ​ເກັບກ່ຽວ​ຈາກ​ແຜ່ນດິນ​ຂອງ​ພວກເຈົ້າ, ທັງ​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ, ລູກ​ງົວ ແລະ ລູກແກະ​ຈາກ​ຝູງສັດ​ຂອງ​ພວກເຈົ້າ​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ຫລາຍ​ກວ່າ​ຊົນຊາດ​ອື່ນ​ໃດ; ຈະ​ບໍ່​ມີ​ຜູ້ຊາຍ ຫລື ແມ່ຍິງ​ຄົນ​ໃດ​ໃນ​ພວກເຈົ້າ​ທີ່​ເປັນ​ໝັນ ຫລື ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ມີ​ໂຕ​ໃດ​ທີ່​ຈະ​ບໍ່​ເກີດ​ລູກ​ອ່ອນ. ພຣະເຈົ້າຢາເວ​ຈະ​ປົກປ້ອງ​ພວກເຈົ້າ​ຈາກ​ພະຍາດ​ທຸກ​ຊະນິດ. ພຣະອົງ​ຈະ​ບໍ່​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ທໍລະມານ​ດ້ວຍ​ພະຍາດ​ຮ້າຍແຮງ​ໃດໆ ເໝືອນດັ່ງ​ພວກເຈົ້າ​ຮູ້​ຈັກ​ໃນ​ເອຢິບ, ແຕ່​ຈະ​ໃຫ້​ພະຍາດ​ຮ້າຍແຮງ​ນັ້ນ​ທໍລະມານ​ຄົນ​ທັງຫລາຍ​ທີ່​ກຽດຊັງ​ພວກເຈົ້າ. ຈົ່ງ​ທຳລາຍ​ປະຊາຊົນ​ທັງໝົດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໄວ້​ໃນ​ມື​ຂອງ​ພວກເຈົ້າ. ຢ່າ​ຫລຽວ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມ​ສົງສານ ແລະ ຢ່າ​ຮັບໃຊ້​ບັນດາ​ພະ​ຂອງ​ພວກເຂົາ, ເພາະ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ດັກ​ຈັບ​ພວກເຈົ້າ.

ພວກເຈົ້າ​ອາດ​ຈະ​ກັງວົນ​ໄປ​ເອງ​ວ່າ, “ຊົນຊາດ​ພວກນີ້​ເຂັ້ມແຂງ​ກວ່າ​ພວກເຮົາ. ພວກເຮົາ​ຈະ​ໄປ​ຂັບໄລ່​ພວກເຂົາ​ໄດ້​ຢ່າງ​ໃດ?” ແຕ່​ຢ່າ​ຢ້ານ​ພວກເຂົາ​ເລີຍ; ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ແກ່​ຟາໂຣ ແລະ ແກ່​ຊາວ​ເອຢິບ​ທັງໝົດ. ພວກເຈົ້າ​ກໍ​ໄດ້​ເຫັນ​ກັບ​ຕາ​ຂອງ​ພວກເຈົ້າ​ແລ້ວ​ເຖິງ​ການ​ທົດສອບ​ອັນ​ໃຫຍ່, ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ, ມື​ອັນ​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ແຂນ​ທີ່​ເດ່​ອອກ​ໄປ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຊ້​ສິ່ງ​ເຫລົ່ານີ້​ນຳ​ພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ກັບ​ປະຊາຊົນ​ທັງໝົດ​ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້. ນອກ​ຈາກ​ນັ້ນ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສົ່ງ​ຕໍ່​ມາ​ຕອດ​ພວກເຂົາ ແມ່ນ​ແຕ່​ຜູ້​ລອດ​ຊີວິດ​ທີ່​ຫລົບ​ລີ້​ຈາກ​ພວກເຈົ້າ ໃຫ້​ຈິບຫາຍ​ໄປ​ໝົດ. ຢ່າ​ຢ້ານ​ພວກເຂົາ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ຢູ່​ທ່າມກາງ​ພວກເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານກົວ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຄ່ອຍໆ​ຂັບໄລ່​ຊົນຊາດ​ເຫລົ່ານີ້​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ​ເທື່ອ​ລະ​ນ້ອຍ. ພຣະອົງ​ບໍ່​ໄດ້​ອະນຸຍາດ​ໃຫ້​ພວກເຈົ້າ​ກຳຈັດ​ພວກເຂົາ​ອອກ​ໄປ​ໃຫ້​ໝົດ​ເທື່ອ​ດຽວ ບໍ່​ດັ່ງນັ້ນ​ສັດປ່າ​ກໍ​ຈະ​ທະວີ​ຄູນ​ຈຳນວນ​ຂຶ້ນ​ອ້ອມ​ຮອບ​ພວກເຈົ້າ​ຢ່າງ​ວ່ອງໄວ. ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມອບ​ພວກເຂົາ​ໃຫ້​ແກ່​ພວກເຈົ້າ, ໂດຍ​ການ​ໂຍນ​ພວກເຂົາ​ເຂົ້າ​ໃນ​ຄວາມ​ວຸ້ນວາຍ​ຈົນ​ພວກເຂົາ​ໄດ້​ຖືກ​ທຳລາຍ​ລ້າງ​ໄປ. ພຣະອົງ​ຈະ​ມອບ​ກະສັດ​ຂອງ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ລຶບ​ຊື່​ຄົນ​ເຫລົ່ານັ້ນ​ອອກ​ຈາກ​ໃຕ້​ຟ້າສະຫວັນ. ບໍ່​ມີ​ຜູ້ໃດ​ສາມາດ​ລຸກ​ຂຶ້ນ​ຕໍ່ສູ້​ພວກເຈົ້າ​ໄດ້; ພວກເຈົ້າ​ຈະ​ທຳລາຍ​ລ້າງ​ພວກເຂົາ. ຈົ່ງ​ເຜົາ​ບັນດາ​ຮູບເຄົາລົບ​ຂອງ​ພະ​ຕ່າງໆ​ຂອງ​ພວກເຂົາ​ຖິ້ມ​ລົງ​ໃສ່​ໄຟ. ຢ່າ​ຢາກ​ໄດ້​ເງິນ ແລະ ຄຳ​ທີ່​ໃຊ້​ເຮັດ​ຮູບເຄົາລົບ​ເຫລົ່ານັ້ນ ແລະ ຢ່າ​ເກັບ​ໄວ້​ເປັນ​ຂອງ​ພວກເຈົ້າ​ເອງ ບໍ່​ດັ່ງນັ້ນ​ບ້ວງ​ແຮ້ວ​ຈະ​ດັກ​ຈັບ​ພວກເຈົ້າ​ເອງ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ພວກມັນ. ຢ່າ​ນຳ​ສິ່ງ​ທີ່​ໜ້າ​ກຽດຊັງ​ເຂົ້າ​ໄປ​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ ຢ້ານ​ວ່າ​ພວກເຈົ້າ​ຈະ​ເປັນ​ເໝືອນ​ສິ່ງ​ນັ້ນ, ຄື​ຖືກ​ແຍກ​ອອກ​ມາ​ເພື່ອ​ທຳລາຍ. ຈົ່ງ​ຖື​ວ່າ​ສິ່ງ​ນັ້ນ​ຊົ່ວຮ້າຍ ແລະ ໜ້າ​ລັງກຽດ, ເພາະ​ມັນ​ຄື​ສິ່ງ​ທີ່​ຖືກ​ແຍກ​ອອກ​ມາ​ເພື່ອ​ທຳລາຍ.

Source notes (2)
  1. Footnote ຂໍ້​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງຂອງ ຫລື ບຸກຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ບໍ່​ອາດ​ເອີ້ນ​ຄືນ​ໄດ້ ມັກ​ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ສິ້ນ​ໄປ ເຊັ່ນດຽວ​ກັບ​ຂໍ້ 26
  2. Footnote ຄື ເສົາໄມ້​ທີ່​ເປັນ​ສັນຍາລັກ​ຂອງ​ຮູບເຄົາລົບ​ເຈົ້າແມ່​ອາເຊຣາ; ຢູ່​ທີ່​ນີ້ ແລະ ບ່ອນ​ອື່ນໆ​ໃນ​ພຣະບັນຍັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.