Biblica® Open Lao Contemporary Version
ຈົດບັນຊີ 35
ບັນດາເມືອງສຳລັບຄົນເລວີ
ພຣະເຈົ້າຢາເວກ່າວແກ່ໂມເຊໃນທົ່ງພຽງໂມອາບແຄມແມ່ນ້ຳຈໍແດນ, ກົງກັນຂ້າມເມືອງເຢຣິໂກວ່າ, “ຈົ່ງສັ່ງຄົນອິດສະຣາເອນໃຫ້ມອບເມືອງຕ່າງໆຈາກມໍລະດົກທີ່ພວກເຂົາຄອບຄອງຢູ່ນັ້ນໃຫ້ແກ່ຄົນເລວີເພື່ອດຳລົງຊີວິດ. ແລະ ພ້ອມທັງທົ່ງຫຍ້າລ້ຽງສັດທີ່ຢູ່ອ້ອມຮອບເມືອງຕ່າງໆນັ້ນດ້ວຍ. ແລ້ວເມືອງເຫລົ່ານີ້ຈະເປັນດຳລົງຊີວິດ ແລະ ທົ່ງຫຍ້າສຳລັບງົວຄວາຍ ແລະ ຝູງສັດອື່ນໆຂອງພວກເຂົາດ້ວຍ.
“ທົ່ງຫຍ້າອ້ອມຮອບເມືອງທີ່ພວກເຈົ້າມອບໃຫ້ຄົນເລວີນັ້ນຈະກວ້າງອອກໄປໜຶ່ງພັນສອກ1ຈາກກຳແພງເມືອງ. ສະນັ້ນ, ຈະມີອານາເຂດ, ດ້ານທິດຕາເວັນອອກ,2 ດ້ານທິດໃຕ້, ດ້ານທິດຕາເວັນຕົກ ແລະ ດ້ານທິດເໜືອດ້ານລະສອງພັນສອກ, ໂດຍມີຕົວເມືອງຢູ່ທາງກາງ. ພວກເຂົາຈະໄດ້ໃຊ້ພື້ນທີ່ນີ້ເປັນທົ່ງຫຍ້າລ້ຽງສັດສຳຫລັບເມືອງນັ້ນໆ.
ບັນດາເມືອງລີ້ໄພ
(ພບຍ 4:41-43; 19:1-14; ຢຊ 20:1-9)
“ຈົ່ງມອບເມືອງຫົກແຫ່ງໃຫ້ແກ່ຄົນເລວີເພື່ອເປັນເມືອງລີ້ໄພ, ສຳລັບຜູ້ທີ່ຂ້າຄົນຕາຍໂດຍບໍ່ເຈດຕະນາຈະໄດ້ໄປລີ້ໄພໃນເມືອງເຫລົ່ານີ້. ນອກຈາກນັ້ນຈົ່ງມອບເມືອງໃຫ້ພວກເຂົາອີກສີ່ສິບສອງເມືອງ. ພວກເຈົ້າຕ້ອງໄດ້ມອບເມືອງໃຫ້ຄົນເລວີລວມທັງໝົດສີ່ສິບແປດເມືອງ, ພ້ອມດ້ວຍທົ່ງຫຍ້າລ້ຽງສັດນຳດ້ວຍ. ເມືອງທີ່ພວກເຈົ້າມອບໃຫ້ຄົນເລວີຈາກດິນແດນທີ່ຄົນອິດສະຣາເອນຄອບຄອງນັ້ນ ຈະຕ້ອງມອບໃຫ້ຕາມອັດຕາສ່ວນຂອງມໍລະດົກໃນແຕ່ລະເຜົ່າຄື: ເຜົ່າທີ່ມີຄົນຫລາຍກໍຈົ່ງມອບໃຫ້ຫລາຍ, ແຕ່ເຜົ່າທີ່ມີຄົນໜ້ອຍກໍຈົ່ງມອບໃຫ້ໜ້ອຍ”.
ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ: ເມື່ອພວກເຈົ້າຂ້າມແມ່ນ້ຳຈໍແດນເຂົ້າສູ່ການາອານແລ້ວ, ຈົ່ງເລືອກເອົາບາງເມືອງເພື່ອເປັນເມືອງລີ້ໄພຂອງພວກເຈົ້າ, ເພື່ອຜູ້ທີ່ຂ້າຄົນຕາຍໂດຍບໍ່ເຈດຕະນາຈະເຂົ້າໄປເພິ່ງໃນເມືອງນັ້ນ. ເມືອງເຫລົ່ານີ້ຈະເປັນບ່ອນລີ້ໄພຈາກການແກ້ແຄ້ນ, ເພື່ອວ່າຈຳເລີຍຈະບໍ່ຕາຍກ່ອນທີ່ລາວຖືກພິຈາລະນາຄະດີຕໍ່ໜ້າຊຸມຊົນ. ເມືອງທັງຫົກທີ່ພວກເຈົ້າມອບໃຫ້ນັ້ນຈະເປັນເມືອງລີ້ໄພ. ໂດຍມີສາມເມືອງຕັ້ງຢູ່ທິດຕາເວັນອອກຂອງແມ່ນ້ຳຈໍແດນ ແລະ ສາມເມືອງຕັ້ງຢູ່ໃນດິນແດນການາອານໃຫ້ເປັນເມືອງລີ້ໄພ. ທັງຫົກເມືອງນີ້ຈະເປັນບ່ອນລີ້ໄພບໍ່ພຽງແຕ່ສຳລັບຄົນອິດສະຣາເອນ ແລະ ສຳລັບຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຂົາອີກດ້ວຍ, ເພື່ອວ່າຜູ້ໃດກໍຕາມທີ່ໄດ້ຂ້າຜູ້ອື່ນໂດຍບໍ່ເຈດຕະນາສາມາດຫລົບເຂົ້າໄປທີ່ນັ້ນໄດ້.
“ ‘ຖ້າຜູ້ໃດໃຊ້ເຫລັກຕີຜູ້ອື່ນເຖິງຕາຍ, ຜູ້ນັ້ນກໍເປັນຄາດຕະກອນ; ຜູ້ນັ້ນຈະຕ້ອງຖືກປະຫານ. ຫລື ຖ້າຜູ້ໃດໃຊ້ກ້ອນຫີນທຸບຕີຄົນອື່ນຈົນເຖິງຕາຍ, ຜູ້ນັ້ນກໍເປັນຄາດຕະກອນ ແລະ ຕ້ອງຖືກປະຫານຊີວິດ. ຫລື ຖ້າຜູ້ໃດໃຊ້ໄມ້ຕີຜູ້ອື່ນຈົນເຖິງຕາຍ, ຄົນຜູ້ນັ້ນກໍເປັນຄາດຕະກອນຕ້ອງຖືກປະຫານຊີວິດ. ຍາດພີ່ນ້ອງໃກ້ສິດຜູ້ຕາຍຕ້ອງຮັບຜິດຊອບການລົງໂທດຄາດຕະກອນໃຫ້ເຖິງຕາຍເມື່ອພົບຕົວຜູ້ກ່ຽວ. ຖ້າຜູ້ໃດມີເຈດຕະນາບໍ່ດີຊຸກຄົນອື່ນ ຫລື ແກວ່ງບາງສິ່ງໃສ່ໂດຍຄວາມຕັ້ງໃຈເຮັດໃຫ້ຜູ້ນັ້ນຕາຍ ຫລື ຖ້າຜູ້ໃດຕີຜູ້ອື່ນດ້ວຍກຳປັ້ນຈົນຜູ້ອື່ນຕາຍ, ຜູ້ນັ້ນກໍເປັນຄາດຕະກອນ, ຈະຕ້ອງຖືກປະຫານຊີວິດ. ຍາດພີ່ນ້ອງໃກ້ສິດຜູ້ຕາຍຈະຕ້ອງປະຫານຊີວິດຜູ້ນັ້ນເມື່ອພົບຕົວ.
“ ‘ແຕ່ຖ້າຜູ້ໃດຊຸກ ຫລື ແກວ່ງສິ່ງຂອງໃສ່ຜູ້ອື່ນໂດຍບໍ່ເຈດຕະນາ ບໍ່ໄດ້ເຮັດດ້ວຍຄວາມກຽດຊັງ ຫລື, ເຮັດກ້ອນຫີນຕົກຖືກຜູ້ອື່ນໂດຍບໍ່ໄດ້ຕັ້ງໃຈບໍ່ເຫັນ ແລະ ທັງບໍ່ໄດ້ເປັນສັດຕູ ເປັນເຫດເຮັດໃຫ້ຜູ້ນັ້ນຕາຍໄປ. ຊຸມຊົນຕ້ອງຕັດສິນລະຫວ່າງຜູ້ຖືກກ່າວຫາ ແລະ ຍາດພີ່ນ້ອງຂອງຜູ້ຕາຍຕາມກົດລະບຽບເຫລົ່ານີ້. ຊຸມຊົນຕ້ອງປົກປ້ອງຜູ້ຖືກກ່າວຫາວ່າເປັນຄາດຕະກອນຈາກຍາດພີ່ນ້ອງຂອງຜູ້ຕາຍ ແລະ ສົ່ງກັບໄປຍັງເມືອງລີ້ໄພທີ່ລາວໄດ້ຫລົບໜີໄປນັ້ນ. ຜູ້ຖືກກ່າວຫາຕ້ອງພັກຢູ່ທີ່ນັ້ນຈົນກວ່າມະຫາປະໂລຫິດຜູ້ໄດ້ຮັບການເຈີມດ້ວຍນ້ຳມັນບໍລິສຸດນັ້ນຕາຍໄປ.
