Biblica® Open Lao Contemporary Version
ພຣະບັນຍັດສອງ 5
ພຣະບັນຍັດສິບປະການ
(ອພຍ 20:1-17)
ໂມເຊໄດ້ເອີ້ນຊາວອິດສະຣາເອນທັງໝົດມາປະຊຸມກັນ ແລະ ໄດ້ກ່າວວ່າ:
ຊາວອິດສະຣາເອນ, ຈົ່ງຟັງດຳລັດ ແລະ ກົດບັນຍັດທີ່ຂ້າພະເຈົ້າປະກາດແກ່ພວກເຈົ້າວັນນີ້. ຈົ່ງຮຽນຮູ້ກ່ຽວກັບດຳລັດ ແລະ ກົດບັນຍັດ ແລ້ວປະຕິບັດຕາມດຳລັດ ແລະ ກົດບັນຍັດຢ່າງເຄັ່ງຄັດ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ເຮັດພັນທະສັນຍາກັບພວກເຮົາຢູ່ທີ່ພູເຂົາໂຮເຣັບ. ພຣະເຈົ້າຢາເວບໍ່ໄດ້ເຮັດພັນທະສັນຍານີ້ກັບບັນພະບຸລຸດຂອງພວກເຮົາເທົ່ານັ້ນ, ແຕ່ໄດ້ເຮັດກັບພວກເຮົາ, ພ້ອມກັບພວກເຮົາທຸກຄົນທີ່ມີຊີວິດຢູ່ທີ່ນີ້ໃນວັນນີ້. ພຣະເຈົ້າຢາເວໄດ້ກ່າວອອກມາຈາກໄຟຕໍ່ໜ້າຕໍ່ຕາພວກເຈົ້າຢູ່ເທິງພູເຂົານັ້ນ. (ໃນເວລານັ້ນຂ້າພະເຈົ້າເປັນຄົນຢືນຢູ່ທາງກາງລະຫວ່າງພຣະເຈົ້າຢາເວກັບພວກເຈົ້າເພື່ອປະກາດຖ້ອຍຄຳຂອງພຣະເຈົ້າຢາເວແກ່ພວກເຈົ້າ, ເພາະພວກເຈົ້າຢ້ານໄຟ ແລະ ບໍ່ໄດ້ຂຶ້ນໄປເທິງພູເຂົາ).
ແລະ ພຣະອົງໄດ້ກ່າວວ່າ:
“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກເອຢິບ, ຈາກດິນແດນແຫ່ງການເປັນຂ້າທາດ.
“ຢ່າມີພະອື່ນຕໍ່ໜ້າເຮົາ.1
ຢ່າສ້າງຮູບເຄົາລົບສຳລັບຕົນເອງ ເປັນຮູບສິ່ງໃດສິ່ງໜຶ່ງທີ່ຢູ່ໃນຟ້າສະຫວັນເບື້ອງເທິງ ຫລື ແຜ່ນດິນໂລກເບື້ອງລຸ່ມ ຫລື ໃນນ້ຳເບື້ອງລຸ່ມ. ພວກເຈົ້າຢ່າກົ້ມຫົວລົງ ຫລື ກາບໄຫວ້ພະເຫລົ່ານັ້ນ; ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາເປັນພຣະເຈົ້າຜູ້ຫຶງຫວງ, ເຮົາຈະລົງໂທດລູກຫລານຂອງພວກເຂົາເພາະຄວາມບາບຂອງພໍ່ແມ່ຜູ້ທີ່ກຽດຊັງເຮົາເຖິງສາມສີ່ຊົ່ວອາຍຸຄົນ, ແຕ່ເຮົາຈະສະແດງຄວາມຮັກຕໍ່ລູກຫລານຂອງຜູ້ທີ່ຮັກເຮົາ ແລະ ປະຕິບັດຕາມພຣະບັນຍັດຂອງເຮົາຕະຫລອດເຖິງພັນຊົ່ວອາຍຸຄົນ.
ຢ່າໃຊ້ນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທາງທີ່ຜິດ, ເພາະພຣະເຈົ້າຢາເວຈະລົງໂທດຜູ້ທີ່ໃຊ້ນາມຂອງພຣະອົງ.
