Biblica® Open Lao Contemporary Version
ພຣະບັນຍັດສອງ 4
ຄຳສັ່ງໃຫ້ເຊື່ອຟັງ
ຊາວອິດສະຣາເອນ, ບັດນີ້ຈົ່ງເຊື່ອຟັງດຳລັດ ແລະ ກົດບັນຍັດ ເຊິ່ງຂ້າພະເຈົ້າກຳລັງຈະສອນພວກເຈົ້າ. ຈົ່ງປະຕິບັດຕາມສິ່ງເຫລົ່ານັ້ນເພື່ອວ່າພວກເຈົ້າຈະມີຊີວິດຢູ່ ແລະ ຈະໄດ້ເຂົ້າໄປຄອບຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າມອບໃຫ້ພວກເຈົ້າ. ຢ່າເພີ່ມເຕີມ ຫລື ຕັດອອກຂໍ້ຄວາມໃດໆໃນກົດບັນຍັດທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້ານັ້ນ, ແຕ່ຈົ່ງປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ຂ້າພະເຈົ້າມອບໃຫ້ແກ່ພວກເຈົ້າ.
ພວກເຈົ້າກໍໄດ້ເຫັນກັບຕາຂອງພວກເຈົ້າແລ້ວເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກະທຳຢູ່ທີ່ບາອານເປອໍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ທຳລາຍທຸກຄົນທ່າມກາງພວກເຈົ້າຜູ້ທີ່ຕິດຕາມພະບາອານແຫ່ງເປອໍ, ແຕ່ທຸກຄົນທີ່ຢຶດໝັ້ນໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແມ່ນຍັງມີຊີວິດຢູ່ຈົນເຖິງທຸກວັນນີ້.
ເບິ່ງແມ, ຂ້າພະເຈົ້າໄດ້ສອນດຳລັດ ແລະ ກົດບັນຍັດຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ສັ່ງຂ້າພະເຈົ້າ, ເພື່ອວ່າພວກເຈົ້າຈະປະຕິບັດຕາມຂໍ້ຄຳສັ່ງດັ່ງກ່າວໃນດິນແດນທີ່ພວກເຈົ້າຈະເຂົ້າໄປຄອບຄອງ. ຈົ່ງປະຕິບັດຂໍ້ຄຳສັ່ງ ແລະ ກົດບັນຍັດຢ່າງເຄັ່ງຄັດ, ເພາະສິ່ງນີ້ຈະສະແດງສະຕິປັນຍາ ແລະ ຄວາມເຂົ້າໃຈຂອງພວກເຈົ້າໃຫ້ຊົນຊາດທັງຫລາຍ ຜູ້ທີ່ຈະໄດ້ຍິນກ່ຽວກັບຂໍ້ຄຳສັ່ງເຫລົ່ານີ້ ແລະ ຈະກ່າວວ່າ, “ຊົນຊາດຍິ່ງໃຫຍ່ນີ້ເປັນຜູ້ທີ່ມີປັນຍາ ແລະ ມີຄວາມເຂົ້າໃຈແທ້ໆ”. ມີຊາດອື່ນໃດທີ່ຈະຍິ່ງໃຫຍ່ຂະໜາດທີ່ມີພຣະເຈົ້າຂອງພວກເຂົາຢູ່ໃກ້ຊິດຢ່າງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຢູ່ໃກ້ຊິດພວກເຮົາທຸກຄັ້ງທີ່ພວກເຮົາອະທິຖານຫາພຣະອົງ? ແລະ ມີຊາດໃດທີ່ຈະຍິ່ງໃຫຍ່ຂະໜາດມີດຳລັດ ແລະ ກົດບັນຍັດອັນຊອບທຳເໝືອນກົດບັນຍັດທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້?
