Skip to content
BibleKenya

Biblica® Open Lao Contemporary Version

ໂກໂລຊາຍ 2

ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ. ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມ​ຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ, ເຊິ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ ຄວາມຮູ້​ທັງໝົດ​ເຊື່ອງຊ້ອນ​ໄວ້​ໃນ​ພຣະອົງ. ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໜ້າ​ເຊື່ອຖື. ເພາະ​ເຖິງແມ່ນວ່າ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ແລະ ມີ​ຄວາມຊື່ນຊົມຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ.

ຄວາມສົມບູນ​ຝ່າຍ​ວິນຍານ​ໃນ​ພຣະຄຣິດເຈົ້າ

ດັ່ງນັ້ນ ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຣິດເຈົ້າເຢຊູ​ເປັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ພຣະອົງ​ຕໍ່​ໄປ, ຈົ່ງ​ຢັ່ງຮາກ ແລະ ຮັບ​ການ​ສ້າງ​ຂຶ້ນ​ໃນ​ພຣະອົງ, ຈົ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ​ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ການສອນ​ມາ ແລະ ເຕັມລົ້ນ​ດ້ວຍ​ການຂອບພຣະຄຸນ.

ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້1​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.

ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ ແລະ ໃນ​ພຣະອົງ​ພວກເຈົ້າ​ໄດ້​ຮັບ​ຄວາມບໍລິບູນ. ພຣະອົງ​ເປັນ​ຫົວ​ເໜືອ​ອຳນາດ ແລະ ຜູ້ມີອຳນາດ​ທັງໝົດ. ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ2 ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ, ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.

ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ3 ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ4​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ, ພຣະອົງ​ຍົກເລີກ​ໜັງສື​ສັນຍາ​ທີ່​ຜູກມັດ​ພວກເຮົາ​ດ້ວຍ​ກົດເກນ​ຕ່າງໆ ເຊິ່ງ​ຂັດຂວາງ ແລະ ຕໍ່ຕ້ານ​ພວກເຮົາ ພຣະອົງ​ເອົາ​ໜັງສື​ນີ້​ອອກ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ແລະ ໄດ້​ປົດ​ອຳນາດ ແລະ ຜູ້ມີອຳນາດ​ທັງຫລາຍ​ລົງ, ພຣະອົງ​ໄດ້​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ແລະ ເອົາ​ຊະນະ​ພວກເຂົາ​ໂດຍ​ໄມ້ກາງແຂນ​ນັ້ນ.5

ເສລີພາບ​ຈາກ​ກົດເກນ​ຂອງ​ມະນຸດ

ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ຕັດສິນ​ພວກເຈົ້າ​ໃນ​ເລື່ອງ​ການກິນ ຫລື ການດື່ມ ຫລື ກ່ຽວກັບ​ວັນ​ເທດສະການ​ທາງ​ສາສະໜາ ຫລື ໃນ​ເລື່ອງ​ງານສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື ໃນ​ເລື່ອງ​ວັນຊະບາໂຕ. ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ພາຍຫລັງ ສ່ວນ​ຄວາມຈິງ​ແທ້​ແມ່ນ​ພົບ​ຢູ່​ໃນ​ພຣະຄຣິດເຈົ້າ. ຢ່າ​ໃຫ້​ຜູ້ໃດ​ທີ່​ຊື່ນຊົມ​ກັບ​ການ​ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ການ​ຂາບໄຫວ້​ເທວະດາ​ເຮັດ​ໃຫ້​ພວກເຈົ້າ​ໝົດ​ສິດ​ຮັບ​ລາງວັນ. ຄົນ​ຢ່າງ​ນັ້ນ​ໄຝ່ຝັນ​ເຖິງ​ແຕ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຫັນ. ພວກເຂົາ​ອວດໂຕ​ຂຶ້ນ​ດ້ວຍ​ຄວາມຄິດ​ໄຮ້ສາລະ​ຕາມ​ຈິດໃຈ​ຝ່າຍ​ເນື້ອໜັງ. ພວກເຂົາ​ໄດ້​ສູນເສຍ​ການເຊື່ອມຕໍ່​ກັບ​ຫົວ ເຊິ່ງ​ຮ່າງກາຍ​ທັງໝົດ​ກໍ​ໄດ້​ຮັບ​ການ​ບຳລຸງລ້ຽງ ແລະ ປະສານ​ເຂົ້າ​ກັນ​ໄວ້​ດ້ວຍ​ຂໍ້ ແລະ ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ເຕີບໂຕ​ຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ.

ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ: “ຢ່າ​ຈັບ! ຢ່າ​ຊິມ! ຢ່າ​ແຕະຕ້ອງ!” ກົດເກນ​ເຫລົ່ານີ້​ຖືກ​ກຳນົດ​ໃຫ້​ເສື່ອມສູນ​ໄປ​ເມື່ອ​ໃຊ້​ມັນ ເຊິ່ງ​ຕັ້ງ​ຢູ່​ເທິງ​ຄຳສັ່ງ ແລະ ຄຳສອນ​ຂອງ​ມະນຸດ. ຄວາມຈິງແລ້ວ ກົດເກນ​ເຫລົ່ານີ້​ເບິ່ງ​ຄື​ມີ​ປັນຍາ, ພວກເຂົາ​ນະມັດສະການ​ຕາມໃຈ​ທີ່​ກຳນົດ​ຂຶ້ນ​ເອງ, ເຮັດ​ທ່າທີ​ຄື​ຖ່ອມໂຕ ແລະ ທໍລະມານ​ຮ່າງກາຍ​ຂອງ​ຕົນ ແຕ່​ສິ່ງເຫລົ່ານີ້​ກໍ​ບໍ່ມີ​ປະໂຫຍດ​ອັນໃດ​ໃນ​ການຄວບຄຸມ​ກິເລດຕັນຫາ​ເລີຍ.

Source notes (5)
  1. Footnote ຫລື ແລະ​ບັນດາ​ວິນຍານ​ທີ່​ຄອບຄອງ​ຢູ່​ໃນ​ຈັກກະວານ ເຊັ່ນ​ດຽວ​ກັບ​ຂໍ້ 20
  2. Footnote ຫລື ເນື້ອໜັງ
  3. Footnote ຫລື ເນື້ອໜັງ​ຂອງ​ພວກເຈົ້າ
  4. Footnote ເອກະສານເກົ່າ​ທີ່​ຂຽນ​ດ້ວຍມື​ບາງ​ສະບັບ​ວ່າ ພວກເຮົາ
  5. Footnote ຫລື ພວກນີ້​ໃນ​ພຣະອົງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.