Biblica® Open Lao Contemporary Version
ພຣະບັນຍັດສອງ 3
ການພ່າຍແພ້ຂອງກະສັດໂອກແຫ່ງບາຊານ
ຕໍ່ມາພວກເຮົາໄດ້ກັບຄືນມາ ແລະ ໄດ້ຂຶ້ນໄປຕາມເສັ້ນທາງສູ່ບາຊານ, ແລະ ກະສັດໂອກແຫ່ງບາຊານໄດ້ຍົກເອົາກອງທັບທັງໝົດຂຶ້ນມາສູ້ຮົບກັບພວກເຮົາຢູ່ທີ່ເອັດເຣອີ. ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຢ່າຢ້ານລາວເລີຍ ເພາະເຮົາໄດ້ມອບລາວພ້ອມກັບກອງທະຫານທັງໝົດຂອງລາວ ແລະ ດິນແດນຂອງລາວໄວ້ໃນມືຂອງພວກເຈົ້າແລ້ວ. ຈົ່ງເຮັດກັບລາວເໝືອນດັ່ງທີ່ໄດ້ເຮັດກັບສີໂຫນກະສັດຂອງຊາວອາໂມຜູ້ທີ່ປົກຄອງຢູ່ໃນເຮັດຊະໂບນນັ້ນ”.
ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບໂອກກະສັດແຫ່ງບາຊານ ແລະ ກອງທັບຂອງເພິ່ນທັງໝົດໄວ້ໃນມືຂອງພວກເຮົາເໝືອນກັນ. ພວກເຮົາໄດ້ຂ້າພວກເຂົາ, ບໍ່ມີຈັກຄົນທີ່ມີຊີວິດຢູ່. ໃນເວລານັ້ນພວກເຮົາໄດ້ຢຶດເອົາບັນດາເມືອງທັງໝົດຂອງເພິ່ນ. ມີເມືອງໜຶ່ງໃນບັນດາຫົກສິບເມືອງທີ່ພວກເຮົາບໍ່ໄດ້ຢຶດເອົາຈາກພວກເຂົາຄື ທົ່ວບໍລິເວນອັກໂກບ ເຊິ່ງເປັນອານາຈັກຂອງໂອກໃນບາຊານ. ເມືອງເຫລົ່ານີ້ເປັນເມືອງປ້ອມປ້ອງກັນທີ່ມີກຳແພງສູງພ້ອມດ້ວຍປະຕູ ແລະ ກອນປະຕູ, ແລ້ວມີໝູ່ບ້ານຫລາຍບ່ອນທີ່ບໍ່ມີກຳແພງ. ພວກເຮົາກໍໄດ້ທຳລາຍລ້າງ1ພວກເຂົາໝົດສິ້ນ, ເໝືອນດັ່ງທີ່ພວກເຮົາໄດ້ເຮັດກັບກະສັດສີໂຫນແຫ່ງເຮັດຊະໂບນ ຄືທຳລາຍລ້າງທຸກເມືອງ ທຳລາຍທັງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ. ແຕ່ພວກເຮົາຢຶດເອົາຝູງສັດພ້ອມທັງຊັບສິນທີ່ໄດ້ຈາກເມືອງຕ່າງໆມາເປັນຂອງພວກເຮົາ.
ໃນເວລານັ້ນ ພວກເຮົາໄດ້ຢຶດຄອງເຂດແດນທັງໝົດຈາກກະສັດທັງສອງຂອງຊາວອາໂມດິນແດນໃນຟາກຕາເວັນອອກຂອງແມ່ນ້ຳຈໍແດນ, ຈາກແມ່ນ້ຳອາກໂນນໄປຈົນເຖິງພູເຮີໂມນ. (ຊາວຊີໂດນໄດ້ເອີ້ນພູເຮີໂມນວ່າ ພູສີຣິໂອນ, ສ່ວນຊາວອາໂມເອີ້ນວ່າ ພູເສນີ). ພວກເຮົາໄດ້ຢຶດເອົາທຸກເມືອງທີ່ຢູ່ຕາມພູພຽງນັ້ນ, ພ້ອມທັງຢຶດເອົາກີເລອາດທັງໝົດ, ບາຊານທັງໝົດໄປໄກຈົນເຖິງເມືອງສາເລກາ ແລະ ເມືອງເອັດເຣອີຂອງອານາຈັກໂອກໃນບາຊານ. (ກະສັດໂອກແຫ່ງບາຊານເປັນຄົນເຣຟາອິມຄົນສຸດທ້າຍທີ່ເຫລືອຢູ່. ຕຽງຂອງເພິ່ນແມ່ນຕົບແຕ່ງດ້ວຍເຫລັກ ເຊິ່ງມີລວງຍາວຫລາຍກວ່າ 9 ສອກ ແລະ ກວ້າງ 4 ສອກ2. ຕຽງນີ້ຍັງຢູ່ທີ່ຣັບບາ ເຊິ່ງເປັນເມືອງໜຶ່ງຂອງຊາວອຳໂມນ).