ແຕ່ຈົ່ງລະມັດລະວັງໃຫ້ດີ ແລະ ເຝົ້າເບິ່ງຕົນເອງຢ່າງໃກ້ຊິດ ເພື່ອວ່າພວກເຈົ້າຈະບໍ່ຫລົງລືມສິ່ງທີ່ພວກເຈົ້າໄດ້ເຫັນກັບຕາ ຫລື ບໍ່ປ່ອຍໃຫ້ສິ່ງເຫລົ່ານີ້ຈືດຈາງໄປຈາກໃຈຂອງພວກເຈົ້າຕາບຊົ່ວຊີວິດຂອງພວກເຈົ້າ. ຈົ່ງສອນລູກຫລານຂອງພວກເຈົ້າສືບຕໍ່ກັນໄປ. ຈົ່ງລະນຶກເຖິງວັນທີ່ພວກເຈົ້າຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທັງຫລາຍຢູ່ທີ່ພູເຂົາໂຮເຣັບ, ເມື່ອພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງເອີ້ນປະຊາຊົນມາຊຸມນຸມຕໍ່ໜ້າເຮົາ ເພື່ອຟັງຖ້ອຍຄຳຂອງເຮົາ ເພື່ອວ່າພວກເຂົາຈະຮຽນຮູ້ທີ່ຈະຢຳເກງເຮົາຕາບທີ່ພວກເຂົາຍັງມີຊີວິດຢູ່ໃນແຜ່ນດິນນີ້ ແລະ ເພື່ອວ່າພວກເຂົາຈະໄດ້ສອນບັນດາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົານັ້ນໃຫ້ແກ່ລູກຫລານຂອງພວກເຂົາ”. ພວກເຈົ້າທັງຫລາຍໄດ້ເຂົ້າມາໃກ້ ແລະ ຢືນຢູ່ທີ່ຕີນພູ ເຊິ່ງມີແປວໄຟລຸກກ້າຂຶ້ນສູ່ທ້ອງຟ້າ, ພ້ອມດ້ວຍເມກດຳ ແລະ ຄວາມມືດອັນຕຶບໜາ. ແລ້ວພຣະເຈົ້າຢາເວກໍກ່າວກັບພວກເຈົ້າຈາກເປວໄຟ. ພວກເຈົ້າໄດ້ຍິນຖ້ອຍຄຳ ແຕ່ບໍ່ໄດ້ເຫັນຮູບຮ່າງຂອງພຣະອົງ; ມີແຕ່ສຽງຂອງພຣະອົງເທົ່ານັ້ນ. ພຣະອົງໄດ້ປະກາດພັນທະສັນຍາຂອງພຣະອົງ, ນັ້ນຄື ພຣະບັນຍັດສິບປະການທີ່ພຣະອົງໄດ້ສັ່ງພວກເຈົ້າໃຫ້ປະຕິບັດຕາມ ແລ້ວກໍໄດ້ຂຽນລົງໄວ້ເທິງແຜ່ນຫີນສອງແຜ່ນ. ໃນເວລານັ້ນເອງ ພຣະເຈົ້າຢາເວກໍໄດ້ສັ່ງໃຫ້ຂ້າພະເຈົ້າສອນດຳລັດ ແລະ ກົດບັນຍັດທີ່ພວກເຈົ້າຈະຕ້ອງປະຕິບັດຕາມໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນໄປເພື່ອຄອບຄອງນັ້ນ.
