Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 1

ຄຳສັ່ງ​ໃຫ້​ອອກ​ຈາກ​ໂຮເຣັບ

ຕໍ່ໄປ​ນີ້​ແມ່ນ​ຖ້ອຍຄຳ​ຂອງ​ໂມເຊ​ທີ່​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ທັງໝົດ​ໃນ​ຖິ່ນແຫ້ງແລ້ງກັນດານ​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ຄື: ທົ່ງຮາບພຽງ​ອາຣາບາ ເຊິ່ງ​ຢູ່​ກົງກັນຂ້າມ​ກັບ​ເມືອງ​ຊູຟະ, ຢູ່​ລະຫວ່າງ​ປາຣານ​ກັບ​ໂຕເຟນ, ລາບານ, ຮາເຊໂຣດ ແລະ ດີຊາຮາບ. (ໃຊ້​ເວລາ​ສິບເອັດ​ວັນ​ໃນ​ການເດີນທາງ​ຈາກ​ໂຮເຣັບ​ໄປ​ຍັງ​ກາເດັດບາກເນອາ​ໂດຍ​ຜ່ານ​ພູເຂົາ​ເສອີ).

ໃນ​ປີ​ທີ​ສີ່ສິບ, ຂອງ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສິບເອັດ, ໂມເຊ​ໄດ້​ປະກາດ​ແກ່​ຊາວ​ອິດສະຣາເອນ​ທັງໝົດ​ເຖິງ​ທຸກ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ກ່ຽວກັບ​ພວກເຂົາ. ໃນ​ຂະນະ​ທີ່​ເພິ່ນ​ຫາ​ກໍ​ຮົບ​ຊະນະ​ຊີໂຫນ​ກະສັດ​ຂອງ​ຊາວອາໂມ, ຜູ້​ປົກຄອງ​ເຮັດຊະໂບນ ແລະ ຮົບ​ຊະນະ​ໂອກ​ກະສັດ​ແຫ່ງ​ບາຊານ, ຜູ້​ປົກຄອງ​ອັດຊະທາໂຣດ​ທີ່​ເອັດເຣອີ.

ໂມເຊ​ເລີ່ມ​ຊີ້ແຈງ​ກົດບັນຍັດ​ທີ່​ຟາກ​ຕາເວັນ​ອອກ​ຂອງ​ແມ່ນ້ຳ​ຈໍແດນ​ໃນ​ເຂດແດນ​ຂອງ​ໂມອາບ​ວ່າ:

ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ແກ່​ພວກເຮົາ​ຢູ່​ທີ່​ພູເຂົາ​ໂຮເຣັບ​ວ່າ, “ພວກເຈົ້າ​ຈະ​ໄດ້​ພັກ​ຢູ່​ທີ່​ພູເຂົາ​ນີ້​ດົນນານ​ພໍ​ແລ້ວ. ຈົ່ງ​ມ້າງ​ຄ້າຍພັກ ແລະ ມຸ່ງໜ້າ​ເຂົ້າ​ໄປ​ທີ່​ພູເຂົາ​ດິນແດນ​ຂອງ​ຊາວ​ອາໂມ; ຈົ່ງ​ໄປ​ຫາ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃກ້ຄຽງ​ທົ່ງພຽງ​ອາຣາບາ, ຕາມ​ພູ, ຕາມ​ຕີນພູ​ທາງ​ທິດ​ຕາເວັນຕົກ, ໃນ​ເນເກັບ ແລະ ເລາະ​ໄປ​ຕາມ​ຝັ່ງ​ທະເລ, ໄປ​ທີ່​ດິນແດນ​ຂອງ​ຊາວການາອານ ແລະ ເລບານອນ, ໄປ​ຈົນ​ເຖິງ​ແມ່ນ້ຳ​ໃຫຍ່​ເອີຟຣັດ. ເບິ່ງ​ແມ, ເຮົາ​ໄດ້​ຍົກ​ດິນແດນ​ນີ້​ໃຫ້​ພວກເຈົ້າ. ຈົ່ງ​ເຂົ້າ​ໄປ​ຄອບຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ ແລະ ແກ່​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ພວກເຂົາ”.

