Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 6

ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ

ຕໍ່ໄປ​ນີ້​ຄື​ບັນດາ​ພຣະບັນຍັດ, ຂໍ້​ຄຳສັ່ງ ແລະ ກົດບັນຍັດ​ເຊິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສັ່ງ​ໃຫ້​ຂ້າພະເຈົ້າ​ສອນ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ໄປ​ຄອບຄອງ. ເພື່ອ​ວ່າ​ພວກເຈົ້າ, ລູກຫລານ​ຂອງ​ພວກເຈົ້າ ແລະ ລູກຫລານ​ຂອງ​ພວກເຂົາ​ລຸ້ນ​ຕໍ່ໆ​ໄປ​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຕະລອດ​ທີ່​ພວກເຂົາ​ຍັງ​ມີຊີວິດ​ຢູ່ ໂດຍ​ຖື​ຮັກສາ​ບັນດາ​ຂໍ້ຄຳສັ່ງ ແລະ ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ ແລະ ເພື່ອວ່າ​ພວກເຈົ້າ​ຈະ​ຊື່ນຊົມຍິນດີ​ກັບ​ຊີວິດ​ທີ່​ຍືນຍາວ​ນັ້ນ. ຊາວ​ອິດສະຣາເອນ​ເອີຍ, ຈົ່ງ​ຟັງ ແລະ ຈົ່ງ​ເອົາໃຈໃສ່​ປະຕິບັດ​ຕາມ​ເພື່ອ​ຈະ​ເປັນ​ຜົນດີ​ແກ່​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທະວີ​ຈຳນວນ​ຫລາຍ​ຂຶ້ນ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ສັນຍາ​ໄວ້​ກັບ​ພວກເຈົ້າ.

ຊາວ​ອິດສະຣາເອນ​ເອີຍ, ຈົ່ງ​ຟັງ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ໜຶ່ງ.1 ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ກຳລັງ​ຂອງ​ພວກເຈົ້າ. ຈົ່ງ​ໃຫ້​ບັນດາ​ພຣະບັນຍັດ​ເຫລົ່ານີ້​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ. ຈົ່ງ​ໃຫ້​ລູກຫລານ​ຂອງ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້. ຈົ່ງ​ເວົ້າ​ເຖິງ​ສິ່ງ​ເຫລົ່ານີ້​ເມື່ອ​ພວກເຈົ້າ​ນັ່ງ​ຢູ່​ທີ່​ເຮືອນ ເມື່ອ​ພວກເຈົ້າ​ຍ່າງ​ໄປ​ຕາມ​ທາງ, ເມື່ອ​ພວກເຈົ້າ​ນອນ​ລົງ ຫລື ເມື່ອ​ພວກເຈົ້າ​ລຸກ​ຂຶ້ນ. ຈົ່ງ​ຜູກ​ໄວ້​ທີ່​ມື​ຂອງ​ພວກເຈົ້າ ແລະ ຜູກ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ສັນຍາລັກ. ຈົ່ງ​ຂຽນ​ໄວ້​ທີ່​ຂອບ​ປະຕູ​ເຮືອນ ແລະ ທີ່​ປະຕູ​ຮົ້ວ​ຂອງ​ພວກເຈົ້າ.

ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນຳພາ​ພວກເຈົ້າ​ເຂົ້າ​ສູ່​ດິນແດນ​ທີ່​ພຣະອົງ​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ເພື່ອ​ຈະ​ມອບ​ດິນແດນ​ທີ່​ກວ້າງ​ໃຫຍ່, ເມືອງ​ທີ່​ຮຸ່ງເຮືອງ​ທີ່​ພວກເຈົ້າ​ບໍ່​ໄດ້​ສ້າງ​ຂຶ້ນ, ເຮືອນ​ທີ່​ເຕັມ​ດ້ວຍ​ສິ່ງ​ດີໆ​ສາລະພັດ​ທີ່​ພວກເຈົ້າ​ບໍ່​ໄດ້​ຈັດຫາ​ໄວ້, ນ້ຳສ້າງ​ທີ່​ພວກເຈົ້າ​ບໍ່​ໄດ້​ຂຸດ ແລະ ສວນ​ອະງຸ່ນ ແລະ ສວນ​ໝາກກອກ​ທີ່​ພວກເຈົ້າ​ບໍ່​ໄດ້​ປູກ ແລະ ເມື່ອ​ພວກເຈົ້າ​ໄດ້​ກິນ​ຈົນ​ອີ່ມໜຳສຳລານ​ແລ້ວ​ນັ້ນ, ຈົ່ງ​ລະວັງ​ໃຫ້​ດີ​ວ່າ ພວກເຈົ້າ​ບໍ່​ໄດ້​ລືມ​ພຣະເຈົ້າຢາເວ​ຜູ້​ນຳເອົາ​ພວກເຈົ້າ​ອອກມາ​ຈາກ​ເອຢິບ​ດິນແດນ​ທີ່​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ນັ້ນ.

ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຈົ່ງ​ຮັບໃຊ້​ພຣະອົງ​ແຕ່​ຜູ້ດຽວ ແລະ ຈົ່ງ​ສາບານ​ໃນ​ນາມ​ຂອງ​ພຣະອົງ. ຢ່າ​ຕິດຕາມ​ພະ​ອື່ນ​ໃດ​ຂອງ​ຊົນຊາດ​ຕ່າງໆ​ທີ່​ຢູ່​ອ້ອມ​ຮອບ​ພວກເຈົ້າ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ທ່າມກາງ​ພວກເຈົ້າ​ທັງຫລາຍ​ເປັນ​ພຣະເຈົ້າ​ທີ່​ຫຶງຫວງ ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ເຜົາຜານ​ພວກເຈົ້າ ແລະ ພຣະອົງ​ຈະ​ທຳລາຍ​ພວກເຈົ້າ​ອອກ​ໄປ​ຈາກ​ດິນແດນ​ນີ້. ຢ່າ​ທົດລອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ທີ່​ມັດສາ. ຈົ່ງ​ປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ບັນດາ​ຂໍ້ກຳນົດ ແລະ ຂໍ້​ຄຳສັ່ງ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ຢ່າງ​ເຄັ່ງຄັດ. ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ດີ​ງາມ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ, ເພື່ອວ່າ​ທຸກສິ່ງ​ຈະ​ເປັນ​ຜົນດີ​ແກ່​ພວກເຈົ້າ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ຄອບຄອງ​ດິນແດນ​ອັນ​ອຸດົມສົມບູນ​ທີ່​ພຣະເຈົ້າຢາເວ​ສັນຍາ​ໄວ້​ດ້ວຍ​ຄຳປະຕິຍານ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ໂດຍ​ກຳຈັດ​ສັດຕູ​ທັງໝົດ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ອອກ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.

ໃນ​ອະນາຄົດ, ເມື່ອ​ລູກ​ຫລານ​ຂອງ​ພວກເຈົ້າ​ຖາມ​ພວກເຈົ້າ​ເຖິງ “ຂໍ້ກຳນົດ, ຂໍ້​ຄຳສັ່ງ ແລະ ກົດບັນຍັດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ສັ່ງ​ໄວ້​ນີ້​ມີ​ຄວາມໝາຍ​ວ່າ​ຢ່າງໃດ?” ຈົ່ງ​ບອກ​ພວກເຂົາ​ວ່າ: “ພວກເຮົາ​ເຄີຍ​ເປັນ​ຂ້າທາດ​ຂອງ​ຟາໂຣ​ຢູ່​ໃນ​ປະເທດ​ເອຢິບ, ແຕ່​ພຣະເຈົ້າຢາເວ​ນຳເອົາ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ມື​ອັນ​ລິດອຳນາດ​ຂອງ​ພຣະອົງ. ພຣະເຈົ້າຢາເວ​ເຮັດ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຍິ່ງໃຫຍ່​ທີ່​ໜ້າຢ້ານກົວ​ແກ່​ຊາວ​ເອຢິບ ແລະ ແກ່​ຟາໂຣ​ລວມທັງ​ເຊື້ອວົງ​ທັງປວງ​ຂອງ​ລາວ​ຕໍ່ໜ້າຕໍ່ຕາ​ພວກເຮົາ. ແຕ່​ພຣະອົງ​ນຳ​ເຮົາ​ອອກ​ມາ​ຈາກ​ທີ່​ນັ້ນ​ເຂົ້າ​ສູ່​ດິນແດນ​ນີ້ ແລະ ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຮົາ​ຕາມ​ທີ່​ສັນຍາ​ໄວ້​ດ້ວຍ​ຄຳປະຕິຍານ​ຕໍ່​ບັນພະບຸລຸດ​ຂອງ​ພວກເຮົາ. ພຣະເຈົ້າຢາເວ​ສັ່ງ​ໃຫ້​ພວກເຮົາ​ເຊື່ອຟັງ​ຂໍ້​ຄຳສັ່ງ​ທັງໝົດ​ເຫລົ່ານີ້ ແລະ ໃຫ້​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ ມີ​ຊີວິດ​ຢູ່​ເໝືອນດັ່ງ​ໃນ​ກໍລະນີ​ວັນ​ນີ້. ແລະ ຖ້າ​ພວກເຮົາ​ເຊື່ອຟັງ​ຢ່າງ​ເອົາໃຈໃສ່​ກົດບັນຍັດ​ທັງໝົດ​ນີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ແລ້ວ​ນັ້ນ, ຄວາມຊອບທຳ​ກໍ​ຈະ​ເປັນ​ຂອງ​ພວກເຮົາ”.

Source notes (1)
  1. Footnote ຫລື ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຮົາ​ເປັນ​ພຣະເຈົ້າຢາເວ​ແຕ່​ພຽງ​ອົງ​ດຽວ ຫລື ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ ພຣະເຈົ້າຢາເວ​ເປັນ​ໜຶ່ງ ຫລື ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ເຮົາ​ແຕ່​ຜູ້ດຽວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.