Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 2

ການ​ພະເນຈອນ​ໃນ​ຖິ່ນແຫ້ງແລ້ງກັນດານ

ຫລັງຈາກນັ້ນ ພວກເຮົາ​ກໍ​ກັບ​ຄືນ​ໄປ​ທີ່​ຖິ່ນແຫ້ງແລ້ງກັນດານ ຕາມ​ເສັ້ນ​ທາງ​ສູ່​ທະເລ​ແດງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ. ເພາະ​ພວກເຮົາ​ໄດ້​ພະເນຈອນ​ຢູ່​ໃນ​ເຂດ​ພູດອຍ​ເສອີ​ເປັນ​ເວລາ​ດົນນານ.

ຫລັງຈາກນັ້ນ ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ພວກເຈົ້າ​ວົນວຽນ​ຢູ່​ເຂດ​ພູດອຍ​ນີ້​ດົນນານ​ພໍ​ແລ້ວ; ບັດນີ້ ຈົ່ງ​ຂຶ້ນ​ໄປ​ທາງ​ທິດ​ເໜືອ. ຈົ່ງ​ສັ່ງ​ປະຊາຊົນ​ດັ່ງນີ້​ວ່າ: ‘ພວກເຈົ້າ​ກຳລັງ​ຈະ​ຜ່ານ​ເຂດແດນ​ຂອງ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ໃນ​ເສອີ. ພວກເຂົາ​ຈະ​ຢ້ານ​ພວກເຈົ້າ, ແຕ່​ຈົ່ງ​ລະວັງ​ໃຫ້​ດີ. ຢ່າ​ຍົວະ​ພວກເຂົາ​ໃຫ້​ເຮັດ​ສົງຄາມ, ເພາະ​ເຮົາ​ຈະ​ບໍ່​ຍົກ​ດິນແດນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ, ແມ່ນ​ແຕ່​ຈະ​ເທົ່າ​ກັບ​ຮອຍ​ຝາຕີນ​ຂອງ​ພວກເຈົ້າ​ຈະ​ຢຽບ​ລົງ​ໃສ່. ເຮົາ​ໄດ້​ຍົກ​ດິນແດນ​ເຂດ​ພູດອຍ​ເສອີ​ໃຫ້​ເປັນ​ກຳມະສິດ​ຂອງ​ເອຊາວ​ແລ້ວ. ພວກເຈົ້າ​ຈະ​ຕ້ອງ​ຈ່າຍ​ເງິນ​ຄ່າ​ອາຫານ​ທີ່​ພວກເຈົ້າ​ກິນ ແລະ ຈ່າຍ​ເງິນ​ຄ່າ​ນ້ຳ​ທີ່​ພວກເຈົ້າ​ດື່ມ​ໃຫ້​ແກ່​ພວກເຂົາ’ ”.

ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ວຽກງານ​ທຸກ​ຢ່າງ​ທີ່​ພວກເຈົ້າ​ກະທຳ. ພຣະອົງ​ເຝົ້າ​ເບິ່ງ​ພວກເຈົ້າ​ຕະຫລອດ​ການ​ເດີນທາງ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ອັນ​ກວ້າງ​ໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ກັບ​ພວກເຈົ້າ​ຕະຫລອດ​ສີ່ສິບ​ປີ ແລະ ພວກເຈົ້າ​ບໍ່​ໄດ້​ຂາດເຂີນ​ສິ່ງ​ໃດ.

ດັ່ງນັ້ນ ພວກເຮົາ​ຈຶ່ງ​ເດີນທາງ​ຜ່ານ​ພີ່ນ້ອງ​ຂອງ​ພວກເຮົາ​ຄື ເຊື້ອສາຍ​ຂອງ​ເອຊາວ​ທີ່​ອາໄສ​ຢູ່​ໃນ​ເສອີ. ພວກເຮົາ​ໄດ້​ຫັນ​ຈາກ​ເສັ້ນ​ທາງ​ອາຣາບາ​ທີ່​ມາ​ຈາກ​ເອລາດ ແລະ ເອຊີໂອນເກເບ ແລະ ລ້ຽວ​ໄປ​ຕາມ​ທາງ​ຖິ່ນແຫ້ງແລ້ງກັນດານ​ໂມອາບ.

ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ໄປ​ລົບກວນ​ຊາວ​ໂມອາບ ຫລື ຍົວະ​ພວກເຂົາ​ໃຫ້​ເຮັດ​ສົງຄາມ, ເພາະ​ເຮົາ​ຈະ​ບໍ່​ຍົກ​ດິນແດນ​ສ່ວນ​ໃດໆ​ຂອງ​ພວກເຂົາ​ໃຫ້​ພວກເຈົ້າ ເຮົາ​ໄດ້​ຍົກ​ດິນແດນ​ອາຣະ​ໃຫ້​ແກ່​ເຊື້ອສາຍ​ຂອງ​ໂລດ​ຄອບຄອງ​ແລ້ວ”.

(ຊາວເອມິມ​ເຄີຍ​ອາໄສ​ຢູ່​ທີ່​ນັ້ນ ເປັນ​ຊົນຊາດ​ໃຫຍ່ ແລະ ເຂັ້ມແຂງ ສູງ​ໃຫຍ່​ເໝືອນ​ຄົນ​ອານາກິມ. ເຊັ່ນດຽວ​ກັບ​ຊາວ​ອານາກິມ, ພວກເຂົາ​ມັກ​ຈະ​ຖືກ​ເອີ້ນ​ວ່າ​ຊາວ​ເຣຟາອິມ, ແຕ່​ຊາວ​ໂມອາບ​ເອີ້ນ​ພວກເຂົາ​ວ່າ​ຊາວ​ເອມິມ. ຊາວ​ໂຮຣິ​ເຄີຍ​ອາໄສ​ຢູ່​ໃນ​ເສອີ, ແຕ່​ຖືກ​ເຊື້ອສາຍ​ຂອງ​ເອຊາວ​ຂັບໄລ່​ພວກເຂົາ​ອອກ​ໄປ. ພວກເຂົາ​ທຳລາຍ​ຊາວ​ໂຮຣິ​ກ່ອນ​ທີ່​ພວກເຂົາ​ເຂົ້າ​ໄປ​ຕັ້ງ​ຖິ່ນຖານ​ໃນ​ບ່ອນ​ຂອງ​ພວກເຂົາ, ເໝືອນດັ່ງ​ທີ່​ຊາວ​ອິດສະຣາເອນ​ໄດ້​ກະທຳ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ພວກເຂົາ​ເຂົ້າ​ໄປ​ຄອບຄອງ​ເປັນ​ຂອງ​ພວກເຂົາ).

ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້​ຈົ່ງ​ລຸກ​ຂຶ້ນ ແລະ ຂ້າມ​ຮ່ອມພູ​ເຊເຣັດ”. ດັ່ງນັ້ນ ພວກເຮົາ​ຈຶ່ງ​ຂ້າມ​ຮ່ອມພູ​ໄປ.

ພວກເຮົາ​ໃຊ້​ເວລາ 38 ປີ​ເດີນທາງ​ຈາກ​ກາເດັດບາກເນອາ​ຈົນ​ພວກເຮົາ​ຂ້າມ​ຮ່ອມພູ​ເຊເຣັດ. ເມື່ອ​ເຖິງ​ເວລາ​ນັ້ນ ນັກຮົບ​ໃນ​ລຸ້ນ​ນັ້ນ​ກໍ​ໄດ້​ຕາຍ​ທັງໝົດ​ຄ້າຍ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້​ກັບ​ພວກເຂົາ. ມື​ຂອງ​ພຣະເຈົ້າຢາເວ​ໄດ້​ຕໍ່ສູ້​ພວກເຂົາ​ຈົນ​ພວກເຂົາ​ທັງໝົດ​ຖືກ​ກຳຈັດ​ອອກ​ໄປ​ຈາກ​ຄ້າຍ.