ການ​ແຕ່ງຕັ້ງ​ບັນດາ​ຜູ້ນຳ

ໃນ​ຂະນະ​ນັ້ນ​ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ພວກເຈົ້າ​ວ່າ, “ພວກເຈົ້າ​ເປັນ​ພາລະ​ໜັກ​ເກີນ​ກວ່າ​ຂ້າພະເຈົ້າ​ທີ່​ຈະ​ຮັບຜິດຊອບ​ພຽງ​ຄົນ​ດຽວ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ພວກເຈົ້າ​ເພີ່ມ​ທະວີ​ຫລາຍ​ຂຶ້ນ​ຈົນ​ເວລາ​ນີ້​ພວກເຈົ້າ​ມີ​ຈຳນວນ​ຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເພີ່ມ​ທະວີ​ພວກເຈົ້າ​ຂຶ້ນ​ອີກ​ພັນ​ເທົ່າ ແລະ ອວຍພອນ​ພວກເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້! ແຕ່​ຂ້າພະເຈົ້າ​ຈະ​ຮັບ​ຜິດຊອບ​ບັນຫາ​ກັບ​ພາລະ ແລະ ການ​ຂັດແຍ້ງ​ທັງໝົດ​ຂອງ​ພວກເຈົ້າ​ດ້ວຍ​ຕົນ​ເອງ​ໄດ້​ຢ່າງໃດ? ຈົ່ງ​ເລືອກ​ເອົາ​ບາງ​ຄົນ​ທີ່​ສະຫລາດ, ມີ​ຄວາມ​ເຂົ້າໃຈ ແລະ ເປັນ​ທີ່​ນັບຖື​ຂອງ​ຄົນ​ທັງຫລາຍ​ຈາກ​ແຕ່​ລະ​ເຜົ່າ ແລະ ຂ້າພະເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ເຫລົ່ານັ້ນ​ໃຫ້​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ”.

ພວກເຈົ້າ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ສິ່ງ​ທີ່​ທ່ານ​ສະເໜີ​ມາ​ນັ້ນ​ດີ​ແລ້ວ”.

ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ແຕ່ງຕັ້ງ​ບັນດາ​ຜູ້ນຳ​ທີ່​ສະຫລາດ ແລະ ເປັນ​ທີ່​ນັບຖື​ຈາກ​ເຜົ່າ​ຕ່າງໆ ໃຫ້​ເປັນ​ຜູ້​ມີ​ສິດອຳນາດ​ເໜືອ​ພວກເຈົ້າ ບາງຄົນ​ເປັນ​ຜູ້ບັງຄັບບັນຊາ​ພັນ​ຄົນ, ບາງຄົນ​ບັນຊາ​ຮ້ອຍ​ຄົນ, ບາງຄົນ​ບັນຊາ​ຫ້າສິບ​ຄົນ ແລະ ບາງຄົນ​ບັນຊາ​ສິບ​ຄົນ ແລະ ໃຫ້​ບາງຄົນ​ເປັນ​ເຈົ້າໜ້າທີ່​ປະຈຳ​ເຜົ່າ. ແລະ ໃນ​ເວລາ​ນັ້ນ​ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ຜູ້​ປົກຄອງ1​ຂອງ​ພວກເຈົ້າ​ວ່າ, “ໃຫ້​ຮັບຟັງ​ຂໍ້ຂັດແຍ່ງ​ລະຫວ່າງ​ປະຊາຊົນ​ຂອງ​ພວກເຈົ້າ ແລະ ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ, ບໍ່​ວ່າ​ຈະ​ເປັນ​ກໍລະນີ​ລະຫວ່າງ​ພີ່ນ້ອງ​ອິດສະຣາເອນ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ. ຢ່າ​ຕັດສິນ​ໂດຍ​ເຂົ້າຂ້າງ​ຜູ້​ໃດ​ຜູ້​ໜຶ່ງ; ຈົ່ງ​ພິຈາລະນາ​ທັງ​ຜູ້​ໃຫຍ່ ແລະ ຜູ້​ນ້ອຍ​ສະເໝີ​ກັນ. ບໍ່​ຕ້ອງ​ຢ້ານກົວ​ຜູ້ໃດ, ເພາະ​ການ​ພິພາກສາ​ເປັນ​ຂອງ​ພຣະເຈົ້າ. ໃນ​ກໍລະນີ​ໃດໆ​ທີ່​ຍາກ​ເກີນ​ໄປ​ສຳລັບ​ພວກເຈົ້າ ກໍ​ໃຫ້​ນຳ​ມາ​ຫາ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ພິຈາລະນາ​ກໍລະນີ​ນັ້ນ”. ແລະ ໃນ​ເວລາ​ນັ້ນ​ຂ້າພະເຈົ້າ​ໄດ້​ບອກ​ພວກເຈົ້າ​ໃນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ຈະ​ຕ້ອງ​ປະຕິບັດ​ຕາມ.