ຫ້າມກາບໄຫວ້ຮູບເຄົາລົບ
ພວກເຈົ້າບໍ່ໄດ້ເຫັນຮູບຮ່າງໃດໆຂອງພຣະເຈົ້າຢາເວໃນວັນທີ່ພຣະອົງໄດ້ກ່າວກັບພວກເຈົ້າຈາກແປວໄຟຢູ່ທີ່ພູເຂົາໂຮເຣັບ. ເຫດສະນັ້ນ ຈົ່ງລະມັດລະວັງພວກເຈົ້າເອງໃຫ້ດີ, ເພື່ອວ່າພວກເຈົ້າຈະບໍ່ເສື່ອມຊາມ ແລະ ສ້າງຮູບເຄົາລົບຂຶ້ນມາເພື່ອພວກເຈົ້າເອງ, ບໍ່ວ່າຈະເປັນຮູບປັ້ນລັກສະນະໃດໆກໍຕາມ ບໍ່ວ່າຈະມີລັກສະນະເໝືອນຜູ້ຊາຍ ຫລື ແມ່ຍິງ, ຫລື ເໝືອນສັດຕ່າງໆໃນແຜ່ນດິນໂລກ ຫລື ນົກທີ່ບິນໃນອາກາດ, ຫລື ເໝືອນສັດເລືອຄານຕາມພື້ນດິນ ຫລື ເໝືອນປາທີ່ຢູ່ໃນນ້ຳເບື້ອງລຸ່ມ. ແລະ ເມື່ອພວກເຈົ້າເງີຍໜ້າຂຶ້ນເບິ່ງທ້ອງຟ້າ ແລະ ເຫັນດວງຕາເວັນ, ດວງເດືອນ ແລະ ດວງດາວນັ້ນ ທັງໝົດເປັນສິ່ງທີ່ຈັດໄວ້ໃນທ້ອງຟ້າ ຢ່າປ່ອຍໃຈໄປກາບໄຫວ້ສິ່ງເຫລົ່ານັ້ນ ແລະ ນະມັດສະການສິ່ງຕ່າງໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຈັດໄວ້ໃຫ້ຊົນຊາດອື່ນໆທັງໝົດທົ່ວໃຕ້ຟ້າແລ້ວ. ແຕ່ສ່ວນພວກເຈົ້າ, ພຣະເຈົ້າຢາເວໄດ້ນຳພວກເຈົ້າອອກມາຈາກເຕົາຫລອມເຫລັກຄື ອອກມາຈາກເອຢິບ ເພື່ອເປັນປະຊາຊົນແຫ່ງມໍລະດົກຂອງພຣະອົງ ເໝືອນຢ່າງທີ່ພວກເຈົ້າເປັນຢູ່ໃນເວລານີ້.
ພຣະເຈົ້າຢາເວໄດ້ໃຈຮ້າຍໃຫ້ຂ້າພະເຈົ້າເພາະພວກເຈົ້າ ແລະ ພຣະອົງໄດ້ປະຕິຍານຢ່າງໜັກແໜ້ນວ່າ ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນເຂົ້າສູ່ດິນແດນອັນອຸດົມສົມບູນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ເປັນມໍລະດົກຂອງພວກເຈົ້າ. ຂ້າພະເຈົ້າຈະຕາຍຢູ່ໃນດິນແດນນີ້, ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ; ແຕ່ພວກເຈົ້າກຳລັງຈະຂ້າມໄປຄອບຄອງດິນແດນອັນອຸດົມສົມບູນນັ້ນ. ຈົ່ງລະມັດລະວັງ ຢ່າລືມພັນທະສັນຍາທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໄວ້ກັບພວກເຈົ້າ; ຢ່າສ້າງຮູບເຄົາລົບເປັນຮູບລັກສະນະໃດໆໃຫ້ກັບຕົນເອງ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງຫ້າມໄວ້. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ທຳລາຍດ້ວຍໄຟ ແລະ ເປັນພຣະເຈົ້າຜູ້ຫຶງຫວງ.