ບັດນີ້ ເມື່ອ​ນັກຮົບ​ຄົນ​ສຸດທ້າຍ​ຂອງ​ລຸ້ນ​ນັ້ນ​ໃນ​ທ່າມກາງ​ປະຊາຊົນ​ໄດ້​ຕາຍ​ໄປ​ແລ້ວ, ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ວັນ​ນີ້​ພວກເຈົ້າ​ຈົ່ງ​ຂ້າມ​ຊາຍແດນ​ໂມອາບ​ທີ່​ອາຣະ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ເຖິງ​ຊາວອຳໂມນ ຢ່າ​ລົບກວນ​ພວກເຂົາ ຫລື ຍົວະ​ພວກເຂົາ​ໃຫ້​ເຮັດ​ສົງຄາມ, ເພາະ​ເຮົາ​ຈະ​ບໍ່​ຍົກ​ດິນແດນ​ໃດໆ​ຂອງ​ພວກເຂົາ​ໃຫ້​ແກ່​ພວກເຈົ້າ. ເຮົາ​ໄດ້​ຍົກ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ໂລດ​ຄອບຄອງ​ແລ້ວ”.

(ດິນແດນ​ນັ້ນ​ກໍ​ເໝືອນ​ກັນ​ໄດ້​ຖື​ວ່າ​ເປັນ​ດິນແດນ​ຂອງ​ຊາວເຣຟາອິມ ເຊິ່ງ​ເຄີຍ​ອາໄສ​ຢູ່​ທີ່​ນັ້ນ; ແຕ່​ຊາວ​ອຳໂມນ​ໄດ້​ເອີ້ນ​ພວກເຂົາ​ວ່າ​ຊຳຊຸມມິມ. ພວກເຂົາ​ເປັນ​ຄົນ​ແຂງແຮງ ແລະ ມີ​ຈຳນວນ​ຫລວງຫລາຍ ແລະ ສູງ​ໃຫຍ່​ເໝືອນ​ຄົນ​ອານາກິມ. ພຣະເຈົ້າຢາເວ​ໄດ້​ທຳລາຍ​ພວກເຂົາ​ຕໍ່ໜ້າ​ຊາວ​ອຳໂມນ, ຊາວ​ອຳໂມນ​ໄດ້​ຂັບໄລ່​ພວກເຂົາ​ອອກ​ໄປ ແລະ ຕັ້ງ​ຖິ່ນຖານ​ໃສ່​ບ່ອນ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ເຄີຍ​ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ເອຊາວ, ເຊິ່ງ​ອາໄສ​ຢູ່​ໃນ​ເສອີ​ຢ່າງ​ນີ້​ເໝືອນ​ກັນ ເມື່ອ​ພຣະອົງ​ທຳລາຍ​ຊາວ​ໂຮຣິ​ອອກ​ໄປ​ຈາກ​ພວກເຂົາ. ພວກເຂົາ​ໄດ້​ຂັບໄລ່​ຄົນ​ເຫລົ່ານັ້ນ​ອອກ​ໄປ ແລະ ເຂົ້າ​ໄປ​ອາໄສ​ຢູ່​ແທນ​ບ່ອນ​ຂອງ​ພວກເຂົາ​ຈົນ​ເຖິງ​ທຸກ​ວັນ​ນີ້. ແລະ ສ່ວນ​ຊາວ​ອາວິມ​ທີ່​ໄດ້​ອາໄສ​ຢູ່​ໃນ​ບ້ານ​ຕ່າງໆ​ໄປ​ໄກ​ຈົນ​ເຖິງ​ກາຊາ, ຊາວ​ຄັບຟະໂທ1​ທີ່​ອອກ​ມາ​ຈາກ​ຄັບຟະໂທ​ກໍ​ໄດ້​ທຳລາຍ​ພວກເຂົາ ແລະ ຕັ້ງ​ຖິ່ນຖານ​ໃສ່​ບ່ອນ​ຂອງ​ພວກເຂົາ).

