Skip to content
BibleKenya

Biblica® Open Lao Contemporary Version

ຈົດບັນຊີ 34

ເຂດແດນ​ຕ່າງໆ​ຂອງ​ການາອານ

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ສັ່ງ​ຄົນ​ອິດສະຣາເອນ ແລະ ກ່າວ​ແກ່​ພວກເຂົາ​ວ່າ: ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ການາອານ, ດິນແດນ​ທີ່​ຈະ​ຕ້ອງ​ແບ່ງປັນ​ເປັນ​ສ່ວນ​ເພື່ອ​ເປັນ​ມໍລະດົກ​ຂອງ​ພວກເຈົ້າ​ນັ້ນ​ຈະ​ມີ​ເຂດແດນ​ດັ່ງ​ນີ້​ຄື:

“ ‘ດິນແດນ​ດ້ານ​ໃຕ້​ຂອງ​ພວກເຈົ້າ​ຈະ​ລວມເອົາ​ບາງສ່ວນ​ຂອງ​ຖິ່ນແຫ້ງແລ້ງກັນດານ​ຊິນ​ລຽບ​ໄປ​ຕາມ​ຊາຍແດນ​ຂອງ​ເອໂດມ. ເຂດແດນ​ທາງ​ພາກໃຕ້​ຈະ​ເລີ່ມ​ຈາກ​ທິດ​ຕາເວັນອອກ​ຄື​ຈາກ​ພາກໃຕ້​ສຸດ​ຂອງ​ທະເລຕາຍ, ຜ່ານ​ໄປ​ຍັງ​ທິດໃຕ້​ຂອງ​ຊ່ອງແຄບ​ແມງງອດ, ຕໍ່​ໄປ​ຈົນ​ເຖິງ​ຊິນ ແລະ ລົງ​ໄປ​ທາງ​ທິດໃຕ້​ຂອງ​ກາເດັດບາກເນອາ. ຈົນ​ຮອດ​ຮາສາອັດດາ ແລະ ອາສະໂມນ, ໂຄ້ງ​ກັບ, ມາ​ຈຸ​ໃສ່​ຮ່ອມພູ​ຂອງ​ເອຢິບ ແລະ ມາ​ສຸດ​ທີ່​ທະເລ​ເມດີແຕຣາເນ.

ເຂດແດນ​ດ້ານ​ຕາເວັນຕົກ​ຂອງ​ພວກເຈົ້າ​ຄື​ຊາຍຝັ່ງ​ທະເລ​ເມດີແຕຣາເນ.

ສຳລັບ​ເຂດແດນ​ທາງ​ດ້ານ​ເໜືອ​ຂອງ​ພວກເຈົ້າ, ເລີ່ມ​ຈາກ​ທະເລ​ເມດີແຕຣາເນ​ໄປ​ເຖິງ​ພູ​ໂຮເຣ ໄປ​ສູ່​ເລໂບຮາມັດ, ຈົນ​ເຖິງ​ເຊດາດ, ສືບຕໍ່​ໄປ​ເຖິງ​ຊິບຟະໂຣນ ແລະ ສຸດ​ຢູ່​ທີ່​ຮາຊາເອນານ.

ເຂດແດນ​ທາງ​ດ້ານ​ຕາເວັນອອກ​ຂອງ​ພວກເຈົ້າ, ເລີ່ມ​ຈາກ​ຮາຊາເອນານ​ຈົນ​ເຖິງ​ເຊຟາມ. ຈາກ​ເຊຟາມ​ໄປ​ເຖິງ​ຣິບລາ​ດ້ານ​ຕາເວັນອອກ​ຂອງ​ເມືອງ​ອາອິນ ແລະ ສືບຕໍ່​ລຽບ​ໄປ​ຕາມ​ເນີນພູ​ດ້ານ​ຕາເວັນອອກ​ຂອງ​ທະເລຄາລີເລ.1 ລຽບ​ລົງ​ມາ​ຕາມ​ແມ່ນ້ຳ​ຈໍແດນ ແລະ ມາ​ສຸດ​ທີ່​ທະເລຕາຍ.

“ ‘ນີ້​ຈະ​ເປັນ​ດິນແດນ​ຂອງ​ພວກເຈົ້າ​ພ້ອມ​ກັບ​ຂອບເຂດ​ຊາຍແດນ​ທຸກ​ດ້ານ’ ”.