ຫລັງຈາກທີ່ພວກເຈົ້າມີລູກກັບຫລານ ແລະ ໄດ້ອາໄສຢູ່ໃນດິນແດນນັ້ນດົນຍານ ຖ້າພວກເຈົ້າກາຍມາເປັນຜູ້ທີ່ເສື່ອມຊາມລົງຈົນສ້າງຮູບເຄົາລົບຕ່າງໆທີ່ເປັນການກະທຳທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຍົວະໃຫ້ຄວາມໃຈຮ້າຍຂອງພຣະອົງເກີດຂຶ້ນນັ້ນ, ວັນນີ້ຂ້າພະເຈົ້າຂໍໃຫ້ຟ້າສະຫວັນເປັນພະຍານວ່າບໍ່ດົນພວກເຈົ້າຈະຈິບຫາຍຈາກດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນເຂົ້າໄປຄອບຄອງນັ້ນ. ພວກເຈົ້າຈະຢູ່ທີ່ນັ້ນໄດ້ບໍ່ດົນ ແລະ ຈະຈິບຫາຍໄປຢ່າງແນ່ນອນ. ພຣະເຈົ້າຢາເວຈະຂັບໄລ່ພວກເຈົ້າໃຫ້ກະຈັດກະຈາຍໄປຢູ່ທ່າມກາງຊົນຊາດຕ່າງໆ ແລະ ຈະຍັງມີພຽງຈຳນວນໜ້ອຍໜຶ່ງທີ່ມີຊີວິດຢູ່ທ່າມກາງຊົນຊາດຕ່າງໆທີ່ພຣະເຈົ້າຢາເວຈະຂັບໄລ່ພວກເຈົ້າອອກໄປ. ຢູ່ທີ່ນັ້ນ ພວກເຈົ້າຈະກາບໄຫວ້ບັນດາພະທີ່ມະນຸດສ້າງຂຶ້ນມາຈາກໄມ້ ແລະ ຈາກຫີນ, ເຊິ່ງບໍ່ສາມາດເບິ່ງເຫັນໄດ້ ຫລື ໄດ້ຍິນ ຫລື ກິນໄດ້ ຫລື ດົມອັນໃດກໍບໍ່ໄດ້. ແຕ່ຖ້າພວກເຈົ້າສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນ, ພວກເຈົ້າກໍຈະພົບພຣະອົງຖ້າພວກເຈົ້າສະແຫວງຫາພຣະອົງຢ່າງສຸດຈິດສຸດໃຈ. ເມື່ອພວກເຈົ້າຢູ່ໃນຄວາມທຸກລຳບາກ ແລະ ເມື່ອສິ່ງທັງໝົດເຫລົ່ານີ້ເກີດຂຶ້ນແກ່ພວກເຈົ້າ, ແລ້ວເວລາຕໍ່ມາ ພວກເຈົ້າກໍຈະຫວນກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເຊື່ອຟັງພຣະອົງ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນພຣະເຈົ້າຜູ້ເມດຕາ ພຣະອົງຈະບໍ່ປະຖິ້ມ ຫລື ທຳລາຍພວກເຈົ້າ ຫລື ລືມພັນທະສັນຍາທີ່ໄດ້ໃຫ້ໄວ້ກັບບັນພະບຸລຸດຂອງພວກເຈົ້າ ເຊິ່ງພຣະອົງໄດ້ຢືນຢັນກັບພວກເຂົາໂດຍຄຳປະຕິຍານນັ້ນ.