ສົ່ງ​ບັນດາ​ນັກສືບ​ອອກ​ໄປ

ຈາກ​ນັ້ນ, ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ, ພວກເຮົາ​ກໍ​ເດີນທາງ​ອອກ​ຈາກ​ໂຮເຣັບ ແລະ ມຸ່ງໜ້າ​ໄປ​ຍັງ​ພູເຂົາ​ດິນແດນ​ຂອງ​ຊາວ​ອາໂມ ຜ່ານ​ຖິ່ນແຫ້ງແລ້ງກັນດານ​ອັນ​ກວ້າງ​ໃຫຍ່ ແລະ ໜ້າ​ຢ້ານກົວ​ຕາມ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ພວກເຮົາ​ກໍ​ມາ​ເຖິງ​ກາເດັດບາກເນອາ. ຫລັງຈາກນັ້ນ ຂ້າພະເຈົ້າ​ກໍ​ໄດ້​ກ່າວ​ແກ່​ພວກເຈົ້າ​ວ່າ, “ພວກເຈົ້າ​ໄດ້​ມາ​ເຖິງ​ພູເຂົາ​ດິນແດນ​ຂອງ​ຊາວອາໂມ, ເຊິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ມອບໃຫ້​ແກ່​ພວກເຮົາ​ແລ້ວ. ເບິ່ງ​ແມ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ. ຈົ່ງ​ຂຶ້ນ​ໄປ ແລະ ຢຶດຄອງ​ດິນແດນ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ນັ້ນ. ຢ່າ​ຢ້ານ ແລະ ຢ່າ​ໝົດຫວັງ​ເລີຍ”.

ແລ້ວ​ພວກເຈົ້າ​ທັງໝົດ​ໄດ້​ເຂົ້າມາ​ຫາ​ເຮົາ ແລະ ກ່າວ​ວ່າ, “ໃຫ້​ພວກເຮົາ​ສົ່ງ​ຄົນ​ອອກ​ໄປ​ສອດແນມ​ເບິ່ງ​ດິນແດນ​ນັ້ນ​ລ່ວງ​ໜ້າ​ສຳລັບ​ພວກເຮົາ ແລະ ກັບ​ມາ​ລາຍງານ​ເສັ້ນທາງ​ທີ່​ພວກເຮົາ​ຄວນ​ຈະ​ເຂົ້າ​ໄປ ແລະ ເມືອງ​ທີ່​ພວກເຮົາ​ຄວນ​ຈະ​ມາ​ຢຶດຄອງ”.

ຄວາມ​ຄິດ​ນີ້​ເຫັນ​ວ່າ​ດີ​ຕໍ່​ເຮົາ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເລືອກ​ເອົາ​ນັກສືບ​ສິບສອງ​ຄົນ​ໃນ​ພວກເຈົ້າ​ຄື ເຜົ່າ​ລະ​ໜຶ່ງ​ຄົນ. ພວກເຂົາ​ຈຶ່ງ​ອອກໄປ ແລະ ຂຶ້ນ​ໄປ​ທີ່​ເຂດ​ພູດອຍ ແລະ ມາ​ເຖິງ​ຮ່ອມພູ​ເອັດຊະໂຄນ ແລະ ສຳຫລວດ​ເບິ່ງ​ທີ່​ນັ້ນ. ພວກເຂົາ​ໄດ້​ເກັບ​ໝາກໄມ້​ຈາກ​ດິນແດນ​ນັ້ນ​ລົງ​ມາ​ນຳ ແລະ ລາຍງານ​ວ່າ, “ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຮົາ​ນັ້ນ​ອຸດົມສົມບູນ​ດີ”.

ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ

ແຕ່​ພວກເຈົ້າ​ບໍ່​ຍອມ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ, ພວກເຈົ້າ​ກະບົດ​ຕໍ່ສູ້​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈົ່ມ​ຢູ່​ໃນ​ຜ້າເຕັນ​ວ່າ, “ພຣະເຈົ້າຢາເວ​ກຽດຊັງ​ພວກເຮົາ; ດັ່ງນັ້ນ​ພຣະອົງ​ຈຶ່ງ​ນຳ​ພວກເຮົາ​ອອກຈາກ​ເອຢິບ​ມາ​ເພື່ອ​ໃຫ້​ຊາວອາໂມ​ທຳລາຍ​ພວກເຮົາ. ພວກເຮົາ​ຈະ​ໄປ​ໃສ​ໄດ້? ພີ່ນ້ອງ​ຂອງ​ພວກເຮົາ​ເຮັດ​ໃຫ້​ພວກເຮົາ​ຕົກ​ຢູ່​ໃນ​ຄວາມຢ້ານກົວ. ພວກເຂົາ​ບອກ​ວ່າ, ‘ຄົນ​ແຖບ​ນັ້ນ​ແຂງແຮງ ແລະ ສູງ​ໃຫຍ່​ກວ່າ​ພວກເຮົາ; ເມືອງ​ທັງຫລາຍ​ກໍ​ກວ້າງໃຫຍ່, ກຳແພງ​ກໍ​ສູງ​ພຽງ​ຟ້າ​ພຸ້ນ. ພວກເຮົາ​ຍັງ​ເຫັນ​ຊາວ​ອານາກິມ​ຢູ່​ທີ່​ນັ້ນ​ດ້ວຍ’ ”.