ການແບ່ງດິນແດນ
ພວກເຮົາໄດ້ມອບດິນແດນທີ່ຢຶດມາໄດ້ໃນເວລານັ້ນໃຫ້ແກ່ເຜົ່າຣູເບັນ ແລະ ເຜົ່າກາດຄື ເຂດແດນທາງເໜືອຂອງອາໂຣເອຕັ້ງແຕ່ຮ່ອມພູອາກໂນນໄປ ທັງລວມເອົາເຄິ່ງໜຶ່ງຂອງເຂດພູດອຍກີເລອາດ ພ້ອມກັບເມືອງຕ່າງໆທີ່ຢູ່ໃນນັ້ນ. ສ່ວນດິນແດນກີເລອາດທີ່ເຫລືອ ແລະ ດິນແດນບາຊານທັງໝົດ ເຊິ່ງເມື່ອກ່ອນເປັນອານາຈັກຂອງກະສັດໂອກນັ້ນ, ຂ້າພະເຈົ້າໄດ້ມອບໃຫ້ແກ່ເຜົ່າມານາເຊເຄິ່ງເຜົ່າ. (ເຂດແດນອັກໂກບທັງໝົດໃນບາຊານນີ້ເຄີຍເປັນທີ່ຮູ້ຈັກກັນວ່າ ເປັນດິນແດນຂອງຊາວເຣຟາອິມ. ຢາອີທີ່ເປັນເຊື້ອສາຍຂອງມານາເຊ ໄດ້ຄອບຄອງເຂດແດນທັງໝົດຂອງອັກໂກບຈົນໄປເຖິງເຂດແດນຂອງຊາວເກຊູ ແລະ ຊາວມາອາກາ, ດິນແດນບາຊານໄດ້ຊື່ຕາມຊື່ຂອງລາວ, ດັ່ງນັ້ນ ຈຶ່ງເອີ້ນກັນວ່າຮັບໂວດຢາອີ3ມາຈົນເຖິງທຸກວັນນີ້). ແລະ ຂ້າພະເຈົ້າໄດ້ມອບດິນແດນກີເລອາດໃຫ້ແກ່ມາກີ. ສ່ວນເຜົ່າຣູເບັນ ແລະ ເຜົ່າກາດນັ້ນ ຂ້າພະເຈົ້າໄດມອບດິນແດນຈາກກີເລອາດລົງໄປຮອດແມ່ນ້ຳອາກໂນນ (ຖືເອົາທາງກາງຂອງແມ່ນ້ຳເປັນເຂດແດນ) ແລະ ລົງມາເຖິງແມ່ນ້ຳຢັບໂບກທີ່ເປັນແນວເຂດແດນຂອງຊາວອຳໂມນ. ເຂດແດນດ້ານຕາເວັນຕົກຄືແມ່ນ້ຳຈໍແດນໃນອາຣາບາ, ຈາກກິນເນເຣດຈົນເຖິງທະເລອາຣາບາ (ຄືທະເລຕາຍ), ເຊິ່ງຢູ່ດ້ານລຸ່ມຂອງເນີນພູປີສະກາ.
ໃນເວລານັ້ນຂ້າພະເຈົ້າສັ່ງເຜົ່າຣູເບັນ ເຜົ່າກາດ ແລະ ເຜົ່າມານາເຊເຄິ່ງເຜົ່າວ່າ: “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບດິນແດນຟາກຕາເວັນອອກຂອງແມ່ນ້ຳຈໍແດນໃຫ້ພວກເຈົ້າຄອບຄອງ. ແຕ່ຊາຍທີ່ແຂງແຮງທຸກຄົນໃນພວກເຈົ້າຕ້ອງຈັບອາວຸດນຳໜ້າພີ່ນ້ອງອິດສະຣາເອນຂ້າມແມ່ນ້ຳໄປສູ້ຮົບ. ເຖິງຢ່າງໃດກໍຕາມ, ບັນດາເມຍ ບັນດາລູກ ແລະ ຝູງສັດຂອງພວກເຈົ້ານັ້ນ (ຂ້າພະເຈົ້າຮູ້ຢູ່ວ່າພວກເຈົ້າມີຝູງສັດຈຳນວນຫລວງຫລາຍ) ອາດໃຫ້ຢູ່ໃນເມືອງຕ່າງໆທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າແລ້ວ, ຈົນກວ່າພຣະເຈົ້າຢາເວໃຫ້ພີ່ນ້ອງໄດ້ພັກສະຫງົບເໝືອນດັ່ງພວກເຈົ້າ ແລະ ພວກເຂົາກໍເໝືອນກັນໄດ້ຄອບຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາຢູ່ຟາກແມ່ນ້ຳຈໍແດນ. ຫລັງຈາກນັ້ນ ພວກເຈົ້າແຕ່ລະຄົນອາດກັບຄືນສູ່ດິນແດນທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າຄອບຄອງ”.