ຈົ່ງຖືຮັກສາວັນຊະບາໂຕ2 ໂດຍການສະຫງວນວັນນັ້ນໄວ້ໃຫ້ເປັນວັນສັກສິດຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້. ມີຫົກວັນທີ່ພວກເຈົ້າຈະຕ້ອງເຮັດວຽກ ແລະ ຈົ່ງເຮັດວຽກທັງໝົດຂອງພວກເຈົ້າ, ແຕ່ໃນວັນທີເຈັດເປັນວັນຊະບາໂຕແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າເຮັດວຽກໃດໆໃນວັນນັ້ນ ບໍ່ວ່າພວກເຈົ້າເອງ, ລູກຊາຍ ຫລື ລູກສາວ ຫລື ຂ້າທາດຊາຍຍິງ, ຫລື ງົວ, ລໍ ຫລື ສັດໃດໆຂອງພວກເຈົ້າ ຫລື ຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ, ເພື່ອວ່າຂ້າທາດຊາຍຍິງຂອງພວກເຈົ້າຈະໄດ້ພັກຜ່ອນເຊັ່ນດຽວກັນກັບພວກເຈົ້າ. ຈົ່ງລະນຶກວ່າພວກເຈົ້າເຄີຍເປັນຂ້າທາດຢູ່ໃນເອຢິບ ແລະ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າອອກມາໂດຍມືອັນມີລິດອຳນາດຍິ່ງໃຫຍ່ ແລະ ຍື່ນແຂນອອກ. ເຫດສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງໄດ້ສັ່ງພວກເຈົ້າໃຫ້ຖືຮັກສາວັນຊະບາໂຕ.
ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງພວກເຈົ້າຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້, ເພື່ອພວກເຈົ້າຈະມີຊີວິດຍືນຍາວ ແລະ ຢູ່ເຢັນເປັນສຸກໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ.
ຢ່າຂ້າຄົນ.
ຢ່າຫລິ້ນຊູ້.
ຢ່າລັກ.
ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານຂອງຕົນ.
ຢ່າຢາກໄດ້ເມຍຂອງເພື່ອນບ້ານຂອງຕົນ. ຢ່າຢາກໄດ້ເຮືອນ ຫລື ທີ່ດິນຂອງເພື່ອນບ້ານຂອງຕົນ, ຢ່າຢາກໄດ້ຂ້າທາດຊາຍ ຫລື ຍິງຂອງລາວ, ງົວ ຫລື ລໍ ຫລື ສິ່ງໃດທີ່ເປັນຂອງເພື່ອນບ້ານຂອງຕົນ”.
ທັງໝົດນີ້ຄືພຣະບັນຍັດທີ່ພຣະເຈົ້າຢາເວໄດ້ປະກາດດ້ວຍສຽງດັງອອກມາຈາກໄຟ, ຈາກເມກ ແລະ ຈາກຄວາມມືດອັນຕຶບໜາແກ່ພວກເຈົ້າທັງໝົດຢູ່ເທິງພູເຂົານັ້ນ ແລະ ພຣະອົງບໍ່ໄດ້ເພີ່ມເຕີມສິ່ງໃດອີກ. ຫລັງຈາກນັ້ນ ພຣະອົງໄດ້ຂຽນພຣະບັນຍັດນັ້ນໄວ້ເທິງແຜ່ນຫີນສອງແຜ່ນ ແລະ ໄດ້ມອບແຜ່ນຫີນເຫລົ່ານັ້ນໃຫ້ແກ່ຂ້າພະເຈົ້າ.