ພຣະເຈົ້າຢາເວເປັນພຣະເຈົ້າ
ບັດນີ້ ຈົ່ງຖາມກ່ຽວກັບວັນເກົ່າທີ່ຜ່ານມາ, ດົນກ່ອນສະໄໝຂອງພວກເຈົ້າ, ຕັ້ງແຕ່ພຣະເຈົ້າສ້າງມະນຸດໄວ້ໃນແຜ່ນດິນໂລກ; ຈົ່ງຖາມຈາກຟ້າສະຫວັນເບື້ອງນີ້ເຖິງຟ້າສະຫວັນເບື້ອງນັ້ນ. ເຄີຍມີອັນໃດທີ່ຍິ່ງໃຫຍ່ຢ່າງນີ້ເກີດຂຶ້ນມາກ່ອນບໍ ຫລື ມີຜູ້ໃດເຄີຍໄດ້ຍິນຢ່າງນີ້ບໍ? ມີຊາດໃດທີ່ຍັງມີຊີວິດຢູ່ຫລັງຈາກໄດ້ຍິນສຽງຂອງພຣະເຈົ້າກ່າວອອກມາຈາກແປວໄຟແລ້ວຫລັງຈາກນັ້ນກໍຍັງມີຊີວິດເໝືອນກັບພວກເຈົ້າ? ມີພະໃດແດ່ທີ່ຈະນຳຊົນຊາດໜຶ່ງອອກມາຈາກອີກຊົນຊາດໜຶ່ງເພື່ອໃຫ້ມາເປັນຊົນຊາດຂອງຕົນເອງໂດຍການທົດສອບ, ໂດຍໝາຍສຳຄັນ ແລະ ການອັດສະຈັນ, ໂດຍສົງຄາມ, ໂດຍມືອັນມີລິດອຳນາດ ແລະ ໂດຍການເດ່ແຂນອອກ ຫລື ໂດຍການກະທຳອັນຍິ່ງໃຫຍ່ ແລະ ເປັນຕາຢ້ານ ເໝືອນດັ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກະທຳເພື່ອພວກເຈົ້າໃນເອຢິບຕໍ່ໜ້າຕໍ່ຕາພວກເຈົ້າ?
ພຣະອົງໄດ້ສະແດງສິ່ງເຫລົ່ານີ້ເພື່ອໃຫ້ພວກເຈົ້າຮູ້ຈັກວ່າພຣະເຈົ້າຢາເວເປັນພຣະເຈົ້າ; ນອກຈາກພຣະອົງແລ້ວບໍ່ມີພະອື່ນໃດ. ຈາກຟ້າສະຫວັນພຣະອົງໄດ້ເຮັດໃຫ້ພວກເຈົ້າໄດ້ຍິນສຽງຂອງພຣະອົງເພື່ອຝຶກຝົນພວກເຈົ້າ. ເທິງແຜ່ນດິນໂລກພຣະອົງໄດ້ສະແດງໃຫ້ພວກເຈົ້າເຫັນໄຟອັນຍິ່ງໃຫຍ່ຂອງພຣະອົງ ແລະ ພວກເຈົ້າໄດ້ຍິນຖ້ອຍຄຳຂອງພຣະອົງອອກມາຈາກໄຟນັ້ນ. ເນື່ອງຈາກວ່າພຣະອົງຮັກບັນພະບຸລຸດຂອງພວກເຈົ້າ ແລະ ໄດ້ເລືອກເຊື້ອສາຍຂອງພວກເຂົາ, ພຣະອົງຈຶ່ງໄດ້ນຳເອົາພວກເຈົ້າອອກມາຈາກປະເທດເອຢິບດ້ວຍການສະຖິດຢູ່ຂອງພຣະອົງ ແລະ ດ້ວຍກຳລັງອັນເຂັ້ມແຂງຂອງພຣະອົງ. ເພື່ອຂັບໄລ່ຊົນຊາດຕ່າງໆທີ່ໃຫຍ່ກວ່າ ແລະ ເຂັ້ມແຂງກວ່າພວກເຈົ້າອອກໄປ ແລ້ວນຳເອົາພວກເຈົ້າເຂົ້າໄປຢູ່ໃນດິນແດນຂອງພວກເຂົາ ເພື່ອມອບໃຫ້ເປັນມໍລະດົກຂອງພວກເຈົ້າເໝືອນດັ່ງທີ່ເປັນຢູ່ໃນວັນນີ້.
ວັນນີ້ຈົ່ງຮັບຮູ້ ແລະ ຈື່ຈຳໃສ່ໃຈໄວ້ວ່າພຣະເຈົ້າຢາເວເປັນພຣະເຈົ້າຂອງພວກເຈົ້າທັງໃນຟ້າສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກເບື້ອງລຸ່ມ. ບໍ່ມີພະອື່ນໃດ. ຈົ່ງປະຕິບັດຕາມດຳລັດ ແລະ ຄຳສັ່ງຂອງພຣະອົງ ເຊິ່ງຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້, ເພື່ອວ່າພວກເຈົ້າກັບລູກຫລານຂອງພວກເຈົ້າຈະຢູ່ເຢັນເປັນສຸກ ແລະ ອາໄສຢູ່ຢ່າງດົນນານໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າຕະຫລອດໄປ.
