Biblica® Open Lao Contemporary Version
ໂກໂລຊາຍ 3
ດຳເນີນຊີວິດເໝືອນຜູ້ທີ່ຖືກເຮັດໃຫ້ມີຊີວິດໃນພຣະຄຣິດເຈົ້າ
ຖ້າພວກເຈົ້າໄດ້ຮັບການເຮັດໃຫ້ເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າແລ້ວ ກໍຈົ່ງໃຫ້ໃຈຂອງພວກເຈົ້າຈົດຈໍ່ກັບສິ່ງທີ່ຢູ່ເບື້ອງເທິງ ບ່ອນທີ່ພຣະຄຣິດເຈົ້ານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. ຈົ່ງໃຫ້ຄວາມຄິດຂອງພວກເຈົ້າຈົດຈໍ່ຢູ່ກັບສິ່ງທີ່ຢູ່ເບື້ອງເທິງບໍ່ແມ່ນສິ່ງທີ່ຢູ່ເທິງແຜ່ນດິນໂລກ. ດ້ວຍວ່າ ພວກເຈົ້າໄດ້ຕາຍແລ້ວ ແລະ ບັດນີ້ຊີວິດຂອງພວກເຈົ້າກໍຖືກເຊື່ອງຊ້ອນໄວ້ດ້ວຍກັນກັບພຣະຄຣິດເຈົ້າໃນພຣະເຈົ້າ. ເມື່ອໃດທີ່ພຣະຄຣິດເຈົ້າຜູ້ເປັນຊີວິດຂອງພວກເຈົ້າ1ມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າລາສີຂອງພຣະອົງ.
ເຫດສະນັ້ນ ຈົ່ງຂ້າຕັນຫາຝ່າຍໂລກຂອງພວກເຈົ້າຄື: ການຜິດສິນທຳທາງເພດ, ຄວາມບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາຊົ່ວ ແລະ ຄວາມໂລບ ເຊິ່ງເປັນການຂາບໄຫວ້ຮູບເຄົາລົບ. ເພາະສິ່ງເຫລົ່ານີ້ ຄວາມໂກດຮ້າຍຂອງພຣະເຈົ້າກຳລັງຈະມາເຖິງ.2 ເມື່ອກ່ອນພວກເຈົ້າເຄີຍດຳເນີນຊີວິດໃນທາງເຫລົ່ານີ້ ແຕ່ບັດນີ້ ພວກເຈົ້າຈົ່ງກຳຈັດສິ່ງເຫລົ່ານີ້ທັງໝົດຈາກພວກເຈົ້າຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການໃສ່ຮ້າຍປ້າຍສີ ແລະ ຄຳເວົ້າເປື້ອນເປິຈາກປາກຂອງພວກເຈົ້າ. ຢ່າເວົ້າຕົວະຕໍ່ກັນ ເພາະພວກເຈົ້າໄດ້ຖອດຖິ້ມສະພາບມະນຸດຄົນເກົ່າພ້ອມກັບຄວາມປະພຶດແບບເກົ່າຖິ້ມແລ້ວ ແລະ ສວມສະພາບມະນຸດຄົນໃໝ່ ເຊິ່ງພຣະເຈົ້າກຳລັງສ້າງຂຶ້ນໃໝ່ຕາມແບບລັກສະນະຂອງພຣະຜູ້ສ້າງເພື່ອໃຫ້ພວກເຈົ້າຮູ້ຈັກພຣະອົງຫລາຍຂຶ້ນ.3 ດັ່ງນັ້ນ ຈຶ່ງບໍ່ມີຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຄົນໄຊທຽນ, ຂ້າທາດ ຫລື ອິດສະຫລະ ແຕ່ພຣະຄຣິດເຈົ້າເປັນທຸກສິ່ງ ແລະ ຢູ່ໃນທຸກຄົນ.
ເຫດສະນັ້ນ, ໃນຖານະທີ່ເປັນຄົນທີ່ພຣະເຈົ້າເລືອກ, ເປັນຜູ້ບໍລິສຸດ ແລະ ເປັນທີ່ຮັກຂອງພຣະອົງ, ຈົ່ງສວມຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ. ຈົ່ງອົດທົນຕໍ່ກັນ ແລະ ຖ້າຜູ້ໃດມີເລື່ອງຕໍ່ກັນກໍຈົ່ງຍົກໂທດໃຫ້ກັນ, ຈົ່ງຍົກໂທດໃຫ້ກັນເໝືອນທີ່ອົງພຣະຜູ້ເປັນເຈົ້າໄດ້ຍົກໂທດໃຫ້ພວກເຈົ້າ. ແລະ ຈົ່ງສວມຄວາມຮັກທັບຄຸນງາມຄວາມດີທັງໝົດນີ້ ເຊິ່ງຜູກມັດສິ່ງເຫລົ່ານີ້ທັງໝົດໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ.