ການ​ພ່າຍແພ້​ຂອງ​ສີໂຫນ​ກະສັດ​ແຫ່ງ​ເຮັດຊະໂບນ

“ບັດນີ້ ຈົ່ງ​ອອກ​ເດີນທາງ ແລະ ຂ້າມ​ແມ່ນ້ຳ​ອາກໂນນ​ໄປ. ເບິ່ງ​ແມ, ເຮົາ​ໄດ້​ມອບ​ສີໂຫນ​ຊາວອາໂມ​ກະສັດ​ແຫ່ງ​ເຮັດຊະໂບນ ແລະ ດິນແດນ​ຂອງ​ລາວ​ໄວ້​ໃນ​ກຳມື​ຂອງ​ພວກເຈົ້າ​ແລ້ວ. ຈົ່ງ​ເລີ່ມ​ເຂົ້າ​ຢຶດຄອງ​ດິນແດນ ແລະ ໂຈມຕີ​ລາວ. ຕັ້ງ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ​ເຮົາ​ຈະ​ໃຫ້​ຊົນຊາດ​ທັງໝົດ​ທົ່ວ​ໃຕ້ຟ້າ​ຕົກໃຈ​ຢ້ານກົວ​ພວກເຈົ້າ. ພວກເຂົາ​ຈະ​ໄດ້​ຍິນ​ຂ່າວ​ຂອງ​ພວກເຈົ້າ ແລະ ຈະ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ ແລະ ທຸກ​ທໍລະມານ​ໃຈ​ເພາະ​ພວກເຈົ້າ”.

ຈາກ​ຖິ່ນແຫ້ງແລ້ງກັນດານ​ເກເດໂມດ ຂ້າພະເຈົ້າ​ໄດ້​ສົ່ງ​ທູດ​ໄປ​ເຈລະຈາ​ເພື່ອ​ສັນຕິພາບ​ກັບ​ກະສັດ​ສີໂຫນ​ແຫ່ງ​ເຮັດຊະໂບນ​ວ່າ, “ຂໍ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ທ່ານ​ໄປ. ພວກເຮົາ​ຈະ​ໄປ​ຕາມ​ທາງ​ຫລວງ​ໂດຍ​ບໍ່​ອອກ​ໄປ​ທາງ​ຂວາ ຫລື ທາງ​ຊ້າຍ. ພວກເຮົາ​ຈະ​ຈ່າຍ​ເງິນ​ຊື້​ອາຫານ ແລະ ນ້ຳ​ຈາກ​ທ່ານ. ຂໍ​ພຽງ​ແຕ່​ຍອມ​ໃຫ້​ພວກເຮົາ​ຍ່າງ​ຜ່ານ​ໄປ ເໝືອນດັ່ງ​ເຊື້ອສາຍ​ຂອງ​ເອຊາວ, ຜູ້​ທີ່​ອາໄສ​ຢູ່​ທີ່​ເສອີ ແລະ ຊາວໂມອາບ, ຜູ້​ທີ່​ອາໄສ​ຢູ່​ທີ່​ອາຣະ​ໄດ້​ກະທຳ​ເພື່ອ​ພວກເຮົາ ຈົນ​ກວ່າ​ພວກເຮົາ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ມອບ​ໃຫ້​ພວກເຮົາ”. ແຕ່​ກະສັດ​ສີໂຫນ​ແຫ່ງ​ເຮັດຊະໂບນ​ບໍ່​ຍອມ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ເພິ່ນ​ໄປ. ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເຮັດ​ໃຫ້​ຈິດໃຈ​ຂອງ​ເພິ່ນ​ແຂງກະດ້າງ ແລະ ດື້ດ້ານ ເພື່ອ​ຈະ​ມອບ​ເພິ່ນ​ໄວ້​ໃນ​ມື​ຂອງ​ພວກເຈົ້າ​ເໝືອນ​ດັ່ງ​ທີ່​ເພິ່ນ​ເປັນ​ຢູ່​ເວລາ​ນີ້.

ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ເບິ່ງ​ແມ, ເຮົາ​ກຳລັງ​ຈະ​ມອບ​ສີໂຫນ​ກັບ​ດິນແດນ​ຂອງ​ລາວ​ໄວ້​ໃຫ້​ພວກເຈົ້າ. ບັດນີ້ ຈົ່ງ​ເຂົ້າ​ຢຶດ​ເອົາ ແລະ ຄອບຄອງ​ດິນແດນ​ຂອງ​ລາວ”.

ເມື່ອ​ສີໂຫນ ແລະ ກອງທັບ​ທັງໝົດ​ຂອງ​ເພິ່ນ​ໄດ້​ອອກ​ມາ​ສູ້ຮົບ​ກັບ​ພວກເຮົາ​ຢູ່​ທີ່​ຢາຮາດ​ນັ້ນ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເພິ່ນ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ ແລະ ພວກເຮົາ​ຂ້າ​ເພິ່ນ​ກັບ​ບັນດາ​ລູກຊາຍ ແລະ ທະຫານ​ທັງໝົດ​ຂອງ​ເພິ່ນ. ໃນ​ເວລາ​ນັ້ນ​ພວກເຮົາ​ໄດ້​ຢຶດ​ເອົາ​ເມືອງ​ທັງໝົດ​ຂອງ​ພວກເຂົາ ແລະ ໄດ້​ທຳລາຍລ້າງ2​ພວກເຂົາ​ໝົດ​ສິ້ນ ທັງ​ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ. ພວກເຮົາ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດ​ຊີວິດ​ເລີຍ. ແຕ່​ພວກເຮົາ​ຢຶດ​ເອົາ​ຝູງສັດ​ພ້ອມ​ທັງ​ຊັບສິນ​ທີ່​ໄດ້​ຈາກ​ເມືອງ​ຕ່າງໆ​ມາ​ເປັນ​ຂອງ​ພວກເຮົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ສິ່ງ​ທັງໝົດ​ໃຫ້​ແກ່​ພວກເຮົາ. ຈາກ​ອາໂຣເອ​ແຄມ​ຮ່ອມພູ​ອາກໂນນ ແລະ ຈາກ​ເມືອງ​ທີ່​ຢູ່​ກາງ​ຮ່ອມພູ, ແມ່ນແຕ່​ໄກ​ຈົນ​ເຖິງ​ກີເລອາດ, ບໍ່​ມີ​ຈັກ​ເມືອງ​ທີ່​ແຂງແກ່ນ​ເກີນ​ກຳລັງ​ຂອງ​ພວກເຮົາ. ແຕ່​ອີງຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້​ວ່າ, ພວກເຈົ້າ​ບໍ່​ຕ້ອງ​ລ່ວງລ້ຳ​ເຂົ້າ​ໄປ​ໃນ​ດິນແດນ​ໃດໆ​ຂອງ​ຊາວອຳໂມນ, ດິນແດນ​ທີ່​ເລາະ​ລຽບ​ໄປ​ຕາມ​ແມ່ນ້ຳ​ຈັບໂບກ ແລະ ເມືອງ​ທີ່​ຢູ່​ອ້ອມຮອບ​ເຂດ​ພູດອຍ​ຕ່າງໆ.

Source notes (2)
  1. Footnote ຄື ປະຊາຊົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ
  2. Footnote ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ບໍ່​ອາດ​ເອີ້ນ​ເອົາ​ຄືນ​ໄດ້ ມັກ​ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ສິ້ນ​ໄປ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.