ໂມເຊ​ໄດ້​ສັ່ງ​ຄົນ​ອິດສະຣາເອນ​ວ່າ: “ຈົ່ງ​ຈົກ​ສະຫລາກ​ແບ່ງປັນ​ດິນແດນ​ໃຫ້​ເປັນ​ມໍລະດົກ. ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ວ່າ​ຈົ່ງ​ມອບ​ດິນແດນ​ໃຫ້​ເກົ້າ​ເຜົ່າ ແລະ ອີກ​ເຄິ່ງ​ເຜົ່າ, ເພາະ​ບັນດາ​ຄອບຄົວ​ຂອງ​ເຜົ່າ​ຣູເບັນ, ເຜົ່າ​ກາດ ແລະ ມານາເຊ​ເຄິ່ງ​ເຜົ່າ​ໄດ້​ຮັບ​ມໍລະດົກ​ຂອງ​ພວກເຂົາ​ແລ້ວ. ສອງ​ເຜົ່າ ແລະ ເຄິ່ງ​ເຜົ່າ​ເຫລົ່າ​ນີ້​ໄດ້​ຮັບ​ມໍລະດົກ​ຂອງ​ພວກເຂົາ​ແລ້ວ​ຢູ່​ທາງ​ທິດຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ກັບ​ເຢຣິໂກ”.

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຜູ້​ທີ່​ຈະ​ເຮັດ​ໜ້າທີ່​ເພື່ອ​ກຳນົດ​ດິນແດນ​ໃຫ້​ເປັນ​ມໍລະດົກ​ສຳລັບ​ພວກເຈົ້າ​ຄື: ປະໂລຫິດ​ເອເລອາຊາ ແລະ ໂຢຊວຍ​ລູກຊາຍ​ຂອງ​ນູນ. ແລະ ຈົ່ງ​ແຕ່ງຕັ້ງ​ຜູ້ນຳ​ໜຶ່ງ​ຄົນ​ຈາກ​ແຕ່ລະ​ເຜົ່າ​ເພື່ອ​ຊ່ວຍ​ກຳນົດ​ດິນແດນ​ນັ້ນ.

“ລາຍຊື່​ຂອງ​ພວກເຂົາ​ມີ​ຄື:

“ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ, ຈາກ​ເຜົ່າ​ຢູດາ;

ເຊມູເອນ​ລູກຊາຍ​ຂອງ​ອາມມີຮູດ, ຈາກ​ເຜົ່າ​ຊີເມໂອນ;

ເອລີດາດ​ລູກຊາຍ​ຂອງ​ກີຊະໂລນ, ຈາກ​ເຜົ່າ​ເບັນຢາມິນ;

ບຸກກີ​ລູກຊາຍ​ຂອງ​ໂຢກະລີ, ຜູ້ນຳ​ຈາກ​ເຜົ່າ​ດານ;

ຮານນີເອນ​ລູກຊາຍ​ຂອງ​ເອໂຟດ, ຜູ້ນຳ​ຈາກ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ;

ເກມູເອນ​ລູກຊາຍ​ຂອງ​ຊິບຟະຕານ, ຜູ້ນຳ​ຈາກ​ເຜົ່າ​ເອຟຣາອິມ​ລູກຊາຍ​ຂອງ​ໂຢເຊັບ;

ເອລີຊາຟັນ​ລູກຊາຍ​ຂອງ​ປາຣະນັກ, ຜູ້ນຳ​ຈາກ​ເຜົ່າ​ເຊບູໂລນ;

ປານຕີເອນ​ລູກຊາຍ​ຂອງ​ອາຊະຊານ, ຜູ້ນຳ​ຈາກ​ເຜົ່າ​ອິດຊາຄາ;

ອາຮີຮູດ​ລູກຊາຍ​ຂອງ​ເຊໂລມີ, ຜູ້ນຳ​ຈາກ​ເຜົ່າ​ອາເຊີ;

ເປດາເຮນ​ລູກຊາຍ​ຂອງ​ອາມມີຮຸດ, ຜູ້ນຳ​ຈາກ​ເຜົ່າ​ເນັບທາລີ”.

ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໃຫ້​ຈັດສັນ​ມໍລະດົກ​ແກ່​ຄົນ​ອິດສະຣາເອນ​ໃນ​ດິນແດນ​ການາອານ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ກິນເນເຣັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.