ຫ້າມບໍ່ໃຫ້ໂມເຊຂ້າມແມ່ນ້ຳຈໍແດນ
ໃນເວລານັ້ນຂ້າພະເຈົ້າໄດ້ສັ່ງໂຢຊວຍວ່າ: “ເຈົ້າກໍໄດ້ເຫັນກັບຕາແລ້ວເຖິງສິ່ງທັງໝົດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກະທຳແກ່ກະສັດທັງສອງຄົນນັ້ນ. ພຣະເຈົ້າຢາເວຈະກະທຳຢ່າງດຽວກັນຕໍ່ອານາຈັກທັງໝົດຢູ່ທີ່ນັ້ນ ບ່ອນທີ່ພວກເຈົ້າກຳລັງໄປ. ຢ່າຢ້ານພວກເຂົາ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເອງຈະຕໍ່ສູ້ເພື່ອພວກເຈົ້າ”.
ໃນເວລານັ້ນຂ້າພະເຈົ້າໄດ້ອ້ອນວອນຕໍ່ພຣະເຈົ້າຢາເວວ່າ: “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ພຣະອົງໄດ້ເລີ່ມສະແດງຄວາມຍິ່ງໃຫຍ່ ແລະ ມືອັນເຂັ້ມແຂງແກ່ຜູ້ຮັບໃຊ້ຂອງພຣະອົງແລ້ວ. ເພາະມີພະໃດແດ່ໃນທົ່ວສະຫວັນ ຫລື ແຜ່ນດິນໂລກທີ່ສາມາດກະທຳການຍິ່ງໃຫຍ່ເໝືອນພຣະອົງໄດ້? ຂໍໂຜດໃຫ້ຂ້ານ້ອຍໄດ້ຂ້າມໄປ ແລະ ໄດ້ເຫັນດິນແດນອັນອຸດົມສົມບູນຢູ່ທີ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນຄື ເຂດພູດອຍອັນງົດງາມ ແລະ ພູເລບານອນນັ້ນດ້ວຍ”.
ແຕ່ພຣະເຈົ້າຢາເວໄດ້ໃຈຮ້າຍໃຫ້ຂ້າພະເຈົ້າເພາະພວກເຈົ້າ ແລະ ພຣະອົງບໍ່ຟັງຂ້າພະເຈົ້າເລີຍ. ພຣະເຈົ້າຢາເວໄດ້ກ່າວວ່າ, “ພໍແລ້ວ, ຢ່າເວົ້າເລື່ອງນີ້ກັບເຮົາອີກ. ຈົ່ງຂຶ້ນໄປເທິງຍອດພູປີສະກາ ແລະ ເບິ່ງໄປທາງທິດຕາເວັນຕົກ, ທິດເໜືອ, ທິດໃຕ້ ແລະ ທິດຕາເວັນອອກ. ຈົ່ງເບິ່ງແຜ່ນດິນນັ້ນດ້ວຍຕາຂອງເຈົ້າເອງ, ເນື່ອງຈາກວ່າເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ. ແຕ່ຈົ່ງມອບໝາຍໜ້າທີ່ໃຫ້ໂຢຊວຍ, ແລ້ວຈົ່ງໃຫ້ກຳລັງໃຈ ແລະ ຊ່ວຍໃຫ້ລາວເຂັ້ມແຂງຂຶ້ນ, ເພາະລາວຈະນຳປະຊາຊົນຂ້າມໄປ ແລະ ເປັນສາເຫດທີ່ຈະໃຫ້ພວກເຂົາໄດ້ຮັບດິນແດນທີ່ເຈົ້າຢາກເຫັນນັ້ນເປັນມໍລະດົກ”. ດັ່ງນັ້ນ ພວກເຮົາຈຶ່ງຍັງພັກຢູ່ໃນຮ່ອມພູໃກ້ເບັດເປອໍ.
Source notes (3)
- Footnote ຄຳໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກ່ພຣະເຈົ້າຢາເວແລ້ວບໍ່ອາດເອີ້ນຄືນໄດ້ ມັກຈະຕ້ອງທຳລາຍໃຫ້ໝົດສິ້ນໄປ
- Footnote ຫລື ຍາວປະມານ 4 ແມັດ, ກວ້າງປະມານ 1,8 ແມັດ
- Footnote ຫລື ບ້ານເມືອງຂອງຢາອີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.