ແລ້ວ​ຂ້າພະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, “ຢ່າ​ຕົກໃຈ, ຢ່າ​ຢ້ານ​ພວກເຂົາ​ເລີຍ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ນຳໜ້າ​ພວກເຈົ້າ​ໄປ, ພຣະອົງ​ຈະ​ຕໍ່ສູ້​ເພື່ອ​ພວກເຈົ້າ ເໝືອນດັ່ງ​ທີ່​ພຣະອົງ​ກະທຳ​ຕໍ່ໜ້າ​ຕໍ່ຕາ​ພວກເຈົ້າ​ໃນ​ປະເທດ​ເອຢິບ, ແລະ ໃນ​ຖິ່ນແຫ້ງແລ້ງກັນດານ. ໃນ​ທີ່​ນັ້ນ​ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໂອບອຸ້ມ​ພວກເຈົ້າ ດັ່ງ​ພໍ່​ໂອບອຸ້ມ​ລູກຊາຍ​ຂອງ​ຕົນ, ຕະຫລອດ​ທາງ​ທີ່​ພວກເຈົ້າ​ເດີນໄປ​ຈົນ​ມາເຖິງ​ບ່ອນນີ້”.

ເຖິງປານນີ້​ພວກເຈົ້າ​ກໍ​ຍັງ​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະອົງ​ນຳໜ້າ​ພວກເຈົ້າ​ມາ​ຕະຫລອດ​ການ​ເດີນທາງ​ດ້ວຍ​ແສງໄຟ​ໃນ​ຍາມ​ກາງຄືນ ແລະ ດ້ວຍ​ເມກ​ໃນ​ຍາມ​ກາງເວັນ, ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ ແລະ ເພື່ອ​ຊີ້ນຳ​ຫົນທາງ​ທີ່​ພວກເຈົ້າ​ຄວນ​ຈະ​ໄປ.

ເມື່ອ​ພຣະເຈົ້າຢາເວ​ໄດ້​ຍິນ​ຄຳ​ຈົ່ມ​ຂອງ​ພວກເຈົ້າ​ແລ້ວ, ພຣະອົງ​ກໍ​ໃຈຮ້າຍ ແລະ ສັນຍາ​ຢ່າງ​ໜັກແໜ້ນ​ວ່າ: “ບໍ່​ມີ​ຜູ້ໃດ​ຈັກຄົນ​ໃນ​ຊົ່ວອາຍຸ​ອັນ​ຊົ່ວຮ້າຍ​ນີ້​ຈະ​ໄດ້​ເຫັນ​ດິນແດນ​ອັນ​ອຸດົມສົມບູນ ເຊິ່ງ​ເຮົາ​ປະຕິຍານ​ວ່າ​ຈະ​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຈົ້າ, ຍົກເວັ້ນ​ກາເລັບ​ລູກຊາຍ​ເຢຟຸນເນ. ລາວ​ຈະ​ໄດ້​ເຫັນ​ດິນແດນ​ນັ້ນ ແລະ ເຮົາ​ຈະ​ມອບ​ດິນແດນ​ທີ່​ລາວ​ໄດ້​ຢຽບ​ເຂົ້າ​ໄປ​ນັ້ນ​ໃຫ້​ແກ່​ລາວ ແລະ ເຊື້ອສາຍ​ຂອງ​ລາວ, ເພາະ​ລາວ​ໄດ້​ປະຕິບັດ​ຕາມ​ພຣະເຈົ້າຢາເວ​ຢ່າງ​ສຸດໃຈ”.