ຈົ່ງໃຫ້ສັນຕິສຸກຂອງພຣະຄຣິດເຈົ້າປົກຄອງຢູ່ໃນຈິດໃຈຂອງພວກເຈົ້າເພາະພຣະເຈົ້າເອີ້ນພວກເຈົ້າມາເປັນອະໄວຍະວະຂອງກາຍດຽວກັນ ເພື່ອພວກເຈົ້າຈະໄດ້ຮັບສັນຕິສຸກນີ້ ແລະ ຈົ່ງມີໃຈຂອບພຣະຄຸນ. ຈົ່ງໃຫ້ພຣະຄຳຂອງພຣະຄຣິດເຈົ້າສະຖິດຢູ່ທ່າມກາງພວກເຈົ້າຢ່າງບໍລິບູນຂະນະທີ່ພວກເຈົ້າສັ່ງສອນ ແລະ ເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ, ຈົ່ງຮ້ອງເພງດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ, ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າດ້ວຍໃຈກະຕັນຍູຕໍ່ພຣະເຈົ້າ. ແລະ ສິ່ງໃດກໍຕາມທີ່ພວກເຈົ້າເຮັດ ບໍ່ວ່າຈະດ້ວຍວາຈາ ຫລື ດ້ວຍການກະທຳ ຈົ່ງເຮັດທຸກສິ່ງໃນນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ໂມທະນາຂອບພຣະຄຸນພຣະເຈົ້າພຣະບິດາໂດຍທາງພຣະອົງນັ້ນ.
ຄຳແນະນໍາສຳລັບຄອບຄົວຄຣິສຕຽນ
(ອຟຊ 5:22–6:9)
ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນ ເຊິ່ງເປັນສິ່ງທີ່ເໝາະສົມໃນອົງພຣະຜູ້ເປັນເຈົ້າ.
ຝ່າຍຜົວທັງຫລາຍ ຈົ່ງຮັກເມຍຂອງຕົນ ແລະ ຢ່າເຮັດຄວາມຮຸນແຮງຕໍ່ນາງ.
ຝ່າຍລູກທັງຫລາຍ ຈົ່ງເຊື່ອຟັງພໍ່ແມ່ຂອງຕົນໃນທຸກສິ່ງ ເພາະສິ່ງນີ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າພໍໃຈ.
ຝ່າຍພໍ່4ທັງຫລາຍ ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ບໍ່ດັ່ງນັ້ນພວກເຂົາຈະທໍ້ຖອຍໃຈ.
ຝ່າຍຂ້າທາດທັງຫລາຍ ຈົ່ງຍອມເຊື່ອຟັງນາຍຝ່າຍໂລກຂອງຕົນໃນທຸກສິ່ງ ແລະ ຈົ່ງເຮັດຢ່າງນີ້ບໍ່ແມ່ນພຽງແຕ່ຢູ່ຕໍ່ໜ້າ ຫລື ເຮັດເພື່ອເອົາໃຈເທົ່ານັ້ນ ແຕ່ເຮັດດ້ວຍຄວາມຈິງໃຈ ແລະ ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ. ບໍ່ວ່າພວກເຈົ້າທັງຫລາຍຈະເຮັດສິ່ງໃດກໍຕາມ ຈົ່ງທຸ້ມເທເຮັດດ້ວຍສຸດໃຈເໝືອນເຮັດເພື່ອອົງພຣະຜູ້ເປັນເຈົ້າ ບໍ່ແມ່ນເຮັດເພື່ອນາຍທີ່ເປັນມະນຸດ, ເພາະພວກເຈົ້າກໍຮູ້ແລ້ວວ່າພວກເຈົ້າຈະໄດ້ຮັບມໍລະດົກຈາກອົງພຣະຜູ້ເປັນເຈົ້າເປັນລາງວັນ. ພຣະຄຣິດເຈົ້າອົງພຣະຜູ້ເປັນເຈົ້ານີ້ແຫລະຄືຜູ້ທີ່ພວກເຈົ້າກຳລັງຮັບໃຊ້ຢູ່. ຜູ້ໃດທີ່ເຮັດຜິດກໍຈະໄດ້ຮັບຜົນຕອບສະໜອງຕາມຄວາມຜິດຂອງຕົນ ແລະ ຈະບໍ່ມີການລຳອຽງເຂົ້າຂ້າງຜູ້ໃດ.
Source notes (4)
- Footnote ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຂອງພວກເຮົາ
- Footnote ເອກະສານເກົ່າແກ່ບາງສະບັບວ່າ ກຳລັງຈະມາເຖິງບັນດາຜູ້ບໍ່ເຊື່ອຟັງ
- Footnote ຫລື ເພື່ອໃຫ້ພວກເຈົ້າມີຄວາມຮູ້ໃນພຣະອົງ
- Footnote ຫລື ພໍ່ແມ່ທັງຫລາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.