ເມື່ອພວກເຈົ້າໄດ້ຍິນສຽງອອກຈາກຄວາມມືດອັນຕຶບໜາ, ຂະນະທີ່ພູເຂົາມີແປວໄຟລຸກກ້າຢູ່ນັ້ນ, ບັນດາຫົວໜ້າຂອງເຜົ່າຕ່າງໆ ແລະ ບັນດາຜູ້ອາວຸໂສທັງໝົດຂອງພວກເຈົ້າກໍໄດ້ມາຫາຂ້າພະເຈົ້າ. ແລະ ພວກເຈົ້າໄດ້ກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສະແດງສະຫງ່າລາສີ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພວກເຮົາກໍໄດ້ຍິນສຽງຂອງພຣະອົງຈາກແປວໄຟ. ວັນນີ້ພວກເຮົາໄດ້ເຫັນວ່າເຖິງແມ່ນວ່າພຣະເຈົ້າໄດ້ເວົ້າກັບ ແຕ່ມະນຸດຍັງມີຊີວິດຢູ່. ແຕ່ບັດນີ້, ດ້ວຍເຫດໃດພວກເຮົາຈະຕ້ອງຕາຍ? ແປວໄຟອັນໜ້າຢ້ານນີ້ຈະເຜົາພວກເຮົາຈົນເປັນຂີ້ເຖົ່າ, ພວກເຮົາຈະຕ້ອງຕາຍແທ້ໆຖ້າພວກເຮົາໄດ້ຍິນສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕໍ່ໄປອີກ. ມີມະນຸດຄົນໃດທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າຜູ້ດຳລົງຢູ່ກ່າວອອກມາຈາກແປວໄຟ ເໝືອນດັ່ງພວກເຮົາໄດ້ຍິນແລ້ວຍັງມີຊີວິດຢູ່? ພວກເຈົ້າຈົ່ງເຂົ້າໄປໃກ້ ແລະ ຟັງທຸກຢ່າງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເວົ້າ. ແລ້ວກັບມາບອກພວກເຮົາເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຮົາຈະຟັງ ແລະ ປະຕິບັດຕາມ”.
ພຣະເຈົ້າຢາເວໄດ້ຍິນສິ່ງທີ່ພວກເຈົ້າເວົ້າກັບຂ້າພະເຈົ້າ ແລະ ພຣະເຈົ້າຢາເວກໍໄດ້ກ່າວກັບຂ້າພະເຈົ້າວ່າ, “ເຮົາໄດ້ຍິນສິ່ງທີ່ຄົນເຫລົ່ານີ້ເວົ້າກັບເຈົ້າແລ້ວ. ທຸກສິ່ງທີ່ພວກເຂົາເວົ້ານັ້ນດີແລ້ວ. ເຮົາຢາກໃຫ້ພວກເຂົາມີຈິດໃຈຢ່າງນີ້ຕະຫລອດໄປຄືຢຳເກງເຮົາ ແລະ ປະຕິບັດຕາມຄຳສັ່ງທັງໝົດຂອງເຮົາ, ເພື່ອວ່າທຸກຢ່າງຈະເປັນຜົນດີສຳລັບພວກເຂົາ ແລະ ລູກຫລານຂອງພວກເຂົາຕະຫລອດໄປ!
“ຈົ່ງໄປບອກພວກເຂົາໃຫ້ກັບໄປທີ່ເຕັນຂອງພວກເຂົາ. ແຕ່ພວກເຈົ້າຈົ່ງພັກຢູ່ກັບເຮົາບ່ອນນີ້ ເພື່ອເຮົາຈະມອບຂໍ້ຄຳສັ່ງ, ກົດເກນ ແລະ ກົດບັນຍັດທັງໝົດໃຫ້ແກ່ພວກເຈົ້າ, ພວກເຈົ້າຈົ່ງສັ່ງສອນພວກເຂົາໃຫ້ປະຕິບັດຕາມໃນດິນແດນທີ່ເຮົາກຳລັງມອບໃຫ້ພວກເຂົາຄອບຄອງນັ້ນ”.
ດັ່ງນັ້ນ ຈົ່ງເອົາໃຈໃສ່ເຮັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້; ຢ່າຫັນອອກໄປຂ້າງຂວາ ຫລື ຂ້າງຊ້າຍ. ຈົ່ງດຳເນີນຊີວິດດ້ວຍການເຊື່ອຟັງຂໍ້ຄຳສັ່ງທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້, ເພື່ອພວກເຈົ້າຈະມີຊີວິດຍືນຍາວ ແລະ ຈະເລີນຮຸ່ງເຮືອງໃນດິນແດນທີ່ພວກເຈົ້າຈະເຂົ້າຄອບຄອງ.
Source notes (2)
- Footnote ຫລື ນອກເໜືອຈາກເຮົາ
- Footnote ແປວ່າ ວັນພັກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.