“ ‘ແຕ່ຖ້າຜູ້ຖືກກ່າວຫາອອກໄປນອກຂອບເຂດຂອງເມືອງລີ້ໄພນັ້ນ ແລະ ຍາດພີ່ນ້ອງຂອງຜູ້ຕາຍພົບອາດຂ້າຜູ້ຖືກກ່າວຫາໂດຍບໍ່ມີຄວາມຜິດໃນການເປັນຄາດຕະກອນກໍໄດ້. ຜູ້ຖືກກ່າວຫາຕ້ອງພັກຢູ່ໃນເມືອງລີ້ໄພຈົນກວ່າມະຫາປະໂລຫິດຕາຍໄປ; ຫລັງຈາກນັ້ນຈຶ່ງສາມາດກັບຄືນສູ່ພູມລຳເນົາເດີມຂອງຕົນໄດ້.
“ ‘ນີ້ເປັນຂໍ້ບັງຄັບຕາມກົດບັນຍັດສຳລັບພວກເຈົ້າຕະລອດຊົ່ວອາຍຸບໍ່ວ່າພວກເຈົ້າອາໄສຢູ່ບ່ອນໃດກໍ່ຕາມ.
“ ‘ຜູ້ໃດກໍຕາມທີ່ຂ້າຄົນຈະຕ້ອງຖືກປະຫານຊີວິດໃນຖານະຄາດຕະກອນກໍຕໍ່ເມື່ອມີພະຍານຫລາຍຄົນ. ແຕ່ຖ້າມີພະຍານພຽງຜູ້ດຽວຈຳເລີຍຈະບໍ່ຖືກປະຫານຊີວິດ.
“ ‘ຢ່າຮັບຄ່າໄຖ່ຊີວິດຂອງຄາດຕະກອນ, ຜູ້ສົມຄວນຕາຍ. ລາວຈະຕ້ອງຖືກປະຫານຊີວິດ.
“ ‘ແລະຢ່າຮັບຄ່າໄຖ່ສຳລັບຜູ້ທີ່ຫລົບໜີໄປຢູ່ໃນເມືອງລີ້ໄພ ເພື່ອໃຫ້ລາວກັບຄືນມາຍັງພູມລຳເນົາເດີມກ່ອນທີ່ມະຫາປະໂລຫິດຈະຕາຍໄປ.
“ ‘ຢ່າເຮັດໃຫ້ແຜ່ນດິນທີ່ພວກເຈົ້າຢູ່ເປິະເປື້ອນມົນທິນ, ເພາະການນອງເລືອດເຮັດໃຫ້ດິນແດນເປິະເປື້ອນ, ບໍ່ສາມາດລຶບລ້າງມົນທິນສຳລັບດິນແດນນັ້ນໄດ້, ຍົກເວັ້ນໃຫ້ເລືອດຂອງຄາດຕະກອນໄຫລໃສ່ດິນແດນນັ້ນ. ເຈົ້າຢ່າເຮັດໃຫ້ດິນແດນທີ່ພວກເຈົ້າອາໄສຢູ່ ແລະ ບ່ອນທີ່ເຮົາສະຖິດຢູ່ນັ້ນເປັນມົນທິນ, ເພາະເຮົາ, ຜູ້ເປັນພຣະເຈົ້າຢາເວ ຢູ່ທ່າມກາງຊາວອິດສະຣາເອນ’ ”.
Source notes (2)
- Footnote ຄື ປະມານ 1.500 ຟຸດ ຫລື ປະມານ 450 ແມັດ
- Footnote ຄື ປະມານ 3.000 ຟຸດ ຫລື ປະມານ 900 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.