ບັນດາເມືອງລີ້ໄພ
(ຈບຊ 35:6-34; ພບຍ 19:1-14; ຢຊ 20:1-9)
ຫລັງຈາກນັ້ນ ໂມເຊກໍໄດ້ກຳນົດເອົາສາມເມືອງຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ, ເພື່ອເປັນເມືອງລີ້ໄພຂອງຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາ ແລະ ບໍ່ໄດ້ຄິດຮ້າຍໄວ້ລ່ວງໜ້າ. ພວກເຂົາສາມາດເຂົ້າໄປຢູ່ໃນເມືອງໃດເມືອງໜຶ່ງຂອງບັນດາເມືອງເຫລົ່ານີ້ເພື່ອຄວາມປອດໄພໃນຊີວິດຂອງຕົນໄວ້. ບັນດາເມືອງຕ່າງໆເຫລົ່ານີ້ມີຄື: ເຜົ່າຣູເບັນໃຫ້ລີ້ໄພຢູ່ທີ່ເມືອງເບເຊເທິງທົ່ງພຽງສູງໃນຖິ່ນແຫ້ງແລ້ງກັນດານ, ເຜົ່າກາດໃຫ້ລີ້ໄພຢູ່ທີ່ເມືອງຣາໂມດໃນກີເລອາດ ແລະ ເຜົ່າມານາເຊໄປໃຫ້ລີ້ໄພຢູ່ທີ່ເມືອງໂກລານໃນບາຊານ.
ການແນະນຳກົດບັນຍັດ
ນີ້ຄືກົດບັນຍັດທີ່ໂມເຊໄດ້ມອບໃຫ້ຊາວອິດສະຣາເອນ. ເປັນຂໍ້ກຳນົດ, ດຳລັດ ແລະ ກົດບັນຍັດທີ່ໂມເຊໄດ້ມອບໃຫ້ພວກເຂົາເມື່ອເວລາທີ່ພວກເຂົາອອກມາຈາກເອຢິບ ແລະ ມາຢູ່ທີ່ຮ່ອມພູໃກ້ເບັດເປອໍ ດ້ານຕາເວັນອອກຂອງແມ່ນ້ຳຈໍແດນ, ໃນດິນແດນທີ່ເຄີຍເປັນຂອງກະສັດສີໂຫນຊາວອາໂມ ຜູ້ທີ່ໄດ້ປົກຄອງໃນເຮັດຊະໂບນ ແລ້ວໂມເຊ ແລະ ຊາວອິດສະຣາເອນກໍໄດ້ຕີຊະນະໃນຂະນະທີ່ພວກເຂົາອອກມາຈາກເອຢິບ. ພວກເຂົາໄດ້ຢຶດຄອງດິນແດນຂອງກະສັດໂອກແຫ່ງບາຊານ, ກະສັດທັງສອງຂອງຊາວອາໂມທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ. ດິນແດນນີ້ຂະຫຍາຍອອກໄປຈາກອາໂຣເອໃນເຂດແດນຂອງແມ່ນ້ຳອາກໂນນໄປຈົນເຖິງພູສີຣິໂອນ1 (ຄືເຮີໂມນ), ແລະ ລວມທັງດິນແດນອາຣາບາທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນຈົນເຖິງທະເລຕາຍ2 ແຖບຕີນພູປິສະກາ.
Source notes (2)
- Footnote ພາສາເຮັບເຣີວ່າ ສີໂຢນ
- Footnote ພາສາເຮັບເຣີວ່າ ທະເລອາຣາບາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.