Biblica® Open Lao Contemporary Version
ຈົດບັນຊີ 36
ມໍລະດົກຂອງບັນດາລູກສາວຂອງເຊໂລເຟຮັດ
(ຈບຊ 27:1-11)
ບັນດາຫົວໜ້າຄອບຄົວໃນຕະກຸນກີເລອາດລູກຊາຍຂອງມາກີ, ລູກຊາຍຂອງມານາເຊ, ຜູ້ຢູ່ໃນຕະກຸນຕ່າງໆຂອງເຊື້ອສາຍໂຢເຊັບ, ໄດ້ມາພົບ ແລະ ເວົ້າຕໍ່ໜ້າໂມເຊ ແລະ ພວກຜູ້ນຳທີ່ເປັນຫົວໜ້າຄອບຄົວຂອງຄົນອິດສະຣາເອນ. ພວກເຂົາເວົ້າວ່າ, “ເມື່ອພຣະເຈົ້າຢາເວສັ່ງໃຫ້ທ່ານຈັດສັນດິນແດນເພື່ອມອບເປັນມໍລະດົກໂດຍການຈັບສະຫລາກນັ້ນ ແລະ ໃຫ້ມອບມໍລະດົກຂອງເຊໂລເຟຮັດອ້າຍຂອງຂ້ານ້ອຍໃຫ້ພວກລູກສາວຂອງລາວ. ແຕ່ສົມມຸດວ່າພວກນາງແຕ່ງງານກັບຜູ້ຊາຍອິດສະຣາເອນທີ່ມາຈາກເຜົ່າອື່ນ; ແລ້ວມໍລະດົກຂອງພວກນາງກໍຈະກາຍເປັນມໍລະດົກຂອງເຜົ່າທີ່ພວກນາງແຕ່ງງານນຳນັ້ນ. ດັ່ງນັ້ນມໍລະດົກລວມທີ່ພວກເຮົາຈັບສະຫລາກໄດ້ກໍຈະຫລຸດນ້ອຍລົງ. ເມື່ອເຖິງປີທີຫ້າສິບຂອງຄົນອິດສະຣາເອນມາເຖິງ, ມໍລະດົກຂອງພວກນາງກໍຈະຖືກລວມເຂົ້າກັບມໍລະດົກຂອງເຜົ່າທີ່ພວກນາງແຕ່ງງານນຳ, ແລະ ເປັນການເອົາຊັບສິນຂອງພວກນາງໄປຈາກສ່ວນທີ່ເປັນມໍລະດົກຂອງເຜົ່າທີ່ເປັນບັນພະບຸລຸດຂອງພວກເຮົາ”.
ແລ້ວພຣະເຈົ້າຢາເວຈຶ່ງສັ່ງໂມເຊໃຫ້ມອບຄຳສັ່ງນີ້ແກ່ຄົນອິດສະຣາເອນວ່າ: “ສິ່ງທີ່ເຜົ່າຂອງເຊື້ອສາຍໂຢເຊັບກຳລັງກ່າວກໍຖືກຕ້ອງແລ້ວ. ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວສັ່ງສຳລັບພວກລູກສາວຂອງເຊໂລເຟຮັດຄື: ພວກນາງຈະແຕ່ງງານກັບຜູ້ໃດກໍໄດ້ຕາມທີ່ພວກນາງພໍໃຈແຕ່ກັບຄົນພາຍໃນເຜົ່າທີ່ເປັນຕະກຸນຂອງພໍ່ພວກນາງ. ມໍລະດົກໃນອິດສະຣາເອນຈະຕ້ອງບໍ່ປ່ຽນກຳມະສິດຈາກເຜົ່າໜຶ່ງໄປເປັນຂອງເຜົ່າໜຶ່ງ, ເພາະຄົນອິດສະຣາເອນທຸກຄົນຈະຕ້ອງຮັກສາມໍລະດົກຂອງເຜົ່າທີ່ຕົກທອດມາຈາກບັນພະບຸລຸດຂອງພວກເຂົາ. ລູກສາວຜູ້ທີ່ຮັບມໍລະດົກໃນເຜົ່າໃດກໍຕາມຂອງອິດສະຣາເອນຕ້ອງແຕ່ງງານກັບຄົນໃນເຜົ່າດຽວກັນກັບພໍ່ຂອງນາງ, ເພື່ອວ່າຄົນອິດສະຣາເອນທຸກຄົນຈະໄດ້ສືບທອດມໍລະດົກຂອງບັນພະບຸລຸດຕົນ. ມໍລະດົກຈະບໍ່ປ່ຽນກຳມະສິດຈາກເຜົ່າໜຶ່ງໄປສູ່ອີກເຜົ່າໜຶ່ງ, ເພາະຄົນອິດສະຣາເອນແຕ່ລະເຜົ່າຈະຕ້ອງຮັກສາມໍລະດົກຂອງຕົນໄວ້”.
ດັ່ງນັ້ນ ບັນດາລູກສາວຂອງເຊໂລເຟຮັດຈຶ່ງຕ້ອງປະຕິບັດຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້. ບັນດາລູກສາວຂອງເຊໂລເຟຮັດຄື: ມາຮະລາ, ຕີຣະຊາ, ໂຮຄະລາ, ມີລະກາ ແລະ ໂນອາ ຈຶ່ງໄດ້ແຕ່ງງານກັບລູກອ້າຍລູກນ້ອງທາງພໍ່ຂອງຕົນ. ພວກນາງແຕ່ງງານກັບຜູ້ຊາຍໃນຕະກຸນຕ່າງໆຂອງເຜົ່າມານາເຊລູກຊາຍຂອງໂຢເຊັບ ແລະ ມໍລະດົກຂອງພວກນາງຈຶ່ງຍັງຢູ່ໃນເຜົ່າ ແລະ ຕະກຸນພໍ່ຂອງຕົນ.
ທັງໝົດນີ້ຄືຄຳສັ່ງ ແລະ ລະບຽບການທີ່ພຣະເຈົ້າຢາເວໄດ້ມອບໃຫ້ຄົນອິດສະຣາເອນຜ່ານໂມເຊໃນທົ່ງພຽງໂມອາບແຄມແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣິໂກ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.