ເພາະ​ພວກເຈົ້າ​ນີ້​ແຫລະ​ທີ່​ເຮັດ​ໃຫ້​ພຣະເຈົ້າຢາເວ​ໃຈຮ້າຍ​ແກ່​ຂ້າພະເຈົ້າ ແລະ ພຣະອົງ​ກ່າວ​ເໝືອນ​ກັນ​ວ່າ, “ເຈົ້າ​ກໍ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຊັ່ນກັນ, ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້ຊ່ວຍ​ຂອງ​ເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ຈົ່ງ​ໃຫ້​ກຳລັງ​ໃຈ​ລາວ​ເພາະ​ລາວ​ຈະ​ນຳພາ​ຊາວ​ອິດສະຣາເອນ​ເຂົ້າ​ຢຶດຄອງ​ດິນແດນ​ນັ້ນ​ເປັນ​ມໍລະດົກ. ແລະ ຜູ້​ທີ່​ຍັງ​ໜຸ່ມນ້ອຍ ເຊິ່ງ​ພວກເຈົ້າ​ເວົ້າ​ວ່າ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ, ລູກຫລານ​ຂອງ​ພວກເຈົ້າ​ຜູ້​ຍັງ​ບໍ່​ທັນ​ຮູ້ດີ​ຮູ້ຊົ່ວ​ນັ້ນ ພວກເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ. ເຮົາ​ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ພວກເຂົາ ແລະ ພວກເຂົາ​ຈະໄດ້​ຄອບຄອງ. ແຕ່​ສ່ວນ​ພວກເຈົ້າ​ຈົ່ງ​ກັບ​ຄືນ​ຂ້າມ​ຖິ່ນແຫ້ງແລ້ງກັນດານ​ໄປ​ຍັງ​ທະເລ​ແດງ”.2

ແລ້ວ​ພວກເຈົ້າ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ. ພວກເຮົາ​ຈະ​ຂຶ້ນໄປ​ຕໍ່ສູ້​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ​ໄວ້​ແລ້ວ”. ດັ່ງນັ້ນ ພວກເຈົ້າ​ທຸກຄົນ​ຈົ່ງ​ຖື​ອາວຸດ​ຂອງ​ຕົນ, ຈົ່ງ​ໃຫ້​ຄິດ​ວ່າ​ຈະ​ບຸກ​ເຂົ້າ​ໄປ​ໃນ​ເຂດ​ພູດອຍ​ໄດ້​ຢ່າງ​ງ່າຍດາຍ.

ແຕ່​ພຣະເຈົ້າຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຢ່າ​ຂຶ້ນ​ໄປ​ຕໍ່ສູ້, ເພາະ​ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຈະ​ພ່າຍແພ້​ພວກສັດຕູ​ຂອງ​ພວກເຈົ້າ’ ”.

ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ, ແຕ່​ພວກເຈົ້າ​ບໍ່​ຟັງ. ພວກເຈົ້າ​ຕໍ່ຕ້ານ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ ພວກເຈົ້າ​ບຸກ​ຂຶ້ນໄປ​ຍັງ​ເຂດ​ພູດອຍ​ດ້ວຍ​ຄວາມ​ຈອງຫອງ​ຂອງ​ພວກເຈົ້າ. ຊາວອາໂມ​ທີ່​ອາໄສ​ຢູ່​ໃນ​ເຂດ​ພູດອຍ​ນັ້ນ​ຈຶ່ງ​ຍົກ​ທັບ​ອອກ​ມາ​ສູ້ຮົບ​ກັບ​ພວກເຈົ້າ; ພວກເຂົາ​ບຸກ​ໄລ່​ພວກເຈົ້າ​ເໝືອນກັບ​ຝູງ​ເຜິ້ງ ແລະ ໄລ່​ຕອດ​ພວກເຈົ້າ​ຈາກ​ເສອີ​ຕະຫລອດ​ທາງ​ຈົນ​ມາ​ເຖິງ​ໂຮມາ. ພວກເຈົ້າ​ຈຶ່ງ​ກັບມາ ແລະ ຮ້ອງໄຫ້​ຕໍ່ໜ້າ​ພຣະເຈົ້າຢາເວ, ແຕ່​ພຣະອົງ​ບໍ່​ສົນໃຈ​ສຽງ​ຮ້ອງໄຫ້​ຂອງ​ພວກເຈົ້າ ແລະ ບໍ່​ຟັງ​ພວກເຈົ້າ. ພວກເຈົ້າ​ຈຶ່ງ​ໄດ້​ພັກອາໄສ​ຢູ່​ທີ່​ກາເດັດ​ເປັນ​ເວລາ​ດົນນານ.

Source notes (2)
  1. Footnote ຫລື ພວກ​ຜູ້ປົກຄອງ
  2. Footnote ຫລື ທະເລ​ໄມ້ອໍ້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.